ວິທີຊະນະໃຈຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ
ພະເຢຊູຄລິດບອກວ່າ: “ເມືອເຮືອນສະ ໄປຫາພີ່ນ້ອງຂອງເຈົ້າ ເລົ່າໃຫ້ພວກເຂົາຟັງວ່າພະເຢໂຫວາໄດ້ເຮັດຫຍັງເພື່ອເຈົ້າແດ່ ແລະພະອົງເມດຕາເຈົ້າຫຼາຍສ່ຳໃດ.” ຕອນນັ້ນພະເຢຊູຢູ່ໃກ້ເມືອງຄາດາຣາ ທາງທິດຕາເວັນອອກສ່ຽງໃຕ້ຂອງທະເລຄາລີເລ ເພິ່ນກຳລັງເວົ້າກັບຜູ້ຊາຍຄົນໜຶ່ງທີ່ຂໍໄປນຳເພິ່ນ. ຄຳເວົ້າຂອງພະເຢຊູບອກໃຫ້ຮູ້ວ່າເພິ່ນຮູ້ຈັກຄົນເຮົາເປັນຢ່າງດີ ຮູ້ວ່າເຮົາມັກເລົ່າເລື່ອງທີ່ໜ້າສົນໃຈແລະສຳຄັນໃຫ້ກັບຄອບຄົວແລະຍາດພີ່ນ້ອງຟັງ.—ມາຣະໂກ 5:19
ທຸກມື້ນີ້ຄົນເຮົາກໍຍັງເປັນຄືເກົ່າ ໂດຍສະເພາະບາງເຊື້ອຊາດທີ່ຜູກພັນກັບຍາດພີ່ນ້ອງຫຼາຍເປັນພິເສດ. ຄົນສ່ວນຫຼາຍທີ່ເຂົ້າມານະມັດສະການພະເຢໂຫວາພະເຈົ້າອົງທ່ຽງແທ້ມັກຈະຕື່ນເຕັ້ນແລະຢາກບອກຄວາມເຊື່ອໃໝ່ໃຫ້ຍາດພີ່ນ້ອງຟັງ. ແຕ່ລາວຄວນເຮັດແນວໃດ? ລາວຈະເຮັດໃຫ້ຍາດພີ່ນ້ອງທີ່ນັບຖືສາສະໜາອື່ນຫຼືບໍ່ມີສາສະໜາສົນໃຈຄວາມເຊື່ອໃໝ່ໄດ້ແນວໃດ? ຄຳພີໄບເບິນມີຄຳແນະນຳທີ່ໜ້າສົນໃຈແລະໃຊ້ໄດ້ແທ້.
“ພວກເຮົາພົບເມຊີອາແລ້ວ”
ໃນສະໄໝຂອງພະເຢຊູ ອັນເດອາເປັນໜຶ່ງໃນລູກສິດກຸ່ມທຳອິດທີ່ຮູ້ວ່າພະເຢຊູເປັນເມຊີອາ. ຈາກນັ້ນລາວຟ້າວໄປບອກໃຜ? “ສິ່ງທຳອິດທີ່ອັນເດອາເຮັດແມ່ນ ໄປຫາຊີໂມນທີ່ເປັນອ້າຍນ້ອງກັບລາວແລະບອກວ່າ: ‘ພວກເຮົາພົບເມຊີອາແລ້ວ’ (ເຊິ່ງແປວ່າ ‘ຄລິດ’).” ອັນເດອາພາເປໂຕໄປຫາພະເຢຊູ ນີ້ເຮັດໃຫ້ເປໂຕໄດ້ເຂົ້າມາເປັນລູກສິດຂອງພະເຢຊູນຳ.—ໂຢຮັນ 1:35-42
ປະມານ 6 ປີຕໍ່ມາ ຕອນທີ່ເປໂຕພັກຢູ່ເມືອງຢົບປາ ນາຍຮ້ອຍຄົນໂຣມຊື່ໂກເນລີໂອໃຊ້ຄົນມາເຊີນເປໂຕໄປເຮືອນຂອງລາວໃນເມືອງກາຍຊາເຣຍເຊິ່ງຢູ່ທາງເໜືອຂອງຢົບປາ. ຢູ່ເຮືອນຫຼັງນັ້ນເປໂຕໄດ້ພົບໃຜແດ່? “ໂກເນລີໂອກຳລັງຖ້າ [ເປໂຕກັບຄົນທີ່ເດີນທາງໄປນຳລາວ] ຢູ່ ລາວໄດ້ເອີ້ນຍາດພີ່ນ້ອງແລະໝູ່ສະໜິດໃຫ້ມາຢູ່ພ້ອມໜ້າກັນ.” ເຫັນໄດ້ແຈ້ງວ່າ ໂກເນລີໂອຢາກໃຫ້ຍາດພີ່ນ້ອງຂອງລາວໄດ້ຟັງເປໂຕແລະຕັດສິນໃຈເອງວ່າຄວນເຮັດແນວໃດຕໍ່ໄປ.—ກິດຈະການ 10:22-33
ເຮົາໄດ້ຮຽນຫຍັງຈາກຕົວຢ່າງຂອງອັນເດອາແລະໂກເນລີໂອ?
