ເພງທີ 41
ຂໍຟັງຄຳອະທິດຖານຂອງເຮົາ
(ຄຳເພງ 54)
1. ພໍ່ໃນສະຫວັນ ຂໍຟັງເພງລູກຮ້ອງ
ພະເຈົ້າຂອງເຮົາ ເຮົາເປັນຂອງພະອົງ
ພະເຈົ້າຍິ່ງໃຫຍ່ ບໍ່ມີໃຜເທົ່າທຽມ
(ທ່ອນຊ້ຳ)
ຂໍເຢໂຫວາຟັງ ເຮົາອະທິດຖານ
2. ຂອບໃຈພະເຈົ້າ ທີ່ໃຫ້ມີວັນນີ້
ປະທານຊີວິດ ພ້ອມທັງຄຳຊີ້ນຳ
ຫ່ວງໃຍປອບໂຍນ ເບິ່ງແຍງແລະໃສ່ໃຈ
(ທ່ອນຊ້ຳ)
ຂໍເຢໂຫວາຟັງ ເຮົາອະທິດຖານ
3. ເຮົາຈະເຮັດສິ່ງ ທີ່ຖືກຕ້ອງຕໍ່ໄປ
ຂໍຊ່ວຍໃຫ້ລູກ ເຂັ້ມແຂງແລະໝັ້ນຄົງ
ເດີນຕາມພະອົງ ທຸກວັນຕະຫຼອດໄປ
(ທ່ອນຊ້ຳ)
ຂໍເຢໂຫວາຟັງ ເຮົາອະທິດຖານ
(ເບິ່ງຕື່ມ ອົບ. 22:27; ເພງ. 106:4; ຢໂກ. 5:11)