ບົດຄວາມສຶກສາທີ 46
ເຈົ້າໄດ້ເບິ່ງແຍງຮັກສາ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ຂອງເຈົ້າຢູ່ບໍ?
‘ຈົ່ງເອົາຄວາມເຊື່ອເປັນໂລ້ໃຫຍ່.’—ເອເຟ. 6:16
ເພງ 119 ພວກເຮົາຕ້ອງມີຄວາມເຊື່ອ
ໃຈຄວາມສຳຄັນa
1-2. (ກ) ຕາມເອເຟດ 6:16 ເປັນຫຍັງເຮົາຕ້ອງມີ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງ?
ເຈົ້າມີ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ບໍ? (ອ່ານເອເຟດ 6:16) ແນ່ນອນ ເຈົ້າມີ. ຄືກັບໂລ້ໃຫຍ່ທີ່ຊ່ວຍປົກປ້ອງເຈົ້າໄດ້ໝົດໂຕ ຄວາມເຊື່ອກໍປົກປ້ອງເຈົ້າຈາກສິ່ງທີ່ບໍ່ດີໃນໂລກນີ້ເຊັ່ນ: ການຜິດສິນລະທຳ ຄວາມຮຸນແຮງ ແລະທຸກສິ່ງທີ່ຜິດກັບຫຼັກການຂອງພະເຈົ້າ.
2 ແນວໃດກໍຕາມ ເຮົາກຳລັງຢູ່ໃນ “ສະໄໝສຸດທ້າຍ” ແລະຄວາມເຊື່ອຂອງເຮົາກໍຈະຖືກທົດສອບຕໍ່ໄປ. (2 ຕີໂມ. 3:1, ລ.ມ.) ເຈົ້າຈະກວດສອບ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ຂອງເຈົ້າແນວໃດເພື່ອໃຫ້ແນ່ໃຈວ່າມັນຍັງຢູ່ໃນສະພາບດີ ແລະເຈົ້າຈະຈັບໂລ້ຂອງເຈົ້າໄວ້ໃຫ້ແໜ້ນໄດ້ແນວໃດ? ເຮົາຈະມາພິຈາລະນາຄຳຕອບຂອງຄຳຖາມເຫຼົ່ານີ້ນຳກັນ.
ກວດສອບສະພາບຄວາມເຊື່ອຂອງເຈົ້າຢ່າງລະອຽດ
ຫຼັງຈາກສູ້ຮົບແລ້ວ ທະຫານຈະກວດເບິ່ງໂລ້ຢ່າງລະອຽດວ່າມີບ່ອນໃດແດ່ທີ່ຕ້ອງສ້ອມແປງ (ເບິ່ງຂໍ້ 3)
3. ທະຫານໄດ້ເຮັດຫຍັງກັບໂລ້ຂອງລາວ ແລະຍ້ອນຫຍັງ?
3 ໃນສະໄໝຄຳພີໄບເບິນ ໂລ້ຂອງທະຫານມັກຈະຫຸ້ມດ້ວຍໜັງ. ທະຫານຈະທານ້ຳມັນໃສ່ໂລ້ເພື່ອຮັກສາໜັງແລະບໍ່ໃຫ້ສ່ວນໃດຂອງໂລ້ຂຶ້ນຂີ້ໝ້ຽງ. ຖ້າທະຫານເຫັນວ່າໂລ້ຂອງລາວໄດ້ຮັບຄວາມເສຍຫາຍ ລາວຕ້ອງກວດເບິ່ງໃຫ້ແນ່ໃຈວ່າໄດ້ສ້ອມແປງແລ້ວ ເພື່ອໃຫ້ພ້ອມຢູ່ສະເໝີທີ່ຈະສູ້ຮົບຄັ້ງຕໍ່ໄປ. ຕົວຢ່າງນີ້ໃຊ້ໄດ້ກັບຄວາມເຊື່ອຂອງເຈົ້າແນວໃດ?
4. ເປັນຫຍັງເຈົ້າຕ້ອງກວດສອບສະພາບຄວາມເຊື່ອທີ່ເປັນໂລ້ຂອງເຈົ້າ ແລະເຈົ້າຈະກວດສອບແນວໃດ?
