ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 99 ໜ້າ 230-ໜ້າ 231 ຂໍ້ 4
  • ຜູ້​ຄຸມ​ຄຸກ​ຮຽນ​ເລື່ອງ​ຂອງ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜູ້​ຄຸມ​ຄຸກ​ຮຽນ​ເລື່ອງ​ຂອງ​ພະເຈົ້າ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • “ມາ . . . ທີ່ແຂວງມາເກໂດເນຍແດ່”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ສັນຕິສຸກຂອງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 99 ໜ້າ 230-ໜ້າ 231 ຂໍ້ 4
ຜູ້​ຄຸມ​ຄຸກ​ໃນ​ເມືອງ​ຟີລິບປອຍ​ເຫັນ​ປະຕູ​ຄຸກ​ເປີດ​ອອກ ແຕ່​ນັກໂທດ​ຍັງ​ຢູ່​ຄົບ​ທຸກ​ຄົນ

ບົດ​ທີ 99

ຜູ້​ຄຸມ​ຄຸກ​ຮຽນ​ເລື່ອງ​ຂອງ​ພະເຈົ້າ

ໃນ​ເມືອງ​ຟີລິບປອຍ ມີ​ສາວໃຊ້​ຄົນ​ໜຶ່ງ​ຖືກ​ປີສາດ​ສິງ​ຢູ່. ປີສາດ​ເຮັດ​ໃຫ້​ລາວ​ທຳນາຍ​ອະນາຄົດ​ໄດ້ ລາວ​ຈຶ່ງ​ຫາ​ເງິນ​ໃຫ້​ພວກ​ເຈົ້າ​ນາຍ​ໄດ້​ບັກ​ຫຼາຍໆ. ເມື່ອ​ໂປໂລ​ກັບ​ຊີລາ​ມາ​ເມືອງ​ຟີລິບປອຍ ຜູ້​ຍິງ​ຄົນ​ນີ້​ກໍ​ຍ່າງ​ນຳ​ຫຼັງ​ເຂົາເຈົ້າ​ຫຼາຍ​ມື້. ປີສາດ​ເຮັດ​ໃຫ້​ລາວ​ຮ້ອງ​ວ່າ: “ພວກ​ນີ້​ເປັນ​ທາດ​ຂອງ​ພະເຈົ້າ​ສູງ​ສຸດ.” ໃນ​ທີ່​ສຸດ ໂປໂລ​ກໍ​ບອກ​ປີສາດ​ວ່າ: “ໃນ​ນາມ​ຂອງ​ພະ​ເຢຊູ​ຄລິດ ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ມັນ​ກໍ​ອອກ​ມາ​ທັນທີ.

ເມື່ອ​ເຈົ້າ​ນາຍ​ເຫັນ​ວ່າ​ສາວໃຊ້​ຫາ​ເງິນ​ໃຫ້​ເຂົາເຈົ້າ​ບໍ່​ໄດ້​ອີກ​ແລ້ວ ເຂົາເຈົ້າ​ກໍ​ໃຈ​ຮ້າຍ​ຫຼາຍ. ເຂົາເຈົ້າ​ລາກ​ໂປໂລ​ກັບ​ຊີລາ​ໄປ​ຫາ​ຜູ້​ປົກຄອງ​ເມືອງ​ແລະ​ເວົ້າ​ວ່າ: ‘ພວກ​ນີ້​ເຮັດ​ຜິດ​ກົດໝາຍ​ແລະ​ກໍ່​ຄວາມ​ບໍ່​ສະຫງົບ​ໄປ​ທົ່ວ​ເມືອງ!’ ຜູ້​ປົກຄອງ​ເມືອງ​ສັ່ງ​ໃຫ້​ເອົາ​ແສ້​ຟາດ​ໂປໂລ​ກັບ​ຊີລາ​ແລະ​ເອົາ​ໄປ​ຂັງ​ຄຸກ. ຜູ້​ຄຸມ​ກໍ​ເອົາ​ໂປໂລ​ກັບ​ຊີລາ​ໄປ​ຂັງ​ໄວ້​ຄຸກ​ຊັ້ນ​ໃນ​ເຊິ່ງ​ເປັນ​ຄຸກ​ທີ່​ມືດ​ທີ່​ສຸດ ແລະ​ເອົາ​ຂື່​ໃສ່​ຕີນ​ເຂົາເຈົ້າ​ນຳ.

