ເພງທີ 10
ສັນລະເສີນເຢໂຫວາພະເຈົ້າຂອງພວກເຮົາ!
1. ຈົ່ງສັນເສີນ ພະເຈົ້າເຢໂຫວາ
ເຮົາຈົ່ງມາ ປະກາດ ເລື່ອງພະອົງ
ຕ້ອງໄປເຕືອນ ວ່າເວລາໃກ້ມາ
ສຽງພະອົງ ບອກເຕືອນ ເຂົາຕ້ອງ ເຊື່ອຟັງ
ບັດນີ້ ເຢໂຫວາ ແຕ່ງຕັ້ງໃຫ້ລູກຊາຍ
ຂອງພະອົງ ເປັນກະສັດ ປົກຄອງ
ເຮົາຕ້ອງ ເຕືອນຜູ້ຄົນ ບອກເຖິງສິ່ງດີດີ
ທີ່ພະເຈົ້າ ຈະມອບໃຫ້ ພວກເຮົາ
(ທ່ອນຊ້ຳ)
ຈົ່ງສັນເສີນ ພະເຈົ້າເຢໂຫວາ
ປະກາດຄວາມຍິ່ງໃຫຍ່ໃຫ້ໂລກໄດ້ຮູ້
2. ຈົ່ງສັນເສີນ ຮ້ອງເປັນເພງຈາກໃຈ
ຮ້ອງດ້ວຍຄວາມ ຍິນດີ ຮ້ອງໃຫ້ດັງ
ຮ້ອງດ້ວຍໃຈ ທີ່ສຳນຶກບຸນຄຸນ
ເຮົາກ້າຫານ ປະກາດ ຊື່ຂອງພະອົງ
ເຖິງຈະ ມີອຳນາດ ທີ່ຍິ່ງໃຫຍ່ສູງສຸດ
ກໍຍັງຖ່ອມ ແລະດີຕໍ່ ທຸກຄົນ
ເປັນພໍ່ ທີ່ຮູ້ຈັກ ສິ່ງໃດທີ່ຈຳເປັນ
ເມື່ອຮ້ອງຂໍ ພະອົງກໍຟັງເຮົາ
(ທ່ອນຊ້ຳ)
ຈົ່ງສັນເສີນ ພະເຈົ້າເຢໂຫວາ
ປະກາດຄວາມຍິ່ງໃຫຍ່ໃຫ້ໂລກໄດ້ຮູ້
(ເບິ່ງຕື່ມ ເພງ. 89:27; 105:1; ຢເຣ. 33:11)