ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 97 ໜ້າ 226-ໜ້າ 227 ຂໍ້ 2
  • ໂກເນລີໂອ​ໄດ້​ຮັບ​ພະລັງ​ບໍລິສຸດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂກເນລີໂອ​ໄດ້​ຮັບ​ພະລັງ​ບໍລິສຸດ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເປໂຕໄປຢ້ຽມຢາມໂຄເນເລຍ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • “ພະເຈົ້າ​ບໍ່​ລຳອຽງ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ໃຫ້​ພະຍາຍາມ​ຕໍ່​ໆ​ໄປ​ຄື​ກັບ​ເປໂຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 97 ໜ້າ 226-ໜ້າ 227 ຂໍ້ 2
ໂກເນລີໂອ​ເຊີນ​ເປໂຕ​ເຂົ້າ​ໄປ​ໃນ​ເຮືອນ

ບົດ​ທີ 97

ໂກເນລີໂອ​ໄດ້​ຮັບ​ພະລັງ​ບໍລິສຸດ

ໃນ​ເມືອງ​ກາຍຊາເຣຍ​ມີ​ນາຍ​ທະຫານ​ທີ່​ສຳຄັນ​ຂອງ​ໂຣມ​ຄົນ​ໜຶ່ງ​ຊື່​ໂກເນລີໂອ. ເຖິງ​ວ່າ​ລາວ​ບໍ່​ແມ່ນ​ຄົນ​ຢິວ ແຕ່​ຄົນ​ຢິວ​ກໍ​ນັບຖື​ລາວ ຍ້ອນ​ລາວ​ເປັນ​ຄົນ​ເອື້ອເຟື້ອ​ມັກ​ຊ່ວຍ​ເຫຼືອ​ຄົນ​ທຸກຍາກ. ໂກເນລີໂອ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ອະທິດຖານ​ຫາ​ເພິ່ນ​ສະເໝີ. ມີ​ມື້​ໜຶ່ງ ທູດສະຫວັນ​ໄດ້​ມາ​ຫາ​ໂກເນລີໂອ​ແລະ​ບອກ​ລາວ​ວ່າ: ‘ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ. ໃຫ້​ເຈົ້າ​ໃຊ້​ຄົນ​ໄປ​ເມືອງ​ຢົບປາ​ແລ້ວ​ເຊີນ​ຄົນ​ທີ່​ຊື່​ຊີໂມນ​ມາ​ເຮືອນ​ເຈົ້າ.’ ໂກເນລີໂອ​ກໍ​ເຮັດ​ຕາມ​ທີ່​ທູດສະຫວັນ​ບອກ​ທັນທີ. ເຂົາເຈົ້າ​ສົ່ງ 3 ຄົນ​ໄປ​ເມືອງ​ຢົບປາ​ທີ່​ຢູ່​ທາງ​ໃຕ້​ຂອງ​ເມືອງ​ກາຍຊາເຣຍ​ປະມານ 50 ກິໂລແມັດ.

ໃນ​ເວລາ​ດຽວ​ກັນ ເປໂຕ​ທີ່​ຢູ່​ເມືອງ​ຢົບປາ​ກໍ​ໄດ້​ຮັບ​ນິມິດ​ຈາກ​ພະເຈົ້າ. ລາວ​ເຫັນ​ສັດ​ຫຼາຍ​ຊະນິດ​ທີ່​ພະເຈົ້າ​ບໍ່​ອະນຸຍາດ​ໃຫ້​ຄົນ​ຢິວ​ກິນ ແລະ​ມີ​ສຽງ​ບອກ​ວ່າ​ໃຫ້​ກິນ​ສັດ​ເຫຼົ່າ​ນັ້ນ. ແຕ່​ເປໂຕ​ບໍ່​ຍອມ​ກິນ​ແລະ​ເວົ້າ​ວ່າ: ‘ຂ້ອຍ​ບໍ່​ເຄີຍ​ກິນ​ສັດ​ທີ່​ບໍ່​ສະອາດ​ເຫຼົ່າ​ນີ້​ເລີຍ​ໃນ​ຊີວິດ.’ ສຽງ​ນັ້ນ​ບອກ​ລາວ​ວ່າ: ‘ຢ່າ​ຖື​ວ່າ​ສັດ​ເຫຼົ່າ​ນີ້​ບໍ່​ສະອາດ​ອີກ​ເລີຍ ເພາະ​ພະເຈົ້າ​ເຮັດ​ໃຫ້​ສະອາດ​ແລ້ວ.’ ສຽງ​ນັ້ນ​ບອກ​ເປໂຕ​ອີກ​ວ່າ: ‘ມີ​ຜູ້​ຊາຍ 3 ຄົນ​ມາ​ຢູ່​ໜ້າ​ປະຕູ​ເຮືອນ. ໃຫ້​ເຈົ້າ​ໄປ​ກັບ​ເຂົາເຈົ້າ​ເດີ້.’ ເປໂຕ​ໄປ​ຫາ​ເຂົາເຈົ້າ​ຢູ່​ປະຕູ​ແລະ​ຖາມ​ວ່າ​ມາ​ເຮັດ​ຫຍັງ. ເຂົາເຈົ້າ​ຕອບ​ວ່າ: ‘ໂກເນລີໂອ​ທີ່​ເປັນ​ນາຍ​ຮ້ອຍ​ຂອງ​ກອງທັບ​ໂຣມ​ໄດ້​ສົ່ງ​ພວກ​ເຮົາ​ມາ​ເຊີນ​ເຈົ້າ​ໄປ​ເຮືອນ​ຂອງ​ລາວ​ຢູ່​ກາຍຊາເຣຍ.’ ເປໂຕ​ຊວນ​ເຂົາເຈົ້າ​ໃຫ້​ພັກ​ຄ້າງ​ຄືນ​ນຳ ແລ້ວ​ມື້​ຕໍ່​ມາ​ເປໂຕ​ກໍ​ເດີນທາງ​ໄປ​ເມືອງ​ກາຍຊາເຣຍ​ກັບ​ເຂົາເຈົ້າ ແລະ​ມີ​ພີ່ນ້ອງ​ບາງ​ຄົນ​ຈາກ​ເມືອງ​ຢົບປາ​ໄປ​ນຳ.

