ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 43 ໜ້າ 104
  • ກະສັດ​ດາວິດ​ເຮັດ​ຜິດ​ຮ້າຍ​ແຮງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກະສັດ​ດາວິດ​ເຮັດ​ຜິດ​ຮ້າຍ​ແຮງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 43 ໜ້າ 104
ຜູ້​ພະຍາກອນ​ນາທານ​ສັ່ງ​ສອນ​ກະສັດ​ດາວິດ

ບົດ​ທີ 43

ກະສັດ​ດາວິດ​ເຮັດ​ຜິດ​ຮ້າຍ​ແຮງ

ເມື່ອ​ຊາອູນ​ຕາຍ ດາວິດ​ກໍ​ຂຶ້ນ​ເປັນ​ກະສັດ​ຕອນ​ອາຍຸ 30 ປີ. ຫຼັງ​ຈາກ​ເປັນ​ກະສັດ​ໄດ້​ຫຼາຍ​ປີ ລາວ​ກໍ​ເຮັດ​ຜິດ​ຮ້າຍ​ແຮງ. ມີ​ຄືນ​ໜຶ່ງ ດາວິດ​ແນມ​ລົງ​ມາ​ຈາກ​ດາດຟ້າ​ວັງ​ຂອງ​ລາວ ລາວ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ເປັນ​ຄົນ​ງາມ​ຫຼາຍ. ຜູ້​ຍິງ​ຄົນ​ນັ້ນ​ຊື່​ບັດເຊບາ​ແລະ​ເປັນ​ເມຍ​ຂອງ​ທະຫານ​ທີ່​ຊື່​ອູຣີຢາ. ດາວິດ​ໃຫ້​ຄົນ​ໄປ​ພາ​ບັດເຊບາ​ມາ​ວັງ​ຂອງ​ລາວ​ແລ້ວ​ເຂົາເຈົ້າ​ກໍ​ນອນ​ນຳ​ກັນ. ຕໍ່​ມາ ບັດເຊບາ​ກໍ​ຖືພາ. ດາວິດ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ທີ່​ລາວ​ເຮັດ​ໂດຍ​ສັ່ງ​ຫົວໜ້າ​ກອງທັບ​ຂອງ​ລາວ​ໃຫ້​ສົ່ງ​ອູຣີຢາ​ໄປ​ເປັນ​ກອງ​ໜ້າ​ໃນ​ສະໜາມ​ຮົບ ແລ້ວ​ກໍ​ໃຫ້​ທະຫານ​ຄົນ​ອື່ນໆ​ຄ່ອຍໆ​ຖອຍ​ອອກ​ມາ​ເພື່ອ​ໃຫ້​ລາວ​ຖືກ​ຂ້າ. ຫຼັງ​ຈາກ​ອູຣີຢາ​ຖືກ​ຂ້າ​ຕາຍ​ໃນ​ສະໜາມ​ຮົບ​ແລ້ວ ລາວ​ກໍ​ແຕ່ງດອງ​ກັບ​ບັດເຊບາ.

ກະສັດ​ດາວິດ​ອະທິດຖານ​ຂໍ​ພະເຈົ້າ​ໃຫ້​ອະໄພ

ແຕ່​ພະ​ເຢໂຫວາ​ເຫັນ​ເລື່ອງ​ບໍ່​ດີ​ທຸກ​ຢ່າງ​ທີ່​ເກີດຂຶ້ນ ແລ້ວ​ເພິ່ນ​ຊິ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້? ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ນາທານ​ໄປ​ຫາ​ດາວິດ. ນາທານ​ເວົ້າ​ກັບ​ດາວິດ​ວ່າ: ‘ຄົນ​ຮັ່ງ​ຄົນ​ໜຶ່ງ​ມີ​ແກະ​ບັກ​ຫຼາຍໆ​ໂຕ ສ່ວນ​ຄົນ​ທຸກ​ຄົນ​ໜຶ່ງ​ມີ​ແກະ​ນ້ອຍ​ພຽງ​ໂຕ​ດຽວ​ທີ່​ລາວ​ຮັກ​ຫຼາຍ. ແຕ່​ຄົນ​ຮັ່ງ​ນັ້ນ​ກໍ​ໄປ​ຍາດ​ເອົາ​ແກະ​ນ້ອຍ​ໂຕ​ດຽວ​ຂອງ​ຄົນ​ທຸກ​ມາ.’ ເມື່ອ​ໄດ້​ຍິນ​ແນວ​ນັ້ນ ດາວິດ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ເວົ້າ​ວ່າ: ‘ຄົນ​ຮັ່ງ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ!’ ແລ້ວ​ນາທານ​ກໍ​ບອກ​ດາວິດ​ວ່າ: ‘ຄົນ​ຮັ່ງ​ຜູ້​ນັ້ນ​ກໍ​ແມ່ນ​ທ່ານ​ຫັ້ນ​ແຫຼະ!’ ດາວິດ​ເສຍໃຈ​ຫຼາຍ ລາວ​ຍອມຮັບ​ກັບ​ນາທານ​ວ່າ: ‘ຂ້ອຍ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ແລ້ວ.’ ຄວາມ​ຜິດ​ນີ້​ເຮັດ​ໃຫ້​ລາວ​ກັບ​ຄອບຄົວ​ເຈິ​ບັນຫາ​ແລະ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ. ພະ​ເຢໂຫວາ​ລົງໂທດ​ດາວິດ​ແຕ່​ກໍ​ຍັງ​ໃຫ້​ລາວ​ມີ​ຊີວິດ​ຢູ່ ຍ້ອນ​ລາວ​ເປັນ​ຄົນ​ສັດຊື່​ແລະ​ຖ່ອມ​ໂຕ.

