ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ00 15/10 ໜ້າ 31
  • ຄຳຖາມຈາກຜູ້ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳຖາມຈາກຜູ້ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2000
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2000
ຫ00 15/10 ໜ້າ 31

ຄຳ​ຖາມ​ຈາກ​ຜູ້​ອ່ານ

ເມື່ອ​ຄິດ​ເຖິງ​ຄຳ​ສັ່ງ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ການ​ໃຊ້​ເລືອດ​ຢ່າງ​ຖືກຕ້ອງ ພະຍານ​ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ໃນ​ເລື່ອງ​ການ​ໃຊ້​ເລືອດ​ຂອງ​ໂຕເອງ​ເພື່ອ​ປິ່ນປົວ​ທາງ​ການ​ແພດ?

ແທນ​ທີ່​ຈະ​ຕັດສິນໃຈ​ໂດຍ​ອາໄສ​ສະເພາະ​ແຕ່​ຄວາມ​ມັກ​ສ່ວນ​ໂຕ​ຫຼື​ຄຳ​ແນະນຳ​ບາງ​ຢ່າງ​ທາງ​ການ​ແພດ ຄລິດສະຕຽນ​ແຕ່​ລະ​ຄົນ​ຄວນ​ພິຈາລະນາ​ຢ່າງ​ຈິງ​ຈັງ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ນີ້​ເປັນ​ເລື່ອງ​ລະຫວ່າງ​ລາວ​ກັບ​ພະ​ເຢໂຫວາ.

ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ຊີວິດ​ເຮົາ​ໄດ້​ບອກ​ເຮົາ​ຢ່າງ​ຈະ​ແຈ້ງ​ວ່າ​ບໍ່​ໃຫ້​ກິນ​ເລືອດ. (ປະຖົມມະການ 9:3, 4) ໃນ​ກົດໝາຍ​ທີ່​ພະເຈົ້າ​ໃຫ້​ຊາດ​ອິດສະຣາເອນ​ບູຮານ ເພິ່ນ​ບອກ​ໃຫ້​ຮູ້​ວ່າ​ຄວນ​ໃຊ້​ເລືອດ​ສຳລັບ​ຫຍັງ​ເພາະ​ເລືອດ​ໝາຍ​ເຖິງ​ຊີວິດ. ເພິ່ນ​ບອກ​ວ່າ: “ຊີວິດ​ຂອງ​ຄົນ​ແລະ​ສັດ​ທຸກ​ຊະນິດ​ຢູ່​ໃນ​ເລືອດ. ເຮົາ​ໃຫ້​ເລືອດ​ກັບ​ພວກ​ເຈົ້າ​ເພື່ອ​ໃຫ້​ພວກ​ເຈົ້າ​ເອົາ​ໄປ​ຊິດ​ໃສ່​ແທ່ນ​ບູຊາ​ແລະ​ໄດ້​ຮັບ​ການ​ຍົກໂທດ.” ຖ້າ​ຄົນ​ໜຶ່ງ​ຂ້າ​ສັດ​ເພື່ອ​ເປັນ​ອາຫານ​ເດ​ຈະ​ເປັນ​ແນວ​ໃດ? ພະເຈົ້າ​ບອກ​ວ່າ: “ລາວ​ຈະ​ຕ້ອງ​ໃຫ້​ເລືອດ​ສັດ​ນັ້ນ​ໄຫຼ​ອອກ​ຈົນ​ໝົດ​ແລະ​ເອົາ​ດິນ​ຖົມ​ໄວ້.”a (ລະບຽບ​ພວກ​ເລວີ 17:11, 13) ພະ​ເຢໂຫວາ​ເວົ້າ​ຢ້ຳ​ຄຳ​ສັ່ງ​ຂໍ້​ນີ້​ຊ້ຳ​ແລ້ວ​ຊ້ຳ​ອີກ. (ພະ​ບັນຍັດ 12:16, 24; 15:23) ປຶ້ມ​ຊື່​ຊອນ​ຊິ​ໂນ ຄຸມາດສ໌ ຂອງ​ຄົນ​ຢິວ​ບອກ​ວ່າ: “ຕ້ອງ​ບໍ່​ເກັບ​ເລືອດ​ໄວ້ ແຕ່​ໃຫ້​ເທ​ລົງ​ດິນ​ເພື່ອ​ບໍ່​ໃຫ້​ໃຜ​ເອົາ​ມາ​ກິນ”. ຄົນ​ອິດສະຣາເອນ​ບໍ່​ຄວນ​ເກັບ​ເລືອດ ແລະ​ໃຊ້​ເລືອດ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ອື່ນ ຍ້ອນ​ຊີວິດ​ເຫຼົ່າ​ນັ້ນ​ເປັນ​ຂອງ​ພະເຈົ້າ.

