ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 64 ໜ້າ 152-ໜ້າ 153 ຂໍ້ 4
  • ດານີເອນ​ຢູ່​ໃນ​ຂຸມ​ໂຕ​ສິງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ດານີເອນ​ຢູ່​ໃນ​ຂຸມ​ໂຕ​ສິງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ດານຽນຢູ່ໃນຫລຸມສິງໂຕ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຮຽນ​ຈາກ​ຕົວຢ່າງ​ຂອງ​ດານີເອນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 64 ໜ້າ 152-ໜ້າ 153 ຂໍ້ 4
ພວກ​ຄົນ​ທີ່​ອິດສາ​ດານີເອນ​ເຂົ້າ​ມາ​ເຫັນ​ດານີເອນ​ກຳລັງ​ອະທິດຖານ​ຢູ່​ປ່ອງ​ຢ້ຽມ​ທີ່​ເປີດ​ຢູ່

ບົດ​ທີ 64

ດານີເອນ​ຢູ່​ໃນ​ຂຸມ​ໂຕ​ສິງ

ກະສັດ​ອີກ​ອົງ​ໜຶ່ງ​ຂອງ​ບາບີໂລນ​ແມ່ນ​ດາຣິອຸດ​ຄົນ​ເມເດຍ. ດາຣິອຸດ​ເຫັນ​ວ່າ​ດານີເອນ​ມີ​ຄວາມ​ສາມາດ​ພິເສດ​ກວ່າ​ຄົນ​ອື່ນໆ ລາວ​ຈຶ່ງ​ແຕ່ງຕັ້ງ​ດານີເອນ​ໃຫ້​ເປັນ​ຄົນ​ໜຶ່ງ​ທີ່​ມີ​ຕຳແໜ່ງ​ສຳຄັນ​ທີ່​ສຸດ​ຂອງ​ປະເທດ. ມີ​ຫຼາຍ​ຄົນ​ອິດສາ​ດານີເອນ​ແລະ​ຢາກ​ກຳຈັດ​ລາວ. ເຂົາເຈົ້າ​ຮູ້​ວ່າ​ດານີເອນ​ອະທິດຖານ​ຫາ​ພະ​ເຢໂຫວາ​ມື້​ລະ 3 ເທື່ອ​ທຸກ​ມື້ ເຂົາເຈົ້າ​ຈຶ່ງ​ບອກ​ກະສັດ​ດາຣິອຸດ​ວ່າ: ‘ກະສັດ​ເອີ້ຍ ທ່ານ​ໜ້າ​ຈະ​ອອກ​ກົດໝາຍ​ໃຫ້​ປະຊາຊົນ​ທຸກ​ຄົນ​ອະທິດຖານ​ຫາ​ທ່ານ​ຜູ້​ດຽວ​ເທົ່າ​ນັ້ນ. ຖ້າ​ຜູ້​ໃດ​ບໍ່​ເຮັດ​ຕາມ​ກົດໝາຍ​ນີ້ ກໍ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ.’ ດາຣິອຸດ​ມັກ​ຄວາມ​ຄິດ​ນີ້ ລາວ​ຈຶ່ງ​ເຊັນ​ໃສ່​ກົດໝາຍ​ນັ້ນ.

ເມື່ອ​ດານີເອນ​ຮູ້​ວ່າ​ກະສັດ​ໄດ້​ອອກ​ກົດໝາຍ​ໃໝ່ ລາວ​ກໍ​ເມືອ​ເຮືອນ. ລາວ​ຄູ້ເຂົ່າ​ລົງ​ອະທິດຖານ​ຫາ​ພະ​ເຢໂຫວາ​ຢູ່​ໃກ້​ປ່ອງ​ຢ້ຽມ​ທີ່​ເປີດ​ຢູ່. ພວກ​ຄົນ​ທີ່​ອິດສາ​ລາວ​ກໍ​ພາກັນ​ບຸກ​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ລາວ​ແລະ​ເຫັນ​ລາວ​ກຳລັງ​ອະທິດຖານ​ຢູ່ ເຂົາເຈົ້າ​ຈຶ່ງ​ຟ້າວ​ໄປ​ຫາ​ດາຣິອຸດ​ແລະ​ບອກ​ວ່າ: ‘ດານີເອນ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ທ່ານ​ໄດ້​ເຊັນ ລາວ​ຍັງ​ອະທິດຖານ​ຫາ​ພະເຈົ້າ​ຂອງ​ລາວ​ມື້​ລະ 3 ເທື່ອ​ຄື​ເກົ່າ.’ ແຕ່​ດາຣີອຸດ​ມັກ​ດານີເອນ​ແລະ​ບໍ່​ຢາກ​ໃຫ້​ລາວ​ຕາຍ ລາວ​ຈຶ່ງ​ພະຍາຍາມ​ຊອກ​ທຸກ​ວິທີ​ຈົນ​ຮອດ​ຄ່ຳ​ເພື່ອ​ຈະ​ຊ່ວຍ​ຊີວິດ​ດານີເອນ. ແຕ່​ກົດໝາຍ​ໃດ​ກໍ​ຕາມ​ທີ່​ກະສັດ​ເຊັນ​ແລ້ວ​ຈະ​ບໍ່​ມີ​ໃຜ​ປ່ຽນແປງ​ໄດ້ ແມ່ນ​ແຕ່​ກະສັດ​ເອງ​ກໍ​ປ່ຽນແປງ​ບໍ່​ໄດ້. ກະສັດ​ຈຶ່ງ​ຈຳ​ໃຈ​ສັ່ງ​ຄົນ​ໃຫ້​ໂຍນ​ດານີເອນ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ​ທີ່​ໂຫດ​ຮ້າຍ.