ເມື່ອ​ໂກເນລີໂອ​ເຫັນ​ເປໂຕ ລາວ​ກໍ​ໝູບ​ລົງ​ສະແດງ​ຄວາມ​ນັບຖື. ແຕ່​ເປໂຕ​ບອກ​ວ່າ: ‘ລຸກ​ຂຶ້ນ​ແມ້ ຂ້ອຍ​ກໍ​ເປັນ​ຄົນ​ທຳມະດາ​ຄື​ກັນ​ກັບ​ເຈົ້າ. ປົກກະຕິ​ແລ້ວ​ຄົນ​ຢິວ​ຈະ​ບໍ່​ໄປ​ເຮືອນ​ຂອງ​ຄົນ​ຕ່າງ​ຊາດ ແຕ່​ພະເຈົ້າ​ບອກ​ໃຫ້​ຂ້ອຍ​ມາ​ເຮືອນ​ຂອງ​ເຈົ້າ. ບອກ​ຂ້ອຍ​ໄດ້​ບໍ​ວ່າ​ເຈົ້າ​ເຊີນ​ຂ້ອຍ​ມາ​ເຮັດ​ຫຍັງ?’

ໂກເນລີໂອ​ບອກ​ເປໂຕ​ວ່າ: ‘4 ມື້​ກ່ອນ​ຕອນ​ທີ່​ຂ້ອຍ​ກຳລັງ​ອະທິດຖານ​ຫາ​ພະເຈົ້າ ກໍ​ມີ​ທູດສະຫວັນ​ອົງ​ໜຶ່ງ​ບອກ​ຂ້ອຍ​ໃຫ້​ສົ່ງ​ຄົນ​ໄປ​ເຊີນ​ເຈົ້າ​ມາ. ຂໍ​ເຈົ້າ​ສອນ​ຄຳສອນ​ຂອງ​ພະ​ເຢໂຫວາ​ໃຫ້​ພວກ​ເຮົາ​ຟັງ​ແດ່.’ ເປໂຕ​ເວົ້າ​ວ່າ: ‘ຕອນນີ້​ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ​ພະເຈົ້າ​ບໍ່​ລຳອຽງ. ເພິ່ນ​ຍອມຮັບ​ທຸກ​ຄົນ​ທີ່​ຕ້ອງການ​ນະມັດສະການ​ເພິ່ນ.’ ເປໂຕ​ສອນ​ເຂົາເຈົ້າ​ຫຼາຍ​ເລື່ອງ​ກ່ຽວກັບ​ພະ​ເຢຊູ. ແລ້ວ​ໂກເນລີໂອ​ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ແລະ​ຮັບ​ບັບເຕມາ.

“[ພະເຈົ້າ] ຍອມຮັບ​ທຸກ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.”—ກິດຈະການ 10:35

ຄຳ​ຖາມ: ເປັນ​ຫຍັງ​ເປໂຕ​ບໍ່​ຍອມ​ກິນ​ສັດ​ທີ່​ບໍ່​ສະອາດ? ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ເປໂຕ​ໃຫ້​ໄປ​ເຮືອນ​ຂອງ​ຄົນ​ຕ່າງ​ຊາດ?

ກິດຈະການ 10:1-48

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