ບົດທີ 41
ດາວິດກັບຊາອູນ
ຫຼັງຈາກດາວິດຂ້າໂກລີອາດຕາຍ ຊາອູນກໍແຕ່ງຕັ້ງດາວິດໃຫ້ເປັນທະຫານໃນກອງທັບຂອງລາວ. ດາວິດສູ້ຮົບຊະນະຫຼາຍເທື່ອແລະມີຄົນມາຍ້ອງຍໍຊົມເຊີຍລາວຫຼາຍ. ທຸກເທື່ອທີ່ດາວິດກັບມາແຕ່ສູ້ຮົບ ພວກຜູ້ຍິງກໍຈະອອກມາເຕັ້ນລຳແລະຮ້ອງເພງວ່າ: “ຊາອູນຂ້າສັດຕູໄດ້ເປັນພັນໆ ແຕ່ດາວິດຂ້າສັດຕູໄດ້ເປັນໝື່ນໆ.” ຊາອູນກໍເລີຍເລີ່ມອິດສາດາວິດແລະຢາກຂ້າດາວິດ.
ດາວິດດີດພິນເກັ່ງຫຼາຍ. ມີມື້ໜຶ່ງຕອນທີ່ດາວິດດີດພິນໃຫ້ກະສັດຊາອູນຟັງ ຢູ່ບໍ່ຢູ່ຊາອູນກໍຊັດຫອກໃສ່ລາວ. ແຕ່ລາວຫຼົບທັນ ຫອກຈຶ່ງສຽບຢູ່ຝາ. ຫຼັງຈາກນັ້ນ ຊາອູນກໍຫາທາງຂ້າດາວິດອີກບັກຫຼາຍໆເທື່ອ ດາວິດຈຶ່ງໜີໄປລີ້ຢູ່ບ່ອນກັນດານ.
ຊາອູນພາທະຫານ 3.000 ຄົນໄປໄລ່ລ່າດາວິດ. ຊາອູນບັງເອີນເຂົ້າໄປໃນຖ້ຳທີ່ດາວິດກັບຄົນຂອງລາວລີ້ຢູ່. ຄົນຂອງດາວິດບອກດາວິດວ່າ: ‘ນີ້ເປັນເປັນໂອກາດທີ່ເຈົ້າຈະໄດ້ຂ້າຊາອູນແລ້ວ.’ ດາວິດຄ່ອຍໆລັກເຂົ້າໄປໃກ້ຊາອູນແລະຕັດຍອຍເສື້ອແຂນກິ້ນອັນໜຶ່ງຂອງລາວໂດຍທີ່ລາວບໍ່ຮູ້ໂຕ. ແຕ່ຫຼັງຈາກນັ້ນ ດາວິດກໍຮູ້ສຶກເສຍໃຈຫຼາຍທີ່ບໍ່ໄດ້ສະແດງຄວາມນັບຖືຕໍ່ກະສັດທີ່ພະເຢໂຫວາແຕ່ງຕັ້ງ ລາວຈຶ່ງຫ້າມຄົນຂອງລາວບໍ່ໃຫ້ທຳຮ້າຍຊາອູນ. ດາວິດຮ້ອງບອກຊາອູນວ່າລາວມີໂອກາດຂ້າຊາອູນ ແຕ່ລາວກໍບໍ່ຂ້າ. ຊາອູນຈະປ່ຽນໃຈເຊົາໄລ່ລ່າດາວິດບໍ?
ບໍ່ເລີຍ. ຊາອູນຍັງໄລ່ລ່າດາວິດຕໍ່ໄປ. ຄືນມື້ໜຶ່ງດາວິດກັບອາບີຊາຍຫຼານຊາຍຂອງລາວລັກເຂົ້າໄປໃນຄ້າຍຂອງຊາອູນ. ພວກທະຫານພາກັນຫຼັບໝົດ ແມ່ນແຕ່ອັບເນທີ່ເປັນທະຫານປ້ອງກັນໂຕກະສັດຊາອູນກໍຍັງຫຼັບ. ອາບີຊາຍບອກດາວິດວ່າ: ‘ໂອກາດຂອງເຮົາມາຮອດແລ້ວ. ໃຫ້ຂ້ອຍຂ້າລາວສະ!’ ແຕ່ດາວິດບອກວ່າ: ‘ພະເຢໂຫວາຈະເປັນຜູ້ຈັດການຊາອູນເອງ. ໃຫ້ເຮົາເອົາແຕ່ຫອກກັບຕຸກນ້ຳຂອງລາວແລ້ວກໍໄປ.’
ດາວິດຂຶ້ນໄປເທິງພູທີ່ຢູ່ໃກ້ຄ້າຍທະຫານຂອງຊາອູນ ແລ້ວຮ້ອງລົງມາວ່າ: ‘ອັບເນ ເປັນຫຍັງເຈົ້າບໍ່ປົກປ້ອງກະສັດດີໆ? ຫອກກັບຕຸກນ້ຳຂອງກະສັດຢູ່ໃສແລ້ວ?’ ຊາອູນຈື່ສຽງຂອງດາວິດໄດ້. ລາວຕອບດາວິດວ່າ: ‘ເຈົ້າມີໂອກາດຂ້າຂ້ອຍ ແຕ່ເຈົ້າກໍບໍ່ຂ້າ. ຂ້ອຍຮູ້ວ່າເຈົ້າຈະເປັນກະສັດອົງຕໍ່ໄປຂອງອິດສະຣາເອນ.’ ແລ້ວຊາອູນກໍກັບເມືອວັງຂອງລາວ. ແຕ່ບໍ່ແມ່ນທຸກຄົນໃນຄອບຄົວຊາອູນຊັງດາວິດ.
“ໃຫ້ພວກເຈົ້າພະຍາຍາມຫຼາຍທີ່ສຸດເພື່ອຈະສ້າງຄວາມສະຫງົບສຸກກັບທຸກຄົນ. ພີ່ນ້ອງທີ່ຮັກ ຢ່າແກ້ແຄ້ນດ້ວຍໂຕເອງ ແຕ່ປ່ອຍໃຫ້ພະເຈົ້າສະແດງຄວາມໃຈຮ້າຍຕໍ່ຜູ້ທີ່ເຮັດຜິດດີກວ່າ.”—ໂຣມ 12:18, 19