ປະກາດທາງໂທລະສັບພາຍໃນ (intercom) ຢູ່ເມືອງວຽນນາ ປະເທດໂອຕຣິດ
ຕົວຢ່າງການສະເໜີ
ຕື່ນເຖີດ!
ຄຳຖາມ: ເຈົ້າຄິດວ່າຄຸ້ມຄ່າບໍສຳລັບຄົນທີ່ນິດໄສບໍ່ດີພະຍາຍາມປ່ຽນແປງນິດໄສໃຫ້ດີຂຶ້ນ?
ຂໍ້ພະຄຳພີ: ຜູ້ປ. 7:8 ສ່ວນ ກ
ການສະເໜີ: ບົດຄວາມນີ້ເວົ້າເຖິງຫຼັກການໃນຄຳພີໄບເບິນທີ່ສາມາດຊ່ວຍຄົນທີ່ນິດໄສບໍ່ດີໃຫ້ມີນິດໄສດີໄດ້
ຕື່ນເຖີດ!
ຄຳຖາມ: ການປ່ຽນແປງໃນຊີວິດບໍ່ສາມາດຫຼີກລ່ຽງໄດ້. ເຈົ້າຄິດວ່າວິທີໃດດີທີ່ສຸດທີ່ຈະຈັດການກັບເລື່ອງນີ້?
ຂໍ້ພະຄຳພີ: ຜູ້ປ. 7:10
ການສະເໜີ: [ຊີ້ໃຫ້ເບິ່ງບົດຄວາມໃນໜ້າ 10] ບົດຄວາມນີ້ພິຈາລະນາຫຼັກການໃນຄຳພີໄບເບິນເຊິ່ງຈະຊ່ວຍເຮົາຈັດການກັບການປ່ຽນແປງນີ້.
ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
ຄຳຖາມ: ເຮົາທຸກຄົນບໍ່ວ່າຈະເປັນຄົນໃນຄອບຄົວຫຼືໝູ່ຄູ່ຂອງເຮົາລ້ວນແຕ່ມີຊື່. ເຈົ້າຄິດວ່າພະເຈົ້າມີຊື່ບໍ? ຖ້າມີ ພະອົງຊື່ຫຍັງ?
ຂໍ້ພະຄຳພີ: ເພງ. 83:18
ການສະເໜີ: ຈຸນລະສານນີ້ຈະອະທິບາຍຫຼາຍສິ່ງທີ່ຄຳພີໄບເບິນສອນເຮົາກ່ຽວກັບພະເຈົ້າ. [ເນັ້ນໃນໜ້າ 6-7]
ລອງຂຽນວິທີການສະເໜີຂອງເຈົ້າເອງ
ໃຊ້ຕົວຢ່າງການສະເໜີເພື່ອປັບເປັນຮູບແບບຂອງຕົວເອງ.