ບົດທີ 40
ດາວິດກັບໂກລີອາດ
ພະເຢໂຫວາບອກຊາມູເອນວ່າ: ‘ໄປເຮືອນຂອງເຢຊີ ເຮົາຈະໃຫ້ລູກຊາຍຄົນໜຶ່ງຂອງລາວເປັນກະສັດຂອງອິດສະຣາເອນອົງຕໍ່ໄປ.’ ຊາມູເອນຈຶ່ງໄປເຮືອນຂອງເຢຊີ. ເມື່ອລາວເຫັນລູກຊາຍກົກຂອງເຢຊີ ລາວກໍຄິດວ່າ: ‘ພະເຢໂຫວາຕ້ອງເລືອກຜູ້ນີ້ແຫຼະ.’ ແຕ່ພະເຢໂຫວາບອກຊາມູເອນວ່າເພິ່ນບໍ່ໄດ້ເລືອກຜູ້ນີ້. ເພິ່ນເວົ້າວ່າ: ‘ເຮົາບໍ່ໄດ້ເບິ່ງຄົນທີ່ຮູບຮ່າງໜ້າຕາພາຍນອກ ແຕ່ເຮົາເບິ່ງທີ່ຫົວໃຈ.’
ເຢຊີພາລູກຊາຍອີກ 6 ຄົນອອກມາໃຫ້ຊາມູເອນເບິ່ງ ແຕ່ຊາມູເອນບອກວ່າ: ‘ພະເຢໂຫວາບໍ່ໄດ້ເລືອກເຂົາເຈົ້າ. ເຈົ້າມີລູກຊາຍແຕ່ເທົ່ານີ້ບໍ?’ ເຢຊີຕອບວ່າ: ‘ຍັງເຫຼືອລູກຊາຍຫຼ້າຊື່ວ່າດາວິດ ລາວໄປລ້ຽງແກະ.’ ເມື່ອດາວິດມາຮອດ ພະເຢໂຫວາກໍບອກຊາມູເອນວ່າ: “ເຮົາເລືອກຜູ້ນີ້ແຫຼະ!” ຊາມູເອນຈຶ່ງເທນ້ຳມັນໃສ່ຫົວຂອງດາວິດແລະແຕ່ງຕັ້ງລາວໃຫ້ເປັນກະສັດຂອງອິດສະຣາເອນຕໍ່ຈາກຊາອູນ.
ຕໍ່ມາ ພວກອິດສະຣາເອນເຮັດສົງຄາມກັບພວກຟີລິດສະຕີນ. ມີນັກຮົບຂອງຟີລິດສະຕີນຄົນໜຶ່ງຊື່ໂກລີອາດ. ລາວໂຕໃຫຍ່ຫຼາຍປານຍັກແລະມັກອອກມາເວົ້າທ້າທາຍພວກອິດສະຣາເອນທຸກມື້. ໂກລີອາດຮ້ອງວ່າ: ‘ໃຫ້ເລືອກຄົນໜຶ່ງມາສູ້ກັບຂ້ອຍ. ຖ້າລາວຊະນະ ພວກຂ້ອຍຈະເປັນທາດຮັບໃຊ້ພວກເຈົ້າ. ແຕ່ຖ້າຂ້ອຍຊະນະ ພວກເຈົ້າຕ້ອງເປັນທາດຮັບໃຊ້ພວກຂ້ອຍ.’
ມີມື້ໜຶ່ງ ດາວິດເອົາອາຫານມາໃຫ້ພວກອ້າຍຢູ່ຄ້າຍທະຫານ. ລາວໄດ້ຍິນສິ່ງທີ່ໂກລີອາດເວົ້າ ລາວຈຶ່ງບອກກະສັດຊາອູນວ່າ: ‘ຂ້ອຍຈະອອກໄປສູ້ກັບລາວ!’ ກະສັດຊາອູນບອກວ່າ: ‘ແຕ່ເຈົ້າຍັງນ້ອຍຢູ່.’ ດາວິດບອກວ່າ: ‘ພະເຢໂຫວາຈະຊ່ວຍຂ້ອຍ.’
ຊາອູນພະຍາຍາມໃຫ້ດາວິດໃສ່ຊຸດຮົບຂອງລາວ ແຕ່ດາວິດບອກວ່າ: ‘ຂ້ອຍໃສ່ຊຸດນີ້ໄປສູ້ຮົບບໍ່ໄດ້ດອກ ຂ້ອຍບໍ່ລຶ້ງ.’ ດາວິດຈັບເຊືອກແກວ່ງກ້ອນຫີນຍ່າງໄປແຄມຫ້ວຍແລະເລືອກເອົາກ້ອນຫີນ 5 ກ້ອນໃສ່ໃນຖົງພາຍ. ດາວິດແລ່ນເຂົ້າໄປຫາໂກລີອາດ ເມື່ອໂກລີອາດເຫັນດາວິດ ລາວກໍຮ້ອງໃສ່ວ່າ: ‘ບັກນ້ອຍເອີ້ຍເຂົ້າມາໂລດ! ຂ້ອຍຈະເອົາຊີ້ນເຈົ້າໃຫ້ນົກກັບສັດປ່າກິນ.’ ດາວິດບໍ່ຢ້ານລາວແລະຮ້ອງກັບຄືນວ່າ: ‘ເຈົ້າມາສູ້ກັບຂ້ອຍດ້ວຍດາບແລະຫອກ ແຕ່ຂ້ອຍມາສູ້ກັບເຈົ້າໃນນາມຂອງພະເຢໂຫວາ. ເຈົ້າບໍ່ໄດ້ຕໍ່ສູ້ກັບພວກເຮົາ ແຕ່ຕໍ່ສູ້ກັບພະເຈົ້າ. ທຸກຄົນທີ່ຢູ່ນີ້ຈະໄດ້ເຫັນວ່າພະເຢໂຫວາມີພະລັງລິດເດດຫຼາຍກວ່າດາບຫຼືຫອກ. ເພິ່ນຈະຊ່ວຍພວກເຮົາໃຫ້ຊະນະພວກເຈົ້າ.’
ດາວິດຈົກເອົາຫີນກ້ອນໜຶ່ງຢູ່ໃນຖົງ ແລ້ວເອົາໃສ່ເຊືອກແລະແກວ່ງໃສ່ໜ້າຜາກໂກລີອາດຈົນສຸດແຮງ. ພະເຢໂຫວາເຮັດໃຫ້ກ້ອນຫີນນັ້ນພຸ່ງໄປຖືກໜ້າຜາກຂອງໂກລີອາດແລະຄາຢູ່ຫັ້ນ ແລ້ວລາວກໍລົ້ມຟຸບລົງພື້ນຕາຍ. ເມື່ອພວກຟີລິດສະຕີນເຫັນວ່າໂກລີອາດຕາຍແລ້ວ ເຂົາເຈົ້າກໍພາກັນແລ່ນໜີເອົາຊີວິດລອດ. ເຈົ້າໄວ້ໃຈພະເຢໂຫວາຄືກັບດາວິດບໍ?
“ມະນຸດເຮັດບໍ່ໄດ້ ແຕ່ພະເຈົ້າເຮັດໄດ້ທຸກຢ່າງ.”—ມາຣະໂກ 10:27