ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 51 ໜ້າ 124-ໜ້າ 125 ຂໍ້ 2
  • ນັກຮົບ​ທີ່​ກ້າຫານ​ກັບ​ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ນັກຮົບ​ທີ່​ກ້າຫານ​ກັບ​ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເດັກ​ນ້ອຍ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 51 ໜ້າ 124-ໜ້າ 125 ຂໍ້ 2
ນາອາມານ​ມາ​ໃຫ້​ເອລີຊາ​ປົວ​ລາວ

ບົດ​ທີ 51

ນັກຮົບ​ທີ່​ກ້າຫານ​ກັບ​ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ

ໃນ​ແຜ່ນດິນ​ຊີເຣຍ ມີ​ເດັກນ້ອຍ​ຜູ້​ຍິງ​ອິດສະຣາເອນ​ຄົນ​ໜຶ່ງ​ຖືກ​ທະຫານ​ຊີເຣຍ​ຈັບ​ມາ. ລາວ​ຕ້ອງ​ຢູ່​ໄກ​ຈາກ​ບ້ານ​ເກີດ​ແລະ​ຕ້ອງ​ແຍກ​ຈາກ​ຄອບຄົວ. ລາວ​ມາ​ເປັນ​ຄົນ​ຮັບໃຊ້​ຂອງ​ເມຍ​ນາອາມານ​ທີ່​ເປັນ​ຫົວໜ້າ​ກອງທັບ. ເດັກນ້ອຍ​ຜູ້​ຍິງ​ຄົນ​ນີ້​ນະມັດສະການ​ພະ​ເຢໂຫວາ ເຖິງ​ວ່າ​ຄົນ​ອ້ອມ​ຂ້າງ​ລາວ​ຈະ​ບໍ່​ໄດ້​ນະມັດສະການ​ເພິ່ນ.

ນາອາມານ​ເປັນ​ພະຍາດ​ຜິວ​ໜັງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ແລະ​ລາວ​ກໍ​ຮູ້ສຶກ​ເຈັບ​ປວດ​ຕະຫຼອດ​ເວລາ. ເດັກນ້ອຍ​ຜູ້​ຍິງ​ຄົນ​ນີ້​ຢາກ​ຊ່ວຍ​ນາອາມານ​ແທ້ໆ ລາວ​ຈຶ່ງ​ບອກ​ເມຍ​ຂອງ​ນາອາມານ​ວ່າ: ‘ຂ້ອຍ​ຮູ້​ຈັກ​ຄົນ​ໜຶ່ງ​ທີ່​ຈະ​ຊ່ວຍ​ຜົວ​ທ່ານ​ໄດ້. ລາວ​ຊື່​ເອລີຊາ ລາວ​ເປັນ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຢູ່​ອິດສະຣາເອນ. ລາວ​ສາມາດ​ປົວ​ຜົວ​ຂອງ​ທ່ານ​ໃຫ້​ເຊົາ​ໄດ້.’

ເມຍ​ຂອງ​ນາອາມານ​ເລົ່າ​ໃຫ້​ຜົວ​ຟັງ​ວ່າ​ເດັກນ້ອຍ​ຄົນ​ນີ້​ບອກ​ຫຍັງ​ລາວ. ນາອາມານ​ຢາກ​ລອງ​ເຮັດ​ທຸກ​ວິທີ​ເພື່ອ​ຈະ​ເຊົາ​ພະຍາດ ລາວ​ຈຶ່ງ​ໄປ​ຫາ​ເອລີຊາ​ຢູ່​ອິດສະຣາເອນ. ນາອາມານ​ຄິດ​ວ່າ​ເອລີຊາ​ຈະ​ອອກ​ຈາກ​ເຮືອນ​ມາ​ຕ້ອນຮັບ​ລາວ​ຍ້ອນ​ລາວ​ເປັນ​ຄົນ​ສຳຄັນ ແຕ່​ເອລີຊາ​ພັດ​ສົ່ງ​ຄົນ​ຮັບໃຊ້​ມາ​ບອກ​ລາວ​ວ່າ: ‘ໃຫ້​ໄປ​ຈຸ່ມ​ໂຕ​ຢູ່​ແມ່​ນ້ຳ​ຈໍແດນ 7 ເທື່ອ ແລ້ວ​ເຈົ້າ​ຈະ​ເຊົາ.’

