ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊກຈ ບົດທີ 2 ໜ້າ 20-ໜ້າ 23
  • ລາວ​ເຮັດ​ໃຫ້​ເຫັນ​ວ່າ​ໂລກ​ໃນ​ສະໄໝ​ນັ້ນ​ຄວນ​ຖືກ​ທຳລາຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລາວ​ເຮັດ​ໃຫ້​ເຫັນ​ວ່າ​ໂລກ​ໃນ​ສະໄໝ​ນັ້ນ​ຄວນ​ຖືກ​ທຳລາຍ
  • ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄົ້ນຄວ້າ​ຫຼາຍ​ຂຶ້ນ
  • ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້
  • ເບິ່ງ​ພາບ​ໃຫ້​ກວ້າງ​ຂຶ້ນ
  • ຮຽນ​ຮູ້​ຕື່ມ​ອີກ
  • ໂນເອສ້າງນາວາຫຼືຫີບມະຫຶມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຮືອ​ໂນອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເມື່ອ​ນ້ຳ​ໄດ້​ຖ້ວມ​ໂລກ—ໃຜ​ໄດ້​ເຊື່ອ​ຟັງ? ໃຜ​ບໍ່​ໄດ້​ເຊື່ອ​ຟັງ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ບົດ​ທີ 5
    ເຊື່ອຟັງພະເຈົ້າ
ເບິ່ງຕື່ມ
ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ຊກຈ ບົດທີ 2 ໜ້າ 20-ໜ້າ 23

2 ໂນອາ

ລາວ​ເຮັດ​ໃຫ້​ເຫັນ​ວ່າ​ໂລກ​ໃນ​ສະໄໝ​ນັ້ນ​ຄວນ​ຖືກ​ທຳລາຍ

ສະບັບພິມ
ສະບັບພິມ

ຫຼັງ​ຈາກ​ເອໂນກ​ຕາຍ ທູດສະຫວັນ​ບາງ​ອົງ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ກະບົດ​ຕໍ່​ພະເຈົ້າ. ທູດສະຫວັນ​ຊົ່ວ​ເຫຼົ່າ​ນີ້​ຢາກ​ນອນ​ນຳ​ຜູ້​ຍິງ​ທີ່​ເປັນ​ມະນຸດ ເຂົາເຈົ້າ​ຈຶ່ງ​ແປງ​ກາຍ​ເປັນ​ມະນຸດ ແລ້ວ​ກໍ​ເອົາ​ຜູ້​ຍິງ​ທຸກ​ຄົນ​ທີ່​ເຂົາເຈົ້າ​ຢາກ​ໄດ້​ມາ​ເປັນ​ເມຍ. ຕໍ່​ມາ ເຂົາເຈົ້າ​ກໍ​ມີ​ລູກ​ນຳ​ກັນ ລູກ​ຂອງ​ເຂົາເຈົ້າ​ເປັນ​ລູກ​ຊອດ​ແລະ​ຖືກ​ເອີ້ນ​ວ່າ​ເນຟິນ​ຍ້ອນ​ຄົນ​ພວກ​ນີ້​ເປັນ​ຄົນ​ຮ່າງ​ຍັກ ມັກ​ຄວາມ​ຮຸນແຮງ ແລະ​ໂຫດ​ຮ້າຍ​ຫຼາຍ. ຄົນ​ໃນ​ສະໄໝ​ນັ້ນ​ຮຽນ​ແບບ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ພວກ​ເນຟິນ ເຂົາເຈົ້າ​ກໍ​ເລີຍ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ເກົ່າ. ເມື່ອ​ພະເຈົ້າ​ເຫັນ​ແນວ​ນີ້ ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ​ຫຼາຍ​ຍ້ອນ​ສັງຄົມ​ມະນຸດ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້. ແຕ່​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ແຕກຕ່າງ​ຈາກ​ຄົນ​ອື່ນ ຜູ້​ນັ້ນ​ແມ່ນ​ໂນອາ​ເຊິ່ງ​ເປັນ​ເຫຼນ​ຂອງ​ເອໂນກ.

