ເພງທີ 8
ພະເຢໂຫວາເປັນທີ່ເພິ່ງຂອງພວກເຮົາ
(ຄຳເພງ 91)
1. ເຢໂຫວາເປັນບ່ອນລີ້ໄພ ພວກເຮົາໄວ້ໃຈພະອົງ
ກ້ອງຮົ່ມເງົາເປັນບ່ອນຫຼົບໄພ ເຮົາຕ້ອງເຂົ້າໄປໃນນັ້ນ
ພະອົງປົກປ້ອງຄົນທີ່ສັດຊື່ ເຮົາເຊື່ອໝັ້ນໃນພະອົງແນ່ນອນ
ເຢໂຫວາເປັນດັ່ງປ້ອມໃຫຍ່ ຜູ້ສັດຊື່ພັກດີຍຸຕິທຳ
2. ຄົນເປັນພັນທີ່ຕ້ອງລົ້ມຕາຍ ຢູ່ໃກ້ຂ້າງເຮົາກໍມີ
ແຕ່ຄົນຖ່ອມຄົນທີ່ພັກດີ ພະອົງຈະບໍ່ຖິ້ມເຂົາ
ດັ່ງນັ້ນໃຈເຮົາຈຶ່ງບໍ່ຫວັ່ນກົວ ບໍ່ວ່າເລື່ອງໃດທີ່ມາໃກ້ເຮົາ
ຈະປົກປ້ອງຈາກອັນຕະລາຍ ເຮົາຈະຢູ່ກ້ອງປີກຂອງພະອົງ
3. ທາງທີ່ເຕັມໄປດ້ວຍກັບດັກ ພະອົງຈະປົກປ້ອງເຮົາ
ຕອນກາງເວັນມີລູກທະນູ ກາງຄືນກໍອັນຕະລາຍ
ເຫດນັ້ນເຮົາຈຶ່ງບໍ່ຢ້ານສິ່ງໃດ ບໍ່ວ່າບ່ອນໃດທີ່ເຮົາກ້າວເດີນ
ເຢໂຫວາຜູ້ເປັນທີ່ເພິ່ງ ຜູ້ປົກປ້ອງຄຸ້ມຄອງເຮົາຕະຫຼອດ
(ເບິ່ງຕື່ມ ເພງ. 97:10; 121:3, 5; ເອຊາ. 52:12)