ບົດທີ 32
ຜູ້ນຳຄົນໃໝ່ກັບຜູ້ຍິງທີ່ກ້າຫານ 2 ຄົນ
ຫຼັງຈາກທີ່ໂຢຊວຍເປັນຜູ້ນຳປະຊາຊົນຂອງພະເຢໂຫວາມາຫຼາຍປີ ລາວກໍຕາຍຕອນອາຍຸ 110 ປີ. ຕອນທີ່ລາວຍັງມີຊີວິດຢູ່ ພວກອິດສະຣາເອນກໍນະມັດສະການພະເຢໂຫວາ. ເມື່ອລາວຕາຍແລ້ວ ເຂົາເຈົ້າກໍໄປນະມັດສະການພະເຈົ້າປອມຄືກັບພວກການາອານ. ຍ້ອນພວກອິດສະຣາເອນບໍ່ເຊື່ອຟັງພະເຢໂຫວາ ເພິ່ນຈຶ່ງປ່ອຍໃຫ້ຢາບິນກະສັດຂອງການາອານກົດຂີ່ຂົ່ມເຫງເຂົາເຈົ້າ. ເມື່ອປະຊາຊົນອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍ ເພິ່ນກໍແຕ່ງຕັ້ງບາຣາກໃຫ້ເປັນຜູ້ນຳຄົນໃໝ່ເພື່ອຊ່ວຍເຂົາເຈົ້າໃຫ້ກັບມາຫາເພິ່ນ.
ຜູ້ພະຍາກອນຍິງຄົນໜຶ່ງທີ່ຊື່ເດໂບຣາໄດ້ສົ່ງຄົນໄປບອກບາຣາກໃຫ້ມາຫາລາວ. ພະເຢໂຫວາໃຫ້ລາວບອກບາຣາກວ່າ: ‘ໃຫ້ເຈົ້າພາທະຫານ 10.000 ຄົນໄປສູ້ກັບກອງທັບຂອງຢາບິນຢູ່ຫ້ວຍກີໂຊນ. ເຈົ້າຈະເອົາຊະນະຊີເຊຣາຫົວໜ້າກອງທັບຂອງຢາບິນໄດ້.’ ແຕ່ບາຣາກບອກເດໂບຣາວ່າ: ‘ຖ້າເຈົ້າໄປນຳຂ້ອຍ ຂ້ອຍກໍຊິໄປ.’ ເດໂບຣາຕອບວ່າ: ‘ຂ້ອຍຈະໄປນຳເຈົ້າ ແຕ່ເຈົ້າຈະບໍ່ແມ່ນຜູ້ທີ່ຂ້າຊີເຊຣາ. ພະເຢໂຫວາບອກວ່າຜູ້ຍິງຄົນໜຶ່ງຈະຂ້າລາວ.’
ເດໂບຣາກັບບາຣາກແລະກອງທັບຂອງລາວຂຶ້ນໄປເທິງພູຕາໂບເພື່ອກຽມສູ້ຮົບ. ເມື່ອຊີເຊຣາຮູ້ແນວນັ້ນ ລາວກໍລວບລວມລົດຮົບແລະກອງທະຫານທັງໝົດໄປຖ້າຢູ່ທາງລຸ່ມຫ້ວຍ. ເດໂບຣາເວົ້າກັບບາຣາກວ່າ: ‘ມື້ນີ້ພະເຢໂຫວາຈະຊ່ວຍເຈົ້າໃຫ້ຊະນະ.’ ບາຣາກກັບທະຫານຂອງລາວ 10.000 ຄົນຈຶ່ງລົງຈາກພູໄປຕໍ່ສູ້ກັບກອງທັບໃຫຍ່ຂອງຊີເຊຣາ.
ພະເຢໂຫວາເຮັດໃຫ້ນ້ຳຖ້ວມຫ້ວຍກີໂຊນ ແລ້ວລົດຮົບຂອງຊີເຊຣາກໍຄາຢູ່ຂີ້ຕົມ ລາວຈຶ່ງຖິ້ມລົດຮົບແລະແລ່ນໜີໄປ. ບາຣາກກັບທະຫານຂອງລາວຕໍ່ສູ້ຊະນະກອງທັບຂອງຊີເຊຣາ ແຕ່ຊີເຊຣາໜີໄປໄດ້! ລາວໜີໄປລີ້ຢູ່ເຕັ້ນຂອງຜູ້ຍິງຄົນໜຶ່ງທີ່ຊື່ຢາເອນ. ຢາເອນເອົານົມມາໃຫ້ລາວກິນແລະຫົ່ມຜ້າໃຫ້ລາວ. ຊີເຊຣາທີ່ເປັນຫົວໜ້າກອງທັບກໍນອນຫຼັບແຈບເພາະວ່າເມື່ອຍແຮງ. ຢາເອນຄ່ອຍໆຈອບເຂົ້າໄປຫາລາວ ແລ້ວເອົາຫຼັກໄມ້ທີ່ຍຶດເຕັ້ນຕອກໃສ່ຂະໝັບຂອງລາວຈົນຕາຍຄາທີ່.
ບາຣາກໄລ່ນຳຊີເຊຣາມາ ແລ້ວຢາເອນກໍອອກຈາກເຕັ້ນມາຫາລາວແລະເວົ້າວ່າ: ‘ເຂົ້າມາເບິ່ງທາງໃນແມ້. ຄົນທີ່ເຈົ້າຊອກຫາຢູ່ນີ້ເດ້.’ ເມື່ອບາຣາກເຂົ້າໄປໃນເຕັ້ນ ລາວກໍເຫັນຊີເຊຣານອນຕາຍຢູ່ພື້ນ. ບາຣາກແລະເດໂບຣາຮ້ອງເພງສັນລະເສີນພະເຢໂຫວາທີ່ຊ່ວຍພວກອິດສະຣາເອນໃຫ້ຊະນະສັດຕູ. ຕັ້ງແຕ່ນັ້ນມາ ພວກອິດສະຣາເອນກໍມີຄວາມສະຫງົບສຸກຢູ່ 40 ປີ.
“ພວກຜູ້ຍິງທີ່ປະກາດຂ່າວດີເປັນກອງທັບໃຫຍ່.”—ເພງສັນລະເສີນ 68:11