4 ຄືກັບທະຫານໃນສະໄໝບູຮານ ເຈົ້າຕ້ອງກວດສອບແລະເບິ່ງແຍງຄວາມເຊື່ອຂອງເຈົ້າທີ່ເປັນຄືກັບໂລ້ເປັນປະຈຳເພື່ອທີ່ເຈົ້າຈະກຽມພ້ອມສຳລັບການສູ້ຮົບສະເໝີ. ເຮົາທີ່ເປັນຄລິດສະຕຽນ ເຮົາຕ້ອງສູ້ຮົບກັບກອງທັບປີສາດຊົ່ວ. (ເອເຟ. 6:10-12) ບໍ່ມີໃຜສາມາດຮັກສາຄວາມເຊື່ອທີ່ເປັນຄືກັບໂລ້ແທນເຈົ້າໄດ້. ເຈົ້າໝັ້ນໃຈໄດ້ແນວໃດວ່າເຈົ້າພ້ອມແລ້ວທີ່ຈະເຈິກັບການທົດສອບ? ທຳອິດ ເຈົ້າຕ້ອງອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າ. ຈາກນັ້ນ ເຈົ້າຕ້ອງໃຊ້ຄຳພີໄບເບິນຊ່ວຍໃຫ້ເຈົ້າເຫັນຕົວເອງຄືກັບທີ່ພະເຈົ້າເຫັນເຈົ້າ. (ເຫບ. 4:12) ຄຳພີໄບເບິນບອກວ່າ: “ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ.” (ສຸພາ. 3:5, 6) ລອງກວດສອບການຕັດສິນໃຈທີ່ເຈົ້າເຮັດເມື່ອໄວໆນີ້ເບິ່ງ. ຕົວຢ່າງເຊັ່ນ: ຕອນທີ່ເຈົ້າປະສົບບັນຫາຮ້າຍແຮງທາງການເງິນ ເຈົ້າເຮັດແນວໃດ? ເຈົ້າໄດ້ຄິດເຖິງຄຳສັນຍາຂອງພະເຢໂຫວາໃນເຫບເລີ 13:5 ບໍທີ່ວ່າ: “ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ” ແລະໝັ້ນໃຈວ່າພະອົງຈະຊ່ວຍເຈົ້າ? ຖ້າເຈົ້າໄດ້ເຮັດແບບນັ້ນກໍສະແດງວ່າເຈົ້າກຳລັງຮັກສາຄວາມເຊື່ອທີ່ເປັນຄືກັບໂລ້ໃຫ້ຢູ່ໃນສະພາບດີ.
5. ເມື່ອເຈົ້າກວດສອບເບິ່ງຄວາມເຊື່ອຂອງຕົວເອງ ເຈົ້າອາດຈະເຫັນຫຍັງ?
5 ເຈົ້າອາດຮູ້ສຶກແປກໃຈໃນສິ່ງທີ່ເຈົ້າເຫັນເມື່ອໄດ້ກວດສອບຄວາມເຊື່ອຂອງຕົວເອງຢ່າງລະອຽດ. ເຈົ້າອາດເຫັນຈຸດອ່ອນຂອງເຈົ້າເຊິ່ງບໍ່ມີໃຜສັງເກດເຫັນ. ຕົວຢ່າງ: ເຈົ້າອາດພົບວ່າການກັງວົນຫຼາຍເກີນໄປ ເລື່ອງຕົວະ ແລະຄວາມທໍ້ໃຈໄດ້ທຳລາຍຄວາມເຊື່ອຂອງເຈົ້າ. ຫາກສິ່ງເຫຼົ່ານີ້ເກີດຂຶ້ນກັບເຈົ້າ ເຈົ້າຈະປົກປ້ອງຄວາມເຊື່ອຂອງຕົວເອງຈາກອັນຕະລາຍນີ້ໄດ້ແນວໃດ?
ປົກປ້ອງຕົວເອງຈາກສິ່ງທີ່ເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນແອລົງ
6. ຄວາມກັງວົນໃນເລື່ອງຫຍັງແດ່ເປັນເລື່ອງທີ່ດີ?
