ບົດທີ 66
ເອັດຊະຣາສອນກົດໝາຍຂອງພະເຈົ້າ
ຕອນນີ້ ຄົນອິດສະຣາເອນສ່ວນຫຼາຍກັບໄປເມືອງເຢຣູຊາເລັມໄດ້ປະມານ 70 ປີແລ້ວ ແຕ່ກໍຍັງມີຄົນອິດສະຣາເອນບາງຄົນອາໄສຢູ່ບ່ອນຕ່າງໆຂອງອານາຈັກເປີເຊຍ. ໜຶ່ງໃນນັ້ນແມ່ນປະໂລຫິດເອັດຊະຣາທີ່ເປັນຜູ້ສອນກົດໝາຍຂອງພະເຈົ້າ. ເອັດຊະຣາໄດ້ຍິນວ່າຄົນທີ່ກັບໄປເມືອງເຢຣູຊາເລັມບໍ່ໄດ້ເຮັດຕາມກົດໝາຍຂອງພະເຈົ້າ ລາວຈຶ່ງຢາກໄປຊ່ວຍເຂົາເຈົ້າ. ອາຕາເຊເຊັດກະສັດຂອງເປີເຊຍບອກລາວວ່າ: ‘ພະເຈົ້າເຮັດໃຫ້ເຈົ້າມີສະຕິປັນຍາເພື່ອຈະສອນກົດໝາຍຂອງເພິ່ນ. ໃຫ້ເຈົ້າໄປໂລດເດີ້ ແລະຖ້າຜູ້ໃດຢາກກັບໄປນຳເຈົ້າກໍພາລາວໄປນຳ.’ ເອັດຊະຣາເອີ້ນທຸກຄົນທີ່ຢາກກັບໄປເມືອງເຢຣູຊາເລັມໃຫ້ມາລວມກັນ ແລ້ວເຂົາເຈົ້າກໍອະທິດຖານຂໍໃຫ້ພະເຢໂຫວາປົກປ້ອງເຂົາເຈົ້າໃຫ້ປອດໄພຕະຫຼອດການເດີນທາງທີ່ຍາວໄກ. ຈາກນັ້ນ ເຂົາເຈົ້າກໍອອກເດີນທາງ.
ຜ່ານໄປ 4 ເດືອນ ເຂົາເຈົ້າກໍມາຮອດເມືອງເຢຣູຊາເລັມ. ພວກຫົວໜ້າມາບອກເອັດຊະຣາວ່າ: ‘ພວກອິດສະຣາເອນບໍ່ເຊື່ອຟັງກົດໝາຍຂອງພະເຢໂຫວາແລະແຕ່ງດອງກັບຜູ້ຍິງທີ່ນະມັດສະການພະເຈົ້າປອມ.’ ເອັດຊະຣາເຮັດແນວໃດ? ເອັດຊະຣາຄູ້ເຂົ່າລົງຕໍ່ໜ້າປະຊາຊົນແລະອະທິດຖານວ່າ: ‘ພະເຢໂຫວາເອີ້ຍ ພະອົງໄດ້ເຮັດຫຼາຍຢ່າງເພື່ອພວກເຮົາ ແຕ່ພວກເຮົາກໍຍັງເຮັດຜິດຕໍ່ພະອົງ.’ ພວກອິດສະຣາເອນສຳນຶກຜິດ ແຕ່ກໍຍັງເຮັດສິ່ງທີ່ບໍ່ຖືກຕ້ອງຢູ່. ເອັດຊະຣາຈຶ່ງເລືອກພວກຜູ້ນຳກັບພວກຜູ້ຕັດສິນເພື່ອຈັດການກັບເລື່ອງນີ້. ພາຍໃນ 3 ເດືອນ ເຂົາເຈົ້າກໍສົ່ງລູກສົ່ງເມຍທີ່ເປັນຄົນຕ່າງຊາດທີ່ບໍ່ໄດ້ນະມັດສະການພະເຢໂຫວາກັບຄືນເມືອປະເທດ.