ຄືນ​ນັ້ນ ດາຣິອຸດ​ເປັນ​ຫ່ວງ​ດານີເອນ​ຫຼາຍ​ຈົນ​ນອນ​ບໍ່​ຫຼັບ​ໝົດ​ຄືນ. ເມື່ອ​ຮອດ​ຕອນ​ເຊົ້າ ລາວ​ກໍ​ຟ້າວ​ໄປ​ຂຸມ​ໂຕ​ສິງ​ແລະ​ຮ້ອງ​ຖາມ​ດານີເອນ​ວ່າ: ‘ພະເຈົ້າ​ຂອງ​ເຈົ້າ​ຊ່ວຍ​ເຈົ້າ​ໄດ້​ບໍ່?’

ແລ້ວ​ດາຣິອຸດ​ກໍ​ໄດ້​ຍິນ​ສຽງ​ຂອງ​ດານີເອນ! ດານີເອນ​ຮ້ອງ​ຕອບ​ກະສັດ​ວ່າ: ‘ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ມາ​ອັດ​ປາກ​ໂຕ​ສິງ​ໄວ້ ພວກ​ມັນ​ເລີຍ​ບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ຂ້ອຍ.’ ດາຣິອຸດ​ດີ​ໃຈ​ຫຼາຍ! ລາວ​ສັ່ງ​ໃຫ້​ຄົນ​ເອົາ​ດານີເອນ​ຂຶ້ນ​ມາ​ຈາກ​ຂຸມ. ດານີເອນ​ບໍ່​ມີ​ຮອຍ​ຂູດ​ຫຍັງ​ເລີຍ. ແລ້ວ​ກະສັດ​ກໍ​ສັ່ງ​ວ່າ: ‘ໃຫ້​ເອົາ​ພວກ​ທີ່​ກ່າວຫາ​ດານີເອນ​ຖິ້ມ​ລົງ​ໃນ​ຂຸມ​ໂຕ​ສິງ.’ ເມື່ອ​ເຂົາເຈົ້າ​ຖືກ​ໂຍນ​ລົງ​ໄປ ໂຕ​ສິງ​ກໍ​ຫຸ້ມ​ກັດ​ກິນ​ເຂົາເຈົ້າ.

ດາຣິອຸດ​ອອກ​ຄຳ​ສັ່ງ​ໄປ​ຫາ​ປະຊາຊົນ​ທຸກ​ຄົນ​ວ່າ: ‘ທຸກ​ຄົນ​ຕ້ອງ​ຢ້ານຢຳ​ພະເຈົ້າ​ຂອງ​ດານີເອນ ເພາະ​ເພິ່ນ​ຊ່ວຍ​ດານີເອນ​ໃຫ້​ລອດ​ຈາກ​ໂຕ​ສິງ.’

ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ທຸກ​ມື້​ຄື​ກັບ​ດານີເອນ​ບໍ?

ດານີເອນ​ຢູ່​ໃນ​ຂຸມ​ໂຕ​ສິງ

“ພະ​ເຢໂຫວາ​ຮູ້​ວິທີ​ຊ່ວຍ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ໃຫ້​ຜ່ານ​ການ​ທົດສອບ.”—2 ເປໂຕ 2:9

ຄຳ​ຖາມ: ດານີເອນ​ໄດ້​ເຮັດ​ຫຍັງ​ມື້​ລະ 3 ເທື່ອ? ພະ​ເຢໂຫວາ​ຊ່ວຍ​ຊີວິດ​ດານີເອນ​ແນວ​ໃດ?

ດານີເອນ 6:1-28

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