6 ຄວາມກັງວົນບາງປະເພດກໍດີ ເຊັ່ນ: ກັງວົນວ່າຢ້ານເຮັດໃຫ້ພະເຢໂຫວາແລະພະເຍຊູເສຍໃຈ. (1 ໂກ. 7:32) ເມື່ອເຮົາເຮັດຜິດຮ້າຍແຮງ ເຮົາກໍກັງວົນວ່າຈະຟື້ນຟູສາຍສຳພັນກັບພະເຢໂຫວາແນວໃດ. (ເພງ. 38:18) ເຮົາຍັງກັງວົນວ່າຢ້ານເຮັດໃຫ້ຄູ່ແຕ່ງດອງເສຍໃຈແລະກັງວົນເລື່ອງການເບິ່ງແຍງຄອບຄົວແລະເພື່ອນຮ່ວມຄວາມເຊື່ອ.—1 ໂກ. 7:33; 2 ໂກ. 11:28
7. ຕາມສຸພາສິດ 29:25 ເປັນຫຍັງເຮົາບໍ່ຄວນຢ້ານຄົນ?
7 ໃນທາງກົງກັນຂ້າມ ຄວາມກັງວົນຫຼາຍເກີນໄປອາດທຳລາຍຄວາມເຊື່ອຂອງເຮົາໄດ້ ເຊັ່ນ: ເຮົາອາດກັງວົນວ່າຢ້ານບໍ່ພໍຢູ່ບໍ່ພໍກິນແລະຢ້ານບໍ່ມີເຄື່ອງນຸ່ງຫົ່ມ. (ມັດ. 6:31, 32) ຖ້າເປັນແບບນັ້ນ ເຮົາອາດພະຍາຍາມຫາຊັບສົມບັດວັດຖຸໃຫ້ໄດ້ຫຼາຍໆ ເຊິ່ງນີ້ອາດເຮັດໃຫ້ເຮົາເປັນຄົນຮັກເງິນໄດ້. ຖ້າເຮົາຍອມໃຫ້ສິ່ງນີ້ເກີດຂຶ້ນກັບເຮົາ ຄວາມເຊື່ອໃນພະເຢໂຫວາກໍຈະອ່ອນແອລົງແລະສາຍສຳພັນຂອງເຮົາກັບພະອົງກໍຈະຖືກທຳລາຍ. (ມໂກ. 4:19; 1 ຕີໂມ. 6:10) ນອກຈາກນັ້ນ ເຮົາອາດຕົກເປັນເຫຍື່ອຂອງຄວາມກັງວົນອີກປະເພດໜຶ່ງ ເຊັ່ນ: ຢ້ານຫຼາຍແທ້ໆວ່າຄົນອື່ນຈະຄິດແນວໃດກັບເຮົາ. ເຮົາອາດຢ້ານຄົນເຍາະເຍີ້ຍຫຼືຂົ່ມເຫງເຮົາຫຼາຍກວ່າຢ້ານວ່າຈະເຮັດໃຫ້ພະເຈົ້າພໍໃຈ. ເພື່ອເຮົາຈະປົກປ້ອງຕົວເອງຈາກອັນຕະລາຍເຫຼົ່ານັ້ນ ເຮົາຕ້ອງອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ມີຄວາມເຊື່ອແລະຄວາມກ້າຫານຫຼາຍຂຶ້ນເມື່ອປະເຊີນກັບບັນຫາ.—ອ່ານສຸພາສິດ 29:25; ລືກາ 17:5
(ເບິ່ງຂໍ້ 8)b
8. ເຮົາຄວນເຮັດແນວໃດຖ້າໄດ້ຍິນເລື່ອງຕົວະ?
