ສອນຄົນໃຫ້ເປັນລູກສິດ
ບົດທີ 11
ສອນດ້ວຍວິທີງ່າຍໆ
ຫຼັກການ: “ໃຊ້ພາສາທີ່ເຂົ້າໃຈງ່າຍໆ.”—1 ກຣ. 14:9
ສິ່ງທີ່ພະເຢຊູເຮັດ
1. ເບິ່ງ ວິດີໂອ ຫຼືອ່ານມັດທາຍ 6:25-27. ແລ້ວຕອບຄຳຖາມຕໍ່ໄປນີ້:
ກ. ພະເຢຊູຍົກຕົວຢ່າງປຽບທຽບຫຍັງທີ່ສະແດງວ່າພະເຢໂຫວາເປັນຫ່ວງເຮົາ?
ຂ. ເຖິງວ່າພະເຢຊູຈະຮູ້ຫຼາຍຢ່າງກ່ຽວກັບນົກ ແຕ່ເພິ່ນເນັ້ນລາຍລະອຽດງ່າຍໆຫຍັງ? ເປັນຫຍັງນັ້ນຈຶ່ງເປັນວິທີທີ່ດີໃນການສອນ?
ເຮົາໄດ້ບົດຮຽນຫຍັງຈາກພະເຢຊູ?
2. ເມື່ອເຮົາສອນດ້ວຍວິທີງ່າຍໆ ຜູ້ຄົນກໍຈະຈື່ສິ່ງທີ່ເຮົາສອນແລະການສອນຂອງເຮົາກໍຈະເຂົ້າເຖິງຫົວໃຈຂອງເຂົາເຈົ້າ.
ຮຽນແບບພະເຢຊູ
3. ຢ່າເວົ້າຫຼາຍເກີນໄປ. ແທນທີ່ຈະເວົ້າເຖິງທຸກສິ່ງທີ່ເຈົ້າຮູ້ ຂໍໃຫ້ເນັ້ນທີ່ເນື້ອໃນຂອງປຶ້ມທີ່ກຳລັງຮຽນ. ຫຼັງຈາກທີ່ເຈົ້າຖາມຄຳຖາມແລ້ວ ໃຫ້ອົດທົນລໍຖ້າເພື່ອໃຫ້ລາວຕອບ. ຖ້າລາວບໍ່ຮູ້ຄຳຕອບຫຼືຕອບບໍ່ຖືກ ໃຫ້ໃຊ້ຄຳຖາມເສີມເພື່ອຊ່ວຍລາວໃຫ້ຫາເຫດຜົນໃນເລື່ອງນັ້ນ. ເມື່ອຄົນທີ່ເຈົ້າສອນເຂົ້າໃຈຈຸດສຳຄັນແລ້ວ ກໍໃຫ້ໄປຕໍ່.
4. ໃຊ້ສິ່ງທີ່ລາວຮູ້ຢູ່ແລ້ວເພື່ອຊ່ວຍລາວໃຫ້ເຂົ້າໃຈສິ່ງໃໝ່ໆ. ຕົວຢ່າງເຊັ່ນ ກ່ອນເລີ່ມບົດຮຽນກ່ຽວກັບການຄືນມາຈາກຕາຍ ເຈົ້າອາດທົບທວນສັ້ນໆວ່າຄົນທີ່ເຈົ້າສອນໄດ້ຮຽນຫຍັງໄປແລ້ວກ່ຽວກັບສະພາບຂອງຄົນຕາຍ.
5. ໃຊ້ຕົວຢ່າງປຽບທຽບດີໆ. ກ່ອນໃຊ້ຕົວຢ່າງປຽບທຽບ ໃຫ້ຖາມໂຕເອງວ່າ:
ກ. ‘ຕົວຢ່າງປຽບທຽບນີ້ງ່າຍບໍ?’
ຂ. ‘ຄົນທີ່ຂ້ອຍສອນຈະເຂົ້າໃຈໄດ້ງ່າຍບໍ’
ຄ. ‘ມັນຈະຊ່ວຍຄົນທີ່ຂ້ອຍສອນໃຫ້ຈື່ຈຸດສຳຄັນບໍ ຫຼືຈື່ແຕ່ຕົວຢ່າງປຽບທຽບ?’