ເພງທີ 134
ລູກເປັນຂອງຂວັນຈາກພະເຈົ້າ
- 1. ເມື່ອຜູ້ຊາຍ ໄດ້ກາຍເປັນພໍ່ຄົນ - ເມື່ອຜູ້ຍິງໄດ້ໃຫ້ກຳເນີດ ລູກອອກມາ - ເຂົາທັງສອງຕ້ອງຈື່ແລະວາງໃຈວ່າ - ລູກບໍ່ໄດ້ເປັນ ຂອງຕົນ ເທົ່ານັ້ນ - ແຕ່ເປັນຂອງຂວັນ ຈາກພະເຢໂຫວາ - ຜູ້ທີ່ເປັນແຫຼ່ງ ຄວາມຮັກແລະໃຫ້ຊີວິດ - ເປັນຜູ້ທີ່ໃຫ້ ຄຳແນະນຳພໍ່ແມ່ - ເພື່ອໃຫ້ເຮັດຕາມ ທາງຂອງຄວາມ ປັນຍາ - (ທ່ອນຊ້ຳ) - ສິດທິພິເສດທີ່ເຈົ້າໄດ້ຮັບນີ້ ເຈົ້າມີຂອງຂວັນມີຄ່າໃນມື - ໃຫ້ສິ່ງທີ່ດີມີຄ່າກວ່າສິ່ງໃດ ຄືສອນໃຫ້ລູກເຊື່ອຟັງພະເຈົ້າ 
- 2. ຄຳສັ່ງສອນ ທຸກຢ່າງຂອງພະເຈົ້າ - ຕ້ອງໃຫ້ຢູ່ໃນຫົວໃຈຂອງ ເຈົ້າສະເໝີ - ເພື່ອເຈົ້າຈະສອນລູກຊາຍຍິງຂອງເຈົ້າ - ເຈົ້າຕ້ອງວາງໃຈ ເຮັດຕາມ ໜ້າທີ່ - ໃຫ້ສອນລູກໃນ ເວລາເຈົ້າເດີນທາງ - ເວລາຕື່ນນອນ ແລະຕອນທີ່ເຈົ້າພັກຜ່ອນ - ເຖິງເວລາຜ່ານ ລູກກໍຍັງຈື່ໄດ້ - ໃຫ້ເຂົາເຊື່ອຟັງ ເພື່ອຈະໄດ້ ຊີວິດ - (ທ່ອນຊ້ຳ) - ສິດທິພິເສດທີ່ເຈົ້າໄດ້ຮັບນີ້ ເຈົ້າມີຂອງຂວັນມີຄ່າໃນມື - ໃຫ້ສິ່ງທີ່ດີມີຄ່າກວ່າສິ່ງໃດ ຄືສອນໃຫ້ລູກເຊື່ອຟັງພະເຈົ້າ 
(ເບິ່ງຕື່ມ ບັນຍັດ. 6:6, 7; ເອເຟ. 6:4; 1 ຕີໂມ. 4:16)