ເຖິງ​ວ່າ​ກົດໝາຍ​ຂອງ​ໂມເຊ​ຈະ​ຖືກ​ຍົກ​ເລີກ​ເມື່ອ​ເມຊີອາ​ຕາຍ ແຕ່​ທັດສະນະ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຄວາມ​ສັກສິດ​ຂອງ​ເລືອດ​ຍັງ​ຄື​ເກົ່າ. ໂດຍ​ໄດ້​ຮັບ​ການ​ກະຕຸ້ນ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ພວກ​ອັກຄະສາວົກ​ຈຶ່ງ​ສັ່ງ​ຄລິດສະຕຽນ​ໃຫ້ ‘ງົດ​ເວັ້ນ​ຈາກ​ເລືອດ.’ ເລື່ອງ​ນີ້​ຮ້າຍ​ແຮງ​ຫຼາຍ​ແລະ​ບໍ່​ຄວນ​ຖືເບົາ. ຄຳ​ສັ່ງ​ນີ້​ສຳຄັນ​ສ່ຳ​ກັບ​ຄຳ​ສັ່ງ​ທີ່​ບອກ​ໃຫ້​ງົດ​ເວັ້ນ​ຈາກ​ການ​ຜິດ​ສິນລະທຳ​ທາງ​ເພດ​ຫຼື​ການ​ຂາບ​ໄຫວ້​ຮູບ​ບູຊາ. (ກິດຈະການ 15:28, 29; 21:25) ເມື່ອ​ການ​ບໍລິຈາກ​ເລືອດ​ແລະ​ການ​ໃສ່​ເລືອດ​ເປັນ​ເລື່ອງ​ທຳມະດາ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2 ພະຍານ​ພະ​ເຢໂຫວາ​ເຂົ້າໃຈ​ວ່າ​ການ​ເຮັດ​ແບບ​ນີ້​ຂັດ​ກັບ​ຄຳສອນ​ຂອງ​ພະເຈົ້າ.b

ບາງ​ເທື່ອ​ທ່ານ​ໝໍ​ຈະ​ແນະນຳ​ຄົນ​ປ່ວຍ​ໃຫ້​ຝາກ​ເລືອດ​ຂອງ​ໂຕເອງ​ໄວ້​ຫຼາຍ​ອາທິດ​ກ່ອນ​ການ​ຜ່າ​ຕັດ (ການ​ບໍລິຈາກ​ເລືອດ​ໂຕເອງ​ກ່ອນ​ການ​ຜ່າ​ຕັດ​ຫຼື PAD) ເພື່ອ​ໝໍ​ຈະ​ສາມາດ​ເອົາ​ເລືອດ​ມາ​ໃຊ້​ໃນ​ລະຫວ່າງ​ຜ່າ​ຕັດ​ໄດ້​ຖ້າ​ຈຳເປັນ. ແຕ່​ການ​ກັກ​ເກັບ​ເລືອດ​ແລະ​ການ​ໃສ່​ເລືອດ​ຕາມ​ວິທີ​ນີ້​ຂັດແຍ່ງ​ໂດຍ​ກົງ​ກັບ​ທີ່​ເວົ້າ​ໄວ້​ໃນ​ປຶ້ມ​ລະບຽບ​ພວກ​ເລວີ​ແລະ​ພະ​ບັນຍັດ. ດັ່ງນັ້ນ ບໍ່​ຄວນ​ເກັບ​ເລືອດ​ໄວ້ ແຕ່​ຕ້ອງ​ເທ​ລົງ​ດິນ ເຊິ່ງ​ໝາຍ​ເຖິງ​ເລືອດ​ນັ້ນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ພະເຈົ້າ. ເຖິງ​ແມ່ນ​ວ່າ​ທຸກ​ມື້​ນີ້​ກົດໝາຍ​ຂອງ​ໂມເຊ​ຈະ​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ນັບຖື​ຫຼັກການ​ທີ່​ພະເຈົ້າ​ໃຫ້​ໄວ້​ໃນ​ພະ​ບັນຍັດ​ແລະ​ເຂົາເຈົ້າ​ກໍ​ຕັ້ງໃຈ​ທີ່​ຈະ ‘ງົດ​ເວັ້ນ​ຈາກ​ເລືອດ.’ ດັ່ງນັ້ນ ເຮົາ​ບໍ່​ບໍລິຈາກ​ເລືອດ ຫຼື​ບໍ່​ເກັບ​ເລືອດ​ຂອງ​ເຮົາ​ທີ່​ຄວນ ‘ເທ​ລົງ​ດິນ’ ໄວ້​ສຳລັບ​ໃສ່​ໃຫ້​ໂຕເອງ ເພາະ​ການ​ເຮັດ​ແບບ​ນັ້ນ​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ.

