8 ໂຢເຊັບ
ລາວບໍ່ຍອມແພ້ຕໍ່ການລໍ້ໃຈ
ຕອນທີ່ໂຢເຊັບຍັງນ້ອຍ ຢາໂຄບພໍ່ຂອງລາວແລະພະເຢໂຫວາພະເຈົ້າຮັກລາວຫຼາຍແລະໃຫ້ຄວາມສຳຄັນກັບລາວເປັນພິເສດ. ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າໂຢເຊັບຈະມີຊີວິດທີ່ສະໜຸກສຸກສະບາຍ. ແທນທີ່ຈະເປັນແນວນັ້ນ ໂຢເຊັບພັດຖືກພວກອ້າຍຊັງແທ້ຊັງວ່າ. ຍ້ອນຢາໂຄບເຮັດດີກັບໂຢເຊັບເປັນພິເສດເລີຍເຮັດໃຫ້ພວກອ້າຍຄົນລະແມ່ອິດສາແລະຊັງລາວຫຼາຍ. ຕອນທີ່ໂຢເຊັບອາຍຸ 17 ຫຼື 18 ປີ ພະເຢໂຫວາໃຫ້ລາວຝັນ ເຊິ່ງຄວາມຝັນນັ້ນບອກລ່ວງໜ້າວ່າຈະມີມື້ໜຶ່ງທີ່ຄອບຄົວຂອງໂຢເຊັບຈະກົ້ມລົງສະແດງຄວາມນັບຖືລາວ. ເລື່ອງນີ້ແຮ່ງເຮັດໃຫ້ພວກອ້າຍຊັງໂຢເຊັບຫຼາຍກວ່າເກົ່າ.
ຕໍ່ມາ ມີມື້ໜຶ່ງຢາໂຄບບອກໂຢເຊັບໃຫ້ໄປເບິ່ງພວກອ້າຍທີ່ລ້ຽງຝູງແກະຢູ່ທົ່ງຫຍ້າວ່າເຂົາເຈົ້າສະບາຍດີບໍ່. ລາວເດີນທາງຫຼາຍມື້ໄປຫາພວກອ້າຍ. ແຕ່ເມື່ອໄປຮອດ ພວກອ້າຍຊ້ຳພັດເຮັດກັບລາວແບບໂຫດຮ້າຍແລະຈັບລາວຖິ້ມລົງຂຸມເລິກໆທີ່ບໍ່ມີນ້ຳ. ເຂົາເຈົ້າໃຈດຳຫຼາຍແລະບໍ່ສົນໃຈຄຳອ້ອນວອນຂອງໂຢເຊັບເລີຍ. ທຳອິດເຂົາເຈົ້າລົມກັນວ່າຊິຂ້າໂຢເຊັບ ແຕ່ເມື່ອເຫັນພວກພໍ່ຄ້າກາຍມາ ເຂົາເຈົ້າກໍເລີຍປ່ຽນໃຈຂາຍລາວໃຫ້ພວກພໍ່ຄ້າແທນ. ຈາກນັ້ນ ພວກອ້າຍກໍເຮັດໃຫ້ຢາໂຄບຜູ້ເປັນພໍ່ເຂົ້າໃຈວ່າໂຢເຊັບລູກຮັກຂອງລາວຖືກສັດປ່າກິນແລ້ວ. ແຕ່ແທ້ໆແລ້ວໂຢເຊັບຖືກພາລົງໄປທາງໃຕ້ໄປເອຢິບ ແລະລາວຖືກຂາຍໃຫ້ເປັນທາດຂອງໂປຕີຟາທີ່ເປັນຂ້າລາຊະການຂອງຟາໂຣ.
ເມື່ອເປັນແນວນັ້ນ ຖ້າໂຢເຊັບຈະຮູ້ສຶກທໍ້ໃຈແລະໝົດຫວັງ ເຮົາກໍເຂົ້າໃຈໄດ້. ເຖິງຊິເປັນແນວນັ້ນ ລາວຍັງສະແດງຄວາມກ້າຫານແລະດຸໝັ່ນເຮັດວຽກຕໍ່ໆໄປ. ຄຳພີໄບເບິນບອກວ່າ: “ພະເຢໂຫວາຢູ່ກັບໂຢເຊັບ.” ບໍ່ວ່າໂຢເຊັບຈະເຮັດຫຍັງ ພະເຢໂຫວາກໍຊ່ວຍລາວໃຫ້ເຮັດສຳເລັດ. ໂປຕີຟາໄວ້ໃຈໂຢເຊັບແລະໃຫ້ລາວເບິ່ງແຍງທຸກສິ່ງທຸກຢ່າງໃນເຮືອນ.
