ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ພະຈິກ ໜ້າ 3
  • ຄຳພີໄບເບິນເວົ້າເຖິງເມຍທີ່ມີຄວາມສາມາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳພີໄບເບິນເວົ້າເຖິງເມຍທີ່ມີຄວາມສາມາດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງທີ່ຄ້າຍກັນ
  • ‘ຄົນທີ່ປະຕູເມືອງຮູ້ຈັກຜົວຂອງຍິງນັ້ນ’
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • “ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ພະຈິກ ໜ້າ 3

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ສຸພາສິດ 27-31

ຄຳພີ​ໄບເບິນ​ເວົ້າ​ເຖິງ​ເມຍ​ທີ່​ມີ​ຄວາມ​ສາມາດ

ສຸພາສິດ ບົດ 31 ເປັນ​ຄຳ​ແນະນຳ​ສຳຄັນ​ທີ່​ແມ່​ຂອງ​ກະສັດ​ເລເມືອນ​ໄດ້​ບອກ​ລາວ​ກ່ຽວ​ກັບ​ວິທີ​ເລືອກ​ເມຍ​ທີ່​ມີ​ຄວາມ​ສາມາດ.

ເມຍ​ທີ່​ມີ​ຄວາມ​ສາມາດ​ເປັນ​ຄົນ​ໄວ້​ວາງໃຈ​ໄດ້

ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ຍື່ນ​ອາຫານ​ໃຫ້​ຄົນ​ໃນ​ຄອບຄົວ

31:10-12

  • ລາວ​ໃຫ້​ຄຳ​ແນະນຳ​ທີ່​ມີ​ຄ່າ​ກ່ຽວ​ກັບ​ເລື່ອງ​ຕ່າງໆໃນ​ຄອບຄົວ ໃນ​ຂະນະ​ດຽວ​ກັນ​ກໍ​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງ​ຜົວ

  • ຜົວ​ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ ໂດຍ​ທີ່​ລາວ​ບໍ່​ຕ້ອງ​ຂໍ​ອະນຸຍາດ​ຜົວ​ໃນ​ທຸກ​ເລື່ອງ

ເມຍ​ທີ່​ມີ​ຄວາມ​ສາມາດ​ເປັນ​ຄົນ​ດຸ​ໝັ່ນ

ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ບົດ​ເມັດ​ພືດ

31:13-27

  • ລາວ​ຮູ້ຈັກ​ປະຢັດ​ແລະ​ໃຊ້​ຊີວິດ​ຮຽບ​ງ່າຍ​ເພື່ອ​ຄອບຄົວ​ຈະ​ມີ​ເຄື່ອງ​ນຸ່ງ​ທີ່​ສຸພາບ​ຮຽບຮ້ອຍ ແລະ​ໄດ້​ກິນ​ອາຫານ​ທີ່​ດີ

  • ລາວ​ເຮັດ​ວຽກ​ໜັກ​ແລະ​ເບິ່ງ​ແຍງ​ຄອບຄົວ​ທັງ​ເວັນ​ແລະ​ຄືນ

ເມຍ​ທີ່​ມີ​ຄວາມ​ສາມາດ​ມີ​ສາຍ​ສຳພັນ​ໃກ້​ຊິດ​ກັບ​ພະເຈົ້າ

ຜູ້​ຍິງ​ຄົນ​ໜຶ່ງ​ອະທິດຖານ

31:30

  • ລາວ​ຢ້ານຢຳ​ພະເຈົ້າ​ແລະ​ປູກ​ຝັງ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະອົງ

ເຈົ້າ​ຮູ້​ບໍ?

ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ປະ​ກາ​ລັງສີ​ແດງ​ມີ​ລາຄາ​ແພງ​ຫຼາຍ ເພາະ​ມັນ​ງາມ ຫາ​ຍາກ ແລະ​ເອົາ​ຍາກ​ຫຼາຍ. ປະ​ກາ​ລັງ​ນີ້​ພົບ​ຢູ່​ທະເລ​ເມດີເຕຣາເນ​ແລະ​ທະເລ​ແດງ ມັນ​ເປັນ​ສິນ​ຄ້າ​ທີ່​ສຳຄັນ​ຫຼາຍ.

ປະກາລັງສີ​ແດງ

ຄຳພີ​ໄບເບິນ​ກ່າວ​ວ່າ​ປະ​ກາ​ລັງ​ນີ້​ມີ​ມູນຄ່າ​ຫຼາຍ​ເທົ່າ​ກັບ​ເງິນ ຄຳ ແລະ​ນິນ​ສີ​ຟ້າ.

ຄຳພີ​ໄບເບິນ​ບອກ​ວ່າ​ເມຍ​ທີ່​ມີ​ຄວາມ​ສາມາດ ‘ມີ​ລາຄາ​ແພງ​ກວ່າ​ຫີນ​ແກ້ວ [“ປະກາລັງ”, ລ.ມ.] ທັງ​ຫຼາຍ.’—ສຸພາ. 31:10

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