ແຕ່​ກໍ​ມີ​ວິທີ​ການ​ບາງ​ຢ່າງ​ທີ່​ທ່ານ​ໝໍ​ເຮັດ​ກັບ​ເລືອດ​ຂອງ​ເຮົາ​ທີ່​ບໍ່​ໄດ້​ຂັດແຍ່ງ​ໂດຍ​ກົງ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ຄລິດສະຕຽນ​ຫຼາຍ​ຄົນ​ຍອມ​ໃຫ້​ເອົາ​ເລືອດ​ຂອງ​ໂຕເອງ​ອອກ​ໄປ​ຈຳນວນ​ໜຶ່ງ​ເພື່ອ​ກວດ​ຫຼື​ວິເຄາະ ເຊິ່ງ​ຫຼັງ​ຈາກ​ນັ້ນ​ຕົວຢ່າງ​ເລືອດ​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຖິ້ມ. ແຕ່​ກໍ​ມີ​ການ​ປິ່ນປົວ​ທາງ​ການ​ແພດ​ອື່ນ​ໆ​ທີ່​ເຮົາ​ຕ້ອງ​ໄດ້​ຄິດ​ດີ​ໆ​ກ່ອນ​ທີ່​ຈະ​ປິ່ນປົວ.

ຕົວຢ່າງ​ເຊັ່ນ: ຂະບວນການ​ຫຼຸດ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ເລືອດ. ລະຫວ່າງ​ການ​ຜ່າ​ຕັດ ເລືອດ​ຂອງ​ຜູ້​ປ່ວຍ​ບາງ​ສ່ວນ​ອາດ​ຖືກ​ປ່ຽນ​ທາງ​ໄຫຼ​ວຽນ​ໃຫ້​ຜ່ານ​ນອກ​ຮ່າງກາຍ​ໄປ​ເຂົ້າ​ເຄື່ອງ​ອຸປະກອນ​ທາງ​ການ​ແພດ. ເລືອດ​ທີ່​ຍັງ​ຢູ່​ໃນ​ຮ່າງກາຍ​ຜູ້​ປ່ວຍ​ຈະ​ເຮັດ​ໃຫ້​ເຈືອ​ຈາງ. ຫຼັງ​ຈາກ​ນັ້ນ ເລືອດ​ຂອງ​ລາວ​ເຊິ່ງ​ຢູ່​ໃນ​ເສັ້ນ​ທາງ​ການ​ໄຫຼ​ນອກ​ຮ່າງກາຍ​ຈະ​ຖືກ​ໃສ່​ກັບ​ເຂົ້າ​ມາ​ໃນ​ໂຕ​ລາວ​ອີກ​ເທື່ອ​ໜຶ່ງ ນີ້​ເຮັດ​ໃຫ້​ປະລິມານ​ເມັດ​ເລືອດ​ຂອງ​ລາວ​ໃກ້​ຄຽງ​ກັບ​ຕອນ​ທີ່​ປົກກະຕິ. ຄ້າຍຄື​ກັນ ອາດ​ມີ​ການ​ເກັບ​ເລືອດ​ທີ່​ໄຫຼ​ອອກ​ຈາກ​ບາດ​ແຜ​ແລະ​ຕອງ​ເພື່ອ​ຈະ​ໃສ່​ເຊວ​ເມັດ​ເລືອດ​ແດງ​ກັບ​ໄປ​ສູ່​ໂຕ​ຜູ້​ປ່ວຍ​ໄດ້ ນີ້​ເອີ້ນ​ວ່າ​ການ​ເກັບ​ຮັກສາ​ເຊວ​ເມັດ​ເລືອດ. ຫຼື​ໃນ​ຂະບວນການ​ອີກ​ຢ່າງ​ໜຶ່ງ ເລືອດ​ອາດ​ຖືກ​ເຮັດ​ໃຫ້​ໄຫຼ​ເຂົ້າ​ສູ່​ເຄື່ອງມື​ຢ່າງ​ໜຶ່ງ​ເຊິ່ງ​ເຮັດ​ວຽກ​ຄ້າຍຄື​ກັບ ຫົວໃຈ ປອດ ຫຼື​ໝາກ​ໄຂ່​ຫຼັງ. ຈາກ​ນັ້ນ ເລືອດ​ຈາກ​ເຄື່ອງມື​ນັ້ນ​ຈະ​ໄຫຼ​ກັບ​ເຂົ້າ​ສູ່​ໂຕ​ຜູ້​ປ່ວຍ. ໃນ​ອີກ​ຂະບວນການ​ໜຶ່ງ ເລືອດ​ຈະ​ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ເຄື່ອງ​ແຍກ ເພື່ອ​ກຳຈັດ​ເລືອດ​ສ່ວນ​ທີ່​ເປັນ​ອັນຕະລາຍ​ຫຼື​ເສຍຫາຍ​ອອກ​ໄປ ຫຼື​ອາດ​ມີ​ເປົ້າໝາຍ​ເພື່ອ​ແຍກ​ສ່ວນ​ປະກອບ​ບາງ​ຢ່າງ​ຂອງ​ເລືອດ​ອອກ​ແລະ​ໃຊ້​ສ່ວນ​ນັ້ນ​ກັບ​ຮ່າງກາຍ​ສ່ວນ​ອື່ນ. ນອກ​ຈາກ​ນີ້ ໃນ​ບາງ​ກໍລະນີ ທ່ານ​ໝໍ​ອາດ​ເກັບ​ຕົວຢ່າງ​ຂອງ​ເລືອດ​ແລະ​ເຕີມ​ສານ​ບາງ​ຢ່າງ​ເຂົ້າ​ໄປ​ໃນ​ເລືອດ​ເພື່ອ​ເຮັດ​ການ​ກວດ​ສອບ​ບາງ​ຢ່າງ ແລ້ວ​ກໍ​ເອົາ​ເລືອດ​ນັ້ນ​ກັບ​ເຂົ້າ​ສູ່​ຮ່າງກາຍ​ຂອງ​ຜູ້​ປ່ວຍ.

