ຂໍ້ເຕືອນໃຈສຳລັບການປະຊຸມພາກ
ເວລາການປະຊຸມ: ທັງສາມມື້ປະຕູຈະເປີດເວລາ 8:00. ດົນຕີບັນເລງຈະເລີ່ມເວລາ 9:20 ນາທີ. ເຮົາທຸກຄົນຄວນນັ່ງຢູ່ບ່ອນຂອງຕົນເອງໃຫ້ຮຽບຮ້ອຍເພື່ອສະແດງຄວາມນັບຖືແລະໃຫ້ການປະຊຸມເລີ່ມຕົ້ນຢ່າງເປັນລະບຽບ. ໃນວັນສຸກແລະວັນເສົາ ເຮົາຈະປິດການປະຊຸມເວລາປະມານ 17:00 ແລະວັນອາທິດ ປະມານ 16:00.
ສັນລະເສີນພະເຢໂຫວາດ້ວຍເພງ: ໃນສະໄໝບູຮານ ປະຊາຊົນຂອງພະເຢໂຫວາໄດ້ຮ້ອງເພງເພື່ອສັນລະເສີນພະອົງ ແລະທຸກມື້ນີ້ເພງກໍຍັງເປັນສ່ວນສຳຄັນໃນການນະມັດສະການຂອງເຮົາ. (ເພງ. 28:7) ທັງພາກເຊົ້າແລະພາກບ່າຍຂອງການປະຊຸມພາກຈະເລີ່ມຕົ້ນດ້ວຍເພງບັນເລງ. ນີ້ບໍ່ເປັນພຽງແຕ່ເພງທີ່ເປີດກ່ອມບັນເລງຊື່ໆ ແຕ່ເປັນເພງທີ່ຖືກເລືອກໄວ້ ເພື່ອກຽມເຮົາໃຫ້ພ້ອມທີ່ຈະຮຽນຮູ້ແລະນະມັດສະການພະເຢໂຫວາ. ດັ່ງນັ້ນ ເມື່ອໂຄສົກຂອງການປະຊຸມບອກວ່າເພງບັນເລງກຳລັງຈະເລີ່ມຕົ້ນ ທຸກຄົນຄວນຈະນັ່ງແລະຕັ້ງໃຈຟັງດົນຕີແທນທີ່ຈະລົມກັນ. ການເຮັດເຊັ່ນນັ້ນສະແດງວ່າເຮົາເຫັນຄຸນຄ່າວຽກຂອງພີ່ນ້ອງທີ່ຢູ່ໃນວົງດົນຕີອໍເຄັດຕາຂອງສະມາຄົມວັອດສະທາວເວີ. ພີ່ນ້ອງທັງຊາຍຍິງເຫຼົ່ານີ້ໄດ້ອອກຄ່າໃຊ້ຈ່າຍເອງເພື່ອເດີນທາງໄປທີ່ເມືອງແພັດເຕີສັນໃນລັດນິວຢອກປີລະສອງຄັ້ງເພື່ອຜະລິດເພງມ່ວນໆໃຫ້ເຮົາຟັງ. ຫຼັງຈາກທີ່ໄດ້ຟັງດົນຕີບັນເລງຢ່າງຕັ້ງໃຈແລ້ວ ເຮົາທຸກຄົນຄວນມີສ່ວນຮ່ວມຮ້ອງເພງລາຊະອານາຈັກ ເພື່ອສັນລະເສີນພະເຢໂຫວາ.
ບ່ອນຈອດລົດ: ປົກກະຕິແລ້ວບ່ອນຈອດລົດຈະມີຈຳກັດ. ພີ່ນ້ອງຄວນຈະນັ່ງລົດໄປນຳກັນຫຼາຍໆຄົນຖ້າເຮັດໄດ້.