ທັງສອງຄົນບໍ່ໄດ້ຖ້າໃຫ້ຍາດພີ່ນ້ອງຖາມກ່ອນແລ້ວຈຶ່ງເວົ້າ ແຕ່ຫາວິທີໃຫ້ຍາດພີ່ນ້ອງໄດ້ຟັງຄວາມຈິງ. ອັນເດອາພາເປໂຕໄປຫາພະເຢຊູ ສ່ວນໂກເນລີໂອກໍນັດຍາດພີ່ນ້ອງມາເຮືອນເພື່ອໃຫ້ຟັງເປໂຕເວົ້າ. ແຕ່ທັງອັນເດອາກັບໂກເນລີໂອກໍບໍ່ໄດ້ກົດດັນຫຼືວາງແຜນຕົວະໃຫ້ຍາດພີ່ນ້ອງມາເປັນລູກສິດຂອງພະເຢຊູ. ເລື່ອງນີ້ສອນຫຍັງ? ເຮົາໜ້າຈະເຮັດຄືກັບເຂົາເຈົ້າ. ເຮົາອາດຫາຈັງຫວະດີໆບອກຄວາມເຊື່ອໃໝ່ໃຫ້ຍາດພີ່ນ້ອງຟັງ ຫາໂອກາດໃຫ້ເຂົາເຈົ້າໄດ້ຮູ້ຄວາມຈິງໃນຄຳພີໄບເບິນແລະຮູ້ຈັກກັບໝູ່ເພື່ອນພະຍານພະເຢໂຫວາຂອງເຮົາ. ແຕ່ເຮົາຕ້ອງບໍ່ລືມວ່າເຂົາເຈົ້າມີສິດເລືອກດ້ວຍໂຕເອງ ຢ່າກົດດັນຫຼືບີບບັງຄັບເຂົາເຈົ້າ. ຕົວຢ່າງຂອງຄູ່ຜົວເມຍທີ່ຊື່ເຢີເກັນແລະເປທາທີ່ຢູ່ປະເທດເຢຍລະມັນຈະຊ່ວຍໃຫ້ເຫັນວິທີຊ່ວຍຍາດພີ່ນ້ອງຂອງເຮົາ.
ເປທາຮຽນຄຳພີໄບເບິນນຳພະຍານພະເຢໂຫວາ ແລະຮັບບັບເຕມາ. ຜົວຂອງລາວຊື່ ເຢີເກັນເປັນນາຍທະຫານ. ທຳອິດ ເຢີເກັນບໍ່ພໍໃຈໃນການຕັດສິນໃຈຂອງເມຍ. ແຕ່ເມື່ອເວລາຜ່ານໄປ ລາວໄດ້ເຫັນວ່າພະຍານພະເຢໂຫວາສອນຄວາມຈິງຈາກຄຳພີໄບເບິນ. ໃນທີ່ສຸດ ລາວກໍຮັບບັບເຕມາຄືກັນ ແລະທຸກມື້ນີ້ ລາວກໍເປັນຜູ້ດູແລໃນປະຊາຄົມທ້ອງຖິ່ນ. ເຢີເກັນແນະນຳວິທີເຂົ້າເຖິງຫົວໃຈຂອງຍາດພີ່ນ້ອງທີ່ມີຄວາມເຊື່ອຕ່າງຈາກເຮົາແນວໃດ?