ມີ​ການ​ປິ່ນປົວ​ຫຼາຍ​ວິທີ​ແລະ​ທ່ານ​ໝໍ​ກໍ​ຄິດ​ຄົ້ນ​ວິທີ​ປິ່ນປົວ​ແບບ​ໃໝ່​ໆ​ຕະຫຼອດ. ບໍ່​ແມ່ນ​ໜ້າທີ່​ຂອງ​ເຮົາ​ທີ່​ຈະ​ຕັດສິນໃຈ​ແທນ​ຄົນ​ອື່ນ​ວ່າ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ໃນ​ແຕ່​ລະ​ກໍລະນີ. ເມື່ອ​ຄລິດສະຕຽນ​ຄົນ​ໜຶ່ງ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ ລາວ​ຕ້ອງ​ຕັດສິນໃຈ​ເອງ​ວ່າ​ຈະ​ຍອມຮັບ​ການ​ປິ່ນປົວ​ແບບ​ໃດ. ສະນັ້ນ ກ່ອນ​ຮັບ​ການ​ປິ່ນປົວ ລາວ​ຄວນ​ລົມ​ກັບ​ທ່ານ​ໝໍ​ໃຫ້​ແນ່​ໃຈ​ວ່າ​ຈະ​ມີ​ການ​ນຳ​ໃຊ້​ເລືອດ​ຂອງ​ລາວ​ແນວ​ໃດ​ແດ່​ໃນ​ລະຫວ່າງ​ການ​ປິ່ນປົວ. ລາວ​ຕ້ອງ​ຕັດສິນໃຈ​ໂດຍ​ທີ່​ບໍ່​ຂັດ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ. (ເບິ່ງ​ຂອບ).

