ບົດທີ 67
ກຳແພງເມືອງເຢຣູຊາເລັມ
ໃນສະໄໝດຽວກັນກັບເອັດຊະຣາ ມີຄົນອິດສະຣາເອນຄົນໜຶ່ງຊື່ເນເຮມີຢາ ລາວເປັນຄົນຮັບໃຊ້ຂອງກະສັດອາຕາເຊເຊັດ. ລາວຢູ່ເມືອງຊູຊາໃນອານາຈັກເປີເຊຍ. ມີມື້ໜຶ່ງ ອ້າຍນ້ອງຜູ້ໜຶ່ງຂອງເນເຮມີຢາທີ່ມາຈາກຢູດາໄດ້ມາບອກຂ່າວຮ້າຍກັບລາວວ່າ: ‘ພວກຢິວທີ່ກັບໄປເຢຣູຊາເລັມບໍ່ປອດໄພເລີຍ ຍ້ອນກຳແພງເມືອງແລະປະຕູເມືອງທີ່ຖືກພວກບາບີໂລນທຳລາຍຍັງບໍ່ໄດ້ແປງຄືນໃໝ່ເທື່ອ.’ ເນເຮມີຢາເສົ້າໃຈຫຼາຍ ລາວຢາກກັບໄປຊ່ວຍຢູ່ເມືອງເຢຣູຊາເລັມ ລາວຈຶ່ງອະທິດຖານຂໍໃຫ້ກະສັດອະນຸຍາດໃຫ້ລາວໄປ.
ຕໍ່ມາ ກະສັດສັງເກດເຫັນວ່າເນເຮມີຢາໜ້າຕາເສົ້າຫຼາຍຈຶ່ງຖາມລາວວ່າ: ‘ຂ້ອຍບໍ່ເຄີຍເຫັນເຈົ້າເປັນແບບນີ້ຈັກເທື່ອ ເຈົ້າເປັນຫຍັງບໍ?’ ເນເຮມີຢາຕອບວ່າ: ‘ຂ້ອຍໂສກເສົ້າກໍຍ້ອນວ່າເມືອງເຢຣູຊາເລັມບ້ານເກີດຂອງຂ້ອຍເຫຼືອແຕ່ຊາກຫັກພັງ.’ ກະສັດຈຶ່ງຖາມວ່າ: ‘ເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງບໍ?’ ເນເຮມີຢາກໍຟ້າວອະທິດຖານໃນໃຈ ແລ້ວຕອບວ່າ: ‘ຂ້ອຍຂໍກັບໄປເມືອງເຢຣູຊາເລັມເພື່ອແປງກຳແພງເມືອງຄືນໃໝ່ໄດ້ບໍ?’ ກະສັດອາຕາເຊເຊັດກໍອະນຸຍາດໃຫ້ເນເຮມີຢາໄປແລະໄດ້ເບິ່ງແຍງລາວໃຫ້ເດີນທາງໄປເມືອງເຢຣູຊາເລັມຢ່າງປອດໄພ. ກະສັດຍັງໄດ້ແຕ່ງຕັ້ງເນເຮມີຢາໃຫ້ເປັນເຈົ້າແຂວງຢູດາແລະເອົາໄມ້ໃຫ້ລາວໄປສ້າງປະຕູເມືອງນຳ.
ເມື່ອເນເຮມີຢາມາຮອດເມືອງເຢຣູຊາເລັມ ລາວກໍໄປກວດເບິ່ງກຳແພງເມືອງ. ຈາກນັ້ນ ລາວກໍເອີ້ນພວກປະໂລຫິດກັບພວກຂ້າລາຊະການມາລວມກັນແລະບອກເຂົາເຈົ້າວ່າ: ‘ກຳແພງເມືອງເປ່ເພເສຍຫາຍຫຼາຍ ໃຫ້ພວກເຮົາມາຊ່ວຍກັນແປງກຳແພງ.’ ປະຊາຊົນເຫັນດີນຳ ແລ້ວເຂົາເຈົ້າກໍເລີ່ມແປງກຳແພງ.
