ເຮັດຕາມເປົ້າໝາຍຂອງການປະຊຸມເພື່ອການປະກາດ
1. ການປະຊຸມເພື່ອການປະການມີເປົ້າໝາຍຫຍັງ?
1 ໃນໂອກາດໜຶ່ງພະເຍຊູປະຊຸມກັບລູກສິດ 70 ຄົນກ່ອນທີ່ເຂົາເຈົ້າຈະອອກໄປປະກາດ. (ລືກາ 10:1-11) ພະອົງໃຫ້ກຳລັງໃຈໂດຍບອກວ່າພະເຢໂຫວາ “ເຈົ້າຂອງແຫ່ງການເກັບກ່ຽວ” (ທ.ປ.) ຈະຢູ່ກັບເຂົາເຈົ້າແລະຊີ້ນຳເມື່ອເຮັດວຽກປະກາດ. ພະເຍຊູໃຫ້ຄຳແນະນຳທີ່ຊ່ວຍໃຫ້ພວກລູກສິດພ້ອມຈະເຮັດວຽກນັ້ນ ແລະຈັດເຂົາເຈົ້າອອກໄປ “ໝູ່ລະ 2 ຄົນ.” ທຸກມື້ນີ້ ການປະຊຸມເພື່ອການປະກາດມີເປົ້າໝາຍດຽວກັນ ນັ້ນຄື ໃຫ້ກຳລັງໃຈ ຊ່ວຍໃຫ້ກຽມພ້ອມ ແລະຊ່ວຍຈັດລະບຽບ.
2. ການປະຊຸມເພື່ອການປະກາດຄວນໃຊ້ເວລາດົນປານໃດ?
2 ຕອນນີ້ການປະຊຸມເພື່ອການປະກາດໃຊ້ເວລາ 10-15 ນາທີ ເຊິ່ງລວມເຖິງການຈັດກຸ່ມ ມອບໝາຍເຂດເຮັດວຽກ ແລະການອະທິດຖານ. ຕອນນີ້ກຳລັງມີການປ່ຽນແປງ. ເລີ່ມຈາກເດືອນເມສາ ການປະຊຸມເພື່ອການປະກາດຈະໃຊ້ເວລາ 5-7 ນາທີ ແລະຖ້າຈັດຫຼັງການປະຊຸມປະຈຳປະຊາຄົມກໍຈະໃຊ້ເວລາໜ້ອຍກວ່ານັ້ນ ເພາະພີ່ນ້ອງໄດ້ຟັງເລື່ອງດີໆແລ້ວຈາກພະຄຳພີ. ການປະຊຸມເພື່ອການປະກາດທີ່ເຮັດສັ້ນໆຈະຊ່ວຍທຸກຄົນໃຫ້ມີເວລາຫຼາຍຂຶ້ນໃນເຂດປະກາດ. ນອກຈາກນັ້ນ ຖ້າໄພໂອເນຍຫຼືຜູ້ປະກາດໄດ້ເລີ່ມຕົ້ນປະກາດກ່ອນແລ້ວ ກໍບໍ່ຄວນຂັດຈັງຫວະວຽກຂອງເຂົາເຈົ້າດົນ.
3. ເພື່ອຈະເປັນປະໂຫຍດຕໍ່ພີ່ນ້ອງທີ່ສຸດ ອາດຈັດການປະຊຸມເພື່ອການປະກາດແນວໃດ?
3 ຄວນຈັດການປະຊຸມເພື່ອການປະກາດໃນແບບທີ່ເປັນປະໂຫຍດຕໍ່ພີ່ນ້ອງທີ່ສຸດ. ແທນທີ່ຈະໃຫ້ທຸກຄົນມາພົບກັນຢູ່ບ່ອນດຽວ ຫຼາຍປະຊາຄົມຈັດການປະຊຸມແຍກກັນເພາະອາດງ່າຍກວ່າສຳລັບພີ່ນ້ອງທີ່ຈະໄປຮ່ວມແລະໄປເຂດປະກາດ ຈັບຄູ່ງ່າຍກວ່າ ແລະກໍງ່າຍສຳລັບຜູ້ນຳກຸ່ມທີ່ຈະເອົາໃຈໃສ່ພີ່ນ້ອງໃນກຸ່ມຂອງຕົນ. ຄະນະຜູ້ເຖົ້າແກ່ຈະຄຶດເຖິງສະພາບການໃນທ້ອງຖິ່ນແລະຕັດສິນໃຈວ່າແບບໃດດີທີ່ສຸດ. ກ່ອນອະທິດຖານສັ້ນໆເພື່ອປິດການປະຊຸມ ທຸກຄົນຄວນຮູ້ວ່າຕົນເອງຈະຄູ່ກັບໃຜແລະເລີ່ມປະກາດຢູ່ໃສ.
