ຮຽນຮູ້ຈາກຜູ້ປະກາດທີ່ມີປະສົບການຫຼາຍກວ່າ
ພວກເຮົາດີໃຈທີ່ຢູ່ໃນປະຊາຄົມຂອງພວກເຮົາມີຜູ້ປະກາດທີ່ມີປະສົບການ. ບາງຄົນຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍປີ. ສ່ວນຄົນອື່ນໆກໍປະກາດເກັ່ງເຖິງແມ່ນວ່າຫາກໍຮັບໃຊ້ບໍ່ດົນມານີ້. ຜູ້ປະກາດເຫຼົ່ານີ້ເຫັນວິທີທີ່ພະເຍຊູຊີ້ນຳປະຊາຄົມຄລິດສະຕຽນໃນສະໄໝສຸດທ້າຍ ໂດຍການຂະຫຍາຍວຽກປະກາດແລະສອນຜູ້ຄົນໃຫ້ເປັນລູກສິດ. (ມັດ. 28:19, 20) ໂດຍການມີສ່ວນຮ່ວມໃນວຽກຮັບໃຊ້ເຮັດໃຫ້ພີ່ນ້ອງເຫຼົ່ານີ້ໄດ້ຮັບ “ລິດອຳນາດອັນຍິ່ງໃຫຍ່ [ກຳລັງທີ່ຫຼາຍກວ່າປົກກະຕິ]” ເພື່ອຈະຮັບມືກັບບັນຫາສ່ວນຕົວແລະການທົດສອບ. (2 ໂກ. 4:7) ມີຫຼາຍສິ່ງທີ່ເຮົາສາມາດຮຽນຮູ້ໄດ້ຈາກຜູ້ປະກາດທີ່ມີປະສົບການ ແລະເມື່ອມີໂອກາດເຂົາເຈົ້າຍິນດີທີ່ຈະສອນຄົນອື່ນໆໃນສິ່ງທີ່ເຂົາເຈົ້າໄດ້ຮຽນມາ. (ເພງ. 71:18) ດັ່ງນັ້ນ ພວກເຮົາຄວນຫາໂອກາດທີ່ຈະຮຽນຮູ້ຈາກເຂົາເຈົ້າ. ຈະເຮັດແບບນັ້ນໄດ້ແນວໃດ?
ໃນວຽກຮັບໃຊ້. ຜູ້ປະກາດໃໝ່ຫຼືມີປະສົບການໜ້ອຍຈຳເປັນຕ້ອງໄດ້ຮັບການຝຶກຝົນເພື່ອຈະຮັບໃຊ້ຢ່າງມີປະສິດທິພາບ. ສິ່ງໜຶ່ງທີ່ຈະຊ່ວຍໄດ້ຫຼາຍກໍຄືການສັງເກດຜູ້ປະກາດທີ່ມີປະສົບການວ່າເຂົາເຈົ້າປະກາດແນວໃດ. (ຂໍໃຫ້ເບິ່ງ ຫໍສັງເກດການ 15 ກຸມພາ 2015 ຫົວເລື່ອງ “ຮັກສາຄວາມກະຕືລືລົ້ນໃນວຽກຮັບໃຊ້ສະເໝີ” ໃນຫຍໍ້ໜ້າທີສາມພາຍໃຕ້ຫົວຂໍ້ຍ່ອຍ “ຊ່ວຍຝຶກຜູ້ປະກາດໃໝ່.”) ເຈົ້າໄດ້ຮັບປະໂຫຍດຈາກການເຮັດວຽກຮັບໃຊ້ຮ່ວມກັບເຂົາເຈົ້າແນວໃດ?
ເຈົ້າສາມາດຊວນພີ່ນ້ອງທີ່ມີປະສົບການໄປຮັບໃຊ້ກັບເຈົ້າໄດ້ບໍ? ຖ້າຫາກວ່າພີ່ນ້ອງຄົນນັ້ນບໍ່ສະບາຍ ເປັນໄປໄດ້ບໍທີ່ເຈົ້າຈະພານັກສຶກສາຂອງເຈົ້າໄປສຶກສາຄຳພີໄບເບິນຢູ່ບ້ານຂອງລາວເປັນບາງເທື່ອ. ຫຼັງຈາກຈົບການສຶກສາແລ້ວ ຖາມວ່າມີຈຸດໃດທີ່ລາວສັງເກດເຫັນແລະໃຫ້ຄຳແນະນຳເຈົ້າໄດ້.
ໃຊ້ເວລາສ່ວນຕົວກັບເຂົາເຈົ້າ: ຖ້າເຈົ້າໃຊ້ເວລານຳຜູ້ປະກາດທີ່ມີປະສົບການ ເຈົ້າກໍຈະຮູ້ຈັກລາວຫຼາຍຂຶ້ນ. ລອງເຊີນບາງຄົນມາຮ່ວມນະມັດສະການປະຈຳຄອບຄົວຂອງເຈົ້າ ແລະສຳພາດລາວ. ຖ້າຫາກວ່າລາວບໍ່ສະບາຍ. ເຈົ້າສາມາດໄປນະມັດສະການປະຈຳຄອບຄົວຢູ່ເຮືອນຂອງລາວໄດ້ບໍ? ຖາມວ່າລາວຮູ້ຈັກຄວາມຈິງໄດ້ແນວໃດ ລາວໄດ້ເຫັນຄວາມກ້າວໜ້າອັນໃດໃນເຂດທ້ອງຖິ່ນທີ່ລາວຮັບໃຊ້? ແລະອັນໃດທີ່ເຮັດໃຫ້ລາວມີຄວາມສຸກໃນການຮັບໃຊ້ພະເຢໂຫວາ?
ເຮົາຕ້ອງເຂົ້າໃຈສະພາບການຂອງພີ່ນ້ອງເຫຼົ່ານັ້ນນຳ ແລະບໍ່ຄາດຫວັງຈາກເຂົາເຈົ້າຫຼາຍເກີນໄປເພາະເຂົາກໍມີຄວາມສາມາດທີ່ແຕກຕ່າງກັນ. (ໂລມ 12: 6-8) ບາງຄົນອາດຈະມີອາຍຸຫຼາຍແລ້ວແລະມີຂີດຈຳກັດໃນການຮັບໃຊ້ ຫຼືເຮັດກິດຈະກຳຮ່ວມກັບພີ່ນ້ອງບໍ່ຄືແຕ່ກ່ອນ. ແນວໃດກໍຕາມ ເຮົາສາມາດຮຽນຮູ້ຫຼາຍຢ່າງຈາກເຂົາເຈົ້າໄດ້ ເພາະເຂົາເຈົ້າມີປະສົບການໃນການຮັບໃຊ້ພະເຢໂຫວາຢ່າງສັດຊື່.