ພວກສັດຕູບາງຄົນຂອງອິດສະຣາເອນມາເຍາະເຍີ້ຍເຂົາເຈົ້າວ່າ: ‘ກຳແພງທີ່ເຂົາເຈົ້າແປງຫັ້ນ ໝາໄນໂຕດຽວໂດດຂຶ້ນໄປກະເພແລ້ວ.’ ແຕ່ເຂົາເຈົ້າກໍບໍ່ສົນໃຈຄຳເວົ້າດູຖູກຂອງພວກສັດຕູແລະເຮັດວຽກຕໍ່ໄປ. ແລ້ວກຳແພງທີ່ເຂົາເຈົ້າແປງກໍສູງຂຶ້ນໆແລະແຂງແຮງຂຶ້ນ.
ພວກສັດຕູວາງແຜນບຸກໂຈມຕີເມືອງເຢຣູຊາເລັມຈາກທຸກຈອກທຸກແຈ ເມື່ອພວກຢິວໄດ້ຍິນເລື່ອງນີ້ກໍພາກັນຢ້ານຫຼາຍ ແຕ່ເນເຮມີຢາບອກວ່າ: ‘ບໍ່ຕ້ອງຢ້ານ ພະເຢໂຫວາຢູ່ກັບພວກເຮົາ.’ ແລ້ວລາວກໍຈັດຄົນເຝົ້າຍາມເພື່ອປົກປ້ອງຄົນທີ່ເຮັດວຽກແປງກຳແພງ ພວກສັດຕູຈຶ່ງໂຈມຕີບໍ່ໄດ້.
ພາຍໃນເວລາ 52 ມື້ເທົ່ານັ້ນ ກຳແພງເມືອງເຢຣູຊາເລັມແລະປະຕູເມືອງທັງໝົດກໍແປງແລ້ວ. ເນເຮມີຢາເອີ້ນພວກເລວີທັງໝົດໃຫ້ມາເມືອງເຢຣູຊາເລັມເພື່ອອຸທິດກຳແພງໃຫ້ພະເຢໂຫວາ. ລາວແບ່ງພວກເລວີອອກເປັນ 2 ກຸ່ມໃຫ້ຮ້ອງເພງຂອບໃຈພະເຢໂຫວາ. ເຂົາເຈົ້າພາກັນຍ່າງຂຶ້ນໄປເທິງກຳແພງໃກ້ກັບຂັ້ນໄດທາງປະຕູນ້ຳພຸ ແລ້ວກໍແຍກກັນຍ່າງໄປຄົນລະທາງຈົນອ້ອມກຳແພງເມືອງ. ເຂົາເຈົ້າເປົ່າແກ ຕີແສ່ງ ດີດພິນ ແລະຮ້ອງເພງຂອບໃຈພະເຢໂຫວາໄປນຳ. ເອັດຊະຣາຍ່າງໄປກັບນັກຮ້ອງກຸ່ມໜຶ່ງ ສ່ວນເນເຮມີຢາກໍຍ່າງໄປກັບນັກຮ້ອງອີກກຸ່ມໜຶ່ງ ທັງສອງກຸ່ມນີ້ຍ່າງມາເຈິກັນຢູ່ວິຫານຂອງພະເຈົ້າ. ປະຊາຊົນທຸກຄົນທັງຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍກໍເອົາເຄື່ອງບູຊາມາໃຫ້ພະເຢໂຫວາແລະສະຫຼອງກັນຢ່າງມີຄວາມສຸກ. ເຂົາເຈົ້າມີຄວາມມ່ວນຊື່ນຫຼາຍ ຂະໜາດຄົນທີ່ຢູ່ບັກໄກໆກໍຍັງໄດ້ຍິນສຽງເຂົາເຈົ້າ.
“ອາວຸດໃດກໍຕາມທີ່ສ້າງຂຶ້ນມາເພື່ອທຳຮ້າຍເຈົ້າຈະເຮັດຫຍັງເຈົ້າບໍ່ໄດ້.”—ເອຊາຢາ 54:17