ຄຳພີໄບເບິນປ່ຽນຊີວິດຄົນ
ອັນໃດກະຕຸ້ນໃຫ້ຜູ້ຊາຍຄົນໜຶ່ງກັບໄປຫາສາສະໜາທີ່ລາວເຄີຍບໍ່ສົນໃຈຕອນເປັນໄວລຸ້ນ? ໄວລຸ້ນຊາຍຄົນໜຶ່ງໄດ້ພົບກັບພໍ່ທີ່ລາວຊອກຫາມາຕະຫຼອດຊີວິດໄດ້ແນວໃດ? ໃຫ້ເຮົາມາອ່ານເລື່ອງທີ່ເຂົາເຈົ້າຈະເລົ່າຕໍ່ໄປນີ້.
“ຂ້ອຍຕ້ອງກັບໄປຫາພະເຢໂຫວາ”—ອີລີ ຄາລິນ
ເກີດປີ: 1976
ເກີດຢູ່ປະເທດ: ໄຊປຣັດ
ອະດີດ: ລູກທີ່ບໍ່ຟັງຄວາມ
ຊີວິດທີ່ຜ່ານມາ: ຂ້ອຍເກີດຢູ່ປະເທດໄຊປຣັດແຕ່ໄປໃຫຍ່ຢູ່ປະເທດອົດສະຕຣາລີ. ພໍ່ແມ່ຂອງຂ້ອຍເປັນພະຍານພະເຢໂຫວາ. ພວກເພິ່ນພະຍາຍາມສອນຂ້ອຍໃຫ້ຮັກພະເຢໂຫວາແລະຄຳພີໄບເບິນ. ແຕ່ເມື່ອເປັນໄວລຸ້ນ ຂ້ອຍກໍ່ເລີ່ມບໍ່ເຊື່ອຟັງພໍ່ແມ່. ຕອນກາງຄືນຂ້ອຍມັກລັກອອກໄປຫາໝູ່ຢູ່ນອກ. ພວກເຮົາພາກັນໄປລັກລົດແລະກໍ່ຄວາມວຸ່ນວາຍຫຼາຍຢ່າງ.
ທຳອິດ ຂ້ອຍພະຍາຍາມປິດບັງບໍ່ໃຫ້ພໍ່ແມ່ຮູ້ຍ້ອນຢ້ານວ່າພວກເພິ່ນຈະເສຍໃຈ ແຕ່ຕໍ່ມາຄວາມຢ້ານກໍ່ຄ່ອຍໆໝົດໄປ. ຂ້ອຍເລີ່ມຄົບຫາກັບໝູ່ທີ່ອາຍຸຫຼາຍກວ່າຂ້ອຍຫຼາຍປີ. ເຂົາເຈົ້າບໍ່ໄດ້ຮັກພະເຢໂຫວາແລະພາຂ້ອຍໄປໃນທາງທີ່ຜິດ. ໃນທີ່ສຸດ ຂ້ອຍກໍບອກພໍ່ແມ່ວ່າຂ້ອຍບໍ່ຢາກນັບຖືສາສະໜາດຽວກັນກັບພວກເພິ່ນແລ້ວ. ເຖິງວ່າພວກເພິ່ນຈະພະຍາຍາມຊ່ວຍຂ້ອຍໂດຍບໍ່ຍອມແພ້ ແຕ່ຂ້ອຍກໍປະຕິເສດການຊ່ວຍເຫຼືອທຸກຢ່າງ. ພວກເພິ່ນຈຶ່ງເສຍໃຈຫຼາຍ.