ປະມານ​ທ່ຽງ​ຄືນ ຕອນ​ທີ່​ພວກ​ນັກໂທດ​ກຳລັງ​ຟັງ​ໂປໂລ​ກັບ​ຊີລາ​ອະທິດຖານ​ແລະ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ຢູ່​ບໍ່​ຢູ່​ກໍ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່​ຈົນ​ຄຸກ​ສັ່ນ​ສະເທືອນ. ປະຕູ​ຄຸກ​ທຸກ​ບານ​ເປີດ​ອອກ ແລະ​ໂສ້​ກັບ​ຂື່​ຂອງ​ນັກໂທດ​ກໍ​ຫຼຸດ​ອອກ. ຜູ້​ຄຸມ​ຄຸກ​ຟ້າວ​ແລ່ນ​ໄປ​ເບິ່ງ​ຄຸກ​ຊັ້ນ​ໃນ​ແລະ​ເຫັນ​ປະຕູ​ຄຸກ​ເປີດ​ອອກ. ລາວ​ຄິດ​ວ່າ​ນັກໂທດ​ທຸກ​ຄົນ​ໜີ​ໄປ​ແລ້ວ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ເພື່ອ​ຈະ​ຂ້າໂຕຕາຍ.

ແຕ່​ໂປໂລ​ຮ້ອງ​ສຽງ​ດັງ​ວ່າ: “ຢ່າ​ທຳຮ້າຍ​ໂຕເອງ. ພວກ​ເຮົາ​ທຸກ​ຄົນ​ຍັງ​ຢູ່​ນີ້!” ຜູ້​ຄຸມ​ຄຸກ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ໝູບ​ລົງ​ຕໍ່​ໜ້າ​ໂປໂລ​ກັບ​ຊີລາ. ລາວ​ຖາມ​ເຂົາເຈົ້າ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ?” ເຂົາເຈົ້າ​ຕອບ​ວ່າ: ‘ເຈົ້າ​ກັບ​ຄອບຄົວ​ຕ້ອງ​ເຊື່ອ​ໃນ​ພະ​ເຢຊູ.’ ຈາກ​ນັ້ນ ໂປໂລ​ກັບ​ຊີລາ​ກໍ​ສອນ​ເລື່ອງ​ຂອງ​ພະ​ເຢໂຫວາ​ໃຫ້​ຜູ້​ຄຸມ​ຄຸກ​ກັບ​ຄອບຄົວ ແລ້ວ​ຜູ້​ຄຸມ​ຄຸກ​ກັບ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກໍ​ຮັບ​ບັບເຕມາ.

“ພວກ​ເຈົ້າ​ຈະ​ຖືກ​ຈັບ​ແລະ​ຖືກ​ຂົ່ມເຫງ ຈະ​ຖືກ​ພາ​ໄປ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ແລະ​ຖືກ​ຂັງ​ຄຸກ. ພວກ​ເຈົ້າ​ຈະ​ຖືກ​ພາ​ໄປ​ຢູ່​ຕໍ່​ໜ້າ​ກະສັດ​ແລະ​ເຈົ້າແຂວງ​ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ. ຕອນ​ນັ້ນ​ຈະ​ເປັນ​ໂອກາດ​ທີ່​ພວກ​ເຈົ້າ​ຈະ​ໄດ້​ບອກ​ເຂົາເຈົ້າ​ໃຫ້​ຮູ້​ຄວາມ​ຈິງ.”—ລູກາ 21:12, 13

ຄຳ​ຖາມ: ເປັນ​ຫຍັງ​ໂປໂລ​ກັບ​ຊີລາ​ຖືກ​ຂັງ​ຄຸກ? ຜູ້​ຄຸມ​ຄຸກ​ຮຽນ​ເລື່ອງ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?

ກິດຈະການ 16:16-34

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