ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 27 ໜ້າ 68-ໜ້າ 69 ຂໍ້ 2
  • ເຂົາເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຂົາເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໄມ້ເທົ້າຂອງອາໂລນອອກດອກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 27 ໜ້າ 68-ໜ້າ 69 ຂໍ້ 2
ໂກຣາ​ກັບ​ພວກ​ຂອງ​ລາວ​ມາ​ຫາ​ໂມເຊ​ແລະ​ອາໂຣນ

ບົດ​ທີ 27

ເຂົາເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ

ຕໍ່​ມາ ຕອນ​ທີ່​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນດານ ໂກຣາ ດາທານ ອາບີຣາມ ແລະ​ອີກ 250 ຄົນ​ໄດ້​ພາກັນ​ຕໍ່ຕ້ານ​ໂມເຊ. ເຂົາເຈົ້າ​ເວົ້າ​ໃຫ້​ໂມເຊ​ວ່າ: ‘ພວກ​ເຮົາ​ທົນ​ພວກ​ເຈົ້າ​ບໍ່​ໄຫວ​ແລ້ວ! ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງ​ໂຕເອງ​ເປັນ​ຫົວໜ້າ? ແລະ​ອາໂຣນ​ກໍ​ຕັ້ງ​ໂຕເອງ​ເປັນ​ປະໂລຫິດ​ໃຫຍ່? ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ແຕ່​ກັບ​ພວກ​ເຈົ້າ​ສອງ​ຄົນ​ເດີ້ ເພິ່ນ​ຢູ່​ກັບ​ພວກ​ເຮົາ​ທຸກ​ຄົນ.’ ພະ​ເຢໂຫວາ​ຮູ້ສຶກ​ບໍ່​ພໍໃຈ​ຫຼາຍ ເພິ່ນ​ຖື​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ການ​ກະບົດ​ຕໍ່​ເພິ່ນ!

ໂມເຊ​ບອກ​ໂກຣາ​ແລະ​ພວກ​ຂອງ​ລາວ​ວ່າ: ‘ມື້​ອື່ນ​ໃຫ້​ພວກ​ເຈົ້າ​ມາ​ເຕັ້ນ​ສັກສິດ​ແລະ​ເອົາ​ແນວ​ໃສ່​ເຄື່ອງຫອມ​ຂອງ​ພວກ​ເຈົ້າ​ມາ​ນຳ ພະ​ເຢໂຫວາ​ຊິ​ເຮັດ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ຄົນ​ທີ່​ເພິ່ນ​ເລືອກ.’

ມື້​ຕໍ່​ມາ ໂກຣາ​ກັບ​ພວກ​ຂອງ​ລາວ 250 ຄົນ​ໄປ​ຫາ​ໂມເຊ​ຢູ່​ເຕັ້ນ​ສັກສິດ. ເຂົາເຈົ້າ​ເຜົາ​ເຄື່ອງຫອມ​ຄື​ກັບ​ວ່າ​ໂຕເອງ​ເປັນ​ປະໂລຫິດ. ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ວ່າ: ‘ໃຫ້​ພວກ​ເຈົ້າ​ຢືນ​ຢູ່​ຫ່າງໆ​ຈາກ​ໂກຣາ​ແລະ​ພວກ​ຂອງ​ລາວ.’

