ເພງທີ 87
ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
1. ເຮົາຢູ່ໃນໂລກທີ່ວຸ່ນວາຍແລະແຕກແຍກກັນ
ຜູ້ຄົນບໍ່ຮູ້ທາງຂອງພະເຈົ້າ
ເພື່ອໄດ້ການປົກປ້ອງເຮົາຕ້ອງມີຄຳແນະນຳ
ເຮົາເຮັດດ້ວຍຕົວເຮົາເອງບໍ່ໄດ້
ການປະຊຸມຊ່ວຍໃຫ້ຄວາມຫວັງຂອງເຮົາສົດໃສ
ໃຫ້ເຮົາມີຄວາມເຊື່ອໃນພະເຈົ້າ
ມີຄຳກະຕຸ້ນໃຈໃຫ້ເຮົາເຮັດສິ່ງທີ່ດີ
ຊ່ວຍໃຫ້ເຮົາມີກຳລັງຕໍ່ໄປ
ເຮົາຈະບໍ່ຖິ້ມຄຳສັ່ງສອນຂອງເຢໂຫວາ
ຈະເຮັດສິ່ງທີ່ພະອົງຕ້ອງການ
ທຸກສ່ວນການປະຊຸມຊ່ວຍໃຫ້ຄວາມເຊື່ອໝັ້ນຄົງ
ຮັກຄວາມຈິງແລະໄດ້ຄວາມສົດຊື່ນ
2. ພະເຢໂຫວາຮູ້ຄວາມຕ້ອງການຂອງພວກເຮົາ
ຕ້ອງຟັງຄຳແນະນຳຂອງພະອົງ
ເຮົາຕ້ອງຍາດເວລາເພື່ອທີ່ຈະມາປະຊຸມ
ສຸຂຸມແລະວາງໃຈໃນພະເຈົ້າ
ຟັງຜູ້ເຖົ້າແກ່ບັນຍາຍຫຼັກການຂອງພະເຈົ້າ
ໃຫ້ຮູ້ວິທີສະແດງຄວາມເຊື່ອ
ຮັບການຊ່ວຍເຫຼືອດ້ວຍຄວາມຮັກຈາກພີ່ນ້ອງເຮົາ
ຮູ້ວ່າເຮົາບໍ່ໄດ້ຢູ່ຄົນດຽວ
ລໍຄອຍຄວາມຫວັງທີ່ເຮົາຈະໄດ້ມີຄວາມສຸກ
ທີ່ຈະໄດ້ພົບຄົນທີ່ເຮົາຮັກ
ການປະຊຸມຊ່ວຍເຮົາຮູ້ວິທີໃຊ້ຊີວິດ
ດ້ວຍປັນຍາທີ່ມາຈາກພະເຈົ້າ
(ເບິ່ງຕື່ມ ເພງ. 37:18; 140:1; ສຸພາ. 18:1; ເອເຟ. 5:16; ຢໂກ. 3:17)