ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຮ 7/15 ໜ້າ 3
  • ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ
  • ວຽກຮັບໃຊ້ພະເຈົ້າ—2015
  • ເລື່ອງທີ່ຄ້າຍກັນ
  • ສອນ​ຄວາມ​ຈິງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ໃຊ້​ເຄື່ອງ​ມື​ຕ່າງໆ​ຈາກ​ກ່ອງ​ເຄື່ອງ​ມື​ຢ່າງ​ຊຳນານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ໃຊ້ເຄື່ອງມືໃນການຄົ້ນຄວ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເປັນຄົນງານທີ່ຊຳນານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ເບິ່ງຕື່ມ
ວຽກຮັບໃຊ້ພະເຈົ້າ—2015
ວຮ 7/15 ໜ້າ 3

ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ

1. ຜູ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ເປັນ​ຄື​ກັບ​ນາຍ​ຊ່າງ​ແນວ​ໃດ?

1 ນາຍ​ຊ່າງ​ໃຊ້​ເຄື່ອງ​ມື​ຫຼາຍ​ຢ່າງ. ເຄື່ອງ​ມື​ບາງ​ຢ່າງ​ມີ​ຄວາມ​ຈຳເປັນ​ສຳລັບ​ວຽກ​ໃດ​ໜຶ່ງ​ໂດຍ​ສະເພາະ ສ່ວນ​ເຄື່ອງ​ມື​ຫຼັກ​ກໍ​ຈະ​ຖືກ​ໃຊ້​ເປັນ​ປະຈຳ. ນາຍ​ຊ່າງ​ທີ່​ຊຳນານ​ຈະ​ມີ​ເຄື່ອງ​ມື​ຫຼັກ​ເຫຼົ່າ​ນີ້​ໃນ​ກ່ອງ​ເຄື່ອງ​ມື​ຂອງ​ເຂົາ​ເຈົ້າ​ສະເໝີ ແລະ​ເຂົາ​ເຈົ້າ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້​ຢ່າງ​ຊຳນານ​ທີ່​ສຸດ. ຄຳພີ​ໄບເບິນ​ສະໜັບສະໜູນ​ຄລິດສະຕຽນ​ແຕ່​ລະ​ຄົນ​ທຸ່ມ​ເທ​ຕົວ​ເອງ​ໃນ​ວຽກ​ຮັບໃຊ້​ແລະ​ເປັນ “ເຈົ້າ​ການ​ທີ່​ບໍ່​ມີ​ເຫດ​ໃຫ້​ລັກອາຍ.” (2 ຕີໂມ. 2:15) ເຄື່ອງ​ມື​ທີ່​ສຳຄັນ​ທີ່​ສຸດ​ໃນ​ກ່ອງ​ເຄື່ອງ​ມື​ຂອງ​ເຮົາ​ແມ່ນ​ຫຍັງ? ແມ່ນ​ຄຳພີ​ໄບເບິນ ເຮົາ​ຈະ​ໃຊ້​ເຄື່ອງ​ມື​ຫຼັກ​ນີ້ “ກະທຳ​ໃຫ້​ເປັນ​ລູກ​ສິດ.” (ມັດ. 28:19, 20) ດັ່ງ​ນັ້ນ ເຮົາ​ຄວນ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ຊຳນານ​ໃນ​ການ “ຕັດ​ສ່ວນ​ພະ​ຄຳ​ແຫ່ງ​ຄວາມ​ຈິງ​ດ້ວຍ​ຢ່າງ​ສັດ​ຊື່.” ນອກ​ຈາກ​ນັ້ນ ຍັງ​ມີ​ເຄື່ອງ​ມື​ອື່ນໆ​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ທີ່​ຄລິດສະຕຽນ​ທຸກ​ຄົນ​ຄວນ​ຮຽນ​ທີ່​ຈະ​ໃຊ້​ຢ່າງ​ຊຳນານ.—ສຸພາ. 22:29

2. ເຄື່ອງ​ມື​ຫຼັກ​ໃນ​ການ​ສອນ​ຂອງ​ເຮົາ​ມີ​ຫຍັງ​ແດ່?

