ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 36 ໜ້າ 88-ໜ້າ 89 ຂໍ້ 1
  • ຄຳ​ສັນຍາ​ຂອງ​ເຢັບທາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ສັນຍາ​ຂອງ​ເຢັບທາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຄຳສັນຍາຂອງເຢບເທ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ລາວ​ເຮັດ​ໃຫ້​ພໍ່​ແລະ​ພະ​ເຢໂຫວາ​ມີ​ຄວາມ​ສຸກ
    ສອນລູກໃຫ້ເປັນຄົນດີ
  • ການ​ເປັນ​ຄົນ​ສັດ​ຊື່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ເຢັບທາ—ຜູ້ຊາຍທີ່ມີຄວາມເຊື່ອແທ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 36 ໜ້າ 88-ໜ້າ 89 ຂໍ້ 1
ເຢັບທາ​ຈີກ​ເສື້ອ​ຂອງ​ໂຕເອງ​ເມື່ອ​ເຫັນ​ລູກ​ສາວ​ອອກ​ມາ​ຕ້ອນຮັບ

ບົດ​ທີ 36

ຄຳ​ສັນຍາ​ຂອງ​ເຢັບທາ

ພວກ​ອິດສະຣາເອນ​ປະຖິ້ມ​ພະ​ເຢໂຫວາ​ແລະ​ໄປ​ນະມັດສະການ​ພະເຈົ້າ​ປອມ​ອີກ. ຕອນ​ທີ່​ພວກ​ອຳໂມນ​ມາ​ໂຈມຕີ​ເຂົາເຈົ້າ ພະເຈົ້າ​ປອມ​ເຫຼົ່າ​ນັ້ນ​ບໍ່​ໄດ້​ຊ່ວຍ​ຫຍັງ​ເຂົາເຈົ້າ​ເລີຍ. ພວກ​ອິດສະຣາເອນ​ຕ້ອງ​ທົນທຸກ​ລຳບາກ​ຢູ່​ຫຼາຍ​ປີ. ສຸດທ້າຍ​ເຂົາເຈົ້າ​ກໍ​ຂໍຮ້ອງ​ພະ​ເຢໂຫວາ​ວ່າ: ‘ພວກ​ເຮົາ​ເຮັດ​ຜິດ​ແລ້ວ ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ຈາກ​ສັດຕູ​ແດ່.’ ພວກ​ອິດສະຣາເອນ​ທຳລາຍ​ຮູບ​ພະ​ຕ່າງໆ​ແລະ​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ. ພະ​ເຢໂຫວາ​ບໍ່​ຢາກ​ເຫັນ​ເຂົາເຈົ້າ​ຕ້ອງ​ທົນທຸກ​ລຳບາກ​ອີກ.

ທະຫານ​ຄົນ​ໜຶ່ງ​ຊື່​ເຢັບທາ​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ນຳ​ປະຊາຊົນ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ. ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: ‘ຖ້າ​ພະອົງ​ຊ່ວຍ​ພວກ​ເຮົາ​ໃຫ້​ຊະນະ​ການ​ຕໍ່ສູ້​ເທື່ອ​ນີ້ ລູກ​ສັນຍາ​ວ່າ​ຕອນ​ທີ່​ລູກ​ກັບ​ເມືອ​ເຮືອນ ຜູ້​ໃດ​ທີ່​ອອກ​ຈາກ​ເຮືອນ​ມາ​ຕ້ອນຮັບ​ລູກ​ເປັນ​ຜູ້​ທຳອິດ ລູກ​ຈະ​ມອບ​ລາວ​ໃຫ້​ພະອົງ.’ ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຢັບທາ​ແລະ​ຊ່ວຍ​ລາວ​ໃຫ້​ຕໍ່ສູ້​ຊະນະ.

ເມື່ອ​ເຢັບທາ​ກັບ​ມາ​ເຮືອນ ຜູ້​ທຳອິດ​ທີ່​ອອກ​ມາ​ຕ້ອນຮັບ​ລາວ​ກໍ​ຄື​ລູກ​ສາວ​ຄົນ​ດຽວ​ຂອງ​ລາວ. ລູກ​ສາວ​ຂອງ​ເຢັບທາ​ເຕັ້ນ​ແລະ​ຕີ​ກອງ​ແທມບູຣິນ​ອອກ​ມາ. ແລ້ວ​ເຢັບທາ​ຊິ​ເຮັດ​ແນວ​ໃດ? ລາວ​ບໍ່​ລືມ​ວ່າ​ລາວ​ໄດ້​ສັນຍາ​ຫຍັງ​ໄວ້​ກັບ​ພະ​ເຢໂຫວາ ລາວ​ຈຶ່ງ​ເວົ້າ​ວ່າ: ‘ລູກ​ເອີ້ຍ! ລູກ​ເຮັດ​ໃຫ້​ຫົວໃຈ​ຂອງ​ພໍ່​ແຕກ​ສະຫຼາຍ​ແລ້ວ. ພໍ່​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ໄວ້. ເພື່ອ​ຮັກສາ​ສັນຍາ ພໍ່​ຕ້ອງ​ສົ່ງ​ລູກ​ໃຫ້​ໄປ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ໃນ​ເມືອງ​ຊີໂລ.’ ແຕ່​ລູກ​ສາວ​ເວົ້າ​ກັບ​ພໍ່​ວ່າ: ‘ພໍ່​ເອີ້ຍ ຖ້າ​ພໍ່​ສັນຍາ​ຫຍັງ​ໄວ້​ກັບ​ພະ​ເຢໂຫວາ ກໍ​ໃຫ້​ພໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ໂລດ. ແຕ່​ລູກ​ຂໍ​ຢ່າງ​ດຽວ ລູກ​ຂໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ໃຊ້​ເວລາ​ຢູ່​ກັບ​ໝູ່​ຜູ້​ຍິງ​ຂອງ​ລູກ 2 ເດືອນ ແລ້ວ​ລູກ​ຈະ​ໄປ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ.’ ລູກ​ສາວ​ຂອງ​ເຢັບທາ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ຢ່າງ​ສັດຊື່​ຕະຫຼອດ​ຊີວິດ​ຂອງ​ລາວ. ໝູ່​ຂອງ​ລາວ​ກໍ​ໄປ​ຢາມ​ລາວ​ຢູ່​ເມືອງ​ຊີໂລ​ທຸກ​ປີ.

ໝູ່​ຂອງ​ລູກ​ສາວ​ເຢັບທາ​ມາ​ຢາມ​ລາວ​ຢູ່​ເຕັ້ນ​ສັກສິດ

“ຄົນ​ທີ່​ຮັກ​ລູກ​ຫຼາຍ​ກວ່າ​ຂ້ອຍ​ກໍ​ບໍ່​ເໝາະສົມ​ທີ່​ຈະ​ເປັນ​ລູກສິດ​ຂອງ​ຂ້ອຍ.”—ມັດທາຍ 10:37

ຄຳ​ຖາມ: ເຢັບທາ​ສັນຍາ​ຫຍັງ​ກັບ​ພະ​ເຢໂຫວາ? ລູກ​ສາວ​ຂອງ​ເຢັບທາ​ຮູ້ສຶກ​ແນວ​ໃດ​ກັບ​ສັນຍາ​ນັ້ນ?

ພວກ​ຜູ້​ຕັດສິນ 10:6–11:11; 11:29-40; 1 ຊາມູເອນ 12:10, 11

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