4. ເປັນຫຍັງຈຶ່ງຖືວ່າການປະຊຸມເພື່ອການປະກາດສຳຄັນເທົ່າກັບການປະຊຸມອື່ນໆ?
4 ສຳຄັນເທົ່າກັບການປະຊຸມອື່ນໆ: ການປະຊຸມເພື່ອການປະກາດຈັດຂຶ້ນເພື່ອປະໂຫຍດຂອງຜູ້ທີ່ຈະອອກໄປປະກາດ ເຊິ່ງອາດຈະບໍ່ແມ່ນໝົດທຸກຄົນໃນປະຊາຄົມເຂົ້າຮ່ວມ. ແຕ່ກໍບໍ່ຄວນຖືເບົາຕໍ່ການປະຊຸມນີ້ ເພາະສຳຄັນເທົ່າກັບການປະຊຸມອື່ນໆ. ການປະຊຸມເພື່ອການປະກາດເປັນການຈັດຕຽມຈາກພະເຢໂຫວາ ເຊິ່ງເຮັດໃຫ້ເຮົາຄຶດເຖິງກັນແລະກັນເພື່ອຈະເຕືອນໃຈໃຫ້ຮັກກັນແລະກັນ ແລະກະທຳການດີ. (ເຫບ. 10:24, 25) ດັ່ງນັ້ນ ເພື່ອການປະຊຸມຈະໃຫ້ກຽດພະເຢໂຫວາແລະເປັນປະໂຫຍດສຳລັບພີ່ນ້ອງ ຜູ້ນຳກຸ່ມຕ້ອງກຽມຕົວຢ່າງດີ ແລະພີ່ນ້ອງທີ່ຈະອອກໄປປະກາດກໍຕ້ອງພະຍາຍາມເຂົ້າຮ່ວມ.
ບໍ່ຄວນຖືເບົາຕໍ່ການປະຊຸມເພື່ອການປະກາດ ເພາະສຳຄັນເທົ່າກັບການປະຊຸມອື່ນໆ
5. (ກ) ກ່ຽວກັບການປະຊຸມເພື່ອການຮັບໃຊ້ ຜູ້ດູແລການຮັບໃຊ້ມີໜ້າທີ່ຫຍັງ? (ຂ) ພີ່ນ້ອງຍິງຄວນນຳກຸ່ມການປະຊຸມເພື່ອການປະກາດແນວໃດ?