ການຈອງບ່ອນນັ່ງ: ເມື່ອປະຕູຂອງບ່ອນປະຊຸມເປີດໃນຕອນເຊົ້າ ຂໍພີ່ນ້ອງຢ່າແລ່ນໄປຍາດກັນຈອງບ່ອນນັ່ງທີ່ຕົນຢາກໄດ້. ເພື່ອສະແດງວ່າເຮົາເປັນຄລິດສະຕຽນແທ້ ເຮົາຕ້ອງມີນ້ຳໃຈເສຍສະລະແລະເຮັດເພື່ອປະໂຫຍດຂອງຄົນອື່ນ ເຊິ່ງຈະເຮັດໃຫ້ຄົນທີ່ສັງເກດເບິ່ງເຮົາໄດ້ສັນລະເສີນພະເຢໂຫວາ. (ໂຢ. 13:34, 35; 1 ໂກ. 13:4, 5; 1 ເປ. 2:12) ຂໍພີ່ນ້ອງຈອງບ່ອນນັ່ງໃຫ້ສະເພາະຄົນໃນຄອບຄົວ ຄົນທີ່ນັ່ງລົດມານຳກັນ ຫຼືຄົນທີ່ເຮົານຳການສຶກສາຄຳພີໄບເບິນນຳ. ບ່ອນນັ່ງທີ່ຈັດໄວ້ໃຫ້ຜູ້ສູງອາຍຸຫຼືຄົນພິການມີຈຳກັດ ຄວນໃຫ້ຄົນທີ່ເບິ່ງແຍງ 1 ຫຼື 2 ຄົນເທົ່ານັ້ນນັ່ງກັບເຂົາເຈົ້າ.
ການແຕ່ງກາຍ: ເສື້ອຜ້າທີ່ເຮົານຸ່ງລະຫວ່າງການປະຊຸມໃຫຍ່ຄວນເປັນແບບທີ່ເໝາະສົມແລະຮຽບຮ້ອຍ ບໍ່ໃສ່ເສື້ອຜ້າທີ່ບໍ່ສຸພາບແບບທີ່ເຮົາເຫັນມີຫຼາຍໃນປະຈຸບັນ. (1 ຕີໂມ. 2:9) ແມ່ນແຕ່ໃນເວລາທີ່ແຈ້ງເຂົ້າຫຼືອອກທີ່ໂຮງແຮມ ເຮົາໃສ່ຊຸດສະບາຍໆໄດ້ ແຕ່ໃຫ້ເໝາະສົມກັບກາລະເທສະແລະບໍ່ຫຼາຍເກີນໄປ. ຖ້າເຮົາລະວັງແບບນີ້ ເຮົາກໍຈະພູມໃຈທີ່ຕິດປ້າຍຊື່ການປະຊຸມພາກທີ່ໜ້າເອິກ ພ້ອມທີ່ຈະປະກາດໃນທຸກໂອກາດ. ເສື້ອຜ້າຂອງເຮົາແລະລັກສະນະແບບຄລິດສະຕຽນໃນໄລຍະການປະຊຸມໃຫຍ່ບໍ່ພຽງດຶງດູດຄົນທີ່ມີຫົວໃຈສຸດຈະລິດໃຫ້ຢາກຮຽນຄຳພີໄບເບິນເທົ່ານັ້ນ ແຕ່ຈະເຮັດໃຫ້ພະເຢໂຫວາພໍໃຈນຳ.—ຊໂຟ. 3:17
ມີມາລະຍາດໃນການໃຊ້ເຄື່ອງມືອີເລັກໂຕຣນິກ: ເຮົາສະແດງມາລະຍາດທີ່ດີໂດຍການເປີດລະບົບສັ່ນ ຫຼືປິດສຽງໂທລະສັບມືຖື ຫຼືອຸປະກອນສື່ສານເພື່ອບໍ່ໃຫ້ລົບກວນຄົນອື່ນ. ຖ້າເຮົາໃຊ້ກ້ອງຖ່າຍຮູບ ກ້ອງວິດີໂອ ແທັບເລັດ ຫຼືອຸປະກອນອື່ນໆຖ່າຍພາບ ເຮົາຕ້ອງແນ່ໃຈວ່າບໍ່ໄດ້ລົບກວນຫຼືບັງສາຍຕາຄົນອື່ນ. ເຮົາສະແດງມາລະຍາດທີ່ດີໂດຍບໍ່ສົ່ງຂໍ້ຄວາມຫຼືອີເມວໃນຂະນະທີ່ການປະຊຸມພວມດຳເນີນຢູ່.