ຄລິດສະຕຽນ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ເຂົາເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ຮັບໃຊ້​ເພິ່ນ​ແລະ ‘ຮັກ​ເພິ່ນ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ກຳລັງ ແລະ​ສຸດ​ຄວາມ​ຄິດ.’ (ລູກາ 10:27) ບໍ່​ຄື​ກັບ​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ ພະຍານ​ພະ​ເຢໂຫວາ​ຖື​ວ່າ​ການ​ເຊື່ອຟັງ​ພະເຈົ້າ​ແລະ​ໄດ້​ເປັນ​ໝູ່​ກັບ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຂົາເຈົ້າ. ພະ​ເຢໂຫວາ​ຜູ້​ໃຫ້​ຊີວິດ​ສະໜັບສະໜູນ​ເຮົາ​ທຸກ​ຄົນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ທີ່​ໄດ້​ສະລະ​ເລືອດ​ຂອງ​ເພິ່ນ​ເພື່ອ​ພວກ​ເຮົາ ເພິ່ນ​ບອກ​ວ່າ: “ຜູ້​ນັ້ນ​ຈ່າຍ​ຄ່າໄຖ່​ດ້ວຍ​ເລືອດ​ຂອງ​ເພິ່ນ​ເພື່ອ​ປົດ​ປ່ອຍ​ພວກ​ເຮົາ ຄວາມ​ຜິດ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ຍົກໂທດ. ນີ້​ສະແດງ​ວ່າ​ພະເຈົ້າ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແທ້​ໆ.”​—ເອເຟໂຊ 1:7

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສາດ​ສະ​ດາ​ຈານ​ແຟຣ໋ງ ເອັດຈ໌. ກໍແມນ ຂຽນ​ວ່າ: “ເມື່ອ​ຄົນ​ໜຶ່ງ​ເທ​ເລືອດ​ສັດ​ທີ່​ຖືກ​ຂ້າ​ລົງ​ດິນ ລາວ​ກໍ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ​ສັດ ແລະ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ເຊື່ອຟັງ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ພະເຈົ້າ​ຜູ້​ສ້າງ​ນຳ.”

b ຫໍສັງເກດການ ສະບັບ 1 ກໍລະກົດ 1951 (ພາສາ​ອັງກິດ) ຕອບ​ຄຳ​ຖາມ​ສຳຄັນ​ກ່ຽວກັບ​ເລື່ອງ​ນີ້ ເຊິ່ງ​ເຮັດ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ການ​ໃສ່​ເລືອດ​ທີ່​ໄດ້​ຮັບ​ບໍລິຈາກ​ເປັນ​ເລື່ອງ​ຜິດ.

[ຂອບ]

ຄຳ​ຖາມ​ທີ່​ເຈົ້າ​ຈະ​ຖາມ​ໂຕເອງ

ຖ້າ​ຈະ​ມີ​ການ​ເຮັດ​ໃຫ້​ເລືອດ​ຂ້ອຍ​ໄຫຼ​ວຽນ​ອອກ​ນອກ​ຮ່າງກາຍ​ແລະ​ເຖິງຂັ້ນ​ຢຸດ​ໄຫຼ​ຊ່ວງ​ໜຶ່ງ ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຂ້ອຍ​ຈະ​ຍອມ​ໃຫ້​ຂ້ອຍ​ເບິ່ງ​ວ່າ​ເລືອດ​ນັ້ນ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຕ​ຂ້ອຍ​ບໍ ຫຼື​ຂ້ອຍ​ຮູ້ສຶກ​ວ່າ​ຕ້ອງ ‘ເທ​ເລືອດ​ນັ້ນ​ລົງ​ດິນ’ ເຊິ່ງ​ໝາຍ​ຄວາມ​ວ່າ​ຂ້ອຍ​ຕ້ອງ​ຖິ້ມ​ເລືອດ​ນັ້ນ?

ຈາກ​ສິ່ງ​ທີ່​ຂ້ອຍ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ຂ້ອຍ​ຈະ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຜິດ​ຫຼື​ບໍ່​ຖ້າ​ເລືອດ​ຂອງ​ຂ້ອຍ​ບາງ​ສ່ວນ​ຖືກ​ເອົາ​ອອກ​ຈາກ​ຮ່າງກາຍ​ໃນ​ລະຫວ່າງ​ທີ່​ປິ່ນປົວ​ເພື່ອ​ເອົາ​ມາ​ເຮັດ​ຫຍັງ​ບາງ​ຢ່າງ ແລ້ວ​ກໍ​ເອົາ​ເຂົ້າ​ສູ່​ຮ່າງກາຍ​ຂ້ອຍ​ອີກ​ເທື່ອ​ໜຶ່ງ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