5 ສິ່ງທີ່ຜູ້ນຳກຸ່ມກຽມຕົວ: ເພື່ອຈະກຽມຕົວໄດ້ດີຜູ້ນຳກຸ່ມຕ້ອງໄດ້ຮັບສ່ວນມອບໝາຍລ່ວງໜ້າ. ຖ້າຈັດຢູ່ຫຼາຍບ່ອນ ຜູ້ນຳກຸ່ມຫຼືຜູ້ຊ່ວຍຈະນຳການປະຊຸມສຳລັບກຸ່ມຂອງຕົນເອງ. ຖ້າປະຊາຄົມຈັດໃຫ້ມີບ່ອນດຽວ ຜູ້ດູແລການຮັບໃຊ້ຈະມອບໝາຍພີ່ນ້ອງຄົນໜຶ່ງໃຫ້ນຳກຸ່ມ. ຜູ້ດູແລການຮັບໃຊ້ບາງຄົນຈັດຕາຕະລາງແລ້ວເອົາໃຫ້ຜູ້ນຳກຸ່ມທຸກຄົນ ແລະຕິດໄວ້ຢູ່ກະດານຂ່າວນຳ. ຜູ້ດູແລການຮັບໃຊ້ຄວນເລືອກດີໆເມື່ອມອບໝາຍຜູ້ນຳກຸ່ມ ໂດຍສຳນຶກວ່າຄຸນນະພາບຂອງການປະຊຸມແມ່ນຂຶ້ນກັບຄວາມສາມາດໃນການສອນແລະການຈັດລະບຽບວຽກຂອງຜູ້ເຮັດສ່ວນ. ຖ້າບໍ່ມີຜູ້ເຖົ້າແກ່ ຜູ້ຊ່ວຍງານຮັບໃຊ້ ຫຼືພີ່ນ້ອງຊາຍທີ່ມີຄຸນວຸດທິເຊິ່ງຮັບບັບເຕມາແລ້ວ ຜູ້ດູແລການຮັບໃຊ້ຄວນມອບໝາຍພີ່ນ້ອງຍິງທີ່ມີຄວາມສາມາດເຊິ່ງຮັບບັບເຕມາແລ້ວໃຫ້ນຳກຸ່ມແທນ.—ເບິ່ງບົດຄວາມ “ເມື່ອພີ່ນ້ອງຍິງຕ້ອງນຳກຸ່ມການປະຊຸມເພື່ອການປະກາດ.”
6. ເປັນຫຍັງຜູ້ນຳກຸ່ມຕ້ອງກຽມຕົວດີໆ?
6 ເມື່ອໄດ້ຮັບສ່ວນມອບໝາຍໃນໂຮງຮຽນ ຫຼືການປະຊຸມເພື່ອການຮັບໃຊ້ ເຮົາຖືວ່າສຳຄັນແລະກຽມຕົວຢ່າງດີ. ບາງຄົນລໍຖ້າຈົນຮອດເວລາໄປປະຊຸມແລ້ວຈຶ່ງເລີ່ມຄຶດວ່າຈະເວົ້າຫຍັງ. ຄວນຖືວ່າສ່ວນມອບໝາຍໃຫ້ນຳກຸ່ມການປະຊຸມເພື່ອການປະກາດກໍສຳຄັນແລະຕ້ອງກຽມຕົວດີໆ. ແຮ່ງການປະຊຸມສັ້ນລົງ ກໍແຮ່ງຕ້ອງກຽມຕົວຢ່າງດີເພື່ອພີ່ນ້ອງຈະໄດ້ຮັບປະໂຫຍດແລະແລ້ວຕາມເວລາທີ່ກຳນົດໄວ້. ການກຽມຕົວທີ່ດີຍັງລວມເຖິງການຈັດເຂດປະກາດລ່ວງໜ້າ.
7. ມີສິ່ງໃດແດ່ທີ່ຜູ້ນຳກຸ່ມອາດຈະພິຈາລະນາ? (ເບິ່ງຂອບໜ້າ 6)
7 ສິ່ງທີ່ຈະພິຈາລະນາໃນການປະຊຸມ: ເນື່ອງຈາກສະພາບການໃນແຕ່ລະເຂດແຕກຕ່າງກັນ ທາດສັດຊື່ແລະສຸຂຸມຈຶ່ງບໍ່ໄດ້ຕຽມໂຄງຮ່າງໄວ້ແບບສະເພາະສຳລັບແຕ່ລະການປະຊຸມເພື່ອການປະກາດ. ຂອບທີ່ຊື່ວ່າ “ສິ່ງທີ່ຄວນພິຈາລະນາໃນການປະຊຸມເພື່ອການປະກາດ” ຍົກໃຫ້ເຫັນບາງຈຸດທີ່ອາດຈະພິຈາລະນາໄດ້. ຕາມປົກກະຕິ ຈະມີການຖາມຄວາມຄິດເຫັນຂອງພີ່ນ້ອງນຳ ແຕ່ບາງຄັ້ງອາດໃຫ້ມີການສາທິດທີ່ກຽມຕົວດີໆ ຫຼືສາຍວິດີໂອຈາກ jw.org ເມື່ອກຽມສ່ວນການປະຊຸມເພື່ອການຮັບໃຊ້ ຜູ້ນຳກຸ່ມຄວນຄຶດເຖິງສິ່ງທີ່ໜູນກຳລັງໃຈພີ່ນ້ອງແລະເພື່ອໃຫ້ກຽມພ້ອມສຳລັບການປະກາດໃນມື້ນັ້ນ.
