ເພງທີ 5
ຜົນງານອັນລ້ຳເລີດຂອງພະເຈົ້າ
1. ພະເຈົ້າ ຮູ້ຈັກເວລາທີ່ຂ້ອຍຕື່ນ
ຕອນຫຼັບກາງຄືນ ພະອົງຮູ້ຈັກທຸກສິ່ງ
ກວດເບິ່ງຄວາມຄິດ ທີ່ຢູ່ໃນໃຈທີ່ແທ້ຈິງ
ຈະຍ່າງທາງໃດຈະເວົ້າຄຳໃດພະອົງກໍຮູ້
ຕອນຂ້ອຍ ຖືກສ້າງໃນບ່ອນທີ່ຫຼັບສຸດ
ແມ່ນແຕ່ກະດູກ ພະອົງກໍເຫັນທຸກສ່ວນ
ຮູບແບບຮ່າງກາຍ ພະອົງບັນທຶກໄວ້ຄົບຖ້ວນ
ຂ້ອຍຈຶ່ງສັນເສີນເພາະຮັກພະອົງຜູ້ປ່ຽມພະລັງ
ໜ້າອັດສະຈັນ ສະຕິປັນຍາອັນເລີດລ້ຳ
ຊ່າງໜ້າເກງຂາມ ຂ້ອຍຍອມຮັບຈົນໝົດໃຈ
ຫາກຄວາມມືດຄຶ້ມ ຄວາມຢ້ານມາປິດລ້ອມຂ້ອຍໄວ້
ພະລັງພະອົງຈະຊອກຫາຂ້ອຍຈົນພົບ
ຈະຫຼີກເຢໂຫວາໄປຢູ່ໃສດີ
ເພື່ອຈະຫຼີກໜີ ໃຫ້ພົ້ນຈາກໜ້າພະອົງ
ໄປເທິງສະຫວັນ ຫຼືຢູ່ໃນດິນທີ່ເລິກສຸດ
ຢູ່ທະເລເລິກບໍ່ມີບ່ອນໃດຫຼົບຫຼີກພະອົງ
(ເບິ່ງຕື່ມ ເພງ. 66:3; 94:19; ຢເຣ. 17:10)