8 ຊາຕານ “ພໍ່ແຫ່ງຄວາມຕົວະ” ໃຊ້ຄົນທີ່ຢູ່ພາຍໃຕ້ການຄວບຄຸມຂອງມັນມາເຜີຍແຜ່ຄຳຕົວະ ກ່ຽວກັບພະເຢໂຫວາແລະພີ່ນ້ອງຂອງເຮົາ. (ໂຢ. 8:44) ຕົວຢ່າງ: ຄົນທີ່ທໍລະຍົດພະເຈົ້າເຜີຍແຜ່ຄຳຕົວະແລະບິດເບືອນຄວາມຈິງກ່ຽວກັບອົງການຂອງພະເຢໂຫວາຜ່ານເວັບໄຊຕ່າງໆ ລາຍການໂທລະທັດ ແລະສື່ອື່ນໆ. ຄຳຕົວະເຫຼົ່ານັ້ນເປັນ ‘ລູກສອນໄຟ’ ຂອງຊາຕານ. (ເອເຟ. 6:16) ເຮົາຈະເຮັດແນວໃດຖ້າມີຄົນມາເວົ້າຕົວະເຮົາແບບນີ້? ບໍ່ຟັງພວກເຂົາ! ຍ້ອນຫຍັງ? ຍ້ອນເຮົາເຊື່ອໃນພະເຢໂຫວາແລະເຊື່ອໃຈພີ່ນ້ອງຂອງເຮົາ. ທີ່ຈິງ ເຮົາບໍ່ຄວນຕິດຕໍ່ພົວພັນກັບຄົນທີ່ທໍລະຍົດພະເຈົ້າ. ເຮົາບໍ່ຄວນໃຫ້ໃຜຫຼືສິ່ງໃດກໍຕາມລວມເຖິງຄວາມຢາກຮູ້ຢາກເຫັນມາເຮັດໃຫ້ເຮົາເຂົ້າໄປໂຕ້ຖຽງກັບພວກເຂົາ.
9. ຄວາມທໍ້ໃຈສົ່ງຜົນຕໍ່ເຮົາແນວໃດ?
9 ຄວາມທໍ້ໃຈ ສາມາດເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນແອລົງ. ເຮົາບໍ່ຄວນເຮັດຄືວ່າບໍ່ສົນໃຈບັນຫາຂອງເຮົາ ຖ້າເຮັດແບບນັ້ນກໍສະແດງວ່າເຮົາເປັນຄົນຂາດຄວາມຮັບຜິດຊອບ. ບາງເທື່ອເຮົາອາດຮູ້ສຶກທໍ້ໃຈ ແຕ່ເຮົາຕ້ອງບໍ່ປ່ອຍໃຫ້ບັນຫາມາຄອບງຳຄວາມຄິດຂອງເຮົາ. ຖ້າເຮົາຈົມກັບບັນຫາ ເຮົາອາດລືມສິ່ງດີຕ່າງໆທີ່ພະເຢໂຫວາສັນຍາວ່າຈະໃຫ້ເຮົາ. (ຄຳປ. 21:3, 4) ຄວາມຮູ້ສຶກທໍ້ໃຈສາມາດເຮັດໃຫ້ເຮົາໝົດແຮງແລະຢາກຍອມແພ້. (ສຸພາ. 24:10) ແຕ່ເຮົາບໍ່ຕ້ອງເປັນແບບນັ້ນກໍໄດ້.
10. ເຈົ້າໄດ້ຮຽນຮູ້ຫຍັງຈາກຈົດໝາຍຂອງພີ່ນ້ອງຍິງ?
10 ຂໍໃຫ້ພິຈາລະນາວິທີທີ່ພີ່ນ້ອງຍິງຄົນໜຶ່ງໃນສະຫະລັດອາເມຣິກາຮັກສາຄວາມເຊື່ອໃນຂະນະທີ່ຕ້ອງເບິ່ງແຍງຜົວທີ່ເຈັບປ່ວຍໜັກ. ລາວຂຽນຈົດໝາຍເຖິງສຳນັກງານໃຫຍ່ວ່າ: “ຫຼາຍເທື່ອສະພາບການຂອງເຮົາກໍເຮັດໃຫ້ຕຶງຄຽດແລະທໍ້ໃຈ ແຕ່ຄວາມຫວັງຂອງເຮົາຍັງໝັ້ນຄົງຢູ່. ຂ້ອຍຮູ້ສຶກຂອບໃຈຫຼາຍແທ້ໆສຳລັບທຸກສິ່ງທີ່ພະເຢໂຫວາໃຫ້ເພື່ອເສີມຄວາມເຊື່ອແລະໃຫ້ກຳລັງໃຈເຮົາ. ເຮົາຕ້ອງການຄຳແນະນຳແລະກຳລັງໃຈນີ້ແທ້ໆ ເພາະມັນຊ່ວຍໃຫ້ເຮົາສາມາດຮັບໃຊ້ພະເຢໂຫວາຕໍ່ໆໄປແລະອົດທົນກັບບັນຫາທີ່ຊາຕານຖິ້ມໃສ່ເຮົາ.” ຈາກຄວາມຄິດຂອງພີ່ນ້ອງຍິງຄົນນີ້ເຮົາໄດ້ຮຽນຮູ້ວ່າ ເຮົາສາມາດເອົາຊະນະຄວາມທໍ້ໃຈໄດ້! ຊະນະແນວໃດ? ໃຫ້ເບິ່ງການທົດສອບຂອງເຈົ້າວ່າເປັນການທົດສອບຈາກຊາຕານ. ໃຫ້ໝັ້ນໃຈວ່າພະເຢໂຫວາຈະໃຫ້ກຳລັງໃຈເຈົ້າ ແລະໃຫ້ເຫັນຄຸນຄ່າອາຫານບຳລຸງລ້ຽງຄວາມເຊື່ອທີ່ພະເຢໂຫວາໃຫ້.
