ເພງທີ 161
ລູກສຸກໃຈທີ່ໄດ້ເຮັດຕາມພະອົງຕ້ອງການ
1. ເມື່ອລູກພະອົງຂຶ້ນຈາກນ້ຳຈໍແດນ
ແລະຮັກຖ້ອຍຄຳພະອົງໝົດໃຈ
ເພິ່ນຢາກເຮັດຕາມທີ່ພະອົງຕ້ອງການ
ແລະບໍ່ຢ້ານເຖິງວ່າຕ້ອງຕາຍ
ເພິ່ນບໍ່ຍອມແພ້ເມື່ອຖືກການລໍ້ໃຈ
ເພິ່ນຫວງແຫນຊື່ຂອງພະອົງ
ເພິ່ນໃຫ້ພະອົງໝົດທັງກາຍແລະໃຈ
ແລະລູກຈະເຮັດແບບດຽວກັນ
(ທ່ອນຊ້ຳ)
ລູກຢາກເຮັດຕາມພະອົງຕ້ອງການ
ສຸກໃຈທີ່ໄດ້ເຮັດສຸດກຳລັງ
ຄວາມສຸກທີ່ມີ ສຸກຈາກໃຈຈິງ
ລູກຈະໃຫ້ພະອົງນຳທາງ
ລູກຢາກເຮັດຕາມພະອົງຕ້ອງການ
ລູກມີຄວາມຫວັງທີ່ແຈ້ງສະຫວ່າງ
ຮັກພະອົງມີ ຮັກຈາກໃຈຈິງ
ຈະສັນເສີນທັງຄືນແລະວັນ
ລູກສຸກໃຈຫຼາຍ
2. ເມື່ອລູກໄດ້ຮູ້ຈັກ ພະເຢໂຫວາ
ລູກໄດ້ພົບຄວາມສຸກເລິກໃນໃຈ
ລູກຍິນດີຈະເປັນພະຍານພະອົງ
ແລະປະກາດຄວາມຈິງອອກໄປ
ຮ່ວມຮັບໃຊ້ຄຽງຂ້າງພີ່ນ້ອງຂອງເຮົາ
ບໍ່ມີທາງໃດດີກວ່ານີ້
ລູກພູມໃຈທີ່ໄດ້ໃຊ້ຊື່ພະອົງ
ລູກຈະໃຫ້ທຸກສິ່ງທີ່ມີ
(ທ່ອນຊ້ຳ)
ລູກຢາກເຮັດຕາມພະອົງຕ້ອງການ
ສຸກໃຈທີ່ໄດ້ເຮັດສຸດກຳລັງ
ຄວາມສຸກທີ່ມີ ສຸກຈາກໃຈຈິງ
ລູກຈະໃຫ້ພະອົງນຳທາງ
ລູກຢາກເຮັດຕາມພະອົງຕ້ອງການ
ລູກມີຄວາມຫວັງທີ່ແຈ້ງສະຫວ່າງ
ຮັກພະອົງມີ ຮັກຈາກໃຈຈິງ
ຈະສັນເສີນທັງຄືນແລະວັນ
ລູກສຸກໃຈຫຼາຍ
ສຸກໃຈທີ່ໄດ້ເຮັດຕາມ