ຫຼັງຈາກຍ້າຍອອກໄປຢູ່ຄົນດຽວ ຂ້ອຍກໍເລີ່ມລອງເສບຢາ. ຂ້ອຍເຖິງຂັ້ນປູກກັນຊາແລະຂາຍໄດ້ບັກຫຼາຍໆ. ຂ້ອຍໃຊ້ຊີວິດແບບຜິດສິນລະທຳແລະໃຊ້ເວລາສ່ວນຫຼາຍໄປກັບການສັງສັນເຮຮາຢູ່ເທັກຢູ່ບາ. ນອກຈາກນັ້ນ ຂ້ອຍຍັງກາຍເປັນຄົນໃຈຮ້ອນ. ຖ້າມີໃຜເຮັດຫຍັງທີ່ຂວາງຫູຂວາງຕາ ຂ້ອຍກໍຈະລະເບີດອາລົມອອກມາທັນທີ. ຂ້ອຍຈະຮ້ອງດ່າແລະເຂົ້າໄປຕີເຂົາເຈົ້າ. ເວົ້າງ່າຍໆກໍຄື ຂ້ອຍເຮັດທຸກຢ່າງທີ່ພໍ່ແມ່ເຄີຍສອນວ່າຄລິດສະຕຽນບໍ່ຄວນເຮັດ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ຂ້ອຍເລີ່ມສະໜິດກັບໝູ່ຄົນໜຶ່ງທີ່ຕິດຢາ. ພໍ່ຂອງລາວຕາຍໄປຕັ້ງແຕ່ລາວຍັງນ້ອຍ. ເຮົາມັກຈະລົມກັນຈົນເດິກ ມີຄືນໜຶ່ງລາວລະບາຍຄວາມຮູ້ສຶກຂອງລາວອອກມາແລະບອກວ່າລາວຄິດຮອດພໍ່ຫຼາຍ. ເນື່ອງຈາກຕອນທີ່ຍັງນ້ອຍ ຂ້ອຍເຄີຍຮຽນຮູ້ກ່ຽວກັບຄວາມຫວັງເລື່ອງການຄືນມາຈາກຕາຍ ຂ້ອຍຈຶ່ງບອກລາວວ່າພະເຢຊູເຄີຍປຸກຄົນຕາຍໃຫ້ຟື້ນແລະເພິ່ນກໍສັນຍາວ່າຈະເຮັດແບບນັ້ນອີກໃນອະນາຄົດ. (ໂຢຮັນ 5:28, 29) ຂ້ອຍບອກລາວວ່າ: “ຄິດເບິ່ງແມ້ ເຈົ້າຈະໄດ້ເຈິພໍ່ອີກເທື່ອໜຶ່ງ. ເຮົາທຸກຄົນຈະໄດ້ຢູ່ໃນໂລກທີ່ເປັນອຸທິຍານຕະຫຼອດໄປ.” ໝູ່ຂອງຂ້ອຍປະທັບໃຈຫຼາຍເມື່ອໄດ້ຍິນແບບນີ້.
ບາງເທື່ອ ໝູ່ຄົນນີ້ກໍມັກເວົ້າເຖິງເລື່ອງອື່ນໆນຳ ເຊັ່ນ: ເລື່ອງສະໄໝສຸດທ້າຍຫຼືຄຳສອນກ່ຽວກັບຕີເອການຸພາບ. ຂ້ອຍຈະຈັບເອົາຄຳພີໄບເບິນຂອງລາວມາເປີດໃຫ້ລາວເບິ່ງຂໍ້ຄຳພີຫຼາຍຂໍ້ໆທີ່ບອກໃຫ້ຮູ້ຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າ ພະເຢຊູ ແລະສະໄໝສຸດທ້າຍ. (ໂຢຮັນ 14:28, 2 ຕີໂມທຽວ 3:1-5) ແຮ່ງຂ້ອຍເວົ້າເລື່ອງພະເຢໂຫວາໃຫ້ໝູ່ຟັງຫຼາຍເທົ່າໃດ ຂ້ອຍກໍແຮ່ງຄິດຮອດເພິ່ນຫຼາຍຂຶ້ນເທົ່ານັ້ນ.