ເມື່ອກຽມຕົວສຳລັບການປະຊຸມເພື່ອການປະກາດ ຜູ້ນຳກຸ່ມຄວນຈະຄຶດເຖິງສິ່ງທີ່ຈະໃຫ້ກຳລັງໃຈພີ່ນ້ອງແລະໃຫ້ກຽມພ້ອມສຳລັບການປະກາດໃນມື້ນັ້ນ
8. ໃນການປະຊຸມວັນເສົາວັນອາທິດ ຜູ້ນຳກຸ່ມອາດພິຈາລະນາເລື່ອງຫຍັງແດ່?
8 ຍົກຕົວຢ່າງ ສ່ວນຫຼາຍໃນວັນເສົາພີ່ນ້ອງສະເໜີວາລະສານຫໍສັງເກດການ ແລະຕື່ນເຖີດ! ຫຼາຍຄົນທີ່ອອກປະກາດໃນວັນເສົາບໍ່ໄດ້ອອກໃນກາງອາທິດ ເຖິງວ່າຈະຝຶກຊ້ອມການສະເໜີວາລະສານໃນລະຫວ່າງການນະມັດສະການປະຈຳຄອບຄົວ ແຕ່ກໍອາດຈະຈື່ບໍ່ໄດ້ທັງໝົດ. ສະນັ້ນ ອາດເປັນປະໂຫຍດທີ່ຜູ້ນຳກຸ່ມຈະທົບທວນຄືນຕົວຢ່າງໜຶ່ງຂອງການສະເໜີເຊິ່ງຢູ່ໜ້າສຸດທ້າຍຂອງວຽກຮັບໃຊ້ພະເຈົ້າ. ຜູ້ນຳກຸ່ມອາດເວົ້າເຖິງວິທີໃຊ້ຫົວຂໍ້ຂ່າວ ເຫດການ ຫຼືມື້ບຸນທາງສາສະໜາໃນທ້ອງຖິ່ນໃຫ້ເຂົ້າກັບບົດຄວາມໃນວາລະສານ ຫຼືອາດເວົ້າເຖິງວິທີປູທາງໄວ້ເພື່ອໄປຢາມຄັ້ງຕໍ່ໄປເມື່ອມີຄົນຮັບເອົາວາລະສານໄວ້. ອີກວິທີໜຶ່ງແມ່ນຂໍໃຫ້ພີ່ນ້ອງເວົ້າສັ້ນໆເຖິງວິທີທີ່ເຂົາເຈົ້າສະເໜີວາລະສານຫຼືເລົ່າປະສົບການທີ່ໃຫ້ກຳລັງໃຈ. ການປະຊຸມໃນວັນອາທິດກໍອາດໃຊ້ວິທີທີ່ຄ້າຍໆກັນ ພຽງແຕ່ປ່ຽນໜັງສືທີ່ຈະສະເໜີໃນເດືອນນັ້ນ. ນອກຈາກນັ້ນ ພີ່ນ້ອງສາມາດສະເໜີປຶ້ມຄູ່ມືຮຽນຄຳພີໄບເບິນເຊັ່ນ: ວາລະສານຂ່າວດີ ເຊື່ອຟັງ ແລະປຶ້ມໄບເບິນສອນ ໃນມື້ໃດກໍໄດ້ ດັ່ງນັ້ນຜູ້ນຳກຸ່ມອາດເວົ້າສັ້ນໆວິທີສະເໜີປຶ້ມເຫຼົ່ານີ້ຫົວໃດຫົວໜຶ່ງ.