ເຢີເກັນບອກວ່າ: “ເຮົາບໍ່ຄວນບັງຄັບຍາດພີ່ນ້ອງໃຫ້ເຊື່ອຄືເຮົາຫຼືເວົ້າເລື່ອງຄຳພີໄບເບິນໃຫ້ຟັງບໍ່ເຊົາ. ມັນຈະເຮັດໃຫ້ເຂົາເຈົ້າແຮ່ງບໍ່ຢາກຟັງເຮົາເລີຍ. ຈະດີກວ່າຖ້າເຮົາຄ່ອຍໆເວົ້າເທື່ອລະເລັກເທື່ອລະໜ້ອຍແບບຜ່ອນສັ້ນຜ່ອນຍາວ. ອີກຢ່າງໜຶ່ງທີ່ຊ່ວຍໄດ້ຄື ແນະນຳໃຫ້ຍາດພີ່ນ້ອງຮູ້ຈັກກັບພະຍານພະເຢໂຫວາລຸ້ນດຽວກັນຫຼືສົນໃຈເລື່ອງຄ້າຍຄືກັນ. ນີ້ອາດເປັນວິທີທີ່ດີເພື່ອເຂົ້າຫາເຂົາເຈົ້າໄດ້ງ່າຍຂຶ້ນ.”
“ເຮົາບໍ່ຄວນບັງຄັບຍາດພີ່ນ້ອງໃຫ້ເຊື່ອຄືເຮົາຫຼືເວົ້າເລື່ອງຄຳພີໄບເບິນໃຫ້ຟັງບໍ່ເຊົາ.”—ເຢີເກັນ
ເປໂຕແລະຍາດພີ່ນ້ອງຂອງໂກເນລີໂອຕອບຮັບຄວາມຈິງໃນຄຳພີໄບເບິນທັນທີ. ແຕ່ບາງຄົນໃນສະໄໝນັ້ນຕ້ອງໃຊ້ເວລາດົນຊົ່ວຊິຕັດສິນໃຈໄດ້.
ນ້ອງຂອງພະເຢຊູບໍ່ໄດ້ເຊື່ອທັນທີ?
ຍາດພີ່ນ້ອງຂອງພະເຢຊູຫຼາຍຄົນເລີ່ມມີຄວາມເຊື່ອຕອນທີ່ພະເຢຊູຍັງຮັບໃຊ້ຢູ່ໃນໂລກ. ຕົວຢ່າງເຊັ່ນ: ອັກຄະສາວົກຢາໂກໂບແລະໂຢຮັນເຊິ່ງອາດຈະເປັນລູກອ້າຍລູກນ້ອງກັບພະເຢຊູຍ້ອນຊາໂລເມແມ່ຂອງເຂົາເຈົ້າເປັນປ້າຂອງພະເຢຊູ. ຊາໂລເມອາດຈະເປັນຄົນໜຶ່ງໃນ “ຜູ້ຍິງອີກຫຼາຍຄົນທີ່ໃຊ້ຊັບສິນຂອງຕົວເອງເພື່ອຮັບໃຊ້ພະເຢຊູກັບອັກຄະສາວົກ.”—ລູກາ 8:1-3
ແຕ່ຍາດພີ່ນ້ອງຂອງພະເຢຊູບາງຄົນກໍບໍ່ໄດ້ເຊື່ອທັນທີ. ມີເທື່ອໜຶ່ງ ເມື່ອພະເຢຊູຮັບບັບເຕມາໄດ້ປີປາຍ ມີຄົນກຳລັງຊຸມນຸມກັນຢູ່ເຮືອນຫຼັງໜຶ່ງເພື່ອຟັງພະເຢຊູສອນ. “ແຕ່ເມື່ອຄົນໃນຄອບຄົວຂອງພະເຢຊູໄດ້ຍິນຂ່າວຈຶ່ງພາກັນມາເພື່ອຈະເອົາເພິ່ນກັບໄປ ພວກເຂົາເວົ້າວ່າ ‘ເພິ່ນເສຍຈິດແລ້ວ.’” ຕໍ່ມາ ເມື່ອພວກນ້ອງສົງໄສວ່າເປັນຫຍັງພະເຢຊູບໍ່ເດີນທາງໄປແຂວງຢູດາຍ ເພິ່ນກໍບໍ່ຕອບກົງໆ. ຍ້ອນຫຍັງ? ຍ້ອນວ່າ “ພວກນ້ອງຂອງພະເຢຊູຍັງບໍ່ທັນມີຄວາມເຊື່ອໃນເພິ່ນ.”—ມາຣະໂກ 3:21; ໂຢຮັນ 7:5