ໂນອາ​ໃຫຍ່​ຂຶ້ນ​ມາ​ເປັນ​ຄົນ​ດີ​ຄື​ກັບ​ເອໂນກ ແລະ​ລາວ​ກໍ​ເຊື່ອຟັງ​ພະເຈົ້າ​ສະເໝີ. ຄຳພີ​ໄບເບິນ​ບອກ​ວ່າ: “ໂນອາ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ​ຢູ່​ສະເໝີ.” ຕໍ່​ມາ ລາວ​ກໍ​ແຕ່ງດອງ ແລ້ວ​ລາວ​ກັບ​ເມຍ​ກໍ​ໄດ້​ສອນ​ລູກ​ຊາຍ​ທັງ​ສາມ​ຄົນ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ຄື​ກັນ​ກັບ​ເຂົາເຈົ້າ. ຍ້ອນ​ແນວ​ນີ້ ຄອບຄົວ​ຂອງ​ເຂົາເຈົ້າ​ຈຶ່ງ​ແຕກຕ່າງ​ຈາກ​ຄົນ​ອື່ນໆ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ.

ມີ​ມື້​ໜຶ່ງ ພະ​ເຢໂຫວາ​ບອກ​ໂນອາ​ວ່າ​ເພິ່ນ​ຊິ​ທຳລາຍ​ຄົນ​ຊົ່ວ​ທັງໝົດ​ທີ່​ຢູ່​ເທິງ​ໂລກ​ໂດຍ​ໃຫ້​ນ້ຳຖ້ວມ​ໂລກ. ແຕ່​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ຄົນ​ດີ​ລອດ​ຊີວິດ ເພິ່ນ​ຈຶ່ງ​ບອກ​ໂນອາ​ໃຫ້​ສ້າງ​ເຮືອ​ໃຫຍ່​ທີ່​ມີ​ຮູບ​ຊົງ​ສີ່​ລ່ຽມ. ເຖິງ​ວ່າ​ໂນອາ​ຈະ​ບໍ່​ເຄີຍ​ເຫັນ​ນ້ຳຖ້ວມ​ໂລກ​ຈັກ​ເທື່ອ​ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ແລະ​ບໍ່​ເຄີຍ​ສ້າງ​ເຮືອ​ໃຫຍ່​ຂະໜາດ​ນີ້​ມາ​ກ່ອນ ແຕ່​ລາວ​ກໍ​ໄວ້ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ ລາວ​ຈຶ່ງ​ເລີ່ມ​ລົງມື​ສ້າງ​ເຮືອ​ໃຫຍ່​ນັ້ນ.

ໂນອາ​ກັບ​ຄອບຄົວ​ຕ້ອງ​ເຈິ​ກັບ​ສັດຕູທີ່​ເປັນ​ຕາ​ຢ້ານ​ຫຼາຍເຊິ່ງ​ຊັງ​ເລື່ອງ​ທີ່​ເຂົາເຈົ້າ​ປະກາດແລະ​ວຽກ​ທີ່​ເຂົາເຈົ້າ​ເຮັດ

ໂນອາ​ກັບ​ຄອບຄົວ​ຕ້ອງ​ມີ​ຄວາມ​ກ້າຫານ​ຫຼາຍ​ແທ້ໆ​ເພື່ອ​ຈະ​ເຮັດ​ວຽກ​ນີ້. ເຂົາເຈົ້າ​ຕ້ອງ​ເຈິ​ກັບ​ການ​ຕໍ່ຕ້ານ​ທີ່​ໜັກໆ​ແລະ​ການ​ເຍາະເຍີ້ຍ​ຫຼາຍ​ອີ່ຫຼີ. ນອກ​ຈາກ​ນັ້ນ ຍັງ​ມີ​ພວກ​ທູດສະຫວັນ​ຊົ່ວ​ທີ່​ມີ​ລິດເດດ​ເຊິ່ງ​ເປັນ​ສັດຕູ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ ແລະ​ຍັງ​ມີ​ພວກ​ເນຟິນ​ລູກ​ຂອງ​ເຂົາເຈົ້າ​ທີ່​ມັກ​ທຳຮ້າຍ​ຄົນ​ອື່ນ. ແຕ່​ໂນອາ​ກັບ​ເມຍ​ທີ່​ເປັນ​ຜູ້​ຊ່ວຍ​ທີ່​ດີ ແລະ​ລູກ​ຊາຍ​ທັງ​ສາມ​ຄົນ​ກັບ​ເມຍ​ຂອງ​ເຂົາເຈົ້າ​ກໍ​ຍັງ​ເຊື່ອຟັງ​ພະ​ເຢໂຫວາ​ຕໍ່ໆ​ໄປ. ຄອບຄົວ​ຂອງ​ໂນອາ​ທັງ​ແປດ​ຄົນ​ດຸ​ໝັ່ນ​ເຮັດ​ວຽກ​ໃນ​ການ​ສ້າງ​ເຮືອ​ໃຫຍ່​ທຸກໆ​ມື້. ເຂົາເຈົ້າ​ສ້າງ​ເຮືອ​ນັ້ນ​ປະມານ 50 ປີ.

