ການປະກາດໂດຍໃຊ້ອຸປະກອນສະແດງໜັງສື
ການປະກາດໂດຍໃຊ້ອຸປະກອນສະແດງໜັງສືເປັນວິທີທີ່ໄດ້ຜົນດີຫຼາຍໃນການດຶງດູດຜູ້ສົນໃຈໃຫ້ເຂົ້າມາໃນຄວາມຈິງ. (ໂຢ. 6:44) ດັ່ງນັ້ນ ມີການສົ່ງເສີມບັນດາຜູ້ເຖົ້າແກ່ໃຫ້ຈັດການປະກາດໃນບ່ອນສາທາລະນະໃນເຂດຂອງປະຊາຄົມ ບ່ອນມີຄົນຍ່າງຜ່ານໄປມາຈຳນວນຫຼາຍ. ຜູ້ໃດຈະສາມາດເຂົ້າຮ່ວມໃນວຽກນີ້ໄດ້? ຜູ້ປະກາດທີ່ມີວິຈາລະນະຍານທີ່ດີ ບຸກຄະລິກດີ ແຕ່ງຕົວເໝາະສົມ ແລະຮູ້ວິທີເວົ້າກັບຄົນອື່ນ. ຄຳແນະນຳຕໍ່ໄປນີ້ຈະຊ່ວຍຜູ້ປະກາດທີ່ເຮັດວຽກນີ້ໃຫ້ປະສົບຄວາມສຳເລັດຫຼາຍຂຶ້ນ.