ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 14 ໜ້າ 17
  • ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ທົບທວນ​ຈຸດ​ສຳຄັນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 14 ໜ້າ 17

ບົດຮຽນ​ທີ 14

ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ

ການ​ອ້າງອີງ​ຂໍ້​ຄຳພີ

ເຫບເລີ 8:1

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ຕິດ​ຕາມ​ຄຳ​ບັນລະຍາຍ​ຂອງ​ເຈົ້າ ແລະ​ເນັ້ນ​ໃຫ້​ເຫັນ​ວ່າ​ຈຸດ​ສຳຄັນ​ແຕ່​ລະ​ຈຸດ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ເປົ້າ​ໝາຍ​ແລະ​ຫົວ​ເລື່ອງ​ຂອງ​ຄຳ​ບັນລະຍາຍ.

ສິ່ງ​ທີ່​ຄວນ​ເຮັດ:

  • ຕັ້ງ​ເປົ້າ​ໝາຍ. ຄິດ​ໃຫ້​ອອກ​ວ່າ​ເປົ້າ​ໝາຍ​ຂອງ​ຄຳ​ບັນລະຍາຍ​ເຈົ້າ​ແມ່ນ​ຫຍັງ ເປັນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ໂນ້ມນ້າວ​ໃຈ​ໃຫ້​ເກີດ​ຄວາມ​ເຊື່ອ ຫຼື​ເພື່ອ​ກະຕຸ້ນ​ຜູ້​ຟັງ ແລ້ວ​ໃຫ້​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ. ເຮັດ​ໃຫ້​ຈຸດ​ສຳຄັນ​ທຸກ​ຈຸດ​ບັນລຸ​ເປົ້າ​ໝາຍ.

    ວິທີ​ປະຕິບັດ

    ຖາມ​ຕົວ​ເອງ​ວ່າ: ‘ຜູ້​ຟັງ​ອາດ​ມີ​ຄຳຖາມ​ຫຼື​ຂໍ້​ຂັດ​ແຍ່ງ​ຫຍັງ​ແດ່​ກ່ຽວ​ກັບ​ເລື່ອງ​ນີ້? ຄຳຖາມ​ຫຼື​ຂໍ້​ຂັດ​ແຍ່ງ​​ໃດ​ເກີດ​ຂຶ້ນ​ກ່ອນ​ຫຼື​ເກີດ​ຂຶ້ນ​ຫຼັງ?’ ແລ້ວ​ໃຫ້​ລຽງ​ລຳດັບ​ຈຸດ​ສຳຄັນ​ຕ່າງໆຕາມ​ນັ້ນ ເພື່ອ​ໃຫ້​ຜູ້​ຟັງ​ຕິດ​ຕາມ ເຂົ້າ​ໃຈ ແລະ​ຍອມ​ຮັບ​ເລື່ອງ​ນັ້ນ.

  • ເນັ້ນ​ຫົວ​ເລື່ອງ​ຂອງ​ຄຳ​ບັນລະຍາຍ. ຕະຫຼອດ​ຄຳ​ບັນລະຍາຍ​ໃຫ້​ພະຍາຍາມ​ເນັ້ນ​ຫົວ​ເລື່ອງ​ຫຼື​ເນັ້ນ​ຄຳ​ທີ່​ສຳຄັນ​ຢູ່​ໃນ​ຫົວ​ເລື່ອງ​ຫຼື​ຄຳ​ທີ່​ມີ​ຄວາມ​ໝາຍ​ໃກ້​ຄຽງ.

  • ເຮັດ​ໃຫ້​ຈຸດ​ສຳຄັນ​ຊັດເຈນ​ແລະ​ເຂົ້າ​ໃຈ​ງ່າຍ. ເລືອກ​ສະເພາະ​ຈຸດ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ເລື່ອງ​ແລະ​ຈຸດ​ທີ່​ເຈົ້າ​ຈະ​ສອນ​ໄດ້​ຢ່າງ​ເກີດ​ຜົນ​ໃນ​ເວລາ​ທີ່​ກຳໜົດ​ໄວ້. ຢ່າ​ໃຫ້​ມີ​ຈຸດ​ສຳຄັນ​ຫຼາຍ​ເກີນ​ໄປ ບອກ​ແຕ່​ລະ​ຈຸດ​ໃຫ້​ຈະ​ແຈ້ງ ຢຸດ​ກ່ອນ​ຈະ​ເວົ້າ​ຈຸດ​ຕໍ່​ໄປ ແລະ​ພະຍາຍາມ​ເຊື່ອມ​ຕໍ່​ແຕ່​ລະ​ຈຸດ​ໃຫ້​ລ່ຽນ​ໄຫຼ.

    ວິທີ​ປະຕິບັດ

    ໃນ​ຄຳ​ນຳ​ຂອງ​ເຈົ້າ​ອາດ​ເວົ້າ​ເຖິງ​ຈຸດ​ສຳຄັນ​ຕ່າງໆ ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ຕັ້ງ​ໃຈ​ຟັງ​ແຕ່​ລະ​ຈຸດ ຫຼື​ເຈົ້າ​ອາດ​ທົບ​ທວນ​ຈຸດ​ສຳຄັນ​ຕອນ​ສະຫຼຸບ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ຈື່​ຈຸດ​ສຳຄັນ​ໄດ້​ທັງ​ໝົດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