ເພງທີ 117
ປູກຝັງຄວາມດີແບບພະເຈົ້າ
1. ພະເຢໂຫວາປ່ຽມລົ້ນຄວາມດີ ໄດ້ອວຍພອນພວກເຮົາທຸກວັນ
ອົງບໍລິສຸດສັດຊື່ພັກດີ ທາງພະອົງດີເລີດທຸກຢ່າງ
ຜູ້ມີຄວາມຮັກຄວາມກະລຸນາ ເຊິ່ງພວກເຮົານັ້ນບໍ່ຄູ່ຄວນ
ພະອົງສົມຄວນໄດ້ຄຳສັນເສີນ ເຮົາເຕັມໃຈຮັບໃຊ້ພະອົງ
2. ຄວາມດີພະອົງໄດ້ສະທ້ອນໃນ ຜູ້ຮັບໃຊ້ທີ່ໄດ້ເລືອກມາ
ເຫັນໄດ້ໂດຍການປະພຶດຂອງເຂົາ ແລະຂ່າວດີທີ່ໄດ້ປະກາດ
ເປັນຜູ້ລ້ຽງແກະແລະຄູທີ່ດີ ທີ່ເກີດຜົນຢູ່ທົ່ວທຸກແຫ່ງ
ຂໍໃຫ້ພະລັງບໍລິສຸດເຮົາ ໃຫ້ຄວາມດີຊີ້ນຳພວກເຮົາ
3. ຂໍໃຫ້ອວຍພອນທີ່ເຮົາເຮັດດີ ຕໍ່ພີ່ນ້ອງບໍ່ວ່ານ້ອຍໃຫຍ່
ໃຫ້ເຮົາສະແດງຄວາມກະລຸນາ ໃຫ້ເຮົາເຮັດດີກັບທຸກຄົນ
ແຕ່ລະຄອບຄົວແລະປະຊາຄົມ ແຕ່ລະບ້ານແລະແຕ່ລະເມືອງ
ຂໍອວຍພອນເຮົາແລະໃຫ້ພະລັງ ໃຫ້ເຮົາເຮັດຄວາມດີເລື້ອຍໄປ
(ເບິ່ງຕື່ມ ເພງ. 103:10; ມໂກ. 10:18; ຄລາ. 5:22; ເອເຟ. 5:9)