ໃນທີ່ສຸດ ຄວາມຈິງໃນຄຳພີໄບເບິນທີ່ປຽບຄືກັບເມັດພືດທີ່ພໍ່ແມ່ໄດ້ປູກໄວ້ໃນໃຈຂ້ອຍກໍຄ່ອຍໆໃຫຍ່ຂຶ້ນເທື່ອລະເລັກເທື່ອລະໜ້ອຍ ຫຼັງຈາກທີ່ເບິ່ງຄືວ່າບໍ່ມີທາງຈະເຕີບໃຫຍ່ໄດ້. ຕົວຢ່າງເຊັ່ນ: ບາງເທື່ອຕອນທີ່ຂ້ອຍກຳລັງເສບຢາກັບໝູ່ໃນງານປາຕີ້ ຢູ່ດີໆຂ້ອຍກໍຮູ້ສຶກຄິດຮອດພະເຢໂຫວາຂຶ້ນມາ. ໝູ່ຂ້ອຍຫຼາຍຄົນອ້າງວ່າຮັກພະເຈົ້າແຕ່ການກະທຳຂອງເຂົ້າເຈົ້າບໍ່ໄດ້ເປັນແບບທີ່ເວົ້າເລີຍ. ຂ້ອຍບໍ່ຢາກເປັນຄືກັບໝູ່ເຫຼົ່ານີ້ ແລະຕອນນີ້ຂ້ອຍກໍຮູ້ແລ້ວວ່າຕ້ອງເຮັດຫຍັງ. ຂ້ອຍຕ້ອງກັບໄປຫາພະເຢໂຫວາ.
ເຖິງຈະຮູ້ວ່າຕ້ອງເຮັດຫຍັງ ແຕ່ການລົງມືເຮັດແທ້ໆກໍບໍ່ງ່າຍແບບທີ່ຄິດ. ນິດໄສບາງຢ່າງປ່ຽນໄດ້ງ່າຍເຊັ່ນ: ຂ້ອຍເຊົາເສບຢາໄດ້ເຊິ່ງການເຮັດແບບນັ້ນກໍບໍ່ຍາກປານໃດ. ນອກຈາກນັ້ນ ຂ້ອຍຍັງເຊົາຄົບຫາກັບໝູ່ເກົ່າໆແລະເລີ່ມສຶກສາຄຳພີໄບເບິນກັບຜູ້ເບິ່ງແຍງຄົນໜຶ່ງ.
ແຕ່ກໍມີບາງຢ່າງທີ່ເຊົາໄດ້ຍາກຫຼາຍ. ການຄວບຄຸມອາລົມບໍ່ໃຫ້ໃຈຮ້າຍງ່າຍເປັນເລື່ອງຍາກແທ້ໆ. ບາງເທື່ອຂ້ອຍຄວບຄຸມໂຕເອງໄດ້ດີ ແຕ່ບາງເທື່ອກໍລະເບີດອາລົມອອກມາຈົນໄດ້. ຫຼັງຈາກນັ້ນ ຂ້ອຍຈະຮູ້ສຶກບໍ່ດີຫຼາຍຍ້ອນຄິດວ່າຂ້ອຍຄືຊິບໍ່ມີທາງເອົາຊະນະນິດໄສນີ້ໄດ້. ຍ້ອນຄວາມທໍ້ໃຈ ຂ້ອຍຈຶ່ງລົມກັບຜູ້ເບິ່ງແຍງທີ່ສອນຄຳພີໄບເບິນໃຫ້ຂ້ອຍ. ລາວອົດທົນແລະໃຈດີກັບຂ້ອຍຫຼາຍ ແຖມຍັງພະຍາຍາມໃຫ້ກຳລັງໃຈຂ້ອຍສະເໝີ. ມີເທື່ອໜຶ່ງ ລາວໃຫ້ຂ້ອຍອ່ານບົດຄວາມໃນຫໍສັງເກດການ ກ່ຽວກັບຄວາມສຳຄັນຂອງການບໍ່ທໍ້ຖອຍ.a ເຮົາລົມກັນວ່າມີຂັ້ນຕອນຫຍັງແດ່ທີ່ຂ້ອຍຕ້ອງເຮັດເມື່ອເລີ່ມອາລົມບໍ່ດີ. ຍ້ອນຂ້ອຍຄິດເຖິງບົດຄວາມນັ້ນຢູ່ສະເໝີແລະອະທິດຖານຫາພະເຢໂຫວາຢູ່ເລື້ອຍໆ ຂ້ອຍຈຶ່ງຄ່ອຍໆຄວບຄຸມອາລົມຂອງໂຕເອງໄດ້ດີຂຶ້ນ. ໃນທີ່ສຸດ ຂ້ອຍກໍຮັບບັບເຕມາເປັນພະຍານພະເຢໂຫວາໃນເດືອນເມສາ ປີ 2000. ຄືຊິບໍ່ຕ້ອງບອກວ່າພໍ່ແມ່ຂອງຂ້ອຍຈະດີໃຈຫຼາຍສ່ຳໃດ.