ເຈົ້າໄດ້ເບິ່ງແຍງຮັກສາ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ຂອງເຈົ້າຢູ່ບໍ? (ເບິ່ງຂໍ້ 11)c
11. ເພື່ອກວດສອບວ່າສະພາບຄວາມເຊື່ອຂອງເຮົາຍັງດີຢູ່ຫຼືບໍ ເຮົາຄວນຖາມຕົວເອງແນວໃດ?
11 ເຈົ້າເຫັນບ່ອນໃດໃນໂລ້ຄວາມເຊື່ອຂອງເຈົ້າທີ່ຕ້ອງສ້ອມແປງບໍ? ໃນໄລຍະສອງສາມເດືອນທີ່ຜ່ານມາ ເຈົ້າຄວບຄຸມຕົວເອງບໍ່ໃຫ້ກັງວົນຫຼາຍເກີນໄປໄດ້ບໍ? ເຈົ້າປະຕິເສດທີ່ຈະບໍ່ຟັງຫຼືບໍ່ຖຽງກັບຄົນທີ່ທໍລະຍົດພະເຈົ້າເລື່ອງຄຳຕົວະທີ່ພວກເຂົາເຜີຍແຜ່ໄດ້ບໍ? ເຈົ້າເອົາຊະນະຄວາມທໍ້ໃຈໄດ້ບໍ? ຖ້າໄດ້ ກໍສະແດງວ່າຄວາມເຊື່ອຂອງເຈົ້າຢູ່ໃນສະພາບດີ. ແຕ່ເຮົາຕ້ອງລະວັງຢູ່ສະເໝີ ເພາະຊາຕານຍັງມີອາວຸດອື່ນໆອີກທີ່ມັນພະຍາຍາມໃຊ້ເພື່ອໂຈມຕີເຮົາ. ຕອນນີ້ ຂໍໃຫ້ເຮົາມາພິຈາລະນາອາວຸດຂອງມັນຢ່າງໜຶ່ງ.
ປົກປ້ອງຕົວເອງຈາກການນິຍົມວັດຖຸ
12. ການນິຍົມວັດຖຸສົ່ງຜົນຕໍ່ເຮົາແນວໃດ?
12 ການນິຍົມວັດຖຸ ຈະເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນແອແລະຮັບໃຊ້ພະເຢໂຫວາໜ້ອຍລົງ. ອັກຄະສາວົກໂປໂລບອກວ່າ: “ທະຫານປະຈຳການທີ່ຢາກໃຫ້ນາຍພໍໃຈຄືຊິບໍ່ຫຍຸ້ງຢູ່ກັບການຄ້າຂາຍຫາລ້ຽງຊີບ.” (2 ຕີໂມ. 2:4, ລ.ມ.) ທີ່ຈິງ ທະຫານໂລມບໍ່ໄດ້ຮັບອະນຸຍາດໃຫ້ໄປເຮັດວຽກຄ້າຂາຍໃດໆ. ຈະເກີດຫຍັງຂຶ້ນຖ້າທະຫານບໍ່ເຮັດຕາມຄຳສັ່ງນີ້?
13. ເປັນຫຍັງທະຫານບໍ່ຄວນໄປເຮັດຢ່າງອື່ນ?