ໂນອາ​ກັບ​ລູກ​ຊາຍ 2 ຄົນ​ແລະ​ລູກໃພ້​ກຳລັງ​ລາກ​ລໍ້​ອາຫານ​ແລະ​ນ້ຳ. ຫຼາຍ​ຄົນ​ກໍ​ຫົວຂວັນ​ໃສ່​ແລະ​ດູຖູກ​ຕອນ​ທີ່​ເຂົາເຈົ້າ​ຍ່າງ​ກາຍ. ຖ້າ​ແນມ​ຈາກ​ໄກໆ​ຈະ​ເຫັນ​ເຮືອ​ໃຫຍ່​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາ​ແລ້ວ.

ຕອນ​ທີ່​ກຳລັງ​ສ້າງ​ເຮືອ​ໃຫຍ່ ໂນອາ​ກໍ​ເຮັດ​ແນວ​ອື່ນ​ໄປ​ນຳ. ຄຳພີ​ໄບເບິນ​ເອີ້ນ​ລາວ​ວ່າ: “ຜູ້​ປະກາດ​ແນວ​ທາງ​ທີ່​ຖືກຕ້ອງ.” ໂນອາ​ໄດ້​ໄປ​ເຕືອນ​ຄົນ​ອື່ນ​ວ່າ​ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ​ໂດຍ​ໃຫ້​ນ້ຳ​ມາ​ຖ້ວມ​ໂລກ ແລະ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ກໍ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ລາວ​ໂດຍ​ໄປ​ເຕືອນ​ຄົນ​ອື່ນ​ຄື​ກັນ. ແຕ່​ກໍ​ບໍ່​ມີ​ໃຜ​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ ແມ່ນ​ແຕ່​ຍາດ​ຕິ​ພີ່ນ້ອງ​ກໍ​ບໍ່​ມີ​ໃຜ​ຟັງ​ຈັກ​ຄົນ​ເລີຍ. ເຖິງ​ວ່າ​ຜູ້​ຄົນ​ຈະ​ໄດ້​ຍິນ​ເລື່ອງ​ທີ່​ໂນອາ​ປະກາດ ແຕ່​ເຂົາເຈົ້າ​ກໍ​ບໍ່​ຢາກ​ເຊົາ​ເຮັດ​ຊົ່ວ. ໂນອາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ ລາວ​ຈຶ່ງ​ແຕກຕ່າງ​ຈາກ​ຄົນ​ອື່ນ​ຫຼາຍ​ແທ້ໆ. ບໍ່​ແປກໃຈ​ເລີຍ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ໂນອາ​ວ່າ: “ຍ້ອນ​ລາວ​ມີ​ຄວາມ​ເຊື່ອ ລາວ​ຈຶ່ງ​ເຮັດ​ໃຫ້​ເຫັນ​ວ່າ​ໂລກ​ໃນ​ສະໄໝ​ນັ້ນ​ຄວນ​ຖືກ​ທຳລາຍ.”

ໃນ​ທີ່​ສຸດ ໂນອາ​ກັບ​ຄອບຄົວ​ກໍ​ສ້າງ​ເຮືອ​ໃຫຍ່​ແລ້ວໆ. ຕອນນີ້ ເຂົາເຈົ້າ​ກໍ​ມີ​ແຕ່​ຕ້ອງ​ສະສົມ​ອາຫານ ນ້ຳ ແລະ​ສິ່ງ​ອື່ນໆ​ທີ່​ຈຳເປັນ​ສຳລັບ​ເຂົາເຈົ້າ​ແລະ​ສັດ​ທຸກ​ໂຕ​ທີ່​ຈະ​ຢູ່​ໃນ​ເຮືອ​ນັ້ນ. ແລ້ວ​ກໍ​ມີ​ສິ່ງ​ທີ່​ອັດສະຈັນ​ເກີດຂຶ້ນ. ສັດ​ທຸກ​ຊະນິດ​ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ກໍ​ພາກັນ​ຍ່າງ​ເປັນ​ຂະບວນ​ມາ​ຫາ​ເຮືອ. ຈາກ​ນັ້ນ ພວກ​ມັນ​ກໍ “ໄດ້​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ໂນອາ ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ເທື່ອ​ລະ​ຄູ່.”