ປະໂຫຍດທີ່ໄດ້ຮັບ: ຕອນນີ້ຂ້ອຍສະບາຍໃຈຫຼາຍແລະມີໃຈຮູ້ຜິດຮູ້ຖືກທີ່ສະອາດຍ້ອນຮູ້ວ່າຂ້ອຍບໍ່ໄດ້ເຮັດໃຫ້ຮ່າງກາຍມີຕຳໜິດ້ວຍຢາເສບຕິດແລະການເຮັດຜິດສິນລະທຳອີກຕໍ່ໄປແລ້ວ. ບໍ່ວ່າຂ້ອຍຈະເຮັດວຽກ ໄປຮ່ວມການປະຊຸມຄລິດສະຕຽນ ພັກຜ່ອນຢ່ອນໃຈກັບໝູ່ ຫຼືເຮັດຫຍັງກໍຕາມ ຂ້ອຍກໍມີຄວາມສຸກຫຼາຍກວ່າແຕ່ກ່ອນ. ຂ້ອຍເບິ່ງຊີວິດໃນແງ່ບວກແລະມີຄວາມຫວັງ.
ຂ້ອຍຂອບໃຈພະເຢໂຫວາຫຼາຍທີ່ພໍ່ແມ່ບໍ່ເຄີຍຖິ້ມຂ້ອຍຫຼືເຊົາຊ່ວຍຂ້ອຍ. ນອກຈາກນັ້ນ ຂ້ອຍຍັງຄິດເຖິງຄຳເວົ້າຂອງພະເຢຊູໃນໂຢຮັນ 6:44 ທີ່ວ່າ: “ບໍ່ມີຜູ້ໃດຈະມາຫາຂ້ອຍໄດ້ ນອກຈາກພະເຈົ້າຜູ້ເປັນພໍ່ທີ່ໃຊ້ຂ້ອຍມາຈະຊັກນຳລາວ.” ຂ້ອຍຕື້ນຕັນໃຈຫຼາຍແທ້ໆເມື່ອຄິດວ່າທີ່ຂ້ອຍສາມາດກັບມາຫາພະເຢໂຫວາໄດ້ກໍຍ້ອນເພິ່ນພາຂ້ອຍກັບມາ.
“ຂ້ອຍຢາກມີພໍ່ຫຼາຍແທ້ໆ”—ມາໂຄ ອັນໂຕນິໂອ ອານວາເຣດ ໂຊໂຕ
ເກີດປີ: 1977
ເກີດຢູ່ປະເທດ: ຊີລີ
ອະດີດ: ສະມາຊິກວົງດົນຕີເດດເມໂທ
ຊີວິດທີ່ຜ່ານມາ: ຂ້ອຍຢູ່ກັບແມ່ສອງຄົນໃນເມືອງປຸນຕາອາເຣນັດສ໌ ເຊິ່ງເປັນເມືອງທີ່ສວຍງາມຢູ່ໃນຊ່ອງແຄບແມັກເຈວແລນທີ່ຢູ່ເກືອບສຸດອາເມລິກາໃຕ້. ພໍ່ແມ່ຂ້ອຍແຍກທາງກັນຕັ້ງແຕ່ຂ້ອຍອາຍຸ 5 ປີ ຂ້ອຍຈຶ່ງຮູ້ສຶກຄືກັບວ່າຖືກຖິ້ມ. ຂ້ອຍຢາກມີພໍ່ຫຼາຍແທ້ໆ.
ແມ່ຂອງຂ້ອຍສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ ແລະມັກຈະພາຂ້ອຍໄປຫໍປະຊຸມນຳ. ແຕ່ຂ້ອຍບໍ່ມັກແຮງທີ່ຕ້ອງໄປປະຊຸມ ແລະມັກຈະໂວຍວາຍໄປຕະຫຼອດທາງ. ເມື່ອຮອດອາຍຸ 13 ປີ ຂ້ອຍກໍບໍ່ໄປຫໍປະຊຸມອີກເລີຍ.
