ຄຳນຳຕອນທີ 3
ຫຼາຍປີຕໍ່ມາຫຼັງຈາກນ້ຳຖ້ວມໂລກ ຄຳພີໄບເບິນບອກວ່າມີຜູ້ຮັບໃຊ້ພະເຢໂຫວາແຕ່ໜ້ອຍດຽວ. ໜຶ່ງໃນນັ້ນແມ່ນອັບຣາຮາມ ລາວເປັນທີ່ຮູ້ຈັກວ່າເປັນໝູ່ຂອງພະເຢໂຫວາ. ເປັນຫຍັງລາວຈຶ່ງໄດ້ເປັນໝູ່ຂອງພະເຢໂຫວາ? ຖ້າເຈົ້າເປັນພໍ່ແມ່ ຂໍໃຫ້ເຈົ້າຊ່ວຍລູກໃຫ້ເຂົ້າໃຈວ່າພະເຢໂຫວາສົນໃຈອັບຣາຮາມເປັນສ່ວນໂຕແລະຢາກຊ່ວຍລາວແທ້ໆ. ຄືກັບອັບຣາຮາມແລະຜູ້ທີ່ສັດຊື່ຄົນອື່ນໆ ເຊັ່ນ ໂລດແລະຢາໂຄບທີ່ມັກອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາເລື້ອຍໆ ເຮົາກໍອະທິດຖານແບບນັ້ນໄດ້ຄືກັນ. ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາຈະເຮັດຕາມຄຳສັນຍາທຸກຢ່າງທີ່ເພິ່ນສັນຍາໄວ້.