ພະເຈົ້າ​ບອກ​ໂນອາ​ກຽມ​ໂຕ​ໃຫ້​ພ້ອມ​ແລະ​ພາ​ຄອບຄົວ​ເຂົ້າ​ໄປ​ໃນ​ເຮືອ​ຍ້ອນ​ວ່າ​ອີກ 7 ມື້​ຝົນ​ຈະ​ເລີ່ມ​ຕົກ​ແລ້ວ. ພວກ​ເຮົາ​ນຶກພາບ​ອອກ​ເລີຍ​ວ່າ​ຄອບຄົວ​ນີ້​ຄື​ຊິ​ຫຍຸ້ງ​ຫຼາຍ​ຈົນ​ຮອດ​ວິນາທີ​ສຸດທ້າຍ​ເພື່ອ​ຊິ​ຂົນ​ເຄື່ອງ​ທີ່​ຈຳເປັນ​ເຂົ້າ​ໄປ​ໃນ​ເຮືອ​ແລະ​ຈັດ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ​ໃຫ້​ເປັນ​ລະບຽບ. ຕອນ​ນັ້ນ ພວກ​ທີ່​ເຍາະເຍີ້ຍ​ເຂົາເຈົ້າ​ກໍ​ຄື​ຊິ​ເຍາະເຍີ້ຍ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ເມື່ອ​ເອົາ​ທຸກ​ຢ່າງ​ທີ່​ຈຳເປັນ​ເຂົ້າ​ໄປ​ໃນ​ເຮືອ​ແລ້ວໆ​ແລະ​ຄອບຄົວ​ຂອງ​ໂນອາ​ກໍ​ຢູ່​ໃນ​ເຮືອ​ແລ້ວ ພະ​ເຢໂຫວາ​ກໍ​ອັດ​ປະຕູ​ເຮືອ​ໃຫ້​ເຂົາເຈົ້າ​ດ້ວຍ​ໂຕ​ເພິ່ນ​ເອງ. ເມື່ອ​ເຫັນ​ແນວ​ນີ້​ພວກ​ທີ່​ເຍາະເຍີ້ຍ​ກໍ​ປາກ​ບໍ່​ອອກ​ແລະ​ບໍ່​ກ້າ​ເຍາະເຍີ້ຍ​ເຂົາເຈົ້າ​ອີກ. ຫຼັງ​ຈາກ​ນັ້ນ ຝົນ​ກໍ​ເທ​ລົງ​ມາ ຝົນ​ຕົກ​ແບບ​ນີ້​ຕະຫຼອດ 40 ມື້ 40 ຄືນ ແລ້ວ​ນ້ຳ​ກໍ​ສູງ​ຂຶ້ນໆ. ໃນ​ທີ່​ສຸດ ນ້ຳ​ກໍ​ຖ້ວມ​ສູງ​ຈົນ​ຫຼິບ​ຈອມພູ​ທຸກ​ໜ່ວຍ. ພະ​ເຢໂຫວາ​ທຳລາຍ​ຄົນ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ໂລກ​ອີ່ຫຼີ.

ໂນອາ​ກັບ​ຄອບຄົວ​ຢູ່​ໃນ​ເຮືອ​ຢ່າງ​ປອດໄພ​ເປັນ​ເວລາ​ໜຶ່ງ​ປີ. ໃນ​ໄລຍະ​ນັ້ນ ນ້ຳ​ກໍ​ຄ່ອຍໆ​ບົກ​ລົງ​ເລື້ອຍໆ. ໃນ​ທີ່​ສຸດ ເຮືອ​ກໍ​ໄປ​ຄ້າງ​ຢູ່​ພູ​ໜ່ວຍ​ໜຶ່ງ. ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂນອາ​ວ່າ​ເຂົາເຈົ້າ​ສາມາດ​ອອກ​ໄປ​ນອກ​ເຮືອ​ໄດ້​ແລ້ວ. ເມື່ອ​ຄອບຄົວ​ຂອງ​ໂນອາ​ອອກ​ຈາກ​ເຮືອ​ແລ້ວ ໂນອາ​ກໍ​ໄດ້​ສ້າງ​ແທ່ນ​ບູຊາ​ອັນ​ໜຶ່ງ​ໃຫ້​ພະ​ເຢໂຫວາ ແລ້ວ​ກໍ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ ແລະ​ຂອບໃຈ​ເພິ່ນ​ທີ່​ຊ່ວຍ​ຊີວິດ​ເຂົາເຈົ້າ​ໃຫ້​ລອດ. ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ບໍ່​ເຮັດ​ໃຫ້​ນ້ຳຖ້ວມ​ໂລກ​ອີກ​ແລະ​ໃຫ້​ມີ​ຮຸ້ງ​ຢູ່​ເທິງ​ຟ້າ​ເພື່ອ​ເປັນ​ສັນຍາ​ລັກ​ຢືນຢັນ​ຄຳ​ສັນຍາ​ຂອງ​ເພິ່ນ.  