ເຮົາຮຽນຫຍັງໄດ້ຈາກພະເຢຊູ? ເພິ່ນບໍ່ຖືຊາເມື່ອບາງຄົນເວົ້າໃຫ້ເພິ່ນວ່າລາວເສຍຈິດ. ແມ່ນແຕ່ຫຼັງຈາກທີ່ຖືກປະຫານຊີວິດແລະຄືນມາຈາກຕາຍ ພະເຢຊູກໍຍັງພະຍາຍາມຊ່ວຍຍາດພີ່ນ້ອງຕໍ່ໆໄປໂດຍໄປຫານ້ອງຊາຍຊື່ຢາໂກໂບ. ເລື່ອງນີ້ໄດ້ຊ່ວຍບໍ່ແມ່ນແຕ່ຢາໂກໂບເທົ່ານັ້ນ ແຕ່ຍັງຊ່ວຍນ້ອງຄົນອື່ນໆໃຫ້ເຊື່ອວ່າພະເຢຊູເປັນເມຊີອາແທ້ໆ. ດັ່ງນັ້ນ ເຂົາເຈົ້າໄດ້ຮ່ວມກັນກັບພວກອັກຄະສາວົກຢູ່ຫ້ອງຊັ້ນເທິງໃນເມືອງເຢຣູຊາເລັມແລະຮັບພະລັງບໍລິສຸດຂອງພະເຈົ້າ. ຕໍ່ມາ ຢາໂກໂບແລະນ້ອງຊາຍອີກຜູ້ໜຶ່ງທີ່ຊື່ຢູດາໄດ້ຮັບສິດທິພິເສດຫຼາຍຢ່າງໃນປະຊາຄົມ.—ກິດຈະການ 1:12-14; 2:1-4; 1 ໂກຣິນໂທ 15:7
ບາງຄົນຕ້ອງການເວລາຫຼາຍກວ່າ
“ຈະເກີດຜົນດີແນ່ນອນຖ້າອົດທົນ ອົດທົນຕໍ່ ແລະອົດທົນໄປຕະຫຼອດ.”—ໂຣສະວິທາ
ຄືກັບໃນສະຕະວັດທຳອິດ ຍາດພີ່ນ້ອງບາງຄົນກໍຕ້ອງການເວລາຫຼາຍໆກ່ອນທີ່ຈະເຂົ້າມາຮັບໃຊ້ພະເຈົ້າ. ມີຕົວຢ່າງຂອງໂຣສະວິທາ ລາວເປັນກາໂຕລິກທີ່ເຄັ່ງສາສະໜາຕອນທີ່ຜົວຮັບບັບເຕມາເປັນພະຍານພະເຢໂຫວາໃນປີ 1978. ຍ້ອນໂຣສະວິທາຄິດວ່າຄວາມເຊື່ອຂອງໂຕເອງຖືກຕ້ອງ ລາວຈຶ່ງຕໍ່ຕ້ານຜົວໃນຊ່ວງທຳອິດ. ແຕ່ເມື່ອຫຼາຍປີຜ່ານໄປ ການຕໍ່ຕ້ານກໍຜ່ອນລົງແລະລາວຍອມຮັບວ່າພະຍານພະເຢໂຫວາສອນຄວາມຈິງ. ໃນທີ່ສຸດ ລາວກໍຮັບບັບເຕມາໃນປີ 2003. ມີຫຍັງແດ່ທີ່ເຮັດໃຫ້ລາວປ່ຽນໃຈ? ແທນທີ່ຜົວຈະໃຈຮ້າຍເມື່ອຖືກເມຍຕໍ່ຕ້ານ ຜົວພັດເປີດໂອກາດໃຫ້ເມຍປ່ຽນຄວາມຄິດໄດ້. ໂຣສະວິທາແນະນຳວ່າແນວໃດ? ລາວບອກວ່າ: “ຈະເກີດຜົນດີແນ່ນອນຖ້າອົດທົນ ອົດທົນຕໍ່ ແລະອົດທົນໄປຕະຫຼອດ.”
