ພວກມາໂຊເຣດກ່າຍຄືນພະຄຳພີຢ່າງລະອຽດຮອບຄອບ
ຈາກປົກ | ຄຳພີໄບເບິນຢູ່ລອດມາເຖິງເຮົາໄດ້ແນວໃດ?
ຄຳພີໄບເບິນລອດຈາກການພະຍາຍາມປ່ຽນຂ່າວສານ
ສາເຫດທີ່ສ່ຽງ: ການຄຸກຄາມຈາກພາຍນອກ ບໍ່ວ່າຈະເປັນການຍ່ອຍສະຫຼາຍແລະການຕໍ່ຕ້ານກໍບໍ່ສາມາດທຳລາຍຄຳພີໄບເບິນໄດ້. ແຕ່ຜູ້ກ່າຍຄືນສຳເນົາແລະຜູ້ແປບາງຄົນໄດ້ພະຍາຍາມປ່ຽນຂ່າວສານໃນຄຳພີໄບເບິນ. ບາງຄັ້ງ ເຂົາເຈົ້າພະຍາຍາມເຮັດໃຫ້ຄຳພີໄບເບິນສອດຄ່ອງກັບຄຳສອນຂອງໂຕເອງແທນທີ່ຈະເຮັດໃຫ້ຄຳສອນຂອງໂຕເອງສອດຄ່ອງກັບຄຳພີໄບເບິນ. ຂໍມາເບິ່ງບາງຕົວຢ່າງ:
ສະຖານທີ່ນະມັດສະການ: ລະຫວ່າງສະຕະວັດທີ 4 ເຖິງ 2 ກ່ອນຄລິດຕະສັກກະຫຼາດ ຜູ້ຂຽນເພນທາທຸກຂອງຊາມາເຣຍໄດ້ເພີ່ມຂໍ້ຄວາມໃນອົບພະຍົບ 20:17 ວ່າ “ເຈົ້າຄວນສ້າງແທ່ນບູຊາທີ່ອາກາຣີເຊມ.” ຄົນຊາມາເຣຍຫວັງຈະໃຫ້ພະຄຳພີສະໜັບສະໜູນການສ້າງວິຫານຂອງເຂົາເຈົ້າຢູ່ທີ່ “ອາກາຣີເຊມ” ຫຼືພູຄາລີຊີມ.
ຄຳສອນເລື່ອງຕີເອການຸພາບ: ບໍ່ຮອດ 300 ປີຫຼັງຈາກຄຳພີໄບເບິນຂຽນແລ້ວໆ ຜູ້ຂຽນທີ່ນັບຖືຕີເອການຸພາບໄດ້ເພີ່ມຂໍ້ຄວາມໃນ 1 ໂຢຮັນ 5:7 ວ່າ “ໃນສະຫວັນ ພະບິດາ ພະຄຳ ແລະພະຈິດບໍລິສຸດ ແລະທັງສາມລວມເປັນໜຶ່ງດຽວ.” ຂໍ້ຄວາມນີ້ບໍ່ມີໃນຕົ້ນສະບັບ. ຜູ້ຊ່ຽວຊານດ້ານຄຳພີໄບເບິນຊື່ບຣູດຊ໌ ເມດຊ໌ເກີໃຫ້ຂໍ້ສັງເກດວ່າ ຂໍ້ຄວາມນີ້ “ພົບເລື້ອຍໆໃນຊິ້ນສ່ວນສຳເນົາພະຄຳພີລາຕິນບູຮານແລະລາຕິນວັນເກດຕັ້ງແຕ່ສະຕະວັດທີ 6 ເປັນຕົ້ນມາ.”