2 ເຄື່ອງ​ມື​ຫຼັກ​ໃນ​ການ​ສອນ​ຂອງ​ເຮົາ: ນອກ​ຈາກ​ຄຳພີ​ໄບເບິນ​ແລ້ວ​ຍັງ​ມີ​ເຄື່ອງ​ມື​ຫຍັງ​ອີກ​ທີ່​ເຮົາ​ໃຊ້? ເຄື່ອງ​ມື​ຫຼັກ​ທີ່​ເຮົາ​ໃຊ້​ສອນ​ຄວາມ​ຈິງ​ແມ່ນ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ຫຼັງ​ຈາກ​ຮຽນ​ປຶ້ມ​ຫົວ​ນີ້​ຈົບ​ແລ້ວ ເຮົາ​ຈະ​ໃຊ້​ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ສອນ​ນັກ​ສຶກສາ​ໃຫ້​ນຳ​ເອົາ​ສິ່ງ​ທີ່​ຮຽນ​ມາ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ. ດັ່ງ​ນັ້ນ ເຮົາ​ຄວນ​ຊຳນານ​ໃນ​ການ​ໃຊ້​ປຶ້ມ​ທັງ​ສອງ​ຫົວ​ນີ້. ເຄື່ອງ​ມື​ຫຼັກ​ອີກ​ຢ່າງ​ໜຶ່ງ​ທີ່​ໃຊ້​ເລີ່ມ​ການ​ສອນ​ຄຳພີ​ໄບເບິນ​ແມ່ນ​ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ! ຖ້າ​ເຂດ​ຂອງ​ເຮົາ​ມີ​ຄົນ​ທີ່​ມີ​ຂີດ​ຈຳກັດ​ໃນ​ການ​ອ່ານ ຫຼື​ມີ​ຄົນ​ທີ່​ເວົ້າ​ອີກ​ພາສາ​ໜຶ່ງ​ທີ່​ບໍ່​ມີ​ໃນ​ໜັງສື​ຂອງ​ອົງການ​ຫຼື​ມີ​ພຽງ​ສອງ​ສາມ​ຫົວ ເຮົາ​ກໍ​ຈະ​ໃຊ້​ຈຸນລະສານ​ເຊື່ອ​ຟັງ​ພະເຈົ້າ ຫຼື​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເຄື່ອງ​ມື​ຫຼັກ​ທີ່​ໃຊ້​ສອນ​ນັກ​ສຶກສາ​ໃຫ້​ເຂົ້າ​ມາ​ສົມທົບ​ກັບ​ອົງການ​ແມ່ນ​ຈຸນລະສານ​ໃຜ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? ນອກ​ຈາກ​ນັ້ນ ບາງ​ວິດີໂອ​ກໍ​ໄດ້​ຊ່ວຍ​ຜູ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ເຊັ່ນ: ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ? ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ? ແລະ​ພະເຈົ້າ​ມີ​ຊື່​ບໍ? (ພາສາ​ອັງກິດ) ເປັນ​ເຄື່ອງ​ມື​ທີ່​ເຮົາ​ຄວນ​ຮຽນ​ໃຊ້​ໃຫ້​ຊຳນານ.

3. ວຽກ​ຮັບໃຊ້​ພະເຈົ້າ​ສະບັບ​ຕໍ່​ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຫຍັງ?

3 ວຽກ​ຮັບໃຊ້​ພະເຈົ້າ​ສະບັບ​ຕໍ່​ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຊຳນານ​ໃນ​ການ​ໃຊ້​ສິ່ງ​ພິມ​ພື້ນຖານ​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ. ຖ້າ​ເຮົາ​ພະຍາຍາມ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້​ຢ່າງ​ຊຳນານ ເຮົາ​ກໍ​ເອົາໃຈໃສ່​ຕໍ່​ຄຳ​ແນະນຳ​ທີ່​ມີ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ໂປໂລ​ໃຫ້​ກັບ​ຕີໂມເຕ​ວ່າ: “ຈົ່ງ​ລະວັງ​ຕົວ​ເອງ​ແລະ​ໃນ​ການ​ສັ່ງ​ສອນ​ດ້ວຍ​ດີ. ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ສິ່ງ​ທັງ​ຫຼາຍ​ນີ້ ເຫດ​ວ່າ​ເມື່ອ​ກະທຳ​ຢ່າງ​ນັ້ນ​ທ່ານ​ຈະ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ແລະ​ຄົນ​ທັງ​ຫຼາຍ​ທີ່​ຟັງ​ທ່ານ​ດ້ວຍ.”—1 ຕີໂມ. 4:16

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