ຊ່ວງນັ້ນ ຂ້ອຍເລີ່ມສົນໃຈເລື່ອງດົນຕີຫຼາຍ ແລະຮູ້ສຶກວ່າໂຕເອງມີພອນສະຫວັນດ້ານນີ້. ເມື່ອອາຍຸ 15 ປີ ຂ້ອຍກໍໄປຫຼິ້ນດົນຕີເຮບວີເມໂທແລະເດດເມໂທໃນງານເທດສະການຕ່າງໆຕາມເທັກຕາມບາ ແລະໃນງານລ້ຽງທີ່ມີຄົນຈ້າງໄປສະແດງ. ຂ້ອຍຄົບຫາກັບນັກດົນຕີເກັ່ງໆຫຼາຍຄົນເຊິ່ງເຮັດໃຫ້ຂ້ອຍເລີ່ມສົນໃຈດົນຕີຄລາດສິກ. ຂ້ອຍເລີ່ມຮຽນດົນຕີຢູ່ສະຖາບັນສອນດົນຕີແຫ່ງໜຶ່ງໃນເມືອງນັ້ນ. ຕອນອາຍຸ 20 ປີ ຂ້ອຍຍ້າຍໄປຮຽນຕໍ່ຢູ່ຊານຕິອາໂກເຊິ່ງເປັນເມືອງຫຼວງ. ຕອນນັ້ນຂ້ອຍຍັງຫຼິ້ນດົນຕີໃຫ້ກັບວົງເຮບວີເມໂທແລະວົງເດດເມໂທຢູ່.
ຕະຫຼອດຫຼາຍປີນັ້ນຂ້ອຍຕ້ອງຕໍ່ສູ້ກັບຄວາມຮູ້ສຶກວ່າງເປົ່າ. ຂ້ອຍພະຍາຍາມລະບາຍຄວາມທຸກໃນໃຈໂດຍການກິນເຫຼົ້າແລະເສບຢາກັບໝູ່ໃນວົງດົນຕີ ເຊິ່ງຂ້ອຍຖືວ່າໝູ່ເຫຼົ່ານັ້ນເປັນຄືກັບຄອບຄົວຂອງຂ້ອຍ. ຂ້ອຍມີຄວາມຄິດແບບຂວາງໂລກເຊິ່ງເຫັນໄດ້ຈາກການແຕ່ງໂຕຂອງຂ້ອຍ. ຂ້ອຍມັກໃສ່ເຄື່ອງນຸ່ງສີດຳ ຈົ່ງໜວດຈົ່ງເຄົາ ແລະຈົ່ງຜົມຍາວຈົນເກືອບຮອດແອວ.
ຍ້ອນຂ້ອຍເປັນຄົນແບບນີ້ ຂ້ອຍຈຶ່ງມັກມີເລື່ອງຕີກັນແລະສ້າງບັນຫາໃຫ້ຕຳຫຼວດເປັນປະຈຳ. ມີມື້ໜຶ່ງ ຂ້ອຍເມົາຫຼາຍຈົນບໍ່ມີສະຕິແລະໄປທຳຮ້າຍພວກທີ່ຄ້າຢາທີ່ມາຫາເລື່ອງຂ້ອຍກັບໝູ່. ຄົນເຫຼົ່ານັ້ນລຸມຕີຂ້ອຍຈົນເກືອບຕາຍແລະຂ້ອຍເຖິງຂັ້ນຄາງກະໄຕຫັກ.
ແນວໃດກໍຕາມ ຄົນທີ່ເຮັດໃຫ້ຂ້ອຍເຈັບປວດຫຼາຍທີ່ສຸດພັດເປັນຄົນທີ່ຂ້ອຍໃກ້ຊິດຫຼາຍທີ່ສຸດ. ມື້ໜຶ່ງຂ້ອຍຈັບໄດ້ວ່າ ແຟນໄດ້ນອກໃຈຂ້ອຍໂດຍໄປລັກຄົບກັບໝູ່ສະໜິດຂອງຂ້ອຍເປັນເວລາຫຼາຍປີແລ້ວ. ໝູ່ທຸກຄົນຮູ້ ແຕ່ພາກັນປິດປາກງຽບ. ຂ້ອຍເຈັບປວດໃຈແລະແຄ້ນໃຈຫຼາຍ.