ແຕ່ບັນຫາໃຫຍ່ກຳລັງຈະເກີດຂຶ້ນ. ຄຳພີໄບເບິນບອກວ່າ: ‘ໂຢເຊັບໃຫຍ່ຂຶ້ນແລະໜ້າຕາດີ’ ແລ້ວເມຍຂອງໂປຕີຟາກໍເລີ່ມສົນໃຈໂຢເຊັບເປັນພິເສດ. ລາວສະແດງອອກເລີຍວ່າມັກໂຢເຊັບຫຼາຍ. ລາວເຖິງຂັ້ນຊວນໂຢເຊັບວ່າ: “ມາແມ້ ມານອນນຳຂ້ອຍ.” ແລ້ວໂຢເຊັບຊິເຮັດແນວໃດ? ລາວຢູ່ໄກຈາກຄອບຄົວ ເປັນພຽງແຕ່ທາດ ແລະຊີວິດລາວກໍເປັນຂອງນາຍເຊິ່ງນາຍຈະເຮັດຫຍັງໃຫ້ລາວກໍໄດ້. ແນ່ນອນວ່າເມຍຂອງນາຍມີອຳນາດທີ່ຈະທຳລາຍຊີວິດຂອງໂຢເຊັບໄດ້. ແລ້ວໂຢເຊັບຈະຍອມນອນນຳເມຍຂອງນາຍບໍ? ຫຼືລາວຈະກ້າປະຕິເສດເມຍຂອງນາຍບໍ?
ເຖິງໂຢເຊັບຈະຮູ້ວ່າເມຍຂອງນາຍມີອຳນາດຈະທຳລາຍຊີວິດລາວໄດ້ ແຕ່ມີຫຍັງທີ່ຊ່ວຍລາວໃຫ້ກ້າປະຕິເສດການຍົ້ວຍວນຂອງເມຍນາຍ?
ຄຳພີໄບເບິນບອກວ່າ: “ໂຢເຊັບປະຕິເສດ” ເມຍຂອງນາຍ. ລາວບອກເມຍຂອງນາຍວ່ານາຍໄວ້ໃຈລາວຫຼາຍແລະລາວຈະບໍ່ຍອມທໍລະຍົດນາຍເດັດຂາດ. ແຕ່ສິ່ງທີ່ສຳຄັນທີ່ສຸດ ໂຢເຊັບບອກວ່າ: “ຂ້ອຍຈະເຮັດຊົ່ວແບບນີ້ແລະເຮັດບາບຕໍ່ພະເຈົ້າບໍ່ໄດ້.” ໂຢເຊັບຮັກພະເຢໂຫວາຫຼາຍ ລາວຈຶ່ງກ້າປະຕິເສດເມຍຂອງນາຍທັນທີ. ແຕ່ເມຍຂອງນາຍກໍຍັງບໍ່ເຊົາຍົ້ວຍວນໂຢເຊັບໃຫ້ນອນນຳ. ລາວຍັງເຮັດແບບນັ້ນຕໍ່ໄປ “ທຸກມື້ໆ.” ຈົນມີມື້ໜຶ່ງ ຕອນທີ່ບໍ່ມີຄົນຮັບໃຊ້ຢູ່ນຳຈັກຄົນ ລາວກໍດຶງເສື້ອຂອງໂຢເຊັບແລະບອກວ່າ: “ມາແມ້! ມານອນນຳຂ້ອຍ.” ໂຢເຊັບຟຶດຈົນເສື້ອຫຼຸດ ແລ້ວກໍໜີໄປໄດ້. ເມຍຂອງນາຍເລີຍເອົາເສື້ອຂອງໂຢເຊັບໄວ້. ເມື່ອຜົວກັບມາ ລາວກໍເອົາເສື້ອໂຕນັ້ນໃຫ້ຜົວເບິ່ງແລະຫາເລື່ອງວ່າໂຢເຊັບພະຍາຍາມຈະຂົ່ມຂືນລາວ. ເມື່ອໄດ້ຍິນແນວນັ້ນ ໂປຕີຟາກໍໃຈຮ້າຍແຮງ ລາວຈຶ່ງຈັບໂຢເຊັບເຂົ້າຄຸກ.
