ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 50 ໜ້າ 120-ໜ້າ 121 ຂໍ້ 5
  • ພະ​ເຢໂຫວາ​ປົກປ້ອງ​ເຢໂຮຊາຟັດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ປົກປ້ອງ​ເຢໂຮຊາຟັດ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໂຢຊາຟາດວາງໃຈໃນພະເຢໂຫວາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເຈົ້າຈະເອົາໃຈໃສ່ໃນສິ່ງທີ່ຂຽນໄວ້ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ໃຈຄວາມສຳຄັນຂອງປຶ້ມ 2 ຂ່າວຄາວ
    ຄຳພີໄບເບິນສະບັບແປໂລກໃໝ່
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 50 ໜ້າ 120-ໜ້າ 121 ຂໍ້ 5
ກະສັດ​ເຢໂຮຊາຟັດ​ແລະ​ພວກ​ເລວີ​ທີ່​ເປັນ​ນັກຮ້ອງ​ຍ່າງ​ອອກ​ໜ້າ​ພວກ​ທະຫານ​ອອກ​ຈາກ​ເມືອງ​ເຢຣູຊາເລັມ

ບົດ​ທີ 50

ພະ​ເຢໂຫວາ​ປົກປ້ອງ​ເຢໂຮຊາຟັດ

ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ທຳລາຍ​ແທ່ນ​ບູຊາ​ຂອງ​ພະ​ບາອານ​ແລະ​ຮູບ​ບູຊາ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ຢູດາ. ລາວ​ຢາກ​ໃຫ້​ປະຊາຊົນ​ຮູ້​ກົດໝາຍ​ຂອງ​ພະ​ເຢໂຫວາ ລາວ​ຈຶ່ງ​ສົ່ງ​ພວກ​ເຈົ້າ​ນາຍ​ແລະ​ພວກ​ເລວີ​ໄປ​ສອນ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໃຫ້​ປະຊາຊົນ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາ.

ປະເທດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ບໍ່​ກ້າ​ມາ​ໂຈມຕີ​ຢູດາ ຍ້ອນ​ເຂົາເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ປະຊາຊົນ​ຂອງ​ເພິ່ນ. ເຂົາເຈົ້າ​ເຖິງຂັ້ນ​ເອົາ​ຂອງຂວັນ​ມາ​ໃຫ້​ເຢໂຮຊາຟັດ. ແຕ່​ຕໍ່​ມາ ພວກ​ໂມອາບ ພວກ​ອຳໂມນ ແລະ​ພວກ​ທີ່​ຢູ່​ເຂດ​ພູ​ເສອີ​ໄດ້​ມາ​ເຮັດ​ສົງຄາມ​ຕໍ່ສູ້​ຢູດາ. ເຢໂຮຊາຟັດ​ຮູ້​ວ່າ​ລາວ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ລາວ​ຈຶ່ງ​ສັ່ງ​ໃຫ້​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກນ້ອຍ​ທຸກ​ຄົນ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ. ແລ້ວ​ລາວ​ກໍ​ອະທິດຖານ​ຕໍ່​ໜ້າ​ເຂົາເຈົ້າ​ທຸກ​ຄົນ​ວ່າ: ‘ພະ​ເຢໂຫວາ​ຖ້າ​ພະອົງ​ບໍ່​ຊ່ວຍ ພວກ​ເຮົາ​ກໍ​ບໍ່​ມີ​ທາງ​ຊິ​ຊະນະ​ເຂົາເຈົ້າ​ໄດ້ ຂໍ​ພະອົງ​ບອກ​ພວກ​ເຮົາ​ແດ່​ວ່າ​ຕ້ອງ​ເຮັດ​ແນວ​ໃດ.’

ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຢໂຮຊາຟັດ​ວ່າ: ‘ບໍ່​ຕ້ອງ​ຢ້ານ ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ ໃຫ້​ຢືນ​ຢູ່​ຊື່ໆ ບໍ່​ຕ້ອງ​ເຮັດ​ຫຍັງ ແລະ​ຖ້າ​ເບິ່ງ​ວ່າ​ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ແນວ​ໃດ.’ ແລ້ວ​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ?

ເຊົ້າ​ມື້​ຕໍ່​ມາ ເຢໂຮຊາຟັດ​ໄດ້​ເລືອກ​ນັກຮ້ອງ​ກຸ່ມ​ໜຶ່ງ​ໃຫ້​ຍ່າງ​ອອກ​ໜ້າ​ພວກ​ທະຫານ. ເຂົາເຈົ້າ​ຍ່າງ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ສະໜາມ​ຮົບ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຕໂກອາ.

ຕອນ​ທີ່​ນັກຮ້ອງ​ກຳລັງ​ຮ້ອງ​ເພງ​ສຽງ​ດັງ​ສັນລະເສີນ​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ ພະ​ເຢໂຫວາ​ໄດ້​ຕໍ່ສູ້​ແທນ​ປະຊາຊົນ​ຂອງ​ເພິ່ນ ເພິ່ນ​ເຮັດ​ໃຫ້​ພວກ​ອຳໂມນ​ກັບ​ພວກ​ໂມອາບ​ສັບສົນ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ຂ້າ​ກັນເອງ​ຈົນ​ບໍ່​ມີ​ໃຜ​ລອດ​ຈັກ​ຄົນ. ແຕ່​ພະ​ເຢໂຫວາ​ໄດ້​ປົກປ້ອງ​ປະຊາຊົນ​ຄົນ​ຢູດາ ພວກ​ທະຫານ ແລະ​ພວກ​ປະໂລຫິດ. ເມື່ອ​ປະເທດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ໄດ້​ຍິນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ ເຂົາເຈົ້າ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຍັງ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ​ຢູ່. ພະ​ເຢໂຫວາ​ໃຊ້​ຫຼາຍ​ວິທີ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໂດຍ​ບໍ່​ຕ້ອງ​ເພິ່ງ​ມະນຸດ.

“ໃນ​ສົງຄາມ​ເທື່ອ​ນີ້​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ຕໍ່ສູ້. ໃຫ້​ເຂົ້າ​ປະຈຳ​ທີ່ ໃຫ້​ຢືນ​ຢູ່​ຊື່ໆ ບໍ່​ຕ້ອງ​ເຮັດ​ຫຍັງ ແລະ​ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.”—2 ຂ່າວຄາວ 20:17

ຄຳ​ຖາມ: ກະສັດ​ເຢໂຮຊາຟັດ​ເປັນ​ກະສັດ​ແບບ​ໃດ? ພະ​ເຢໂຫວາ​ປົກປ້ອງ​ຢູດາ​ແນວ​ໃດ?

2 ຂ່າວຄາວ 17:1-19; 20:1-30

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