ເພງທີ 74
ຮ່ວມກັນຮ້ອງເພງລາຊະອານາຈັກພະເຈົ້າ!
1. ນີ້ເປັນບົດເພງ ແຫ່ງໄຊຊະນະແລະຄວາມສຸກ
ເປັນເພງສັນເສີນ ເຊີດຊູພະເຈົ້າຍິ່ງໃຫຍ່
ເນື້ອໃນບົດເພງ ກະຕຸ້ນຄວາມຫວັງຄວາມພັກດີ
ມາຮ້ອງເພງນີ້ ເພງລາຊະອານາຈັກ
(ທ່ອນຊ້ຳ)
ນະມັດສະການ ຕໍ່ໜ້າບັນລັງ
ປະກາດໃຫ້ດັງ ເຍຊູປົກຄອງ!
ມາຮຽນເພງນີ້ ເພງການປົກຄອງຂອງພະເຈົ້າ
ຂາບໄຫວ້ພະອົງ ສັນເສີນນາມບໍລິສຸດ
2. ດ້ວຍເພງໃໝ່ນີ້ ບອກການປົກຄອງຂອງພະເຈົ້າ
ເຍຊູປົກຄອງ ໂລກຢູ່ພາຍໃຕ້ພະອົງ
ດັ່ງທີ່ບອກໄວ້ ຈະມີຊາດໃໝ່ເກີດຂຶ້ນມາ
ພາກັນນຳພາ ປົກຄອງຮ່ວມກັບເຍຊູ
(ທ່ອນຊ້ຳ)
ນະມັດສະການ ຕໍ່ໜ້າບັນລັງ
ປະກາດໃຫ້ດັງ ເຍຊູປົກຄອງ!
ມາຮຽນເພງນີ້ ເພງການປົກຄອງຂອງພະເຈົ້າ
ຂາບໄຫວ້ພະອົງ ສັນເສີນນາມບໍລິສຸດ
3. ເພງອານາຈັກ ຄົນຖ່ອມຈະຮ່ວມຮ້ອງດ້ວຍກັນ
ຖ້ອຍຄຳອົບອຸ່ນ ຊ່ວຍເຮົາເຂົ້າໃຈຄວາມຈິງ
ຄົນຈາກທົ່ວໂລກ ຕອນນີ້ກຳລັງຮຽນດ້ວຍກັນ
ແລະຄົນເຫຼົ່ານັ້ນ ກໍບອກຄົນອື່ນຕໍ່ໄປ
(ທ່ອນຊ້ຳ)
ນະມັດສະການ ຕໍ່ໜ້າບັນລັງ
ປະກາດໃຫ້ດັງ ເຍຊູປົກຄອງ!
ມາຮຽນເພງນີ້ ເພງການປົກຄອງຂອງພະເຈົ້າ
ຂາບໄຫວ້ພະອົງ ສັນເສີນນາມບໍລິສຸດ
(ເບິ່ງຕື່ມ ເພງ. 95:6; 1 ເປ. 2:9, 10; ຄຳປ. 12:10)