ບົດທີ 34
ກີເດໂອນຕໍ່ສູ້ຊະນະພວກມີດີອານ
ຕໍ່ມາ ພວກອິດສະຣາເອນກໍຖິ້ມພະເຢໂຫວາແລ້ວໄປນະມັດສະການພະເຈົ້າປອມອີກ. ພວກມີດີອານມາລັກຝູງສັດແລະທຳລາຍຜົນລະປູກຂອງເຂົາເຈົ້າເປັນເວລາ 7 ປີ. ພວກອິດສະຣາເອນຕ້ອງໄດ້ໜີໄປລີ້ຢູ່ຕາມຖ້ຳແລະຕາມພູຕ່າງໆ. ເຂົາເຈົ້າຈຶ່ງອ້ອນວອນໃຫ້ພະເຢໂຫວາຊ່ວຍ. ພະເຢໂຫວາກໍສົ່ງທູດສະຫວັນອົງໜຶ່ງໄປຫາຜູ້ຊາຍຄົນໜຶ່ງຊື່ກີເດໂອນ. ທູດສະຫວັນເວົ້າກັບລາວວ່າ: ‘ພະເຢໂຫວາເລືອກເຈົ້າໃຫ້ເປັນທະຫານທີ່ກ້າຫານ.’ ແຕ່ກີເດໂອນຖາມວ່າ: ‘ລູກຈະໄປຊ່ວຍພວກອິດສະຣາເອນໄດ້ແນວໃດ? ລູກບໍ່ມີຄວາມສາມາດຫຍັງເລີຍ.’
ກີເດໂອນຈະໝັ້ນໃຈໄດ້ແນວໃດວ່າພະເຢໂຫວາເລືອກລາວໃຫ້ໄປຊ່ວຍພວກອິດສະຣາເອນ? ລາວໄດ້ເອົາຂົນແກະໄປວາງໄວ້ຂີ້ດິນ ແລ້ວຂໍພະເຢໂຫວາວ່າ: ‘ມື້ອື່ນເຊົ້າ ຖ້າມີນ້ຳຄ້າງຢູ່ຂົນແກະ ແຕ່ດິນທີ່ຢູ່ອ້ອມໆມັນແຫ້ງ ລູກຈະໝັ້ນໃຈວ່າພະອົງເລືອກລູກໃຫ້ໄປຊ່ວຍພວກອິດສະຣາເອນ.’ ເຊົ້າມື້ຕໍ່ມາ ຂົນແກະນັ້ນປຽກແລະດິນກໍແຫ້ງຢູ່! ແຕ່ກີເດໂອນຂໍພະເຢໂຫວາອີກເທື່ອໜຶ່ງວ່າມື້ອື່ນເຊົ້າຂໍໃຫ້ຂົນແກະນີ້ແຫ້ງແລະໃຫ້ດິນທີ່ຢູ່ອ້ອມໆມັນປຽກ. ແລ້ວມັນກໍເປັນແບບນັ້ນແທ້ ກີເດໂອນຈຶ່ງໝັ້ນໃຈວ່າພະເຢໂຫວາເລືອກລາວ. ແລ້ວລາວກໍລວບລວມທະຫານໄປຕໍ່ສູ້ກັບພວກມີດີອານ.
ພະເຢໂຫວາບອກກີເດໂອນວ່າ: ‘ເຮົາຈະໃຫ້ພວກອິດສະຣາເອນໄດ້ໄຊຊະນະ. ແຕ່ຍ້ອນເຈົ້າມີທະຫານຫຼາຍໂພດ ດຽວເຈົ້າຊິຄິດວ່າເຈົ້າຕໍ່ສູ້ຊະນະດ້ວຍກຳລັງຂອງໂຕເອງ. ໃຫ້ໄປບອກທະຫານທຸກຄົນວ່າຖ້າຜູ້ໃດຢ້ານກໍໃຫ້ຜູ້ນັ້ນກັບເມືອໄດ້.’ ມີທະຫານ 22.000 ຄົນກັບເມືອເຮືອນ ຍັງເຫຼືອແຕ່ 10.000 ຄົນ. ພະເຢໂຫວາບອກກີເດໂອນອີກວ່າ: ‘ເຈົ້າຍັງມີທະຫານຫຼາຍໂພດ ໃຫ້ພາເຂົາເຈົ້າລົງໄປຫ້ວຍ ແລ້ວບອກໃຫ້ເຂົາເຈົ້າກິນນ້ຳຈາກຫ້ວຍນັ້ນ. ໃຫ້ເຈົ້າເລືອກເອົາສະເພາະແຕ່ຄົນທີ່ລະວັງສັດຕູຕອນກິນນ້ຳ.’ ມີແຕ່ 300 ຄົນເທົ່ານັ້ນທີ່ລະວັງໂຕ. ພະເຢໂຫວາສັນຍາວ່າຄົນບໍ່ເທົ່າໃດຮ້ອຍຄົນນີ້ຈະເອົາຊະນະທະຫານຂອງພວກມີດີອານ 135.000 ຄົນໄດ້.
ຄືນນັ້ນ ພະເຢໂຫວາບອກກີເດໂອນວ່າ: ‘ຮອດເວລາໄປໂຈມຕີພວກມີດີອານແລ້ວ!’ ລາວເລີຍເອົາແກເຂົາສັດແລະໝໍ້ໃຫຍ່ທີ່ມີກະບອງໄຟຢູ່ທາງໃນໃຫ້ທະຫານຂອງລາວທຸກຄົນ. ແລ້ວບອກເຂົາເຈົ້າວ່າ: ‘ເບິ່ງຂ້ອຍເດີ້ ຖ້າຂ້ອຍເຮັດຫຍັງກໍໃຫ້ເຮັດຄືກັບຂ້ອຍ.’ ກີເດໂອນເປົ່າແກເຂົາສັດ ທຸບໝໍ້ ແກວ່ງກະບອງໄຟໄປມາ ແລະຮ້ອງສຽງດັງວ່າ: ‘ການຕໍ່ສູ້ນີ້ເປັນຂອງພະເຢໂຫວາແລະຂອງກີເດໂອນ!’ ທະຫານ 300 ຄົນກໍເຮັດຄືກັບລາວ. ພວກມີດີອານຢ້ານຫຼາຍ ເຂົາເຈົ້າເລີ່ມຕໍ່ສູ້ກັນເອງແລະແຕກໜີໄປຄົນລະທາງ. ນີ້ເປັນອີກເທື່ອໜຶ່ງທີ່ພະເຢໂຫວາຊ່ວຍພວກອິດສະຣາເອນໃຫ້ເອົາຊະນະສັດຕູໄດ້.
“ເພື່ອໃຫ້ເຫັນວ່າກຳລັງທີ່ຫຼາຍກວ່າປົກກະຕິນັ້ນມາຈາກພະເຈົ້າ ບໍ່ແມ່ນມາຈາກພວກເຮົາເອງ.”—2 ໂກຣິນໂທ 4:7