ຜ່ານໄປ 12 ປີ ຕອນນີ້ກຳແພງອ້ອມເມືອງເຢຣູຊາເລັມກໍແປງແລ້ວໆ ເອັດຊະຣາຈຶ່ງເອີ້ນທຸກຄົນໃຫ້ມາລວມກັນຢູ່ເດີ່ນຂອງເມືອງເພື່ອຊິອ່ານກົດໝາຍຂອງພະເຈົ້າໃຫ້ເຂົາເຈົ້າຟັງ. ເມື່ອເອັດຊະຣາມາຍມ້ວນໜັງສືກົດໝາຍອອກ ປະຊາຊົນກໍຢືນຂຶ້ນ. ລາວສັນລະເສີນພະເຢໂຫວາ ແລ້ວປະຊາຊົນກໍຍົກມືຂຶ້ນເຫັນດີນຳ. ຫຼັງຈາກນັ້ນ ເອັດຊະຣາກໍອ່ານແລະອະທິບາຍກົດໝາຍໃຫ້ປະຊາຊົນຟັງ ເຂົາເຈົ້າທຸກຄົນຕັ້ງໃຈຟັງເອັດຊະຣາ. ເຂົາເຈົ້າຍອມຮັບວ່າເຂົາເຈົ້າບໍ່ໄດ້ເຊື່ອຟັງພະເຢໂຫວາ ແລ້ວກໍພາກັນຮ້ອງໄຫ້. ມື້ຕໍ່ມາ ເອັດຊະຣາກໍອ່ານກົດໝາຍໃຫ້ເຂົາເຈົ້າຟັງອີກຫຼາຍຂໍ້ ແລ້ວເຂົາເຈົ້າກໍໄດ້ຮູ້ວ່າໃນໄວໆນີ້ເຂົາເຈົ້າຄວນສະຫຼອງເທດສະການປຸກຕູບ. ເຂົາເຈົ້າຈຶ່ງເລີ່ມກຽມການສະຫຼອງເທດສະການນີ້ທັນທີ.
ພວກອິດສະຣາເອນສະຫຼອງເທດສະການນີ້ 7 ມື້ ເຂົາເຈົ້າມີຄວາມສຸກຫຼາຍແລະຂອບໃຈພະເຢໂຫວາທີ່ໃຫ້ໄຮ່ນາຂອງເຂົາເຈົ້າມີຜົນລະປູກທີ່ອຸດົມສົມບູນ. ເຂົາເຈົ້າບໍ່ໄດ້ສະຫຼອງເທດສະການປຸກຕູບນີ້ຕັ້ງແຕ່ສະໄໝຂອງໂຢຊວຍແລ້ວ. ຫຼັງຈາກແລ້ວເທດສະການ ປະຊາຊົນກໍມາລວມກັນແລະອະທິດຖານວ່າ: ‘ພະເຢໂຫວາ ພະອົງໄດ້ຊ່ວຍພວກເຮົາຈາກການເປັນທາດ ພະອົງລ້ຽງພວກເຮົາຕອນທີ່ຢູ່ບ່ອນກັນດານ ແລະໃຫ້ແຜ່ນດິນທີ່ອຸດົມສົມບູນນີ້ກັບພວກເຮົາ. ແຕ່ພວກເຮົາກໍບໍ່ເຊື່ອຟັງພະອົງເທື່ອແລ້ວເທື່ອອີກ. ພະອົງໄດ້ສົ່ງພວກຜູ້ພະຍາກອນມາເຕືອນພວກເຮົາ ແຕ່ພວກເຮົາກໍບໍ່ຟັງ. ເຖິງຈະເປັນແນວນັ້ນ ພະອົງກໍຍັງອົດທົນກັບພວກເຮົາ. ພະອົງຮັກສາສັນຍາທີ່ເຮັດກັບອັບຣາຮາມ. ຕອນນີ້ພວກເຮົາສັນຍາວ່າຈະເຊື່ອຟັງພະອົງ.’ ເຂົາເຈົ້າໄດ້ຂຽນຄຳສັນຍາຂອງເຂົາເຈົ້າໄວ້ ແລ້ວພວກເຈົ້ານາຍ ພວກເລວີ ແລະພວກປະໂລຫິດກໍຈ້ຳກາໃສ່.
“ຄົນທີ່ມີຄວາມສຸກແມ່ນຄົນທີ່ໄດ້ຍິນຄຳສອນຂອງພະເຈົ້າແລະເຮັດຕາມສິ່ງນັ້ນ!”—ລູກາ 11:28