ອີກຄົນໜຶ່ງຄືໂມນິກາທີ່ຮັບບັບເຕມາໃນປີ 1974 ແລະລູກຊາຍ 2 ຄົນຂອງລາວກໍເຂົ້າມາເປັນພະຍານປະມານ 10 ປີຕໍ່ໄປ. ເຖິງແມ່ນວ່າຮັນຜົວຂອງລາວບໍ່ເຄີຍຕໍ່ຕ້ານຄວາມເຊື່ອຂອງເຂົາເຈົ້າ ແຕ່ຜົວລາວກໍບໍ່ຕອບຮັບຄວາມຈິງຈົນຮອດປີ 2006. ເມື່ອເບິ່ງຄືນຫຼັງ ຄອບຄົວນີ້ມີຄຳແນະນຳແບບໃດ? ເຂົາເຈົ້າບອກວ່າ: “ຕ້ອງພັກດີຕໍ່ພະເຢໂຫວາ ຢ່າຍອມເຮັດສິ່ງທີ່ຂັດກັບຄວາມເຊື່ອຢ່າງເດັດຂາດ.” ສິ່ງສຳຄັນອີກຢ່າງໜຶ່ງຄື ໂມນິກາກັບລູກສະແດງຄວາມຮັກຕໍ່ຮັນມາຕະຫຼອດ. ແລະເຂົາເຈົ້າຫວັງຢູ່ສະເໝີວ່າມື້ໜຶ່ງລາວຈະຕ້ອງຕອບຮັບຄວາມຈິງ.
ຄວາມຈິງເປັນຄືກັບນ້ຳທີ່ເຮັດໃຫ້ສົດຊື່ນ
ພະເຢຊູເຄີຍປຽບທຽບຄວາມຈິງເປັນຄືກັບນ້ຳທີ່ໃຫ້ຊີວິດຕະຫຼອດໄປໄດ້. (ໂຢຮັນ 4:13, 14) ເຮົາຢາກໃຫ້ຍາດພີ່ນ້ອງຂອງເຮົາໄດ້ກິນນ້ຳເຢັນຊື່ນໃຈແລະສະອາດບໍລິສຸດນີ້ເພື່ອໃຫ້ເຂົາເຈົ້າຮູ້ສຶກສົດຊື່ນ. ແຕ່ເຮົາບໍ່ຢາກໃຫ້ເຂົາເຈົ້າສະມັກຍ້ອນຖືກບັງຄັບໃຫ້ກິນນ້ຳຫຼາຍໂພດຫຼືກິນໄວເກີນໄປ. ຍາດພີ່ນ້ອງຊິສົດຊື່ນຫຼືຊິສະມັກກໍຂຶ້ນຢູ່ກັບວິທີທີ່ເຮົາອະທິບາຍຄວາມເຊື່ອຂອງເຮົາໃຫ້ເຂົາເຈົ້າຟັງ. ຄຳພີໄບເບິນບອກວ່າ: “ຄົນດີຄິດກ່ອນເວົ້າ” ແລະ “ໃຈຂອງຄົນສະຫຼາດເຮັດໃຫ້ລາວເວົ້າດ້ວຍຄວາມເຂົ້າໃຈເລິກເຊິ່ງ ແລະເວົ້າໂນ້ມນ້າວໃຈຄົນໄດ້ດີຂຶ້ນ.” ເຮົາຈະເອົາຄຳແນະນຳນີ້ໄປນຳໃຊ້ແນວໃດ?—ສຸພາສິດ 15:28; 16:23, ລ.ມ