9. ຖ້າເປັນວັນເສົາວັນອາທິດໃນໄລຍະທີ່ມີໂຄງການພິເສດ ຜູ້ນຳກຸ່ມການປະຊຸມອາດເວົ້າເລື່ອງຫຍັງແດ່?
9 ຖ້າເປັນວັນເສົາວັນອາທິດໃນໄລຍະທີ່ມີໂຄງການພິເສດ ຜູ້ນຳກຸ່ມການປະກາດອາດເວົ້າເຖິງວິທີສະເໜີວາລະສານພ້ອມກັບໃບເຊີນນັ້ນຫຼືແຜ່ນພັບ ຫຼືອາດເວົ້າວ່າຈະເຮັດແນວໃດຖ້າມີຄົນສົນໃຈ. ອີກວິທີໜຶ່ງແມ່ນເລົ່າປະສົບການທີ່ສະແດງວ່າໂຄງການພິເສດນັ້ນເກີດຜົນ.
10, 11. ເພື່ອໃຫ້ການປະຊຸມປະສົບຜົນສຳເລັດ ເປັນຫຍັງການກຽມຕົວຈຶ່ງເປັນເລື່ອງສຳຄັນ?
10 ສິ່ງທີ່ພີ່ນ້ອງກຽມຕົວ: ພີ່ນ້ອງມີສ່ວນເຮັດໃຫ້ການປະຊຸມເພື່ອການປະກາດປະສົບຜົນສຳເລັດໄດ້ ໂດຍກຽມຕົວລ່ວງໜ້າເມື່ອນະມັດສະການປະຈຳຄອບຄົວ. ການກຽມຕົວແບບນີ້ຈະຊ່ວຍໃຫ້ພີ່ນ້ອງຄົນອື່ນໄດ້ຮັບປະໂຫຍດ. ການກຽມຕົວທີ່ດີລວມເຖິງການເອົາວາລະສານແລະໜັງສືອື່ນໆກ່ອນການປະຊຸມ ເພື່ອທຸກຄົນຈະອອກໄປເຂດປະກາດໄດ້ທັນທີໂດຍບໍ່ຕ້ອງເສຍເວລາ.
11 ເຮົາພະຍາຍາມໄປໃຫ້ທັນການປະຊຸມອື່ນໆ ສະນັ້ນເຮົາກໍຕ້ອງວາງແຜນທີ່ຈະໄປໃຫ້ທັນການປະຊຸມເພື່ອການປະກາດ. ຖ້າເຮົາໄປຊ້າອາດເຮັດໃຫ້ເກີດຄວາມວຸ່ນວາຍໄດ້. ວຸ່ນວາຍແນວໃດ? ກ່ອນຈັດລະບຽບກຸ່ມປະກາດ ຜູ້ນຳກຸ່ມຕ້ອງຄຶດເຖິງຫຼາຍຢ່າງເຊັ່ນ: ຖ້າຄົນໜ້ອຍ ຜູ້ນຳກຸ່ມອາດໃຫ້ທຸກຄົນໄປໃນເຂດທີ່ຍັງເຫຼືອໜ້ອຍໜຶ່ງ. ຖ້າບາງຄົນຍ່າງມາແລະເຂດປະກາດກໍຢູ່ໄກ ຜູ້ນຳກຸ່ມອາດຈັບຄູ່ໃຫ້ໄປກັບຄົນທີ່ມີລົດ. ຖ້າເປັນເຂດທີ່ບໍ່ປອດໄພ ຜູ້ນຳກຸ່ມອາດໃຫ້ພີ່ນ້ອງຊາຍປະກາດນຳຫຼືປະກາດຢູ່ໃກ້ໆກັບກຸ່ມຂອງພີ່ນ້ອງຍິງ. ຜູ້ນຳກຸ່ມອາດໃຫ້ຄົນທີ່ບໍ່ແຂງແຮງໄປເຂດທີ່ຍ່າງໄດ້ງ່າຍແລະບໍ່ຕ້ອງຂຶ້ນລົງຂັ້ນໄດຫຼາຍ. ຜູ້ນຳກຸ່ມອາດໃຫ້ຜູ້ປະກາດໃໝ່ຄູ່ກັບຜູ້ທີ່ມີປະສົບການ. ແຕ່ຖ້າມີຄົນມາຊ້າ ກໍຕ້ອງໄດ້ຈັບຄູ່ໃໝ່. ບາງຄັ້ງອາດມີເລື່ອງທີ່ເຮັດໃຫ້ມາຊ້າ ແຕ່ຖ້າຊ້າຕະຫຼອດເຮົາອາດຖາມຕົວເອງວ່າ: ມັນແມ່ນຍ້ອນເຮົາບໍ່ເຫັນຄຸນຄ່າຂອງການປະຊຸມບໍ ຫຼືແມ່ນຍ້ອນເຮົາບໍ່ໄດ້ຈັດລະບຽບເລື່ອງສ່ວນຕົວຂອງເຮົາລ່ວງໜ້າ.
