ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 48 ໜ້າ 116-ໜ້າ 117 ຂໍ້ 1
  • ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຟື້ນ​ຄືນ​ຈາກ​ຕາຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຟື້ນ​ຄືນ​ຈາກ​ຕາຍ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລູກ​ເຄີຍ​ຮູ້ສຶກ​ຢ້ານ​ໂດດ​ດ່ຽວ?
    ສອນລູກໃຫ້ເປັນຄົນດີ
  • ພະ​ເຢໂຫວາ​ຊ່ວຍ​ເອລີຢາ​ໃຫ້​ມີ​ກຳລັງ​ເຂັ້ມແຂງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 48 ໜ້າ 116-ໜ້າ 117 ຂໍ້ 1
ເອລີຢາ​ເອີ້ນ​ແມ່​ໝ້າຍ​ທີ່​ກຳລັງ​ເກັບ​ຟືນ

ບົດ​ທີ 48

ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຟື້ນ​ຄືນ​ຈາກ​ຕາຍ

ໄຫ​ແປ້ງ​ແລະ​ໄຫ​ນ້ຳມັນ

ໃນ​ຊ່ວງ​ທີ່​ມີ​ຄວາມ​ແຫ້ງ​ແລ້ງ ພະ​ເຢໂຫວາ​ບອກ​ເອລີຢາ​ວ່າ: ‘ໃຫ້​ເຈົ້າ​ໄປ​ເມືອງ​ຊາເຣຟັດ ແມ່​ໝ້າຍ​ຜູ້​ໜຶ່ງ​ທີ່​ຢູ່​ເມືອງ​ນັ້ນ​ຈະ​ລ້ຽງ​ເຈົ້າ.’ ເມື່ອ​ໄປ​ຮອດ​ປະຕູ​ເມືອງ ເອລີຢາ​ເຫັນ​ແມ່​ໝ້າຍ​ທີ່​ທຸກຍາກ​ຄົນ​ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່ ລາວ​ຂໍ​ກິນ​ນ້ຳ​ນຳ​ແມ່​ໝ້າຍ​ຄົນ​ນັ້ນ. ຕອນ​ທີ່​ແມ່​ໝ້າຍ​ໄປ​ເອົາ​ນ້ຳ​ໃຫ້​ເອລີຢາ ເອລີຢາ​ຮ້ອງ​ບອກ​ແມ່​ໝ້າຍ​ວ່າ: “ຂ້ອຍ​ຂໍ​ເຂົ້າຈີ່​ນຳ​ແດ່​ປ່ຽງ​ໜຶ່ງ.” ແຕ່​ແມ່​ໝ້າຍ​ຕອບ​ລາວ​ວ່າ: ‘ຂ້ອຍ​ບໍ່​ມີ​ເຂົ້າຈີ່​ຈັກ​ໜ້ອຍ​ເລີຍ ມີ​ແຕ່​ແປ້ງ​ກັບ​ນ້ຳມັນ​ໜ້ອຍ​ໜຶ່ງ ພໍ​ແຕ່​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍໆ​ໃຫ້​ຂ້ອຍ​ກັບ​ລູກ​ຊາຍ​ກິນ​ເທົ່າ​ນັ້ນ.’ ເອລີຢາ​ຈຶ່ງ​ບອກ​ລາວ​ວ່າ: ‘ພະ​ເຢໂຫວາ​ສັນຍາ​ວ່າ​ແປ້ງ​ແລະ​ນ້ຳມັນ​ຂອງ​ເຈົ້າ​ຈະ​ບໍ່​ໝົດ​ຈັກ​ເທື່ອ​ຈົນ​ຮອດ​ມື້​ທີ່​ຝົນ​ຕົກ ຖ້າ​ເຈົ້າ​ເອົາ​ເຂົ້າຈີ່​ໃຫ້​ຂ້ອຍ​ກິນ​ກ່ອນ.’

ແມ່​ໝ້າຍ​ກໍ​ກັບ​ເມືອ​ເຮືອນ​ແລະ​ເຮັດ​ເຂົ້າຈີ່​ໃຫ້​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ກິນ. ແລ້ວ​ກໍ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ແປ້ງ​ແລະ​ນ້ຳມັນ​ໃນ​ໄຫ​ຂອງ​ແມ່​ໝ້າຍ​ບໍ່​ໝົດ​ຈັກ​ເທື່ອ ລາວ​ກັບ​ລູກ​ຊາຍ​ມີ​ຂອງກິນ​ຕະຫຼອດ​ໃນ​ຊ່ວງ​ທີ່​ມີ​ຄວາມ​ແຫ້ງ​ແລ້ງ.