ອາຫານທ່ຽງ: ຂໍໃຫ້ເອົາອາຫານທ່ຽງມານຳເພື່ອຈະບໍ່ຕ້ອງອອກໄປທາງນອກໃນໄລຍະພັກທ່ຽງ. ພີ່ນ້ອງສາມາດເອົາກ່ອງອາຫານນ້ອຍໆມ້ຽນໄວ້ກ້ອງຕັ່ງນັ່ງໄດ້. ແຕ່ບໍ່ອະນຸຍາດໃຫ້ເອົາເຄື່ອງໃສ່ອາຫານທີ່ມີຂະໜາດໃຫຍ່ຫຼືເປັນແກ້ວເຂົ້າມາໃນບ່ອນປະຊຸມ.
ການບໍລິຈາກ: ເຮົາສະແດງຄວາມຂອບໃຈສຳລັບການຈັດການປະຊຸມພາກໂດຍການບໍລິຈາກດ້ວຍໃຈສະໝັກເພື່ອວຽກທົ່ວໂລກໄດ້ທີ່ບ່ອນປະຊຸມ. ຖ້າບໍລິຈາກເປັນແຊັກຄວນຂຽນສັ່ງຈ່າຍໃນນາມ “ມູນລະນິທິສົ່ງເສີມການສຶກສາພະຄຳພີ.”
ຍາຮັກສາໂລກ: ຖ້າເຈົ້າຕ້ອງກິນຢາຕາມທີ່ໝໍສັ່ງ ຂໍໃຫ້ຕຽມຢາມາໃຫ້ພໍ ເພາະຈະບໍ່ມີຢານັ້ນທີ່ການປະຊຸມພາກ ສະແລັງແລະເຂັມສັກຢາເບົາຫວານທີ່ໃຊ້ແລ້ວຕ້ອງຖິ້ມໃຫ້ຖືກວິທີ ຫ້າມຖິ້ມຂີ້ເຫຍື້ອຕິດເຊື້ອໃນຖັງຂີ້ເຫຍື້ອຂອງບ່ອນປະຊຸມຫຼືໂຮງແຮມ.
ຄວາມປອດໄພ: ລະວັງບໍ່ໃຫ້ເກີດອັນຕະລາຍຫຼືບາດ ເຈັບຈາກການເຕະສະດຸດຫຼືມື່ນລົ້ມ. ແຕ່ລະປີມີຫຼາຍຄົນບາດເຈັບຍ້ອນເກີບທີ່ໃສ່ ໂດຍສະເພາະເກີບສົ້ນຢ່ອງ. ຄວນເລືອກໃສ່ເກີບທີ່ສຸພາບເຊິ່ງຍ່າງຢູ່ທາງພຽງ ຂຶ້ນລົງຂັ້ນໄດ ຍ່າງເທິງພື້ນທີ່ເປັນຮ່ອງຫຼືພື້ນແບບອື່ນໆໄດ້ຢ່າງປອດໄພ.
ຜູ້ທີ່ມີບັນຫາໃນການໄດ້ຍິນ: ໃນບາງບ່ອນຈະມີການຖ່າຍທອດຄຳບັນລະຍາຍໃນການປະຊຸມພາກໂດຍໃຊ້ຄື້ນວິທະຍຸເອັບເອັມ ພີ່ນ້ອງຕ້ອງເອົາເຄື່ອງຮັບວິທະຍຸເອັບເອັມທີ່ໃສ່ຖ່ານແລະຫູຟັງມານຳ ເພື່ອຈະຟັງໄດ້.