12. ຖ້າເຮົາມັກຈັບຄູ່ເອົາເອງ ເຮົາອາດຄຶດເຖິງເລື່ອງຫຍັງແດ່?
12 ພີ່ນ້ອງທີ່ເຂົ້າຮ່ວມການປະຊຸມອາດນັດກັນເອງລ່ວງໜ້າ ຫຼືໃຫ້ຜູ້ນຳກຸ່ມຈັບຄູ່ໃຫ້. ຖ້າເຮົາມັກຈັບຄູ່ເອງ ຫຼືມີແຕ່ໄປກັບໝູ່ສະໜິດຄົນເກົ່າທຸກເທື່ອ ເຮົາຈະເປີດໃຈໃຫ້ “ກວ້າງ” ໄດ້ບໍ ໂດຍໄປປະກາດກັບພີ່ນ້ອງຄົນອື່ນນຳ? (2 ໂກ. 6:11-13) ເພື່ອຊ່ວຍຜູ້ປະກາດໃໝ່ໃຫ້ກ້າວໜ້າໃນການສອນ ບາງເທື່ອເຮົາໄປປະກາດກັບລາວໄດ້ບໍ? (1 ໂກ. 10:24; 1 ຕີໂມ. 4:13, 15) ໃຫ້ຕັ້ງໃຈຟັງຄຳແນະນຳຕ່າງໆທີ່ເຮົາໄດ້ຮັບ ລວມທັງໃຫ້ຟັງນຳວ່າຈະເລີ່ມປະກາດຢູ່ໃສ. ເມື່ອປະຊຸມແລ້ວ ຢ່າປ່ຽນນັ້ນປ່ຽນນີ້ແຕ່ໃຫ້ອອກໄປເຂດປະກາດທັນທີ.
13. ຖ້າທຸກຄົນເອົາໃຈໃສ່ແລະເຮັດສ່ວນຂອງຕົນເອງ ການປະຊຸມເພື່ອການປະກາດຈະເປັນປະໂຫຍດແນວໃດ?
13 ລູກສິດ 70 ຄົນທີ່ພະເຍຊູຈັດໃຫ້ອອກໄປປະກາດພາກັນ ‘ກັບມາດ້ວຍຄວາມຍິນດີ.’ (ລືກາ 10:17) ການປະຊຸມທີ່ພະເຍຊູຈັດກັບເຂົາເຈົ້າກ່ອນອອກໄປປະກາດຊ່ວຍໃຫ້ປະສົບຜົນສຳເລັດໄດ້. ທຸກມື້ນີ້ ການປະຊຸມເພື່ອການປະກາດໃຫ້ປະໂຫຍດແບບດຽວກັນ. ຖ້າທຸກຄົນເອົາໃຈໃສ່ແລະເຮັດສ່ວນຂອງຕົນເອງ ການປະຊຸມນັ້ນຈະໃຫ້ກຳລັງໃຈ ຊ່ວຍໃຫ້ກຽມພ້ອມ ແລະຊ່ວຍຈັດລະບຽບ ເຊິ່ງຈະເຮັດໃຫ້ວຽກຂອງເຮົາໃນການ “ເປັນພິຍານແກ່ພວກຕ່າງປະເທດທັງປວງ” ປະສົບຜົນສຳເລັດ.—ມັດ. 24:14