ນາອາມານ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ ລາວ​ເວົ້າ​ວ່າ: ‘ຂ້ອຍ​ຄິດ​ວ່າ​ຜູ້​ພະຍາກອນ​ຄົນ​ນີ້​ຈະ​ປົວ​ຂ້ອຍ​ໂດຍ​ເອີ້ນ​ຊື່​ພະເຈົ້າ​ຂອງ​ລາວ​ແລະ​ແກວ່ງ​ມື​ໄປ​ມາ​ເທິງ​ບາດ​ຂ້ອຍ ແຕ່​ລາວ​ພັດ​ບອກ​ໃຫ້​ຂ້ອຍ​ໄປ​ຈຸ່ມ​ໂຕ​ຢູ່​ແມ່​ນ້ຳ​ຂອງ​ອິດສະຣາເອນ. ແມ່​ນ້ຳ​ຢູ່​ຊີເຣຍ​ດີ​ກວ່າ​ແມ່​ນ້ຳ​ຢູ່​ອິດສະຣາເອນ​ຕັ້ງ​ບັກ​ຫຼາຍໆ ຂ້ອຍ​ໄປ​ຈຸ່ມ​ຢູ່​ຫັ້ນ​ຊິ​ບໍ່​ດີ​ກວ່າ​ຫວະ!’ ນາອາມານ​ໃຈ​ຮ້າຍ​ຫຼາຍ​ແລະ​ໄປ​ຈາກ​ເຮືອນ​ຂອງ​ເອລີຊາ.

ນາອາມານ​ຈຸ່ມ​ໂຕ​ຢູ່​ແມ່​ນ້ຳ​ຈໍແດນ​ແລ້ວ​ເຊົາ​ພະຍາດ

ຄົນ​ຮັບໃຊ້​ຂອງ​ນາອາມານ​ເວົ້າ​ເຕືອນ​ສະຕິ​ລາວ​ວ່າ: ‘ທ່ານ​ຢາກ​ລອງ​ທຸກ​ວິທີ​ເພື່ອ​ທ່ານ​ຈະ​ເຊົາ​ບໍ່​ແມ່ນ​ບໍ? ຜູ້​ພະຍາກອນ​ຄົນ​ນີ້​ມີ​ແຕ່​ບອກ​ໃຫ້​ທ່ານ​ເຮັດ​ແນວ​ງ່າຍໆ​ໜຶ່ງ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ລອງ​ເຮັດ​ເບິ່ງ?’ ນາອາມານ​ຟັງ​ຄົນ​ຮັບໃຊ້​ຂອງ​ລາວ. ລາວ​ຈຶ່ງ​ໄປ​ແມ່​ນ້ຳ​ຈໍແດນ​ແລະ​ຈຸ່ມ​ໂຕ​ໃນ​ນ້ຳ 7 ເທື່ອ. ຫຼັງ​ຈາກ​ເທື່ອ​ທີ 7 ທີ່​ລາວ​ຂຶ້ນ​ມາ​ຈາກ​ນ້ຳ ລາວ​ກໍ​ເຊົາ​ພະຍາດ​ເປັນ​ປົກກະຕິ. ລາວ​ດີ​ໃຈ​ເອົາ​ແທ້​ເອົາ​ວ່າ​ແລະ​ກັບ​ໄປ​ຂອບໃຈ​ເອລີຊາ. ນາອາມານ​ເວົ້າ​ວ່າ: ‘ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.’ ເຈົ້າ​ຄິດ​ວ່າ​ເດັກນ້ອຍ​ຜູ້​ຍິງ​ຄົນ​ອິດສະຣາເອນ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ນາອາມານ​ເຊົາ​ພະຍາດ​ແລ້ວ?

“ພະອົງ​ເຮັດ​ໃຫ້​ມີ​ຄຳ​ສັນລະເສີນ​ອອກ​ຈາກ​ປາກ​ຂອງ​ເດັກນ້ອຍ​ແລະ​ແອນ້ອຍ.”—ມັດທາຍ 21:16

ຄຳ​ຖາມ: ເຈົ້າ​ຄິດ​ວ່າ​ເດັກນ້ອຍ​ຜູ້​ຍິງ​ຄົນ​ອິດສະຣາເອນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລົມ​ກັບ​ເມຍ​ຂອງ​ນາອາມານ? ເຈົ້າ​ຄິດ​ວ່າ​ອັນ​ໃດ​ຊ່ວຍ​ລາວ​ໃຫ້​ກ້າ​ເວົ້າ?

2 ກະສັດ 5:1-19; ລູກາ 4:27

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