ເພງທີ 108
ຄວາມຮັກທີ່ໝັ້ນຄົງຂອງພະເຈົ້າ
- 1. ຮັກໝັ້ນຄົງຂອງພະເຈົ້າ ເຮົາໄດ້ຮັບຮູ້ເຖິງຄວາມຫ່ວງໃຍ - ທີ່ພະອົງມອບລູກຊາຍທີ່ຮັກ ເພື່ອມາເປັນຄ່າໄຖ່ໃຫ້ທຸກຄົນ - ໃຫ້ເຮົາມີຄວາມຫວັງທີ່ຈະໄດ້ ມີຄວາມສຸກແລະຊີວິດນິລັນ - (ທ່ອນຊ້ຳ) - ຄົນໃດທີ່ຫິວນ້ຳ ເຊີນມາ - ມາດື່ມນ້ຳ ທີ່ໃຫ້ຊີວິດ - ຄົນທີ່ຫິວ ມາດື່ມທາງນີ້ - ຈະໄດ້ຄວາມຮັກໝັ້ນຄົງ 
- 2. ຮັກໝັ້ນຄົງຂອງພະເຈົ້າ ສິ່ງທີ່ສ້າງຢືນຢັນເຖິງຄວາມຮັກ - ເພາະຮັກເຢໂຫວາຈຶ່ງຈັດກຽມ ໃຫ້ເຍຊູປົກຄອງເປັນກະສັດ - ຄວາມຕັ້ງໃຈພະອົງຈະສຳເລັດ ລາຊະອານາຈັກມາປົກຄອງ - (ທ່ອນຊ້ຳ) - ຄົນໃດທີ່ຫິວນ້ຳ ເຊີນມາ - ມາດື່ມນ້ຳ ທີ່ໃຫ້ຊີວິດ - ຄົນທີ່ຫິວ ມາດື່ມທາງນີ້ - ຈະໄດ້ຄວາມຮັກໝັ້ນຄົງ 
- 3. ຮັກໝັ້ນຄົງຂອງພະເຈົ້າ ຂໍພະລັງຊ່ວຍເຮົາມີຄວາມຮັກ - ໃຫ້ເຮົາພັກດີຊ່ວຍຄົນຖ່ອມໃຈ ຊ່ວຍໃຫ້ເຂົາຮັກກົດໝາຍພະອົງ - ໃຫ້ເຮົາຮັບໃຊ້ດ້ວຍຄວາມຢຳເກງ ປະກາດໃຫ້ຄົນຟັງຢ່າງກ້າຫານ - (ທ່ອນຊ້ຳ) - ຄົນໃດທີ່ຫິວນ້ຳ ເຊີນມາ - ມາດື່ມນ້ຳ ທີ່ໃຫ້ຊີວິດ - ຄົນທີ່ຫິວ ມາດື່ມທາງນີ້ - ຈະໄດ້ຄວາມຮັກໝັ້ນຄົງ 
(ເບິ່ງຕື່ມ ເພງ. 33:5; 57:10; ເອເຟ. 1:7)