13 ລອງນຶກພາບເຖິງເຫດການນີ້. ທະຫານກຸ່ມໜຶ່ງໃຊ້ເວລາຝຶກຊ້ອມດາບໃນຕອນເຊົ້າ ແຕ່ມີທະຫານຄົນໜຶ່ງບໍ່ໄດ້ມາຝຶກຊ້ອມນຳ ເພາະລາວຄາໄປຂາຍຂອງກິນຢູ່ຕະຫຼາດ. ໃນຕອນແລງພວກທະຫານກໍໄດ້ໃຊ້ເວລາກວດກາເບິ່ງຊຸດເກາະຂອງພວກເຂົາແລະຝົນດາບໄວ້. ແຕ່ຄົນທີ່ເປັນເຈົ້າຂອງຮ້ານຈະຕ້ອງໃຊ້ເວລາໃນການກຽມອາຫານເພື່ອຈະຂາຍໃນມື້ຕໍ່ໄປ. ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ສັດຕູກໍໄດ້ມາໂຈມຕີແບບບໍ່ຄາດຄິດ. ເຈົ້າຄິດວ່າທະຫານຄົນໃດໄດ້ກຽມພ້ອມທີ່ຈະຕໍ່ສູ້ແລະເຮັດໃຫ້ຜູ້ບັງຄັບບັນຊາການພໍໃຈ? ແລະຖ້າເຈົ້າຢູ່ໃນການສູ້ຮົບ ເຈົ້າຢາກໃຫ້ໃຜຕໍ່ສູ້ຄຽງຂ້າງເຈົ້າ ຢາກໃຫ້ທະຫານທີ່ກຽມພ້ອມຫຼືທະຫານທີ່ບໍ່ກຽມພ້ອມ?
14. ສິ່ງໃດມີຄ່າສຳລັບເຮົາທີ່ເປັນທະຫານຂອງພະຄລິດ?
14 ຄືກັບທະຫານທີ່ດີ ເຮົາບໍ່ຢາກສົນໃຈຢ່າງອື່ນນອກຈາກການເຮັດໃຫ້ຜູ້ບັງຄັບບັນຊາການຂອງເຮົາພໍໃຈເຊິ່ງກໍຄື ພະເຢໂຫວາແລະພະເຍຊູ. ເຮົາເຫັນວ່ານີ້ເປັນສິ່ງທີ່ມີຄ່າຫຼາຍກວ່າທຸກສິ່ງທີ່ໂລກຊາຕານສະເໜີໃຫ້. ເຮົາຕ້ອງກວດເບິ່ງໃຫ້ແນ່ໃຈວ່າ ເຮົາມີເວລາແລະກຳລັງພຽງພໍທີ່ຈະຮັບໃຊ້ພະເຢໂຫວາແລະຮັກສາຄວາມເຊື່ອທີ່ເປັນຄືກັບໂລ້ ແລະເຄື່ອງອາວຸດອື່ນໆທີ່ພະເຈົ້າໃຫ້ເຮົາໃຫ້ຢູ່ໃນສະພາບດີ.
15. ໂປໂລເຕືອນເຮົາແນວໃດ ແລະຍ້ອນຫຍັງ?
15 ເຮົາຕ້ອງລະວັງຢູ່ສະເໝີ! ຍ້ອນຫຍັງ? ອັກຄະສາວົກໂປໂລເຕືອນວ່າ: “ຄົນທັງຫຼາຍທີ່ຢາກໄດ້ຫາເປັນຄົນມັ່ງມີ” ກໍຈະ “ຫຼົງໄປຈາກຄວາມເຊື່ອ.” (1 ຕີໂມ. 6:9, 10) ຄຳວ່າ “ຫຼົງໄປ” ສະແດງໃຫ້ເຫັນວ່າເຮົາອາດກາຍເປັນຄົນທີ່ພະຍາຍາມຈະໄດ້ວັດຖຸສິ່ງຂອງທີ່ບໍ່ຈຳເປັນ. ແລ້ວເຮົາກໍອາດພັດທະນາ “ຄວາມຄຶດຢາກໄດ້ອັນບໍ່ຮູ້ ອັນຊົ່ວຫຼາຍຢ່າງ” ໃນໃຈຂອງເຮົາ. ແຕ່ເຮົາຄວນຈື່ໄວ້ວ່າ ຊາຕານກຳລັງໃຊ້ຄວາມຕ້ອງການເຫຼົ່ານີ້ເປັນອາວຸດທຳລາຍຄວາມເຊື່ອຂອງເຮົາ.
16. ຕາມມາລະໂກ 10:17-22 ເຮັດໃຫ້ເຮົາຄິດເຖິງຄຳຖາມຫຍັງ?