ຜູ້ເປັນເມຍຄືຊິຢາກເລົ່າເລື່ອງຄວາມເຊື່ອໃຫ້ຜົວຟັງ. ຖ້າລາວ “ຄິດກ່ອນເວົ້າ” ລາວຈະບໍ່ຟ້າວເວົ້າຫຍັງ ແຕ່ລາວຊິເລືອກຄຳເວົ້າຢ່າງລະມັດລະວັງກ່ອນ. ຢ່າເຮັດໃຫ້ຜົວຮູ້ສຶກວ່າເມຍຮູ້ດີກ່ອນຫຼືຢາກໃຫຍ່ກວ່າຜົວ. ຄຳເວົ້າທີ່ເລືອກມາຢ່າງດີຈະເປັນຄືກັບນ້ຳທີ່ເຮັດໃຫ້ສົດຊື່ນແລະເສີມສ້າງຄວາມສະຫງົບສຸກໄດ້. ຜົວຜ່ອນຄາຍແລະເຂົ້າຫາໄດ້ງ່າຍຕອນໃດແດ່? ລາວມັກລົມຫຼືອ່ານກ່ຽວກັບເລື່ອງຫຍັງແດ່? ລາວສົນໃຈເລື່ອງວິທະຍາສາດ ການເມືອງ ຫຼືກິລາບໍ? ແລ້ວຕ້ອງເຮັດແນວໃດເພື່ອໃຫ້ລາວສົນໃຈຄຳພີໄບເບິນແຕ່ໃນຂະນະດຽວກັນກໍເຫັນອົກເຫັນໃຈລາວແລະຟັງຄວາມຄິດເຫັນຂອງລາວ? ຖ້າເມຍຄິດເຖິງຈຸດຕ່າງໆເຫຼົ່ານີ້ ລາວກໍຈະເວົ້າແລະເຮັດທຸກຢ່າງໄດ້ໃຫ້ເຂົ້າເຖິງຫົວໃຈຜົວ.
ເຂົ້າເຖິງຫົວໃຈຍາດພີ່ນ້ອງບໍ່ແມ່ນພຽງແຕ່ຫາວິທີອະທິບາຍຄວາມເຊື່ອຢ່າງຜ່ອນສັ້ນຜ່ອນຍາວເທົ່ານັ້ນ. ສິ່ງຕ່າງໆທີ່ເຮົາເວົ້າໄປຕ້ອງຄູ່ກັບການປະພຶດທີ່ດີ.
ການປະພຶດທີ່ດີ
ເຢີເກັນທີ່ເວົ້າເຖິງກ່ອນໜ້ານີ້ອະທິບາຍວ່າ: “ໃຫ້ເຮັດຕາມຫຼັກການໃນຄຳພີໄບເບິນຢ່າງສະໝ່ຳສະເໝີໃນຊີວິດປະຈຳວັນ. ເຖິງແມ່ນວ່າຍາດພີ່ນ້ອງຈະບໍ່ຍອມເວົ້າອອກມາ ແຕ່ເຂົາເຈົ້າກໍຈະສັງເກດເຫັນການປະພຶດນັ້ນ ນີ້ເປັນວິທີທີ່ໄດ້ຜົນແທ້.” ຮັນເຊິ່ງຮັບບັບເຕມາລື່ນກັນກັບເມຍເກືອບ 30 ປີ ກໍຄິດຄືກັນເລີຍ. ລາວບອກວ່າ: “ການປະພຶດທີ່ດີຂອງຄລິດສະຕຽນເປັນເລື່ອງສຳຄັນເພາະຍາດພີ່ນ້ອງຈະເຫັນວ່າຄວາມຈິງປ່ຽນຊີວິດເຮົາໃນທາງທີ່ດີ.” ຍາດພີ່ນ້ອງຄວນຈະເຫັນວ່າຄວາມເຊື່ອຂອງເຮົາເຮັດໃຫ້ເຮົາເປັນຄົນທີ່ດີຂຶ້ນ ບໍ່ແມ່ນໂຫດກວ່າຄົນທີ່ບໍ່ເຊື່ອ.
