“ຄຳທັງຫຼາຍ . . . ຈົ່ງຖືຮັກສາໄວ້ໃນໃຈຂອງເຈົ້າ”
ພໍ່ແມ່ເປັນຄືກັບຄົນລ້ຽງແກະ. ເຂົາເຈົ້າຕ້ອງເບິ່ງແຍງລູກເປັນຢ່າງດີ ເພາະລູກສາມາດຫຼົງທາງແລະຕົກຢູ່ໃນອັນຕະລາຍໄດ້ງ່າຍ. (ສຸພາ. 27:23) ພໍ່ແມ່ຈະເຮັດໜ້າທີ່ນີ້ໃຫ້ສຳເລັດໄດ້ແນວໃດ? ເຂົາເຈົ້າຕ້ອງໃຊ້ເວລາໃນແຕ່ລະມື້ລົມກັບລູກເພື່ອຈະຮູ້ສິ່ງທີ່ຢູ່ໃນຫົວໃຈແລະຄວາມຄິດຂອງລູກ. (ສຸພາ. 20:5) ຈາກນັ້ນ ພໍ່ແມ່ຕ້ອງສ້າງວັດຖຸທີ່ທົນໄຟເພື່ອປົກປ້ອງຄວາມເຊື່ອຂອງລູກ. (1 ໂກ. 3: 10-15) ວິດີໂອ “ຖ້ອຍຄຳເຫຼົ່ານີ້ . . . ໃຫ້ຕັ້ງຢູ່ໃນໃຈຂອງເຈົ້າ” (ພາສາໄທ) ເນັ້ນຄວາມສຳຄັນຂອງການນະມັດສະການຄອບຄົວເປັນປະຈຳ. ໃຫ້ເບິ່ງວິດີໂອເປັນຄອບຄົວ ແລະຈາກນັ້ນກໍພິຈາລະນາຄຳຖາມຕໍ່ໄປນີ້.
(1) ອັນໃດເຮັດໃຫ້ຄອບຄົວຂອງພີ່ນ້ອງໂທມັດຂາດການຈົດຈໍ່ທາງດ້ານຄວາມເຊື່ອ? (2) ເປັນຫຍັງຄວາມພະຍາຍາມຂອງພີ່ນ້ອງໂທມັດໃນການເລີ່ມການນະມັດສະການປະຈຳຄອບຄົວຈຶ່ງບໍ່ສຳເລັດ? (3) ພະບັນຍັດຂໍ້ໃດໃນຄຳພີໄບເບິນທີ່ເປີດໂອກາດຫຼາຍທີ່ສຸດເພື່ອພໍ່ແມ່ຈະປະສົບຄວາມສຳເລັດໃນການລ້ຽງລູກ? (ບັນຍັດ. 6:6, 7) (4) ສິ່ງໃດສາມາດມີສ່ວນເຮັດໃຫ້ມີການສື່ຄວາມທີ່ດີຂຶ້ນໃນຄອບຄົວ? (5) ລູກຕ້ອງການໃຫ້ພໍ່ແມ່ເຮັດການເສຍສະຫຼະແບບໃດ? (6) ພີ່ນ້ອງມາຕິນແລະເມຍຂອງລາວມີອິດທິພົນທີ່ດີແນວໃດຕໍ່ຄອບຄົວຂອງພີ່ນ້ອງໂທມັດ? (ສຸພາ. 27:17) (7) ເພື່ອການນະມັດສະການປະຈຳຄອບຄົວຈະປະສົບຜົນສຳເລັດ ຫົວໜ້າຄອບຄົວຕ້ອງກຽມຕົວລ່ວງໜ້າແນວໃດ? (8) ພີ່ນ້ອງໂທມັດໄດ້ເຮັດຫຍັງເພື່ອປັບປຸງສິ່ງຕ່າງໆສຳລັບຄອບຄົວ? (9) ສຳລັບການນະມັດສະການປະຈຳຄອບຄົວ ເປັນຫຍັງຄວາມສະໝ່ຳສະເໝີຈຶ່ງເປັນເລື່ອງສຳຄັນ? (ເອເຟ. 6:4) (10) ຄວາມຄິດແບບໃດແດ່ທີ່ໃຊ້ໄດ້ສຳລັບການນະມັດສະການປະຈຳຄອບຄົວ? (11) ເມື່ອຊ່ວຍມາຄັດສໃຫ້ຮູ້ຄຸນຄ່າເຖິງຄວາມສຳຄັນຂອງການເຮັດສິ່ງທີ່ຖືກຕ້ອງ ພີ່ນ້ອງໂທມັດໃຈເຢັນແຕ່ກໍເດັດດ່ຽວຄືແນວໃດ? (ຢເຣ. 17:9) (12) ເພື່ອຊ່ວຍເລເບກາໃຫ້ຕັດສິນໃຈຢ່າງຖືກຕ້ອງໃນເລື່ອງສາຍສຳພັນກັບຈັດສະຕິນ ພີ່ນ້ອງໂທມັດແລະເມຍຫາເຫດຜົນແນວໃດກັບລາວ? (ມໂກ. 12:30; 2 ຕີໂມ. 2:22) (13) ພີ່ນ້ອງໂທມັດແລະເມຍສະແດງຄວາມເຊື່ອແນວໃດ ເມື່ອປັບປ່ຽນຊີວິດຂອງເຂົາເຈົ້າ? (ມັດ. 6:33) (14) ວິດີໂອນີ້ໄດ້ເນັ້ນແນວໃດເຖິງຄວາມຈຳເປັນທີ່ຫົວໜ້າຄອບຄົວຈະຈັດເລື່ອງຄວາມຮູ້ໃນພະຄຳພີໃຫ້ແກ່ຄອບຄົວ? (1 ຕີໂມ. 5:8) (15) ໃນຖານະເປັນຫົວໜ້າຄອບຄົວ ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ?
ເຖິງຫົວໜ້າຄອບຄົວ: ລະຄອນສະໄໝປັດຈຸບັນເລື່ອງນີ້ໄດ້ນຳສະເໜີຢູ່ທີ່ການປະຊຸມພາກປີ 2011. ໃນຕອນນັ້ນ ຂະນະທີ່ຕິດຕາມເບິ່ງລະຄອນນີ້ ເຈົ້າໄດ້ເຫັນຄວາມຈຳເປັນຂອງການປັບປຸງການນະມັດສະການປະຈຳຄອບຄົວຂອງເຈົ້າບໍ? ໃນຕອນນີ້ເດ? ຖ້າມີຄວາມຈຳເປັນທີ່ຕ້ອງປັບປ່ຽນຕື່ມອີກ ຂໍໃຫ້ອະທິດຖານຢ່າງຈິງຈັງທີ່ຈະເຮັດການປ່ຽນແປງເພື່ອປະໂຫຍດອັນຖາວອນຂອງຄອບຄົວເຈົ້າ.—ເອເຟ. 5:15-17