ລໍ້ໃສ່ເດັກນ້ອຍແລະຕັ່ງທີ່ພັບໄດ້: ບໍ່ຄວນເອົາລໍ້ໃສ່ເດັກນ້ອຍແລະຕັ່ງທີ່ພັບໄດ້ໄປໃນສະຖານທີ່ປະຊຸມ ອາດໃຊ້ຕັ່ງເດັກນ້ອຍທີ່ໃຊ້ໃນລົດໄດ້ ຖ້າຕັ່ງນັ້ນຍຶດຕິດກັບຕັ່ງທີ່ຫໍປະຊຸມໄດ້.
ນ້ຳຫອມ: ບ່ອນປະຊຸມພາກສ່ວນໃຫຍ່ເປັນຫ້ອງທີ່ມີແອ. ດັ່ງນັ້ນ ຂໍພີ່ນ້ອງຄິດເຖິງຄົນອື່ນ ໂດຍໃຊ້ນ້ຳຫອມຫຼືໂຄໂລນທີ່ມີກິ່ນບໍ່ແຮງເພື່ອບໍ່ໃຫ້ລົບກວນຄົນທີ່ເປັນໂລກກ່ຽວກັບລະບົບຫາຍໃຈຫຼືຄົນທີ່ແພ້ກິ່ນນ້ຳຫອມ.—1 ໂກ. 10:24
ແບບຟອມຂໍໃຫ້ຕິດຕາມ: ຄວນໃຊ້ແບບຟອມຂໍໃຫ້ຕິດຕາມ ເພື່ອໃຫ້ຂໍ້ມູນກ່ຽວກັບຜູ້ສົນໃຈຈາກການປະກາດຢ່າງບໍ່ເປັນທາງການໃນໄລຍະການປະຊຸມພາກ ອາດສົ່ງແບບຟອມທີ່ຂຽນແລ້ວນີ້ໃຫ້ພະແນກສັບພະໜັງສືຫຼືອາດສົ່ງໃຫ້ເລຂາປະຊາຄົມຂອງເຈົ້າເມື່ອກັບໄປທີ່ປະຊາຄົມແລ້ວ.
ຮ້ານອາຫານ: ເຮົາຄວນໃຫ້ນາມຊື່ພະເຢໂຫວາໄດ້ຮັບຄຳສັນລະເສີນໂດຍການປະພຶດທີ່ດີໃນຮ້ານອາຫານແລະການແຕ່ງກາຍທີ່ເໝາະກັບຄລິດສະຕຽນ ຖ້າເປັນທຳນຽມຫຼືມາລະຍາດທີ່ດີທີ່ຈະໃຫ້ທິບພະນັກງານ ເຮົາຄວນຈະເຮັດ.
ໂຮງແຮມ:
ຂໍຢ່າຈອງຫ້ອງພັກຫຼາຍກວ່າທີ່ຕ້ອງການແທ້ ແລະບໍ່ຄວນມີຄົນພັກໃນຫ້ອງເກີນຈຳນວນທີ່ໂຮງແຮມກຳນົດໃຫ້.
ຢ່າຍົກເລີກການຈອງຫ້ອງພັກ ຍົກເວັ້ນມີເຫດສຸກເສີນແທ້ໆໃຫ້ບອກໂຮງແຮມທັນທີຖ້າຕ້ອງຍົກເລີກເພື່ອຄົນອື່ນຈະຈອງຫ້ອງນັ້ນໄດ້.—ມັດ. 5:37
ຂໍໃຫ້ຈື່ໄວ້ວ່າ ເມື່ອພີ່ນ້ອງແຈ້ງເຂົ້າຫ້ອງພັກ ໂຮງແຮມອາດເກັບເງິນມັດຈຳໄວ້ລ່ວງໜ້າຈຳນວນໜຶ່ງເພື່ອເປັນຄ່າປະກັນຫ້ອງພັກແລະຄ່າປະກັນຄວາມເສຍຫາຍຫຼືສິ່ງອື່ນໆລະຫວ່າງທີ່ພັກຢູ່ນັ້ນແລະພີ່ນ້ອງຈະໄດ້ເງິນຄືນພາຍຫຼັງ.