ຕອນນີ້ໂຢເຊັບຖືກຂັງຢູ່ໃນຄຸກມືດ. ເຂົາເຈົ້າເອົາໂສ້ລ່າມຕີນແລະລ່າມຄໍລາວໄວ້ໄລຍະໜຶ່ງ. (ພສ. 105:17, 18) ເມື່ອເຈິແບບນີ້ ໂຢເຊັບອາດຈະທໍ້ໃຈແລະໝົດຫວັງກໍໄດ້. ແຕ່ລາວຍັງໄວ້ໃຈພະເຢໂຫວາຕໍ່ໆໄປ ແລະເພິ່ນກໍບໍ່ໄດ້ຖິ້ມລາວ. ຕອນຢູ່ໃນຄຸກ ໂຢເຊັບເປັນຄົນດຸໝັ່ນຫຼາຍ ພະເຢໂຫວາຈຶ່ງອວຍພອນລາວ. ບໍ່ດົນ ຫົວໜ້າຜູ້ຄຸມຄຸກກໍໄວ້ໃຈໂຢເຊັບແລະໃຫ້ລາວເບິ່ງແຍງວຽກທີ່ສຳຄັນ. ໂຢເຊັບອົດທົນແລະກ້າຫານຕໍ່ໆໄປເປັນເວລາຫຼາຍປີ.
ໂຢເຊັບມີຄວາມເຊື່ອແລະຄວາມກ້າຫານ ພະເຢໂຫວາຈຶ່ງໃຊ້ລາວໄດ້ຕະຫຼອດເລີຍ. ມີມື້ໜຶ່ງ ພະເຢໂຫວາພະເຈົ້າເຮັດໃຫ້ຟາໂຣຝັນ 2 ເລື່ອງທີ່ບອກລ່ວງໜ້າກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ແລະເພິ່ນຊ່ວຍໂຢເຊັບໃຫ້ອະທິບາຍຄວາມໝາຍຂອງຄວາມຝັນນັ້ນໄດ້. ໂຢເຊັບບອກຟາໂຣວ່າຄວາມຝັນຂອງຟາໂຣບອກລ່ວງໜ້າວ່າແຜ່ນດິນຈະອຸດົມສົມບູນ 7 ປີ ແລະຫຼັງຈາກນັ້ນແຜ່ນດິນກໍຈະເກີດຄວາມອຶດຢາກຢູ່ 7 ປີ. ເມື່ອໄດ້ຍິນແນວນັ້ນ ຟາໂຣກໍປະທັບໃຈຫຼາຍທີ່ພະເຈົ້າຊ່ວຍໂຢເຊັບໃຫ້ແປຄວາມຝັນແລະໃຫ້ຄຳແນະນຳທີ່ດີ. ຟາໂຣຈຶ່ງແຕ່ງຕັ້ງໃຫ້ໂຢເຊັບເປັນຜູ້ກຽມຮັບມືກັບຄວາມອຶດຢາກທີ່ຈະເກີດຂຶ້ນ. ລາວມອບອຳນາດໃຫ້ໂຢເຊັບປົກຄອງແຜ່ນດິນເຊິ່ງເປັນຮອງຈາກລາວເທົ່ານັ້ນ. ຍ້ອນແນວນີ້ ໂຢເຊັບຈຶ່ງບໍ່ໄດ້ຊ່ວຍແຕ່ຄົນເອຢິບ ແຕ່ຍັງໄດ້ຊ່ວຍຄົນໃນຄອບຄົວຂອງລາວໃຫ້ລອດຈາກຄວາມອຶດຢາກນຳ. ໜ້າສົນໃຈຕອນທີ່ພວກອ້າຍມາຊື້ເຂົ້າຢູ່ເອຢິບ ເລື່ອງທີ່ໂຢເຊັບເຄີຍຝັນຕອນທີ່ຍັງນ້ອຍກໍໄດ້ເກີດຂຶ້ນແທ້. ພວກອ້າຍໄດ້ກົ້ມລົງສະແດງຄວາມນັບຖືໂຢເຊັບໂດຍບໍ່ຮູ້ໂຕວ່າເຂົາເຈົ້າກຳລັງກົ້ມລົງໃຫ້ນ້ອງຊາຍຂອງໂຕເອງ. ຜ່ານມາພວກອ້າຍເຄີຍຊັງໂຢເຊັບຫຼາຍ ແຕ່ຕອນນີ້ເຂົາເຈົ້າສະແດງໃຫ້ເຫັນວ່າເຂົາເຈົ້າປ່ຽນເປັນຄົນທີ່ດີຂຶ້ນ. ນ້ອງຊາຍທີ່ເຂົາເຈົ້າເຄີຍຊັງຫຼາຍ ຕອນນີ້ພັດເປັນຜູ້ທີ່ຊ່ວຍຊີວິດເຂົາເຈົ້າ ຊ່ວຍຊີວິດພໍ່ຂອງເຂົາເຈົ້າ ແລະຍັງຊ່ວຍກຸ່ມຄົນທີ່ຈະມາເປັນຊາດອິດສະຣາເອນໃນອະນາຄົດນຳອີກ. ທຸກຢ່າງເປັນໄປໄດ້ກໍຍ້ອນໂຢເຊັບສະແດງຄວາມກ້າຫານແລະສັດຊື່ຕໍ່ພະເຢໂຫວາສະເໝີ.