ຊື່ພະເຈົ້າ: ຜູ້ແປຄຳພີໄບເບິນຫຼາຍຄົນເອົາຄວາມເຊື່ອເລື່ອງໂຊກລາງຂອງຄົນຢິວມາເປັນຂໍ້ອ້າງເພື່ອຈະລຶບຊື່ພະເຈົ້າອອກຈາກພະຄຳພີ. ເຂົາເຈົ້າເອົາຕຳແໜ່ງເຊັ່ນ “ພະເຈົ້າ” ຫຼື “ອົງພະຜູ້ເປັນເຈົ້າ” ມາແທນທີ່ຊື່ພະເຈົ້າ ເຊິ່ງ 2 ຄຳນີ້ໃນຄຳພີໄບເບິນບໍ່ໄດ້ໃຊ້ພຽງແຕ່ກັບພະຜູ້ສ້າງເທົ່ານັ້ນແຕ່ຍັງໃຊ້ກັບມະນຸດ ຮູບປັ້ນໃນການນະມັດສະການປອມແລະແມ່ນແຕ່ກັບມານຮ້າຍນຳ.—ໂຢຮັນ 10:34,35; 1 ໂກຣິນໂທ 8:5, 6; 2 ໂກຣິນໂທ 4:4a
ຄຳພີໄບເບິນຢູ່ລອດມາໄດ້ແນວໃດ: ທຳອິດ ເຖິງວ່າຜູ້ກ່າຍຄືນສຳເນົາບາງຄົນຈະບໍ່ໃສ່ໃຈຫຼືເຖິງຂັ້ນບໍ່ສັດຊື່ ແຕ່ກໍຍັງມີອີກຫຼາຍຄົນທີ່ຊຳນານຫຼາຍແລະລະອຽດຮອບຄອບ. ພວກມາໂຊເຣດກ່າຍຄືນພະຄຳພີພາກພາສາເຮັບເຣີໃນຊ່ວງສະຕະວັດທີ 6 ເຖິງ 10 ຄລິດຕະສັກກະຫຼາດ ເຊິ່ງເອີ້ນກັນວ່າຂໍ້ຄວາມຂອງພວກມາໂຊເຣດ. ເຂົາເຈົ້ານັບຄຳແລະໂຕອັກສອນໄວ້ເພື່ອກວດສອບວ່າບໍ່ມີຫຍັງຜິດພາດ. ຕອນທີ່ກ່າຍຄືນ ຖ້າມີຂໍ້ຄວາມໃດໃນຕົ້ນສະບັບທີ່ເຂົາເຈົ້າສົງໄສວ່າຜິດພາດ ເຂົາເຈົ້າກໍຈະຂຽນບອກໄວ້ຢູ່ຂອບເຈ້ຍ. ພວກມາໂຊເຣດຈະບໍ່ຕື່ມຂໍ້ຄວາມເຂົ້າໄປໃນຄຳພີໄບເບິນ. ສາສະດາຈານໂມເຊ ໂກເຊິນ-ກອດສ໌ທີນ ຂຽນວ່າ “ການຈົງໃຈເພີ່ມຂໍ້ຄວາມອື່ນເຂົ້າໄປຖືເປັນຄວາມຜິດຮ້າຍແຮງ.”
ທີສອງ ສຳເນົາພະຄຳພີທີ່ມີຈຳນວນຫຼາຍໃນທຸກມື້ນີ້ຊ່ວຍຜູ້ຊ່ຽວຊານດ້ານຄຳພີໄບເບິນຫຼາຍແທ້ໆໃຫ້ເຫັນຈຸດທີ່ຜິດພາດ. ຕົວຢ່າງເຊັ່ນ ຜູ້ນຳສາສະໜາສອນມາຫຼາຍສະຕະວັດແລ້ວວ່າພະຄຳພີສະບັບພາສາລາຕິນຂອງເຂົາເຈົ້າເປັນສະບັບທີ່ເຊື່ອຖືໄດ້. ແຕ່ແທ້ໆແລ້ວ ໃນ 1 ໂຢຮັນ 5:7 ເຂົາເຈົ້າໄດ້ໃສ່ຂໍ້ຄວາມທີ່ບໍ່ຖືກຕ້ອງລົງໄປຕາມທີ່ບອກໄວ້ກ່ອນໜ້ານີ້. ແມ່ນແຕ່ຄຳພີໄບເບິນພາສາອັງກິດສະບັບຄິງເຈມສ໌ກໍມີຂໍ້ຄວາມນັ້ນຢູ່ນຳ! ແຕ່ເມື່ອມີການຄົ້ນພົບຊິ້ນສ່ວນສຳເນົາອື່ນໆ ຊິ້ນສ່ວນເຫຼົ່ານັ້ນເປີດເຜີຍໃຫ້ເຫັນຫຍັງ? ບຣູດຊ໌ ເມດຊ໌ເກີຂຽນວ່າ: “ຂໍ້ຄວາມນັ້ນ [1 ໂຢຮັນ 5:7] ບໍ່ມີໃນສຳເນົາບູຮານພາສາອື່ນໆເລີຍ (ເຊັ່ນ ພາສາຊີເຣຍບູຮານ ຄອບຕິກ ອາກເມນີ ເອທິໂອເປຍ ອາຣັບ ສະລາໂວນິກ) ນອກຈາກພາສາລາຕິນ.” ຜົນຄືຄຳພີໄບເບິນສະບັບຄິງເຈມສ໌ສະບັບປັບປຸງໃໝ່ແລະສະບັບແປອື່ນໆໄດ້ຕັດຂໍ້ຄວາມທີ່ຜິດນັ້ນອອກໄປ.