“ການປະພຶດທີ່ດີຂອງຄລິດສະຕຽນເປັນເລື່ອງສຳຄັນເພາະຍາດພີ່ນ້ອງຈະເຫັນວ່າຄວາມຈິງປ່ຽນຊີວິດເຮົາໃນທາງທີ່ດີ.”—ຮັນ
ອັກຄະສາວົກເປໂຕໃຫ້ຄຳແນະນຳທີ່ເປັນປະໂຫຍດກັບຜູ້ເປັນເມຍເຊິ່ງຜົວບໍ່ໄດ້ເປັນພະຍານພະເຢໂຫວາວ່າ: “ໃຫ້ພວກເຈົ້າທີ່ເປັນເມຍຍອມເຊື່ອຟັງຜົວ ເພື່ອວ່າຖ້າຜົວບໍ່ເຊື່ອຖ້ອຍຄຳຂອງພະເຈົ້າ ຄວາມປະພຶດຂອງເຈົ້າກໍອາດຊະນະໃຈລາວໄດ້ໂດຍບໍ່ຕ້ອງໃຊ້ຄຳເວົ້າ ເພາະລາວໄດ້ເຫັນການປະພຶດທີ່ດີແລະຄວາມນັບຖືຈາກໃຈຂອງເຈົ້າ. ຢ່າໃຫ້ຄວາມງາມຂອງເຈົ້າຢູ່ແຕ່ພາຍນອກ ເຊັ່ນ: ການເປຍຜົມແລະໃສ່ເຄື່ອງປະດັບທີ່ເປັນຄຳ ຫຼືເຄື່ອງນຸ່ງທີ່ຫຼູຫຼາ ແຕ່ໃຫ້ຄວາມງາມຂອງເຈົ້າຢູ່ທີ່ພາຍໃນ ນັ້ນຄືໃຈທີ່ສະຫງົບແລະອ່ອນໂຍນເຊິ່ງມີຄ່າຫຼາຍໃນສາຍຕາພະເຈົ້າ ຄວາມງາມແບບນີ້ບໍ່ມີວັນຈືດຈາງ.”—1 ເປໂຕ 3:1-4
ເປໂຕຂຽນວ່າການປະພຶດຂອງເມຍຊະນະໃຈຜົວໄດ້. ພີ່ນ້ອງຍິງຊື່ຄລິດສະຕາພະຍາຍາມເຮັດຕາມຄຳແນະນຳນີ້ຕັ້ງແຕ່ລາວຮັບບັບເຕມາໃນປີ 1972. ເຖິງວ່າຜົວເຄີຍຮຽນຄຳພີໄບເບິນນຳພະຍານພະເຢໂຫວາ ແຕ່ລາວຍັງບໍ່ທັນຍອມຮັບຄວາມຈິງຈາກຄຳພີໄບເບິນເທື່ອ. ລາວເຄີຍເຂົ້າຮ່ວມການປະຊຸມຄລິດສະຕຽນນຳເມຍ ແລະຍັງເຂົ້າກັບພີ່ນ້ອງໃນປະຊາຄົມໄດ້ດີ. ພີ່ນ້ອງທຸກຄົນບໍ່ໄດ້ກົດດັນລາວ ແຕ່ຖ້າໃຫ້ລາວຕັດສິນໃຈເລືອກເອງ. ແລ້ວຄລິດສະຕາພະຍາຍາມເຮັດຫຍັງແດ່ເພື່ອຈະຊະນະໃຈຜົວ?
ລາວບອກວ່າ: “ຂ້ອຍຕັ້ງໃຈທີ່ຈະເຮັດຕາມຄຳສອນຂອງພະເຢໂຫວາ. ແຕ່ໃນຂະນະດຽວກັນ ຂ້ອຍກໍພະຍາຍາມຊະນະໃຈຜົວ ‘ໂດຍບໍ່ຕ້ອງໃຊ້ຄຳເວົ້າ’ ແຕ່ໂດຍການປະພຶດທີ່ດີ. ຖ້າບໍ່ມີຫຍັງຂັດກັບຫຼັກການໃນຄຳພີໄບເບິນ ຂ້ອຍກໍຊິເຮັດທຸກຢ່າງຕາມໃຈຜົວ. ຂ້ອຍຍອມຮັບວ່າລາວມີສິດເລືອກແນວທາງຊີວິດຂອງໂຕເອງ ແລະທີ່ເຫຼືອນັ້ນແມ່ນຂ້ອຍຝາກໄວ້ກັບພະເຢໂຫວາ.”