ເຮົາ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ລູກ​ຫຼານ​ຂອງ​ຄອບຄົວ​ໂນອາ ເຮົາ​ຈຶ່ງ​ມີ​ເຫດຜົນ​ແທ້ໆ​ທີ່​ຈະ​ຂອບໃຈ​ເຂົາເຈົ້າ​ທີ່​ກ້າຫານ​ແລະ​ກ້າ​ໃຊ້​ຊີວິດ​ແຕກຕ່າງ​ຈາກ​ຄົນ​ຊົ່ວ​ໃນ​ສະໄໝ​ນັ້ນ.

ອ່ານ​ເລື່ອງ​ຂອງ​ລາວຢູ່​ຂໍ້​ຄຳພີ​ເຫຼົ່າ​ນີ້:

  • ປະຖົມມະການ 6:1–8:22; 9:8-19

  • ເຮັບເຣີ 11:7

  • 2 ເປໂຕ 2:5

ໃຫ້​ລົມ​ກັນ​ວ່າ:

ໂນອາ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

ຄົ້ນຄວ້າ​ຫຼາຍ​ຂຶ້ນ

  1. 1. ໂລກ​ເປັນ​ແນວ​ໃດ​ໃນ​ສະໄໝ​ກ່ອນ​ນ້ຳຖ້ວມ​ໂລກ? (ຫ02 1/3 ໜ້າ 5 ຫຍໍ້​ໜ້າ 3–ໜ້າ 6 ຫຍໍ້​ໜ້າ 4-ຊກຈອ)

  2. 2. ພະເຈົ້າ​ສັ່ງ​ໂນອາ​ໃຫ້​ສ້າງ​ເຮືອ​ຕອນ​ໃດ? ແລະ​ເພິ່ນ​ບອກ​ລາວ​ໃຫ້​ຮູ້​ວ່າ​ນ້ຳ​ຈະ​ເລີ່ມ​ຖ້ວມ​ໂລກ​ຕອນ​ໃດ​ແທ້ໆ? (ຫ12 15/4 ໜ້າ 23 ຂໍ້ 5-8-ຊກຈອ)

  3. 3. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ໄດ້​ວ່າ​ເຄີຍ​ມີ​ນ້ຳຖ້ວມ​ໂລກ​ແທ້ໆ? (ວຊພຖຕ ບົດ​ຄວາມ​ທີ 156 ຫຍໍ້​ໜ້າ 2-5 ແລະ​ຂອບ-ຊກຈອ) ຮູບ ກ

    ມີ​ຜູ້​ຊາຍ 8 ຄົນ​ນັ່ງ​ຢູ່​ໃນ​ເຮືອ ແລະ​ກໍ​ມີ​ປາ​ໃຫຍ່​ໂຕ​ໜຶ່ງ​ພາ​ເຮືອ​ໄປ​ຢ່າງ​ປອດໄພ.

    Historic Collection/Alamy Stock Photo

    ຮູບ ກ: ເລື່ອງ​ເລົ່າ​ເກົ່າ​ແກ່​ຂອງ​ຄົນ​ຮິນດູ​ບອກ​ວ່າ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ສ້າງ​ເຮືອ​ເພື່ອ​ຈະ​ລອດ​ຈາກ​ນ້ຳຖ້ວມ​ໂລກ. ເມື່ອ​ລາວ​ລອດ​ຊີວິດ ລາວ​ກໍ​ເຜົາ​ເຄື່ອງ​ບູຊາ. ຈາກ​ນັ້ນ ລາວ​ກໍ​ໄດ້​ກາຍ​ເປັນ​ບັນພະບຸລຸດ​ຂອງ​ມະນຸດ​ທຸກ​ຄົນ.

