ຕົວຢ່າງການສະເໜີ
ການໃຫ້ໃບເຊີນເພື່ອມາຮ່ວມການປະຊຸມອະນຸສອນ
“ພວກເຮົາກຳລັງແຈກຢາຍໃບເຊີນນີ້ເພື່ອເຊີນຜູ້ຄົນໃຫ້ເຂົ້າຮ່ວມງານທີ່ສຳຄັນຫຼາຍ. ໃນວັນທີ 3 ເມສາ ຫຼາຍລ້ານຄົນໃນທົ່ວໂລກຈະຮ່ວມກັນລະນຶກເຖິງການເສຍຊີວິດຂອງພະເຍຊູ ແລະມື້ນັ້ນຈະມີການອະທິບາຍວ່າພວກເຮົາທຸກຄົນໄດ້ຮັບປະໂຫຍດຫຍັງຈາກການເສຍຊີວິດຂອງເພິ່ນ. ເຊີນເຂົ້າຮ່ວມຟີຣ ລາຍລະອຽດຂອງສະຖານທີ່ແລະເວລາການປະຊຸມແມ່ນຢູ່ໃນໃບເຊີນນີ້”
ຫໍສັງເກດການ 1 ມີນາ
“ເຈົ້າເຄີຍເຫັນຮູບທີ່ພະເຍຊູຖືກຕອກແຂນໄວ້ຢູ່ຫຼັກໄມ້ບໍ? [ໃຫ້ລາວຕອບ ແລ້ວເປີດຮູບໃນໜ້າທີ 6 ໃຫ້ລາວເບິ່ງ] ຫຼາຍຄົນອາດເຄີຍເຫັນຮູບນີ້. ບາງຄົນຍັງເຊື່ອວ່າເພິ່ນເປັນຄົນດີ ແຕ່ເປັນຫຍັງສິ່ງແບບນີ້ຈຶ່ງເກີດຂຶ້ນກັບເພິ່ນ?” [ອ່ານ 1 ໂກລິນໂທ 15:22 ສ່ວນ ຂ] ວາລະສານນີ້ເວົ້າເຖິງຜົນປະໂຫຍດໃນອະນາຄົດທີ່ເຮົາຈະໄດ້ຮັບເນື່ອງຈາກການຕາຍຂອງພະເຍຊູ ເຊັ່ນ: ໃນມື້ໜຶ່ງຈະບໍ່ມີຈັກຄົນໃນໂລກນີ້ທີ່ຕ້ອງຕາຍ.”
ຕື່ນເຖີດ! ມີນາ
“ບາງຄົນຄຶດວ່າການພະນັນເຮັດໃຫ້ຮັ່ງມີ ແຕ່ຫຼາຍຄົນຄຶດວ່າເຮັດໃຫ້ທຸກ. ສ່ວນບາງຄົນເວົ້າວ່າມັນເປັນພຽງແຕ່ເກມເທົ່ານັ້ນ ແລະບໍ່ມີພິດມີໄພຫຍັງຖ້າຄວບຄຸມມັນໄດ້. ເຈົ້າຄຶດວ່າແນວໃດ? [ໃຫ້ລາວຕອບ] ຂໍໃຫ້ເບິ່ງສິ່ງທີ່ຂຽນໄວ້ໃນນີ້. [ອ່ານ ຜູ້ເທສະໜາປ່າວປະກາດ 5:10] ບົດຄວາມໃນວາລະສານນີ້ບອກໃຫ້ຮູ້ກ່ຽວກັບຜົນກະທົບທີ່ບໍ່ດີຂອງການພະນັນ. [ເປີດບົດຄວາມໃນໜ້າທີ 14 ແລະ 15 ໃຫ້ລາວເບິ່ງ]