ຂ້ອຍຍ້າຍກັບໄປຢູ່ປຸນຕາອາເຣນັດສ໌ ແລະເຮັດວຽກເປັນຄູສອນດົນຕີແລະເປັນນັກຫຼິ້ນເຊວໂລ. ຂ້ອຍຍັງຫຼິ້ນດົນຕີແລະບັນທຶກສຽງຮ່ວມກັບວົງເຮບວີເມໂທແລະເດດເມໂທຢູ່. ຂ້ອຍເຈິຜູ້ຍິງທີ່ໜ້າຮັກຄົນໜຶ່ງຊື່ຊູຊານ ແລະເຮົາກໍເລີ່ມໃຊ້ຊີວິດນຳກັນ. ຫຼັງຈາກນັ້ນບໍ່ດົນ ຊູຊານສັງເກດເຫັນວ່າແມ່ຂອງລາວເຊື່ອຄຳສອນເລື່ອງຕີເອການຸພາບ ແຕ່ຂ້ອຍບໍ່ເຊື່ອ. ລາວຈຶ່ງຖາມຂ້ອຍວ່າ: “ແລ້ວຄວາມຈິງແມ່ນຫຍັງ?” ຂ້ອຍຕອບລາວວ່າ ຂ້ອຍຮູ້ວ່າຕີເອການຸພາບເປັນຄຳສອນທີ່ຜິດ ແຕ່ຂ້ອຍກໍບໍ່ສາມາດໃຫ້ຂໍ້ພິສູດຈາກຄຳພີໄບເບິນໄດ້. ແຕ່ຂ້ອຍຮູ້ວ່າໃຜຈະຕອບໄດ້. ຂ້ອຍບອກຊູຊານວ່າ ພະຍານພະເຢໂຫວາສາມາດບອກເຈົ້າໃຫ້ຮູ້ຄວາມຈິງຈາກຄຳພີໄບເບິນໄດ້. ແລ້ວຂ້ອຍກໍເຮັດສິ່ງທີ່ບໍ່ເຄີຍເຮັດມາດົນຫຼາຍປີ ຂ້ອຍອະທິດຖານຫາພະເຈົ້າແລະຂໍໃຫ້ເພິ່ນຊ່ວຍຂ້ອຍ.
ບໍ່ເທົ່າໃດມື້ຕໍ່ມາ ຂ້ອຍເຫັນຜູ້ຊາຍຄົນໜຶ່ງທີ່ຂ້ອຍຄິດວ່າໜ້າຈະເປັນພະຍານພະເຢໂຫວາ ຂ້ອຍຈຶ່ງເຂົ້າໄປຖາມລາວໃຫ້ແນ່ໃຈ. ເຖິງວ່າລາວຈະຕົກໃຈຍ້ອນການແຕ່ງໂຕຂອງຂ້ອຍ ແຕ່ເມື່ອຂ້ອຍຖາມເລື່ອງການປະຊຸມຢູ່ຫໍປະຊຸມຂອງພະຍານພະເຢໂຫວາ ລາວກໍບອກຂ້ອຍດ້ວຍສີໜ້າທີ່ຍິ້ມແຍ້ມ. ຂ້ອຍໝັ້ນໃຈວ່າພະເຈົ້າຕອບຄຳອະທິດຖານຂອງຂ້ອຍແລ້ວ. ຈາກນັ້ນ ຂ້ອຍກໍໄປຫໍປະຊຸມແລະນັ່ງແຖວຫຼັງສຸດເພື່ອບໍ່ໃຫ້ເປັນຈຸດສົນໃຈ. ແຕ່ກໍເລີ່ມມີຫຼາຍຄົນຈື່ໄດ້ວ່າຂ້ອຍເຄີຍມາປະຊຸມຢູ່ນີ້ຕອນເປັນເດັກນ້ອຍ. ເຂົາເຈົ້າຕ້ອນຮັບຂ້ອຍຢ່າງອົບອຸ່ນແລະກອດຂ້ອຍດ້ວຍຄວາມຮັກ ຂ້ອຍເລີຍຮູ້ສຶກຕື້ນຕັນໃຈຫຼາຍ. ຂ້ອຍຮູ້ສຶກຄືກັບວ່າໄດ້ກັບບ້ານ. ເມື່ອຂ້ອຍເຫັນພີ່ນ້ອງຊາຍທີ່ເຄີຍສອນຄຳພີໄບເບິນໃຫ້ຂ້ອຍຕອນທີ່ເປັນເດັກນ້ອຍ ຂ້ອຍກໍເຂົ້າໄປຂໍໃຫ້ລາວມາສອນຄຳພີໄບເບິນໃຫ້ຂ້ອຍອີກເທື່ອໜຶ່ງ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ມື້ໜຶ່ງຂ້ອຍອ່ານສຸພາສິດ 27:11 ທີ່ບອກວ່າ: “ລູກເອີ້ຍ ໃຫ້ເປັນຄົນສະຫຼາດແລະເຮັດໃຫ້ພໍ່ມີຄວາມສຸກ.” ຂ້ອຍຮູ້ສຶກປະທັບໃຈເມື່ອຄິດວ່າມະນຸດທີ່ຕ່ຳຕ້ອຍສາມາດເຮັດໃຫ້ຜູ້ທີ່ສ້າງເອກກະພົບມີຄວາມສຸກໄດ້. ແລ້ວຂ້ອຍກໍຄິດໄດ້ທັນທີວ່າ ພະເຢໂຫວານີ້ແຫຼະຄືພໍ່ທີ່ຂ້ອຍຊອກຫາມາຕະຫຼອດຊີວິດ!
ຂ້ອຍຢາກເຮັດໃຫ້ພໍ່ໃນສະຫວັນພໍໃຈແລະຢາກເຮັດຕາມຄວາມຕ້ອງການຂອງເພິ່ນ ແຕ່ຂ້ອຍເປັນທາດເຫຼົ້າແລະຢາເສບຕິດມາດົນຫຼາຍປີ. ຂ້ອຍເລີ່ມເຂົ້າໃຈຄຳສອນຂອງພະເຢຊູໃນມັດທາຍ 6:24 ທີ່ວ່າ: “ບໍ່ມີຜູ້ໃດເປັນທາດຂອງນາຍ 2 ຄົນໄດ້.” ໃນຊ່ວງທີ່ຂ້ອຍພະຍາຍາມຢ່າງໜັກທີ່ຈະປ່ຽນແປງຊີວິດ ຂ້ອຍເຫັນວ່າຫຼັກການໃນ 1 ໂກຣິນໂທ 15:33 ທີ່ບອກວ່າ: “ການຄົບຫາກັບຄົນທີ່ບໍ່ດີເຮັດໃຫ້ນິດໄສດີໆເສຍໄປ” ກົງກັບບັນຫາຂອງຂ້ອຍພໍດີ. ຂ້ອຍຮູ້ວ່າຂ້ອຍຈະບໍ່ມີທາງເຊົານິດໄສທີ່ບໍ່ດີເຫຼົ່ານັ້ນໄດ້ຖ້າຂ້ອຍຍັງໄປຫຼິ້ນບ່ອນເກົ່າແລະຄົບຫາກັບໝູ່ກຸ່ມເກົ່າ. ຄຳພີໄບເບິນໃຫ້ຄຳແນະນຳຢ່າງຈະແຈ້ງວ່າຂ້ອຍຕ້ອງເດັດຂາດກັບໂຕເອງຈຶ່ງຈະສາມາດຕັດຂາດຈາກສິ່ງທີ່ເຮັດໃຫ້ຫຼົງຜິດໄດ້.—ມັດທາຍ 5:30
