ໃຊ້ຈຸດພິເສດຂອງປຶ້ມໄບເບິນສອນໃຫ້ເກີດຜົນດີ
ເມື່ອນັກສຶກສາຄຳພີໄບເບິນຮຽນຮູ້ສິ່ງທີ່ຄຳພີໄບເບິນສອນແທ້ໆແລະເອົາໄປນຳໃຊ້ ລາວກໍຈະເຕີບໂຕແລະເກີດຜົນທາງດ້ານຄວາມເຊື່ອ. (ເພງ. 1:1-3) ເຮົາສາມາດຊ່ວຍນັກສຶກສາໃຫ້ກ້າວໜ້າໂດຍໃຊ້ຈຸດພິເສດບາງຢ່າງຂອງປຶ້ມໄບເບິນສອນ ໃຫ້ເປັນປະໂຫຍດ.
ຄຳຖາມເປີດເລື່ອງ: ແຕ່ລະບົດເລີ່ມຕົ້ນດ້ວຍຄຳຖາມເຊິ່ງມີຄຳຕອບໃນບົດນັ້ນ. ເຈົ້າອາດຖາມຄຳຖາມເຫຼົ່ານີ້ໃນແບບຈູງໃຈເພື່ອກະຕຸ້ນນັກສຶກສາໃຫ້ຢາກຮຽນກັບເຈົ້າ ຫຼືອາດຂໍໃຫ້ລາວອອກຄວາມຄິດເຫັນສັ້ນໆສຳລັບແຕ່ລະຄຳຖາມ. ຖ້າຕອບຜິດ ບໍ່ຈຳເປັນຕ້ອງແກ້ໄຂລາວໃນຕອນນີ້. ເພາະຄວາມຄິດເຫັນຂອງລາວຈະຊ່ວຍເຈົ້າໃຫ້ຮູ້ວ່າຈຸດໃດທີ່ເຈົ້າຄວນໃສ່ໃຈແລະເນັ້ນຕື່ມ.—ສຸພາ. 16:23; 18:13
ພາກຜະໜວກ: ຖ້ານັກສຶກສາເຂົ້າໃຈແລະຍອມຮັບເລື່ອງທີ່ໄດ້ຮຽນຮູ້ ເຈົ້າກໍພຽງແຕ່ສະໜັບສະໜູນລາວໃຫ້ອ່ານພາກຜະໜວກທີ່ອ້າງເຖິງໃນບົດນັ້ນດ້ວຍຕົວເອງ. ໃນການສຶກສາຄັ້ງຕໍ່ໄປ ເຈົ້າອາດໃຊ້ເວລາໜ້ອຍໜຶ່ງທວນຄືນເພື່ອແນ່ໃຈວ່າລາວເຂົ້າໃຈແທ້ໆ. ແຕ່ເພື່ອລາວຈະໄດ້ຮັບປະໂຫຍດ ເຈົ້າຄວນໃຊ້ເວລາໃນລະຫວ່າງທີ່ສຶກສາພິຈາລະນາພາກຜະໜວກໂດຍອ່ານແຕ່ລະຫຍໍ້ໜ້າເຫຼົ່ານັ້ນແລະຖາມຄຳຖາມທີ່ເຈົ້າໄດ້ກຽມໄວ້ລ່ວງໜ້າ.
ຂອບທວນຄືນ: ຂອບທວນຄືນທີ່ຢູ່ຕອນທ້າຍຂອງແຕ່ລະບົດມີຄຳຕອບສຳລັບຄຳຖາມເປີດເລື່ອງ. ເຈົ້າສາມາດໃຊ້ຂອບນີ້ເພື່ອເຮັດໃຫ້ແນ່ໃຈວ່ານັກສຶກສາເຂົ້າໃຈແລະສາມາດອະທິບາຍຈຸດທີ່ສຳຄັນໄດ້. ໃຫ້ອ່ານອອກສຽງນຳກັນໃນແຕ່ລະຈຸດແລະລວມທັງອ່ານຂໍ້ພະຄຳພີທີ່ອ້າງເຖິງ. ຈາກນັ້ນ ຂໍໃຫ້ນັກສຶກສາອະທິບາຍໂດຍໃຊ້ຂໍ້ພະຄຳພີວ່າເປັນຫຍັງຂໍ້ຄວາມນັ້ນຈຶ່ງເປັນຄວາມຈິງ.—ກິດ. 17:2, 3