ຕົວຢ່າງຂອງຄລິດສະຕາເຮັດໃຫ້ເຫັນຄວາມສຳຄັນຂອງການປັບຕົວ. ລາວເຮັດກິດຈະກຳຕ່າງໆທີ່ເສີມສ້າງຄວາມເຊື່ອຢູ່ສະເໝີຄື ການເຂົ້າຮ່ວມການປະຊຸມເປັນປະຈຳແລະການມີສ່ວນຮ່ວມໃນວຽກປະກາດ. ແຕ່ລາວກໍບໍ່ລືມວ່າລາວຕ້ອງໃຫ້ເວລາກັບຜົວ ໃຫ້ຄວາມຮັກແລະເອົາໃຈໃສ່ຜົວແບບທີ່ເມຍຄວນເຮັດ. ຖ້າຍາດພີ່ນ້ອງມີຄວາມເຊື່ອຕ່າງຈາກເຮົາ ເຮົາກໍຕ້ອງເຂົ້າໃຈເຂົາເຈົ້າແລະຮູ້ຈັກຜ່ອນສັ້ນຜ່ອນຄືກັນ. ຄຳພີໄບເບິນກໍບອກວ່າ: “ມີເວລາສຳລັບທຸກສິ່ງ” ດັງນັ້ນ ເຮົາຕ້ອງມີເວລາໃຫ້ຄອບຄົວໂດຍສະເພາະຄູ່ແຕ່ງດອງທີ່ບໍ່ໄດ້ມີຄວາມເຊື່ອຄືກັນກັບເຮົາ. ເມື່ອເຮົາມີເວລາໃຫ້ກັນ ເຮົາກໍແຮ່ງລົມກັນຫຼາຍຂຶ້ນ. ປະສົບການຂອງຫຼາຍຄົນພິສູດໃຫ້ເຫັນວ່າ ການສື່ຄວາມຊ່ວຍໃຫ້ບໍ່ຮູ້ສຶກເຫງົາ ຖືກຖິ້ມ ຫຼືນ້ອຍໃຈ.—ຜູ້ເທສະໜາປ່າວປະກາດ 3:1, ລ.ມ
ຢ່າຟ້າວໝົດຫວັງ
ພໍ່ຂອງໂຮເກີຮັບບັບເຕມາຫຼັງຈາກທີ່ຄົນອື່ນໆໃນຄອບຄົວໄດ້ຮັບແລ້ວ 20 ປີ. ໂຮເກີບອກວ່າ: “ເປັນເລື່ອງສຳຄັນທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຍາດພີ່ນ້ອງແລະອະທິດຖານເພື່ອເຂົາເຈົ້າ.” ຄລິດສະຕາເວົ້າຕື່ມວ່າ ລາວ ‘ຫວັງຢູ່ສະເໝີວ່າຈັກມື້ໜຶ່ງຜົວຈະມານະມັດສະການພະເຢໂຫວາແລະຕອບຮັບຄວາມຈິງ.’ ຖ້າຍາດພີ່ນ້ອງບໍ່ມີຄວາມເຊື່ອຄືເຮົາ ເຮົາກໍຕ້ອງຄິດໃນແງ່ດີສະເໝີວ່າມື້ໜຶ່ງເຂົາເຈົ້າຈະປ່ຽນໃຈ.
ເປົ້າໝາຍຂອງເຮົາຄື ຮັກສາສາຍສຳພັນທີ່ດີກັບຍາດພີ່ນ້ອງໄວ້ ເປີດໂອກາດໃຫ້ເຂົາເຈົ້າໄດ້ຮູ້ຈັກຄວາມຈິງ ແລະໃຫ້ຂ່າວສານໃນຄຳພີໄບເບິນເຂົ້າເຖິງຫົວໃຈເຂົາເຈົ້າ. ແລະຢ່າລືມວ່າເຮົາຕ້ອງເຮັດທຸກສິ່ງ “ຢ່າງສຸພາບແລະດ້ວຍຄວາມນັບຖືຈາກໃຈ.”—1 ເປໂຕ 3:15