ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 28 ໜ້າ 70-ໜ້າ 71 ຂໍ້ 1
  • ໂຕລາ​ຂອງ​ບາລາອາມ​ເວົ້າ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຕລາ​ຂອງ​ບາລາອາມ​ເວົ້າ​ໄດ້
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລາຕົວນຶ່ງເວົ້າ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໃຈ​ຄວາມ​ສຳຄັນຂອງປຶ້ມຈົດເຊັນບັນຊີ
    ຄຳພີໄບເບິນສະບັບແປໂລກໃໝ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 28 ໜ້າ 70-ໜ້າ 71 ຂໍ້ 1
ໂຕລາ​ຂອງ​ບາລາອາມ​ໝູບ​ລົງ​ກາງ​ທາງ​ເມື່ອ​ເຫັນ​ທູດສະຫວັນ​ຂອງ​ພະເຈົ້າ

ບົດ​ທີ 28

ໂຕລາ​ຂອງ​ບາລາອາມ​ເວົ້າ​ໄດ້

ພວກ​ອິດສະຣາເອນ​ອາໄສ​ຢູ່​ບ່ອນ​ກັນດານ​ເກືອບ 40 ປີ​ແລ້ວ. ເຂົາເຈົ້າ​ຕໍ່ສູ້​ຊະນະ​ເມືອງ​ທີ່​ເຂັ້ມແຂງ​ຫຼາຍ​ເມືອງ. ຕອນນີ້ ເຂົາເຈົ້າ​ຕັ້ງ​ຄ້າຍ​ພັກ​ຢູ່​ທົ່ງພຽງ​ໂມອາບ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ແລະ​ກໍ​ຮອດ​ເວລາ​ແລ້ວ​ທີ່​ເຂົາເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ບາລາກ​ກະສັດ​ຂອງ​ໂມອາບ​ຢ້ານ​ວ່າ​ຈະ​ເສຍ​ແຜ່ນດິນ​ໃຫ້​ພວກ​ອິດສະຣາເອນ ລາວ​ຈຶ່ງ​ເອີ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ບາລາອາມ​ໃຫ້​ມາ​ໂມອາບ​ເພື່ອ​ສາບແຊ່ງ​ພວກ​ອິດສະຣາເອນ.

ແຕ່​ພະ​ເຢໂຫວາ​ບອກ​ບາລາອາມ​ວ່າ: ‘ຫ້າມ​ເຈົ້າ​ສາບແຊ່ງ​ພວກ​ອິດສະຣາເອນ.’ ບາລາອາມ​ຈຶ່ງ​ບໍ່​ໄປ. ກະສັດ​ບາລາກ​ເອີ້ນ​ລາວ​ໄປ​ຫາ​ເປັນ​ເທື່ອ​ທີ​ສອງ​ແລະ​ສັນຍາ​ວ່າ​ຈະ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ທີ່​ລາວ​ຕ້ອງການ ແຕ່​ບາລາອາມ​ກໍ​ບໍ່​ຍອມ​ໄປ. ແລ້ວ​ພະເຈົ້າ​ກໍ​ບອກ​ລາວ​ວ່າ: ‘ເຈົ້າ​ຈະ​ໄປ​ໂມອາບ​ກະ​ໄດ້ ແຕ່​ເຈົ້າ​ຕ້ອງ​ເວົ້າ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່າ​ນັ້ນ.’

ບາລາອາມ​ກໍ​ຂີ່​ລາ​ລົງ​ໃຕ້​ເພື່ອ​ໄປ​ແຜ່ນດິນ​ໂມອາບ. ລາວ​ວາງ​ແຜນ​ຈະ​ສາບແຊ່ງ​ພວກ​ອິດສະຣາເອນ​ທັງໆ​ທີ່​ພະ​ເຢໂຫວາ​ຫ້າມ​ບໍ່​ໃຫ້​ເຮັດ. ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ມາ​ຢືນ​ລັດ​ທາງ​ລາວ 3 ເທື່ອ. ບາລາອາມ​ເບິ່ງ​ບໍ່​ເຫັນ​ທູດສະຫວັນ ແຕ່​ໂຕລາ​ເຫັນ. ທຳອິດ​ໂຕລາ​ຍ່າງ​ຫຼີກ​ທູດສະຫວັນ​ຢູ່​ຫົນທາງ​ອອກ​ໄປ​ທາງ​ທົ່ງ​ນາ. ເທື່ອ​ທີ​ສອງ ໂຕລາ​ຍ່າງ​ບຽດ​ກຳແພງ​ຈົນ​ຕີນ​ຂອງ​ບາລາອາມ​ເຖືອ​ໃສ່​ກຳແພງ ແລະ​ເທື່ອ​ສຸດທ້າຍ ໂຕລາ​ກໍ​ໝູບ​ລົງ​ກາງ​ທາງ. ແຕ່​ລະ​ເທື່ອ ບາລາອາມ​ກໍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ໂຕ​ລາ.

ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ໂຕລາ​ເວົ້າ​ໄດ້. ໂຕລາ​ຖາມ​ບາລາອາມ​ວ່າ: ‘ເຈົ້າ​ຕີ​ຂ້ອຍ​ເຮັດ​ຫຍັງ?’ ບາລາອາມ​ຕອບ​ວ່າ: ‘ເຈົ້າ​ເຮັດ​ໃຫ້​ຂ້ອຍ​ເສຍ​ໜ້າ. ຖ້າ​ຂ້ອຍ​ມີ​ດາບ ຂ້ອຍ​ຂ້າເຈົ້າ​ຖິ້ມ​ແລ້ວ!’ ໂຕລາ​ເວົ້າ​ວ່າ: ‘ເຈົ້າ​ຂີ່​ຂ້ອຍ​ມາ​ບັກ​ຫຼາຍໆ​ປີ​ແລ້ວ ຂ້ອຍ​ເຄີຍ​ເຮັດ​ແບບ​ນີ້​ກັບ​ເຈົ້າ​ບໍ?’

ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ບາລາອາມ​ເຫັນ​ທູດສະຫວັນ. ທູດສະຫວັນ​ເວົ້າ​ວ່າ: ‘ພະ​ເຢໂຫວາ​ເຕືອນ​ເຈົ້າ​ແລ້ວ​ວ່າ​ຫ້າມ​ສາບແຊ່ງ​ພວກ​ອິດສະຣາເອນ.’ ບາລາອາມ​ເວົ້າ​ວ່າ: ‘ຂ້ອຍ​ເຮັດ​ຜິດ​ແລ້ວ. ຂ້ອຍ​ຈະ​ກັບ​ເມືອ​ເຮືອນ.’ ແຕ່​ທູດສະຫວັນ​ບອກ​ວ່າ: ‘ເຈົ້າ​ຈະ​ໄປ​ໂມອາບ​ກະ​ໄດ້ ແຕ່​ເຈົ້າ​ຕ້ອງ​ເວົ້າ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຈົ້າ​ເທົ່າ​ນັ້ນ.’

ບາລາອາມ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ບໍ? ບໍ່. ລາວ​ພະຍາຍາມ​ສາບແຊ່ງ​ພວກ​ອິດສະຣາເອນ​ຕັ້ງ 3 ເທື່ອ ແຕ່​ທຸກ​ເທື່ອ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄຳເວົ້າ​ຂອງ​ລາວ​ກາຍ​ເປັນ​ຄຳ​ອວຍພອນ. ຕໍ່​ມາ ພວກ​ອິດສະຣາເອນ​ກໍ​ຕໍ່ສູ້​ຊະນະ​ພວກ​ໂມອາບ ແລະ​ບາລາອາມ​ກໍ​ຖືກ​ຂ້າ​ຕາຍ. ຖ້າ​ບາລາອາມ​ເຊື່ອຟັງ​ພະ​ເຢໂຫວາ​ຕັ້ງແຕ່​ທຳອິດ ລາວ​ກໍ​ຄື​ຊິ​ບໍ່​ຕາຍ.

“ລະວັງ​ໃຫ້​ດີ ຢ່າ​ເປັນ​ຄົນ​ໂລບ. ເຖິງ​ວ່າ​ຄົນ​ຜູ້​ໜຶ່ງ​ມີ​ຊັບ​ສົມບັດ​ຫຼາຍໆ ແຕ່​ມັນ​ກໍ​ໃຫ້​ຊີວິດ​ລາວ​ບໍ່​ໄດ້.”—ລູກາ 12:15

ຄຳ​ຖາມ: ບາລາອາມ​ໄປ​ໂມອາບ​ເຮັດ​ຫຍັງ? ແລະ​ເກີດ​ຫຍັງ​ຂຶ້ນ​ຕອນ​ເດີນທາງ?

ຈົດເຊັນ​ບັນຊີ 22:1–24:25; 31:8; ເນເຮມີຢາ 13:2; 2 ເປໂຕ 2:15, 16; ຢູດາ 11

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