ອ່ານເລື່ອງຂອງລາວຢູ່ຂໍ້ຄຳພີເຫຼົ່ານີ້:
ໃຫ້ລົມກັນວ່າ:
ໂຢເຊັບສະແດງຄວາມກ້າຫານແນວໃດ?
ຄົ້ນຄວ້າຫຼາຍຂຶ້ນ
1. ມີຫຼັກຖານຫຍັງທີ່ເຮັດໃຫ້ເຮົາໝັ້ນໃຈວ່າຄຳພີໄບເບິນເວົ້າຖືກກ່ຽວກັບຊີວິດຂອງໂຢເຊັບຢູ່ເອຢິບ? (ຕ 11/10 ໜ້າ 15 ຫຍໍ້ໜ້າ 2-ຊກຈອ)
2. ໂຢເຊັບຮູ້ໄດ້ແນວໃດວ່າພະເຢໂຫວາຖືວ່າການຫຼິ້ນຊູ້ເປັນການເຮັດ “ຊົ່ວ”? (ປຖກ. 39:9; ຫ22.08 ໜ້າ 26 ຂໍ້ 2)
3. ເປັນຫຍັງພະເຢໂຫວາຈຶ່ງອະນຸຍາດໃຫ້ໂຢເຊັບເປັນນາຍົກລັດຖະມົນຕີຂອງເອຢິບ? (ຫ96 1/5 ໜ້າ 11 ຂໍ້ 4-ຊກຈອ) ຮູບ ກ
ຮູບ ກ
4. ຕອນອາຍຸ 110 ປີ ໂຢເຊັບເຮັດຫຍັງທີ່ສະແດງວ່າລາວມີຄວາມເຊື່ອເຂັ້ມແຂງ? (ປຖກ. 50:25, 26; ຫ07 1/6 ໜ້າ 28 ຂໍ້ 10-11-ຊກຈອ) ຮູບ ຂ
ຮູບ ຂ
ຄິດເຖິງສິ່ງທີ່ເຈົ້າຈະເອົາໄປໃຊ້
ເຮົາຈະຮຽນແບບວິທີທີ່ໂຢເຊັບປະຕິບັດຕໍ່ພວກອ້າຍຂອງລາວແນວໃດຖ້າພີ່ນ້ອງຮ່ວມຄວາມເຊື່ອເຮັດບໍ່ດີຕໍ່ເຮົາ? (ປຖກ. 45:4, 5; 50:19-21)
ເຖິງວ່າໂຢເຊັບຈະຢູ່ໄກຈາກບ້ານ ແຕ່ລາວກໍຍັງສັດຊື່ຕໍ່ພະເຢໂຫວາຕົວຢ່າງຂອງລາວຊ່ວຍເຮົາແນວໃດ . . .
ຕອນທີ່ຢູ່ໂຮງຮຽນ? ຮູບ ຄ
ຮູບ ຄ
ຕອນທີ່ເດີນທາງ? ຮູບ ງ
ຮູບ ງ
ຕອນທີ່ໃຊ້ໂທລະສັບ ແທັບເລັດ ຫຼືຄອມພິວເຕີ? ຮູບ ຈ
ຮູບ ຈ
ໃນຊີວິດຂອງເຈົ້າ ເຈົ້າຈະກ້າຫານຄືກັບໂຢເຊັບໄດ້ແນວໃດ?
ເບິ່ງພາບໃຫ້ກວ້າງຂຶ້ນ
ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ເລື່ອງນີ້ກ່ຽວຂ້ອງແນວໃດກັບຄວາມຕ້ອງການຂອງພະເຢໂຫວາ?
ຂ້ອຍຢາກຖາມຫຍັງໂຢເຊັບຕອນທີ່ລາວຖືກປຸກໃຫ້ຄືນມາຈາກຕາຍ?
ຮຽນຮູ້ຕື່ມອີກ
ເຖິງວ່າພະເຢໂຫວາຍອມໃຫ້ໂຢເຊັບເຈິກັບບັນຫາຕ່າງໆ ແຕ່ເພິ່ນກໍຊ່ວຍໃຫ້ໂຢເຊັບອົດທົນກັບບັນຫາເຫຼົ່ານັ້ນໄດ້. ໃຫ້ເຮົາມາເບິ່ງວ່າພະເຢໂຫວາຈະຊ່ວຍເຈົ້າຄືກັນແນວໃດ.
ເດັກນ້ອຍຈະຮຽນແບບຕົວຢ່າງຂອງໂຢເຊັບແນວໃດຕອນທີ່ຖືກໝູ່ກວນ?