ກ່ອງບັນຫາ
◼ ເມື່ອໃດຖືວ່າເໝາະສົມທີ່ຈະເຊົາສຶກສາຄຳພີໄບເບິນກັບນັກສຶກສາ?
ຖ້ານັກສຶກສາບໍ່ກ້າວໜ້າທາງດ້ານຄວາມເຊື່ອ ເຮົາກໍອາດຈະເຊົາສຶກສາກັບລາວ. (ມັດ. 10:11) ຂໍໃຫ້ຄິດເຖິງສິ່ງເຫຼົ່ານີ້: ລາວສຶກສາຕາມທີ່ນັດໄວ້ບໍ? ລາວກຽມຕົວສຳລັບການສຶກສາລ່ວງໜ້າບໍ? ລາວເຂົ້າຮ່ວມການປະຊຸມປະຈຳປະຊາຄົມເປັນບາງຄັ້ງຄາວບໍ? ລາວລົມກັບຄົນອື່ນບໍໃນສິ່ງທີ່ກຳລັງຮຽນຮູ້? ລາວກຳລັງປ່ຽນແປງຕົວເອງໃຫ້ສອດຄ່ອງກັບຫຼັກການໃນຄຳພີໄບເບິນບໍ? ແນ່ນອນວ່າຕ້ອງເບິ່ງອາຍຸແລະຄວາມສາມາດຂອງລາວນຳ ຂໍໃຫ້ສຳນຶກວ່າແຕ່ລະຄົນກ້າວໜ້າໃນລະດັບທີ່ແຕກຕ່າງກັນ. ນອກຈາກນັ້ນ ຖ້າເຈົ້າເຊົາສຶກສາກັບລາວ ໃຫ້ເປີດທາງໄວ້ເພື່ອໃຫ້ລາວກັບມາສຶກສາໄດ້ອີກໃນອະນາຄົດ.—1 ຕີໂມ. 2:4