ຄວາມຮັກທີ່ຂ້ອຍມີຕໍ່ດົນຕີເຮັດໃຫ້ການຕັດໃຈຈາກດົນຕີເຮບວີເມໂທເປັນເລື່ອງຍາກທີ່ສຸດສຳລັບຂ້ອຍ. ແຕ່ດ້ວຍຄວາມຊ່ວຍເຫຼືອຈາກໝູ່ໃນປະຊາຄົມ ໃນທີ່ສຸດຂ້ອຍກໍຖິ້ມມັນໄດ້. ຂ້ອຍປ່ຽນນິດໄສທີ່ຈະບໍ່ກິນເຫຼົ້າກິນເບຍຫຼາຍເກີນໄປແລະເຊົາເສບຢາ. ນອກຈາກນັ້ນ ຂ້ອຍຍັງຕັດຜົມສັ້ນ ແຖໜວດແຖເຄົາ ແລະບໍ່ໃສ່ແຕ່ເຄື່ອງນຸ່ງສີດຳ. ເມື່ອຂ້ອຍບອກຊູຊານວ່າຂ້ອຍຢາກຕັດຜົມ ລາວກໍຢາກຮູ້ຂຶ້ນມາວ່າອັນໃດເຮັດໃຫ້ຂ້ອຍປ່ຽນໄປຫຼາຍຂະໜາດນີ້. ລາວເວົ້າວ່າ: “ຂ້ອຍຈະໄປເບິ່ງໃຫ້ເຫັນກັບຕາວ່າຢູ່ຫໍປະຊຸມມີຫຍັງດີ!” ເມື່ອໄປຫໍປະຊຸມ ລາວກໍປະທັບໃຈຫຼາຍແລະບໍ່ດົນກໍຂໍສຶກສາຄຳພີໄບເບິນ. ໃນທີ່ສຸດ ຂ້ອຍກັບຊູຊານກໍແຕ່ງດອງກັນ. ໃນປີ 2008 ເຮົາທັງສອງຄົນຮັບບັບເຕມາເປັນພະຍານພະເຢໂຫວາ ຂ້ອຍກັບເມຍມີຄວາມສຸກຫຼາຍທີ່ໄດ້ຮັບໃຊ້ພະເຢໂຫວານຳກັນກັບແມ່ຂອງຂ້ອຍ.
ປະໂຫຍດທີ່ໄດ້ຮັບ: ຂ້ອຍໄດ້ໜີອອກມາຈາກໂລກທີ່ເປັນຄວາມສຸກຊົ່ວຄາວແລະໝູ່ທີ່ທໍລະຍົດຫັກຫຼັງ. ຂ້ອຍຍັງຮັກດົນຕີຢູ່ ແຕ່ດຽວນີ້ຂ້ອຍເລືອກສະເພາະດົນຕີທີ່ດີໆ. ຂ້ອຍໃຊ້ປະສົບການຂອງໂຕເອງໃຫ້ເປັນປະໂຫຍດກັບຄອບຄົວແລະຄົນອື່ນໆໂດຍສະເພາະກັບໄວລຸ້ນໜຸ່ມສາວ. ຂ້ອຍຢາກຊ່ວຍເຂົາເຈົ້າໃຫ້ເຫັນວ່າເຖິງສິ່ງທີ່ໂລກນີ້ສະເໜີໃຫ້ອາດເບິ່ງຄືມີຄວາມສຸກ ໜ້າຫຼົງໄຫຼ ແຕ່ສຸດທ້າຍມັນກໍບໍ່ມີຄ່າຫຍັງເລີຍຄືກັບ “ຂີ້ເຫຍື້ອ.”—ຟີລິບປອຍ 3:8
ຂ້ອຍໄດ້ເຈິໝູ່ແທ້ໃນປະຊາຄົມທີ່ມີສັນຕິສຸກແລະຮັກກັນແທ້. ສິ່ງໜຶ່ງທີ່ດີທີ່ສຸດແມ່ນ ເມື່ອຂ້ອຍເຂົ້າມາໃກ້ຊິດກັບພະເຢໂຫວາ ຂ້ອຍກໍໄດ້ເຈິພໍ່ທີ່ຊອກຫາມາດົນ.
[ຂໍ້ຄວາມໄຂເງື່ອນ]
a ບົດຄວາມເລື່ອງ “ຄວາມສຳເລັດເນື່ອງຈາກຄວາມພາກພຽນ” ຢູ່ໃນສະບັບທີ 1 ກຸມພາ 2000 ໜ້າ 4-6 (ພາສາໄທ).
[ຖ້ອຍຄຳທີ່ຍົກມາ]
“ຂ້ອຍສາມາດກັບມາຫາພະເຢໂຫວາໄດ້ກໍຍ້ອນເພິ່ນພາຂ້ອຍກັບມາ”