ໃຊ້ເວັບໄຊ jw.org ໃນວຽກຮັບໃຊ້—“ມາເປັນໝູ່ກັບພະເຢໂຫວານຳກັນ”
ເມື່ອເຮົາຄລິກເຂົ້າໄປທີ່ຫົວຂໍ້ “ໜັງສືຕ່າງໆ” ໃນເວັບໄຊ jw.org/lo ໃນໜ້ານັ້ນຈະມີສ່ວນສຳລັບເດັກນ້ອຍທີ່ຊື່ວ່າ “ມາເປັນໝູ່ກັບພະເຢໂຫວານຳກັນ” ເຊິ່ງມີວິດີໂອ ເຮົາເຄີຍໃຊ້ສ່ວນນີ້ຂອງເວັບໄຊໃນການປະກາດບໍ? ຖ້ານັກສຶກສາມີລູກນ້ອຍໆ ເຮົາອາດຈະໃຫ້ລາວເບິ່ງວິດີໂອຊຸດນີ້ ເພາະອາດຈະເຮັດໃຫ້ລາວຢາກເບິ່ງສ່ວນອື່ນໆຂອງເວັບໄຊນຳ.
ເມື່ອແຈກຢາຍຂ່າວລາຊະອານາຈັກ ໝາຍເລກທີ 38. ພີ່ນ້ອງຊາຍໃຫ້ແຜ່ນພັບກັບຜູ້ຍິງຄົນໜຶ່ງ ແລ້ວລາວກໍເລີ່ມອ່ານທັນທີ. ລາວມີລູກທີ່ຍັງນ້ອຍຫຼາຍຄົນເຊິ່ງຢາກຮູ້ວ່າແຜ່ນພັບເວົ້າເລື່ອງຫຍັງ. ພີ່ນ້ອງຊາຍເວົ້າສັ້ນໆວ່າເວັບໄຊມີເນື້ອໃນຫຍັງແດ່ ແລ້ວກໍຊີ້ໃຫ້ລາວເບິ່ງຊື່ເວັບໄຊທີ່ຢູ່ທາງຫຼັງຂອງແຜ່ນພັບ. ເນື່ອງຈາກຜູ້ຍິງຄົນນັ້ນສົນໃຈ ພີ່ນ້ອງຈຶ່ງເປີດກາຕູນແຈັກກີ້ໜຶ່ງຕອນຈາກມືຖືໃຫ້ລາວກັບພວກລູກເບິ່ງ.
ພີ່ນ້ອງຍິງຄົນໜຶ່ງແນະນຳເວັບໄຊໃຫ້ໝູ່ຢູ່ບ່ອນເຮັດວຽກແລະບອກວ່າເວັບໄຊມີຂໍ້ມູນທີ່ເປັນປະໂຫຍດສຳລັບຄອບຄົວ. ຜູ້ຍິງຄົນນັ້ນຈຶ່ງເຂົ້າໄປເບິ່ງເວັບໄຊກັບພວກລູກຂອງລາວ. ຕໍ່ມາລາວບອກພີ່ນ້ອງຍິງວ່າ: ເມື່ອຢູ່ເຮືອນ ພວກລູກຂອງລາວຮ້ອງເພງ “ຈົ່ງປະກາດພະຄຳ” ເຊິ່ງເປັນເພງໜຶ່ງຈາກກາຕູນຊຸດ “ມາເປັນໝູ່ກັບພະເຢໂຫວານຳກັນ.”
ເຮົາໜ້າຈະລອງໃຊ້ສ່ວນນີ້ໃນເວັບໄຊ jw.org/lo ໃຫ້ຄຸ້ນເຄີຍ ແລ້ວດາວໂຫຼດວິດີໂອ ເພງ ຫຼືກິດຈະກຳຕ່າງໆໃສ່ໃນມືຖືຫຼືແທັບເລັດຂອງເຮົາ ເພື່ອພ້ອມຈະໃຊ້ໃນເຂດປະກາດ. ນີ້ເປັນເຄື່ອງມືທີ່ມີຄ່າຫຼາຍເຊິ່ງຈະຊ່ວຍເຮົາໃນການຮັບໃຊ້ພະເຢໂຫວາ!—ກິດ. 20:19