ເຊດສ໌ເຕີ ບິດຕີ P46 ຊິ້ນສ່ວນສຳເນົາຄຳພີໄບເບິນທີ່ເຮັດຈາກພາໄພຣັດ ອາຍຸປະມານ ຄ.ສ 200
ສຳເນົາພະຄຳພີເກົ່າແກ່ພິສູດບໍວ່າຂ່າວສານໃນຄຳພີໄບເບິນຍັງຄືເກົ່າ? ເມື່ອມີການຄົ້ນພົບມ້ວນໜັງສືທະເລຕາຍໃນປີ ຄ.ສ 1947 ຜູ້ຊ່ຽວຊານໄດ້ນຳຂໍ້ຄວາມພາສາເຮັບເຣີຂອງພວກມາໂຊເຣດມາທຽບກັບຂໍ້ຄວາມໃນມ້ວນໜັງສືຄຳພີໄບເບິນທີ່ຂຽນກ່ອນໜ້ານັ້ນຫຼາຍກວ່າ 1.000 ປີ. ສະມາຊິກຄົນໜຶ່ງຂອງຄະນະຜູ້ຮຽບຮຽງມ້ວນໜັງສືທະເລຕາຍສະຫຼຸບວ່າ ພຽງແຕ່ມ້ວນໜັງສືມ້ວນດຽວ “ກໍໃຫ້ຂໍ້ພິສູດທີ່ໂຕ້ແຍ່ງບໍ່ໄດ້ວ່າການຖ່າຍທອດຂໍ້ຄວາມໃນຄຳພີໄບເບິນຕະຫຼອດຊ່ວງເວລາຫຼາຍກວ່າພັນປີໂດຍມືຂອງຜູ້ກ່າຍຄືນຄົນຢິວຖືວ່າສັດຊື່ແລະລະອຽດຮອບຄອບຫຼາຍ.”
ຫໍສະໝຸດເຊດສ໌ເຕີ ບິດຕີ ໃນເມືອງດັບລິນ ປະເທດອຽກລັງ ມີການຈັດສະແດງມ້ວນໜັງສືພາໄພຣັດທີ່ມີອາຍຸໃກ້ຄຽງກັບໜັງສືຕ່າງໆຂອງພະຄຳພີຄລິດສະຕຽນພາກພາສາກຣີກ ລວມເຖິງສຳເນົາພະຄຳພີທີ່ມີອາຍຸຕັ້ງແຕ່ສະຕະວັດທີ 2 ຄລິດຕະສັກກະຫຼາດເຊິ່ງກໍພຽງແຕ່ປະມານ 100 ປີຫຼັງຈາກຄຳພີໄບເບິນຂຽນແລ້ວ. ວັດຈະນານຸກົມດິແອງເກີໄບເບິນ ໃຫ້ຂໍ້ສັງເກດວ່າ “ເຖິງວ່າມ້ວນໜັງສືພາໄພຣັດເຫຼົ່ານັ້ນຈະມີລາຍລະອຽດໃໝ່ໆກ່ຽວກັບຂໍ້ຄວາມຕົ້ນສະບັບ ແຕ່ກໍຍັງສະແດງໃຫ້ເຫັນນຳວ່າການຖ່າຍທອດຂໍ້ຄວາມຂອງຄຳພີໄບເບິນຖືກຕ້ອງບໍ່ຜິດພ້ຽນ.”
“ເວົ້າໄດ້ຢ່າງໝັ້ນໃຈເລີຍວ່າບໍ່ມີປຶ້ມເກົ່າແກ່ຫົວໃດຈະຖ່າຍທອດມາຮອດເຮົາຢ່າງຖືກຕ້ອງເທົ່າກັບປຶ້ມນີ້”
ຜົນກໍຄື: ອາຍຸແລະຈຳນວນຂອງສຳເນົາທີ່ມີຢູ່ຫຼາຍສະບັບຊ່ວຍເສີມຄວາມໜ້າເຊື່ອຖືຂອງຂໍ້ຄວາມໃນຄຳພີໄບເບິນຫຼາຍຂຶ້ນ ແທນທີ່ຈະທຳລາຍຄວາມໜ້າເຊື່ອຖືຂອງຄຳພີໄບເບິນ. ເຊີ ເຟເດີຣິກ ເຄນຢອນຂຽນກ່ຽວກັບພະຄຳພີຄລິດສະຕຽນພາກພາສາກຣີກວ່າ “ບໍ່ມີປຶ້ມບູຮານຫົວໃດທີ່ມີຫຼັກຖານສະໄໝບູຮານມາສະໜັບສະໜູນຫຼາຍຂະໜາດນີ້ ແລະຜູ້ຊ່ຽວຊານທີ່ບໍ່ລຳອຽງທຸກຄົນຍອມຮັບວ່າຂໍ້ຄວາມນັ້ນຕົກທອດມາເຖິງເຮົາແບບບໍ່ຂາດຕົກບົກຜ່ອງເລີຍ.” ສຳລັບພະຄຳພີພາກພາສາເຮັບເຣີ ຜູ້ຊ່ຽວຊານຊື່ວິນລຽມ ເຮັນຣີ ກຣີນບອກວ່າ: “ເວົ້າໄດ້ຢ່າງໝັ້ນໃຈເລີຍວ່າບໍ່ມີປຶ້ມເກົ່າແກ່ຫົວໃດຈະຖ່າຍທອດມາຮອດເຮົາຢ່າງຖືກຕ້ອງເທົ່າກັບປຶ້ມນີ້.”