16 ສົມມຸດວ່າເຮົາມີເງິນຫຼາຍທີ່ຈະຊື້ຫຍັງກໍໄດ້. ແຕ່ຜິດບໍທີ່ເຮົາຢາກຊື້ສິ່ງທີ່ເຮົາຕ້ອງການເຊິ່ງມັນກໍບໍ່ໄດ້ຈຳເປັນແທ້ໆ? ບໍ່ສະເໝີໄປ. ຂໍໃຫ້ຄິດເຖິງຄຳຖາມເຫຼົ່ານີ້: ເຖິງວ່າເຮົາຈະສາມາດຊື້ສິ່ງຂອງບາງຢ່າງໄດ້ ແຕ່ເຮົາມີເວລາແລະກຳລັງທີ່ຈະໃຊ້ແລະຮັກສາສິ່ງຂອງເຫຼົ່ານັ້ນບໍ? ນອກຈາກນັ້ນ ເຮົາອາດເລີ່ມຮັກຊັບສົມບັດວັດຖຸຂອງເຮົາຫຼາຍເກີນໄປບໍ? ການຮັກຊັບສົມບັດວັດຖຸເຮັດໃຫ້ເຮົາເປັນຄືກັບຊາຍໜຸ່ມຄົນນັ້ນບໍທີ່ປະຕິເສດຄຳເຊີນຂອງພະເຍຊູທີ່ໃຫ້ຮັບໃຊ້ພະເຈົ້າຫຼາຍຂຶ້ນ? (ອ່ານມາລະໂກ 10:17-22) ຈະດີກວ່ານີ້ຫຼາຍສ່ຳໃດຖ້າເຮົາໃຊ້ຊີວິດແບບຮຽບງ່າຍ ໃຊ້ເວລາແລະກຳລັງທີ່ມີຄ່າຂອງເຮົາເພື່ອເຮັດຕາມໃຈປະສົງຂອງພະເຢໂຫວາ!
ຮັກສາຄວາມເຊື່ອທີ່ເປັນຄືກັບໂລ້ໄວ້ໃຫ້ດີ
17. ເຮົາຕ້ອງບໍ່ລືມຫຍັງ?
17 ເຮົາຕ້ອງບໍ່ລືມວ່າເຮົາກຳລັງຢູ່ໃນສົງຄາມແລະຕ້ອງພ້ອມທີ່ຈະສູ້ຮົບທຸກມື້. (ຄຳປ. 12:17) ພີ່ນ້ອງຂອງເຮົາບໍ່ສາມາດຖືໂລ້ຫຼືຮັກສາຄວາມເຊື່ອໃຫ້ເຮົາໄດ້. ດັ່ງນັ້ນ ເຮົາຕ້ອງຖືໂລ້ຫຼືຮັກສາຄວາມເຊື່ອໃຫ້ເຂັ້ມແຂງດ້ວຍຕົວເອງ.
18. ເປັນຫຍັງທະຫານໃນສະໄໝບູຮານຕ້ອງຖືໂລ້ໄວ້ແໜ້ນໆ?
18 ໃນສະໄໝບູຮານ ຖ້າທະຫານຄົນໜຶ່ງສູ້ຮົບໃນສົງຄາມຢ່າງກ້າຫານ ລາວຈະໄດ້ຮັບກຽດຕິຍົດ. ແຕ່ລາວຈະຮູ້ສຶກອັບອາຍຂາຍໜ້າຖ້າລາວກັບຈາກການສູ້ຮົບໂດຍບໍ່ມີໂລ້. ນັກປະຫວັດສາດຊາວໂລມຄົນໜຶ່ງຊື່ ທາຊິທັດສ໌ຂຽນວ່າ: “ຖ້າທະຫານຄົນໜຶ່ງຖິ້ມໂລ້ ນັ້ນຄືຄວາມອັບປະຍົດທີ່ສຸດ.” ນີ້ເປັນເຫດຜົນໜຶ່ງທີ່ທະຫານຕ້ອງຖືໂລ້ໄວ້ແໜ້ນໆ.
