ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 93 ໜ້າ 216-ໜ້າ 217 ຂໍ້ 5
  • ພະ​ເຢຊູ​ກັບ​ຄືນ​ໄປ​ສະຫວັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ກັບ​ຄືນ​ໄປ​ສະຫວັນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ການ​ປາກົດ​ຕົວ​ເທື່ອ​ສຸດ​ທ້າຍ ແລະ​ວັນ​ເພນເຕກອດ​ປີ​ສາກົນ​ສັກກະຫຼາດ 33
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເທິງພູເຂົາກົກໝາກກອກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະ​ເຍຊູ​ມີ​ຊີວິດ​ອີກ​ແລ້ວ!
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 93 ໜ້າ 216-ໜ້າ 217 ຂໍ້ 5
ພະ​ເຢຊູ​ຂຶ້ນ​ໄປ​ເທິງ​ຟ້າ​ຕອນ​ທີ່​ພວກ​ອັກຄະສາວົກ​ແນມ​ເບິ່ງ​ຢູ່

ບົດ​ທີ 93

ພະ​ເຢຊູ​ກັບ​ຄືນ​ໄປ​ສະຫວັນ

ຕອນ​ທີ່​ພະ​ເຢຊູ​ໄປ​ເຈິ​ພວກ​ລູກສິດ​ຢູ່​ແຂວງ​ຄາລີເລ ເພິ່ນ​ໄດ້​ໃຫ້​ຄຳ​ສັ່ງ​ທີ່​ສຳຄັນ​ຫຼາຍ​ກັບ​ເຂົາເຈົ້າ. ເພິ່ນ​ສັ່ງ​ວ່າ: ‘ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ໃຫ້​ສອນ​ເຂົາເຈົ້າ​ຄື​ກັບ​ທີ່​ຂ້ອຍ​ສອນ​ພວກ​ເຈົ້າ ແລະ​ໃຫ້​ເຂົາເຈົ້າ​ຮັບ​ບັບເຕມາ.’ ຈາກ​ນັ້ນ ເພິ່ນ​ກໍ​ສັນຍາ​ວ່າ: “ໃຫ້​ຈື່​ໄວ້​ວ່າ ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ.”

ຕະຫຼອດ​ໄລຍະ 40 ມື້​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຟື້ນ​ຄືນ​ຈາກ​ຕາຍ ເພິ່ນ​ໄດ້​ມາ​ໃຫ້​ພວກ​ລູກສິດ​ຫຼາຍ​ຮ້ອຍ​ຄົນ​ເຫັນ​ທັງ​ຢູ່​ໃນ​ແຂວງ​ຄາລີເລ​ແລະ​ເມືອງ​ເຢຣູຊາເລັມ. ເພິ່ນ​ສອນ​ບົດ​ຮຽນ​ທີ່​ສຳຄັນ​ຫຼາຍ​ເລື່ອງ​ໃຫ້​ເຂົາເຈົ້າ​ແລະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ໃຫ້​ເຂົາເຈົ້າ​ເຫັນ. ຈາກ​ນັ້ນ ພະ​ເຢຊູ​ກໍ​ໄປ​ເຈິ​ພວກ​ອັກຄະສາວົກ​ເປັນ​ເທື່ອ​ສຸດທ້າຍ​ຢູ່​ເທິງ​ພູ​ໝາກກອກ. ເພິ່ນ​ບອກ​ເຂົາເຈົ້າ​ວ່າ: ‘ຢ່າ​ອອກ​ໄປ​ຈາກ​ເມືອງ​ເຢຣູຊາເລັມ ໃຫ້​ລໍ​ຖ້າ​ຈົນ​ກວ່າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພໍ່​ຂອງ​ຂ້ອຍ​ສັນຍາ​ໄວ້.’

ພວກ​ອັກຄະສາວົກ​ບໍ່​ເຂົ້າໃຈ​ວ່າ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ. ເຂົາເຈົ້າ​ຈຶ່ງ​ຖາມ​ເພິ່ນ​ວ່າ: ‘ທ່ານ​ຈະ​ເປັນ​ກະສັດ​ຂອງ​ອິດສະຣາເອນ​ຕອນນີ້​ເລີຍ​ບໍ?’ ພະ​ເຢຊູ​ຕອບ​ວ່າ: ‘ຕອນນີ້​ຍັງ​ບໍ່​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ຂ້ອຍ​ເປັນ​ກະສັດ. ອີກ​ບໍ່​ດົນ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ແລະ​ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ. ໃຫ້​ພວກ​ເຈົ້າ​ປະກາດ​ຢູ່​ເມືອງ​ເຢຣູຊາເລັມ ແຂວງ​ຢູດາຍ ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.’

ຈາກ​ນັ້ນ ພະ​ເຢຊູ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ເທິງ​ຟ້າ​ແລະ​ມີ​ຂີ້ເຝື້ອ​ມາ​ບັງ​ເພິ່ນ​ໄວ້. ພວກ​ລູກສິດ​ແນມ​ເບິ່ງ​ພະ​ເຢຊູ​ຈົນ​ເພິ່ນ​ຫາຍ​ໄປ.

ຫຼັງ​ຈາກ​ນັ້ນ ພວກ​ລູກສິດ​ກໍ​ລົງ​ມາ​ຈາກ​ພູ​ໝາກກອກ​ໄປ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ໄປ​ປະຊຸມ​ຮ່ວມ​ກັນ​ຢູ່​ຫ້ອງ​ຊັ້ນ​ເທິງ​ແລະ​ອະທິດຖານ​ນຳ​ກັນ​ເປັນ​ປະຈຳ. ເຂົາເຈົ້າ​ລໍ​ຖ້າ​ເບິ່ງ​ວ່າ​ພະ​ເຢຊູ​ຈະ​ບອກ​ໃຫ້​ເຂົາເຈົ້າ​ເຮັດ​ຫຍັງ​ຕໍ່​ໄປ.

“ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ຮອດ.”—ມັດທາຍ 24:14

ຄຳ​ຖາມ: ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ໃຫ້​ເຮັດ​ວຽກ​ທີ່​ສຳຄັນ​ຫຍັງ? ເກີດ​ຫຍັງ​ຂຶ້ນ​ຢູ່​ເທິງ​ພູ​ໝາກກອກ?

ມັດທາຍ 28:16-20; ລູກາ 24:49-53; ໂຢຮັນ 20:30, 31; ກິດຈະການ 1:2-14; 1 ໂກຣິນໂທ 15:3-6

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