ບົດທີ 49
ລາຊີນີຊົ່ວຖືກລົງໂທດ
ກະສັດອາຮາບແນມຈາກປ່ອງຢ້ຽມວັງຂອງລາວໃນເມືອງເຢດຊະເຣເອນ ລາວເຫັນສວນໝາກລະແຊັງຂອງຜູ້ຊາຍຄົນໜຶ່ງຊື່ນາໂບດ. ອາຮາບຢາກໄດ້ສວນນີ້ແລະພະຍາຍາມຂໍຊື້ຈາກນາໂບດ ແຕ່ນາໂບດບໍ່ຍອມຂາຍໃຫ້ລາວ ຍ້ອນດິນນັ້ນເປັນມູນມໍລະດົກຈາກປູ່ຍ່າຕານາຍ ຖ້າຂາຍກໍຈະຜິດກົດໝາຍຂອງພະເຢໂຫວາ. ອາຮາບເຫັນດີບໍທີ່ນາໂບດເຮັດຕາມກົດໝາຍຂອງພະເຈົ້າ? ບໍ່ເລີຍ ອາຮາບໃຈຮ້າຍແຮງ. ລາວເສຍໃຈຫຼາຍຈົນບໍ່ຍອມກິນຫຍັງແລະຢູ່ແຕ່ໃນຫ້ອງ.
ເຢເຊເບນລາຊີນີຊົ່ວທີ່ເປັນເມຍຂອງອາຮາບບອກອາຮາບວ່າ: ‘ເຈົ້າເປັນຮອດກະສັດຂອງອິດສະຣາເອນ ຖ້າເຈົ້າຢາກໄດ້ຫຍັງເຈົ້າກໍຕ້ອງໄດ້. ຂ້ອຍຈະເປັນຄົນໄປເອົາສວນໝາກລະແຊັງນັ້ນມາໃຫ້ເຈົ້າເອງ.’ ເຢເຊເບນຂຽນຈົດໝາຍໄປຫາພວກຜູ້ນຳໃນເມືອງເຢດຊະເຣເອນ ແລະສັ່ງໃຫ້ເຂົາເຈົ້າໃສ່ຮ້າຍນາໂບດວ່າລາວສາບແຊ່ງພະເຈົ້າແລະໃຫ້ດຶກກ້ອນຫີນໃສ່ລາວຈົນຕາຍ. ພວກຜູ້ນຳກໍເຮັດຕາມທີ່ເຢເຊເບນສັ່ງ ແລ້ວເຢເຊເບນກໍໄປບອກອາຮາບວ່າ: ‘ນາໂບດຕາຍແລ້ວ ສວນໝາກລະແຊັງເປັນຂອງເຈົ້າແລ້ວເດີ້.’
ບໍ່ແມ່ນແຕ່ນາໂບດຄົນດຽວທີ່ຖືກເຢເຊເບນຂ້າ ເຢເຊເບນຂ້າຜູ້ທີ່ຮັກພະເຢໂຫວາອີກບັກຫຼາຍໆຄົນ. ລາວນະມັດສະການຮູບບູຊາແລະເຮັດເລື່ອງຊົ່ວໆອີກຫຼາຍຢ່າງ. ພະເຢໂຫວາເຫັນທຸກຢ່າງທີ່ເຢເຊເບນເຮັດ. ແລ້ວເພິ່ນຈະເຮັດແນວໃດກັບລາວ?
ຫຼັງຈາກອາຮາບຕາຍ ເຢໂຮຣາມລູກຊາຍຂອງລາວກໍເປັນກະສັດແທນ. ພະເຢໂຫວາສົ່ງຜູ້ຊາຍຄົນໜຶ່ງຊື່ເຢຮູໄປລົງໂທດເຢເຊເບນແລະຄອບຄົວຂອງລາວ.
ເຢຮູຂີ່ລົດມ້າໄປເມືອງເຢດຊະເຣເອນທີ່ເຢເຊເບນຢູ່. ເຢໂຮຣາມຂີ່ລົດມ້າອອກໄປຫາເຢຮູແລະຖາມລາວວ່າ: “ເຈົ້າມານີ້ມີຈຸດປະສົງດີບໍ່?” ເຢຮູຕອບວ່າ: ‘ຊິໃຫ້ຂ້ອຍມາດີໄດ້ແນວໃດ? ເຢເຊເບນແມ່ຂອງເຈົ້າເຮັດແຕ່ແນວຊົ່ວໆ.’ ເຢໂຮຣາມພະຍາຍາມລ້ຽວລົດມ້າໜີ ແຕ່ເຢຮູຍິງທະນູຖືກເຢໂຮຣາມຕາຍ.
ແລ້ວເຢຮູກໍໄປວັງຂອງເຢເຊເບນ. ເມື່ອເຢເຊເບນຮູ້ວ່າເຢຮູກຳລັງມາ ລາວກໍແຕ່ງໜ້າ ເຮັດຜົມ ແລະຖ້າຢູ່ປ່ອງຢ້ຽມຊັ້ນເທິງ. ເມື່ອເຢຮູມາຮອດ ລາວກໍເວົ້າເປັນຕາຊັງໃສ່ເຢຮູ. ເຢຮູຮ້ອງບອກຄົນຮັບໃຊ້ທີ່ຢືນຢູ່ທາງຂ້າງເຢເຊເບນວ່າ: “ຈັບມັນໂຍນລົງມາ!” ເຂົາເຈົ້າຈຶ່ງຈັບເຢເຊເບນໂຍນລົງປ່ອງຢ້ຽມ ແລ້ວເຢເຊເບນກໍຕົກລົງມາຕາຍ.
ຕໍ່ມາ ເຢຮູກໍຂ້າລູກຊາຍ 70 ຄົນຂອງອາຮາບຕາຍໝົດ ແລະໄດ້ກວາດລ້າງການນະມັດສະການພະບາອານຈົນກ້ຽງ. ເລື່ອງນີ້ສອນເຮົາວ່າພະເຢໂຫວາເຫັນທຸກຢ່າງແລະເພິ່ນຈະລົງໂທດຄົນທີ່ເຮັດຊົ່ວໃນເວລາທີ່ເພິ່ນເຫັນວ່າເໝາະສົມ.
“ຖ້າຜູ້ໃດໄດ້ມູນມໍລະດົກມາດ້ວຍວິທີທີ່ບໍ່ຖືກຕ້ອງ ໃນທີ່ສຸດລາວກໍຈະບໍ່ໄດ້ຮັບພອນ.”—ສຸພາສິດ 20:21