ດາວິດ​ຢາກ​ສ້າງ​ວິຫານ​ໃຫ້​ພະ​ເຢໂຫວາ ແຕ່​ພະ​ເຢໂຫວາ​ເລືອກ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ໃຫ້​ສ້າງ​ວິຫານ. ດາວິດ​ຈຶ່ງ​ເລີ່ມ​ກຽມ​ສິ່ງ​ຕ່າງໆ​ໄວ້​ໃຫ້​ໂຊໂລໂມນ​ແລະ​ເວົ້າ​ວ່າ: ‘ວິຫານ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຍິ່ງໃຫຍ່​ແລະ​ງົດງາມ. ແຕ່​ໂຊໂລໂມນ​ຍັງ​ນ້ອຍ​ຢູ່ ຂ້ອຍ​ຈະ​ຊ່ວຍ​ກຽມ​ທຸກ​ຢ່າງ​ໄວ້​ໃຫ້​ລາວ.’ ດາວິດ​ບໍລິຈາກ​ເງິນ​ຫຼາຍ​ແທ້​ຫຼາຍ​ວ່າ​ສຳລັບ​ວຽກ​ນີ້. ລາວ​ຊອກ​ຊ່າງ​ສີ​ມື​ທີ່​ເກັ່ງໆ​ໄວ້​ບັກ​ຫຼາຍໆ. ລາວ​ສະສົມ​ຄຳ​ແລະ​ເງິນ​ໄວ້​ໃຫ້​ໂຊໂລໂມນ ແລະ​ໄດ້​ສັ່ງ​ໄມ້​ຊີດ້າ​ຈາກ​ເມືອງ​ຕີເຣ​ແລະ​ຊີໂດນ​ໄວ້​ນຳ. ກ່ອນ​ດາວິດ​ຈະ​ຕາຍ ລາວ​ໄດ້​ເອົາ​ແບບ​ກໍ່ສ້າງ​ວິຫານ​ໃຫ້​ໂຊໂລໂມນ​ແລະ​ບອກ​ວ່າ: ‘ພະ​ເຢໂຫວາ​ໃຫ້​ພໍ່​ແຕ້ມ​ແບບ​ກໍ່ສ້າງ​ນີ້​ໄວ້​ໃຫ້​ລູກ. ບໍ່​ຕ້ອງ​ຢ້ານ​ເດີ້ ພະ​ເຢໂຫວາ​ຈະ​ຊ່ວຍ​ລູກ. ໃຫ້​ລູກ​ເຂັ້ມແຂງ​ແລະ​ເລີ່ມ​ເຮັດ​ໂລດ.’

ກະສັດ​ດາວິດ​ລົມ​ກັບ​ໂຊໂລໂມນ​ກ່ຽວກັບ​ແບບ​ກໍ່ສ້າງ​ວິຫານ

“ຄົນ​ທີ່​ປົກ​ປິດ​ຄວາມ​ຜິດ​ຂອງ​ໂຕເອງ​ໄວ້​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ ແຕ່​ຄົນ​ທີ່​ສາລະພາບ​ແລະ​ເຊົາ​ເຮັດ​ຜິດ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.”—ສຸພາສິດ 28:13

ຄຳ​ຖາມ: ດາວິດ​ເຮັດ​ຜິດ​ຮ້າຍ​ແຮງ​ຫຍັງ? ດາວິດ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ?

2 ຊາມູເອນ 5:3, 4, 10; 7:1-16; 8:1-14; 11:1–12:14; 1 ຂ່າວຄາວ 22:1-19; 28:11-21; ເພງ​ສັນລະເສີນ 51:1-19

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