ຫຼັງ​ຈາກ​ນັ້ນ ກໍ​ມີ​ເລື່ອງ​ເສົ້າ​ເກີດຂຶ້ນ ລູກ​ຊາຍ​ຂອງ​ແມ່​ໝ້າຍ​ບໍ່​ສະບາຍ​ແຮງ​ແລະ​ຕໍ່​ມາ​ລາວ​ກໍ​ຕາຍ. ແມ່​ໝ້າຍ​ຂໍຮ້ອງ​ໃຫ້​ເອລີຢາ​ຊ່ວຍ. ເອລີຢາ​ຈຶ່ງ​ອູ້ມ​ເດັກນ້ອຍ​ນັ້ນ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ດາດຟ້າ ແລ້ວ​ກໍ​ວາງ​ລາວ​ຢູ່​ເທິງ​ຕຽງ ແລະ​ອະທິດຖານ​ວ່າ: ‘ພະ​ເຢໂຫວາ ຂໍ​ພະອົງ​ເຮັດ​ໃຫ້​ເດັກນ້ອຍ​ຄົນ​ນີ້​ກັບ​ມາ​ມີ​ຊີວິດ​ອີກ.’ ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ຕໍ່​ຈາກ​ນີ້​ເປັນ​ຕາ​ເຫຼືອ​ເຊື່ອ​ຫຼາຍ. ຮູ້​ບໍ​ວ່າ​ຍ້ອນຫຍັງ? ຄື​ກັບ​ທີ່​ເຮົາ​ຮູ້ ຍັງ​ບໍ່​ເຄີຍ​ມີ​ໃຜ​ຟື້ນ​ຄືນ​ຈາກ​ຕາຍ​ມາ​ກ່ອນ ແລະ​ແມ່​ໝ້າຍ​ກັບ​ລູກ​ຊາຍ​ຂອງ​ລາວ​ກໍ​ບໍ່​ແມ່ນ​ຄົນ​ອິດສະຣາເອນ​ອີກ.

ເດັກນ້ອຍ​ຄົນ​ນັ້ນ​ກໍ​ກັບ​ມາ​ມີ​ຊີວິດ​ແລະ​ເລີ່ມ​ຫາຍໃຈ​ອີກ​ເທື່ອ​ໜຶ່ງ! ເອລີຢາ​ເວົ້າ​ກັບ​ແມ່​ໝ້າຍ​ວ່າ: ‘ເບິ່ງ​ແມ້! ລູກ​ຂອງ​ເຈົ້າ​ຟື້ນ​ແລ້ວ.’ ແມ່​ໝ້າຍ​ດີ​ໃຈ​ຫຼາຍ ແລະ​ເວົ້າ​ກັບ​ເອລີຢາ​ວ່າ: ‘ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນ​ຂອງ​ພະເຈົ້າ​ແທ້ໆ ຍ້ອນ​ເຈົ້າ​ເວົ້າ​ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເວົ້າ.’

ເອລີຢາ​ສົ່ງ​ລູກ​ຊາຍ​ທີ່​ຟື້ນ​ຄືນ​ຈາກ​ຕາຍ​ໃຫ້​ແມ່​ໝ້າຍ

“ໃຫ້​ເບິ່ງ​ໂຕ​ກາ​ແມ້ ພວກ​ມັນ​ບໍ່​ໄດ້​ຫວ່ານ​ແນວ​ປູກ​ຫຼື​ເກັບ​ກ່ຽວ ບໍ່​ມີ​ສາງ​ຫຼື​ເລົ້າ​ເຂົ້າ ແຕ່​ພະເຈົ້າ​ກໍ​ຍັງ​ລ້ຽງ​ພວກ​ມັນ. ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ຫຼາຍ​ເທົ່າ​ບໍ່​ແມ່ນ​ບໍ?”—ລູກາ 12:24

ຄຳ​ຖາມ: ແມ່​ໝ້າຍ​ທີ່​ຢູ່​ເມືອງ​ຊາເຣຟັດ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ລາວ​ໄວ້ໃຈ​ໃນ​ພະ​ເຢໂຫວາ? ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເອລີຢາ​ເປັນ​ຜູ້​ພະຍາກອນ​ຂອງ​ພະເຈົ້າ​ແທ້ໆ?

1 ກະສັດ 17:8-24; ລູກາ 4:25, 26

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