ພີ່ນ້ອງຍິງຄົນໜຶ່ງໄດ້ຖືໂລ້ຫຼືຮັກສາຄວາມເຊື່ອຂອງລາວໄວ້ແໜ້ນໂດຍການອ່ານຄຳພີໄບເບິນ ເຂົ້າຮ່ວມປະຊຸມເປັນປະຈຳ ແລະໄປປະກາດ (ເບິ່ງຂໍ້ 19)
19. ເຮົາຈະຖືໂລ້ຫຼືຮັກສາຄວາມເຊື່ອຂອງເຮົາໄວ້ໃຫ້ແໜ້ນໄດ້ແນວໃດ?
19 ເຮົາຖືໂລ້ຫຼືຮັກສາຄວາມເຊື່ອຂອງເຮົາໄວ້ໃຫ້ແໜ້ນໂດຍການເຂົ້າຮ່ວມປະຊຸມເປັນປະຈຳ ແລະປະກາດນາມຊື່ຂອງພະເຢໂຫວາແລະຂ່າວດີເລື່ອງລາຊະອານາຈັກຂອງພະອົງກັບຄົນອື່ນ. (ເຫບ. 10:23-25) ນອກຈາກນັ້ນ ເຮົາຍັງອ່ານຄຳພີໄບເບິນທຸກໆມື້ ແລະອະທິດຖານເຖິງພະເຢໂຫວາໃຫ້ຊ່ວຍເຮົາເອົາຄຳແນະນຳໄປໃຊ້ໃນທຸກດ້ານຂອງຊີວິດ. (2 ຕີໂມ. 3:16, 17) ຖ້າເຮົາເຮັດແບບນັ້ນ ບໍ່ວ່າຊາຕານຈະໃຊ້ອາວຸດແບບໃດກໍບໍ່ສາມາດທຳລາຍເຮົາຖາວອນໄດ້. (ເອຊາ. 54:17) ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ຂອງເຮົາຈະປົກປ້ອງເຮົາ. ເຮົາຈະເຮັດວຽກຮັບໃຊ້ກັບພີ່ນ້ອງຂອງເຮົາຢ່າງກ້າຫານ ແລະເຮົາຈະຊະນະການຕໍ່ສູ້ໃນແຕ່ລະມື້ເພື່ອຮັກສາຄວາມເຊື່ອໃຫ້ເຂັ້ມແຂງ. ສິ່ງສຳຄັນທີ່ສຸດຄື ເຮົາຈະໄດ້ຮັບກຽດທີ່ຢູ່ຝ່າຍພະເຍຊູຕອນທີ່ເພິ່ນສູ້ຮົບຊະນະຊາຕານແລະພັກພວກຂອງມັນ.—ຄຳປ. 17:14; 20:10
ເພງ 118 ‘ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ’
a ທະຫານຕ້ອງມີໂລ້ເພື່ອປ້ອງກັນອັນຕະລາຍ. ຄວາມເຊື່ອຂອງເຮົາກໍເປັນຄືກັບໂລ້. ຄືກັບທະຫານທີ່ເບິ່ງແຍງໂລ້ຢ່າງດີວ່າຍັງຢູ່ໃນສະພາບດີຫຼືບໍ່ ເຮົາກໍຕ້ອງເບິ່ງແຍງຄວາມເຊື່ອຂອງເຮົາຄືກັນ. ໃນບົດຄວາມນີ້ ເຮົາຈະພິຈາລະນາສິ່ງທີ່ເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ແນ່ໃຈວ່າ ‘ຄວາມເຊື່ອທີ່ເປັນໂລ້ໃຫຍ່’ ຂອງເຮົາຍັງຢູ່ໃນສະພາບດີຫຼືບໍ່.
b ຄຳອະທິບາຍຮູບພາບ: ເມື່ອພີ່ນ້ອງຄອບຄົວໜຶ່ງເຫັນຂ່າວທີ່ຜູ້ທໍລະຍົດພະເຈົ້າເຜີຍແຜ່ຄຳຕົວະກ່ຽວກັບພະຍານພະເຢໂຫວາ ພວກເຂົາໄດ້ປິດໂທລະທັດທັນທີ.
c ຄຳອະທິບາຍຮູບພາບ: ຕໍ່ມາ ຕອນທີ່ນະມັດສະການປະຈຳຄອບຄົວ ພໍ່ໄດ້ໃຊ້ຄຳພີໄບເບິນເສີມຄວາມເຊື່ອຂອງຄອບຄົວໃຫ້ເຂັ້ມແຂງຂຶ້ນ.