ໃຊ້ລໍ້ຂົນກະເປົາເມື່ອຕ້ອງການໃຊ້ ແລະຕ້ອງສົ່ງທັນທີຫຼັງຈາກທີ່ໃຊ້ແລ້ວເພື່ອຄົນອື່ນຈະໄດ້ໃຊ້ຕໍ່.
ຖ້າໃນປະເທດຂອງທ່ານມີທຳນຽມທີ່ໃຫ້ທິບ ກໍຄວນໃຫ້ທິບກັບພະນັກງານໂຮງແຮມທີ່ຍົກກະເປົາໃຫ້ເຮົາຫຼືແມ່ບ້ານ.
ຢ່າເຮັດອາຫານໃນຫ້ອງພັກຖ້າບໍ່ໄດ້ຮັບອະນຸຍາດ.
ອາຫານເຊົ້າແລະກາເຟທີ່ທາງໂຮງແຮມຈັດໃຫ້ ພີ່ນ້ອງບໍ່ຄວນເອົາອອກໄປກິນທາງນອກ.
ເຮົາຄວນສະແດງມາລະຍາດທີ່ດີ ແລະໃຊ້ຄຳເວົ້າທີ່ກະລຸນາເມື່ອຕິດຕໍ່ກັບພະນັກງານໂຮງແຮມ ເຂົາເຈົ້າເບິ່ງແຍງແຂກຈຳນວນຫຼາຍແລະຮູ້ສຶກຂອບໃຈເມື່ອເຮົາສະແດງຄວາມກະລຸນາ ອົດທົນແລະບໍ່ຮຽກຮ້ອງຫຼາຍເກີນໄປ.
ພໍ່ແມ່ຕ້ອງເບິ່ງແຍງລູກຕະຫຼອດເວລາເມື່ອຢູ່ໂຮງແຮມເຊັ່ນ ເມື່ອໃຊ້ລິບ ສະລອຍນ້ຳ ຫ້ອງອອກກຳລັງກາຍ ເມື່ອຢູ່ບໍລິເວນຫ້ອງໂຖງແລະບ່ອນອື່ນໆ.
ລາຄາຫ້ອງພັກທີ່ບອກໄວ້ໃນໃບລາຍການທີ່ພັກ ຄືລາຄາເຕັມຂອງຫ້ອງຕໍ່ຄືນ ຖ້າພີ່ນ້ອງຕ້ອງຈ່າຍເງິນເກີນທີ່ແຈ້ງໄວ້ ກໍຄວນຕິດຕໍ່ພະແນກທີ່ພັກຂອງການປະຊຸມພາກເພື່ອພີ່ນ້ອງໃນພະແນກນັ້ນອາດຊ່ວຍໄດ້.
ຖ້າພີ່ນ້ອງມີບັນຫາກ່ຽວກັບທີ່ພັກ ໃຫ້ແຈ້ງພະແນກທີ່ພັກ ແລ້ວເຂົາເຈົ້າຈະຊ່ວຍເທົ່າທີ່ເຮັດໄດ້.
ອາສາສະໝັກ: ຖ້າພີ່ນ້ອງຢາກອາສາຊ່ວຍວຽກ ຂໍໃຫ້ບອກພະແນກອາສາສະໝັກທີ່ການປະຊຸມພາກ ເດັກນ້ອຍທີ່ອາຍຸຕ່ຳກວ່າ 16 ປີກໍສາມາດຊ່ວຍໄດ້ໂດຍມີພໍ່ແມ່ຫຼືຜູ້ໃຫຍ່ຄົນອື່ນທີ່ໄດ້ຮັບມອບໝາຍຄອຍດູແລ.