  4. 4. ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ນ້ຳຖ້ວມ​ໂລກ​ຜ່ານ​ໄປ 100 ກວ່າ​ປີ ແລະ​ສິ່ງ​ນັ້ນ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ໂນອາ​ເຊິ່ງ​ເຖົ້າ​ຫຼາຍ​ແລ້ວ? (it “ໂນອາ” ຈຸດທີ 1 ຫຍໍ້ໜ້າ 12-ຊກຈອ) ຮູບ ຂ

    ຜູ້​ຊາຍ 2 ຄົນ​ໃຈ​ຮ້າຍ​ໃຫ້​ກັນ​ຢູ່​ຫໍ​ບາເບນ​ຍ້ອນ​ລົມ​ກັນ​ບໍ່​ຮູ້​ເລື່ອງ.

    ຮູບຂ

ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້

  • ສະໄໝ​ຂອງ​ເຮົາ​ຄ້າຍຄື​ກັບ​ສະໄໝ​ຂອງ​ໂນອາ​ແນວ​ໃດ? (ມທ. 24:36-39)

  • ຕົວຢ່າງ​ຂອງ​ໂນອາ​ສອນ​ເຈົ້າ​ແນວ​ໃດ​ໃນ​ເລື່ອງ . . . 

    • ການ​ຈັດ​ເວລາ​ຢ່າງ​ດີ? ຮູບ ຄ

      ພີ່ນ້ອງ​ຍິງ​ກຳລັງ​ອ່ານ​ຂໍ້​ຄຳພີ​ປະຈຳ​ວັນ​ຢ່າງ​ມີ​ຄວາມ​ສຸກ​ຕອນ​ທີ່​ລາວ​ກິນ​ເຂົ້າ​ເຊົ້າ. ລາວ​ມີ​ປຶ້ມ​ຈົດ​ບັນທຶກ​ຕາຕະລາງ​ປະຈຳ​ວັນ​ວາງ​ຢູ່​ໜ້າ​ໂຕະ​ແລະ​ກໍ​ມີ​ປະຕິທິນ​ຕິດ​ຢູ່​ຝາ​ເຮືອນ.

      ຮູບຄ

    • ການ​ເປັນ​ຄົນ​ດຸ​ໝັ່ນ? ຮູບ ງ

      ພີ່ນ້ອງ​ຍິງ​ຄົນ​ດຽວ​ກັນ​ນີ້​ກຳລັງ​ເຮັດ​ວຽກ​ກໍ່ສ້າງ. ລາວ​ກຳລັງ​ໃຊ້​ເຄື່ອງ​ຕັດ​ອຸປະກອນ​ການ​ກໍ່ສ້າງ.

      ຮູບງ

    • ການ​ເປັນ​ຄົນ​ອົດທົນ? ຮູບ ຈ

      ພີ່ນ້ອງ​ຍິງ​ຄົນ​ດຽວ​ກັນ​ນີ້​ກຳລັງ​ຢືນ​ປະກາດ​ສາທາລະນະ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ.

      ຮູບຈ

  • ໃນ​ຊີວິດ​ຂອງ​ເຈົ້າ ເຈົ້າ​ຈະ​ກ້າຫານ​ຄື​ກັບ​ໂນອາ​ໄດ້​ແນວ​ໃດ?

ເບິ່ງ​ພາບ​ໃຫ້​ກວ້າງ​ຂຶ້ນ

  • ເລື່ອງ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວກັບ​ພະ​ເຢໂຫວາ?

  • ເລື່ອງ​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ຕ້ອງການຂອງ​ພະ​ເຢໂຫວາ?

  • ຕອນ​ທີ່​ໂນອາ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ຂ້ອຍ​ຢາກ​ຖາມ​ຫຍັງ​ລາວ?

ຮຽນ​ຮູ້​ຕື່ມ​ອີກ

ໃຫ້​ມາ​ເບິ່ງ​ວ່າ​ພໍ່​ຄົນ​ໜຶ່ງ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ຮຽນ​ແບບ​ໂນອາ.

ຮຽນ​ແບບ​ຄົນ​ທີ່​ມີ​ຄວາມ​ເຊື່ອ ບໍ່​ແມ່ນ​ຄົນ​ທີ່​ບໍ່​ມີ—ໂນອາ ບໍ່​ແມ່ນ​ຄົນ​ອື່ນໆໃນ​ສະໄໝ​ຂອງ​ລາວ (2:57)

ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ຮຽນ​ຈາກ​ເລື່ອງ​ຂອງ​ໂນອາ.

“ໂນອາ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ” (ijwis ບົດຄວາມ​ທີ 18-ຊກຈອ)

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