ເຖິງ​ວ່າ​ໂກຣາ​ໄປ​ຫາ​ໂມເຊ​ຢູ່​ເຕັ້ນ​ສັກສິດ ແຕ່​ດາທານ​ກັບ​ອາບີຣາມ​ແລະ​ຄອບຄົວ​ບໍ່​ຍອມ​ໄປ. ພະ​ເຢໂຫວາ​ບອກ​ພວກ​ອິດສະຣາເອນ​ໃຫ້​ຢູ່​ໄກໆ​ຈາກ​ເຕັ້ນ​ຂອງ​ໂກຣາ ດາທານ ແລະ​ອາບີຣາມ ພວກ​ອິດສະຣາເອນ​ກໍ​ອອກ​ຈາກ​ບໍລິເວນ​ນັ້ນ​ທັນທີ. ດາທານ ອາບີຣາມ ແລະ​ຄອບຄົວ​ຂອງ​ເຂົາເຈົ້າ​ກໍ​ອອກ​ມາ​ຢືນ​ຢູ່​ທາງ​ໜ້າ​ເຕັ້ນ​ຂອງ​ໂຕເອງ. ທັນໃດ​ນັ້ນ ພື້ນ​ດິນ​ກໍ​ແຍກ​ອອກ​ຈາກ​ກັນ​ແລ້ວ​ກືນ​ເຂົາເຈົ້າ​ລົງ​ໄປ! ສ່ວນ​ຢູ່​ເຕັ້ນ​ສັກສິດ​ກໍ​ມີ​ໄຟ​ລົງ​ມາ​ຈາກ​ຟ້າ​ມາ​ເຜົາ​ໂກຣາ​ກັບ​ພວກ​ຂອງ​ລາວ 250 ຄົນ​ຕາຍ.

ພື້ນ​ດິນ​ແຍກ​ອອກ​ຈາກ​ກັນ​ແລ້ວ​ກືນ​ດາທານ ອາບີຣາມ ແລະ​ຄອບຄົວ​ຂອງ​ລາວ

ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: ‘ໃຫ້​ເອົາ​ໄມ້ຄ້ອນເທົ້າ​ຂອງ​ຫົວໜ້າ​ແຕ່​ລະ​ຕະກູນ​ມາ​ແລະ​ຂຽນ​ຊື່​ຂອງ​ແຕ່​ລະ​ຄົນ​ໃສ່​ໄມ້ຄ້ອນເທົ້າ​ຂອງ​ເຂົາເຈົ້າ. ແຕ່​ໄມ້ຄ້ອນເທົ້າ​ຂອງ​ຕະກູນ​ເລວີ ໃຫ້​ເຈົ້າ​ຂຽນ​ຊື່​ຂອງ​ອາໂຣນ​ໃສ່. ແລ້ວ​ເອົາ​ໄມ້ຄ້ອນເທົ້າ​ທັງໝົດ​ນີ້​ໄປ​ໄວ້​ໃນ​ເຕັ້ນ​ສັກສິດ. ຖ້າ​ເຮົາ​ເລືອກ​ຜູ້​ໃດ ໄມ້ຄ້ອນເທົ້າ​ຂອງ​ຜູ້​ນັ້ນ​ກໍ​ຈະ​ອອກ​ດອກ.’

ມື້​ຕໍ່​ມາ ໂມເຊ​ກໍ​ໄປ​ເອົາ​ໄມ້ຄ້ອນເທົ້າ​ທັງໝົດ​ອອກ​ມາ​ໃຫ້​ພວກ​ຫົວໜ້າ​ຕະກູນ​ເບິ່ງ. ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ອອກ​ດອກ​ແລະ​ມີ​ໝາກ​ແອວມ້ອນ​ສຸກ​ນຳ. ພະ​ເຢໂຫວາ​ເຮັດ​ແບບ​ນີ້​ກໍ​ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ເພິ່ນ​ເລືອກ​ອາໂຣນ​ໃຫ້​ເປັນ​ປະໂລຫິດ​ໃຫຍ່.

“ໃຫ້​ເຊື່ອຟັງ​ແລະ​ຍອມຮັບ​ອຳນາດ​ຂອງ​ຜູ້​ທີ່​ນຳໜ້າ​ພວກ​ເຈົ້າ.”—ເຮັບເຣີ 13:17

ຄຳ​ຖາມ: ເປັນ​ຫຍັງ​ໂກຣາ​ກັບ​ພວກ​ຂອງ​ລາວ​ຕໍ່ຕ້ານ​ໂມເຊ? ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເລືອກ​ອາໂຣນ​ໃຫ້​ເປັນ​ປະໂລຫິດ​ໃຫຍ່?

ຈົດເຊັນ​ບັນຊີ 16:1–17:13; 26:9-11; ເພງ​ສັນລະເສີນ 106:16-18

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